ສປປ ລາວ ເປັນເຈົ້າພາບຈັດກອງປະຊຸມການປົກປ້ອງພັນພືດຂອງປະເທດອາຊີຕາເວັນອອກ ຄັ້ງທີ 16, ປະຈຳປີ 2023
By ໄພວັນ On 3 Aug, 2023 At 11:11 AM | Categorized As ຂ່າວພາຍໃນ | With 0 Comments

DSC_0225ໃນວັນທີ 02 ສິງຫາ 2023 ທີ່ໂຮງແຮມລາວພຣາຊາ, ນະຄອນຫຼວງວຽງຈັນ, ສປປ ລາວ ເປັນເຈົ້າພາບຈັດກອງ​ປະ​ຊຸມການປົກປ້ອງພັນພືດຂອງປະເທດອາຊີຕາເວັນອອກ ຄັ້ງທີ 16 ປະຈຳປີ 2023, ຊຶ່ງໄດ້ໄຂຂຶ້ນຢ່າງເປັນທາງການ, ໂດຍການເປັນປະທານຮ່ວມຂອງ ທ່ານ ສັນຕິສຸກ ພູນສະຫວັດ, ຫົວໜ້າກົມຊັບສິນທາງປັນຍາ, ກະຊວງອຸດສາຫະກໍາ ແລະ ການຄ້າ ແລະ ທ່ານ ນາງ Akiko Nagano, ຮອງຫົວໜ້າພະແນກຊັບສິນທາງປັນຍາ, ກະຊວງກະສິກຳ, ປ່າໄມ້ ແລະ ການປະມົງ (MAFF) ແຫ່ງ ປະເທດ ຍີ່ປຸ່ນ.

IMG_0111

ໃນກອງປະຊຸມຄັ້ງນີ້ ມີທ່ານ Petter Button, ຮອງເລຂາທິການ, ສະຫະພັນສາກົນເພື່ອການປົກປ້ອງພັນພືດໃໝ່ (UPOV), ທ່ານ Akira NAGATA ຜູ້ອໍານວຍການ ສະມາຄົມເຕັກໂນໂລຊີ ແລະ ນະວັດຕະກໍາ ເພື່ອກະຊວງກະສິກຳ, ປ່າໄມ້ ແລະ ການປະມົງ (JATAFF), ຕາງໜ້າບັນດາປະເທດສະມາຊິກອາຊຽນ+3 (ສປ ຈີນ, ຍີ່ປຸ່ນ ແລະ ສ.ເກົາຫຼີ) ທີ່ເປັນສະມາຊິກຂອງ EAPVP Forum ແລະ ສະມາຊິກຂອງ UPOV, ພ້ອມດ້ວຍອົງການຈັດຕັ້ງສາກົນ ແລະ ພະນັກງານຂະແໜງ ການທີ່ກ່ຽວຂ້ອງເຂົ້າຮ່ວມ 50 ກວ່າທ່ານ.

IMG_0120

ຈຸດປະສົງຂອງກອງປະຊຸມໃນຄັ້ງນີ້ ແມ່ນເພື່ອແລກປ່ຽນບົດຮຽນ ແລະ ລາຍງານການກ່ຽວກັບການພັດທະນາລະບົບຂອງ UPOV, ການພັດທະນາການປົກປ້ອງພັນພືດ-ຄວາມຄືບໜ້າການເຂົ້າເປັນພາຄີຂອງ UPOV, ແຜນຈັດຕັ້ງປະຕິບັດຍຸດທະສາດການພັດທະນາການປົກປ້ອງພັນພືດ, ການຈັດຕັ້ງປະຕິບັດກິດຈະກຳການຮ່ວມມື ປະຈຳສົກປີ 2022–2023 ແລະ ກຳນົດທິດທາງແຜນກິດຈະກຳ ປະ ຈຳສົກປີ 2023-2024 ຂອງບັນດາປະເທດ ASEAN +3.

IMG_0015

ລັດຖະບານ ແຫ່ງ ສປປ ລາວ ແມ່ນໃຫ້ຄວາມສຳຄັນຕໍ່ວຽກງານການຄຸ້ມຄອງ ແລະ ປົກປ້ອງພັນພືດ ເພື່ອປະກອບສ່ວນເຂົ້າໃນການພັດທະນາກະສິກຳແບບຍືນຍົງ ແລະ ຮັບປະກັນຄວາມໝັ້ນຄົງທາງດ້ານສະບຽງອາຫານ. ປະຈຸບັນ ສປປ ລາວ ກຳລັງປັບປຸງ ກົດໝາຍ ວ່າດ້ວຍຊັບສິນທາງປັນຍາ, ພາກພັນພືດໃໝ່ ໃຫ້ສອດຄ່ອງກັບສົນທິສັນຍາຂອງ UPOV ແລະ ກໍາລັງສ້າງຕັ້ງຄະນະຮັບຜິດຊອບຄົ້ນຄວ້າການເຂົ້າຮ່ວມເປັນພາຄີ ຂອງສົນທິສັນຍາຂອງ ສະຫະພັນສາກົນເພື່ອປົກປ້ອງພັນພືດໃໝ່ (UPOV) ຊຶ່ງເປັນບາດກ້າວທໍາອິດໃນການກະກຽມການເຂົ້າເປັນພາຄີ ຂອງສົນທິສັນຍາ UPOV. ການເຂົ້າເປັນພາຄີສົນທິສັນຍານີ້ ແມ່ນເປັນເຊື່ອມໂຍງວຽກງານການປົກປ້ອງພັນພືດ ຂອງ ສປປ ລາວ ເຂົ້າກັບສາກົນ ແລະ ສົ່ງເສີມການສ້າງລະບົບການປົກປ້ອງພັນພືດໃໝ່ຂອງ ສປປ ລາວ ໃຫ້ມີປະສິດທິຜົນສູງຂຶ້ນ ຊຶ່ງເປັນການຊຸກຍູ້ສົ່ງເສີມການຄົ້ນຄວ້າ ແລະ ພັດທະນາແນວພັນພືດໃໝ່ ທີ່ເປັນພັນພືດທີມີຄຸນນະພາບດີ ແລະ ມີຄວາມທົນທານຕໍ່ສະພາບອາກາດ, ປະກອບສ່ວນເຂົ້າໃນການຮັບປະກັນຄວາມໝັ້ນຄົງທາງດ້ານສະບຽງອາຫານ ແລະ ພຽງພໍກັບການເພີ້ມຂຶ້ນຂອງຈໍານວນປະຊາກອນໂລກ ແລະ ປະກອບສ່ວນເຂົ້າໃນການພັດທະນາກະສິກຳແບບຍືນຍົງ.

IMG_0182

ກອງປະຊຸມຄັ້ງນີ້ ໄດ້ຮອງຮັບເອົາວະລະຂອງກອງປະຊຸມ, ພ້ອມທັງກຳນົດແຜນກິດຈະກຳການຮ່ວມມື ປະຈໍາສົກປີ 2023–2024 ແລະ ໃນກອງປະຊຸມໄດ້ຕົກລົງເຫັນດີເອົາ ປະເທດກໍາປູເຈຍ ເປັນປະເທດເຈົ້າພາບຈັດ ກອງ​ປະ​ຊຸມ ການປົກປ້ອງພັນພືດຂອງປະເທດອາຊີຕາເວັນອອກ ຄັ້ງທີ 17 ໃນຕໍ່ໜ້າ.

ຂ່າວ: ກົມຊັບສິນທາງປັນຍາ

ພາບ: ໄພວັນ ໂຄດວັນທາ ສູນສະຖິຕິ ແລະ ຂໍ້ມູນຂ່າວສານ, ອຄ

About -