ທົບທວນຄືນການຈັດຕັ້ງປະຕິບັດຂອງໂຄງການ ARISE Plus Lao PDR ຄັ້ງທີ 8
By ໄພວັນ On 13 Jul, 2023 At 01:40 PM | Categorized As ຂ່າວພາຍໃນ | With 0 Comments

IMG_0012

ໃນວັນທີ 12 ກໍລະກົດ 2023, ທີ່ໂຮງແຮມເມືອງແທ້ງ, ນະຄອນຫຼວງວຽງຈັນ, ກົມແຜນການ ແລະ ການຮ່ວມມື, ກະຊວງ ອຄ ຈັດກອງປະຊຸມທົບທວນຄືນການຈັດຕັ້ງປະຕິບັດຂອງໂຄງການ ARISE Plus Lao PDR ຄັ້ງທີ 8 ຂື້ນ ໃຫ້ກຽດເປັນປະທານຮ່ວມ ຂອງທ່ານ ປອ. ຄຳເພັດ ວົງດາລາ, ຫົວໜ້າກົມແຜນການ ແລະ ການຮ່ວມມື, ອຄ ແລະ ທ່ານນາງ ອີນາ ມາຈູລີໂອນີແຕ Ina Marčiulionytė ເອກອັກຄະລັດຖະທູດ ສະຫະພາບ ເອີຣົບ ປະຈຳ ສປປ ລາວ ມີທ່ານ Ashish Shah, ຫົວໜ້າພະແນກແຜນງານລະດັບປະເທດ ສູນການຄ້າສາກົນ, ບັນດາທ່ານຄະນະກົມ, ຜູ້ຕາງໜ້າຈາກພາກລັດ ແລະ ເອກະຊົນ ເຂົ້າຮ່ວມ

IMG_0016

ທ່ານປະທານໄດ້ກ່າວວ່າ: ກອງປະຊຸມທົບທວນຄືນການຈັດຕັ້ງປະຕິບັດຂອງໂຄງການຊ່ວຍເຫຼືອທາງດ້ານການຄ້າ ຂອງສະຫະພາບ ເອີຣົບ ແກ່ ສປປ ລາວ ພາຍໃຕ້ແຜນງານເຊື່ອມໂຍງພາກພຶ້ນອາຊຽນ ຫຼື ARISE Plus Laos ຄັ້ງທີ 8 ນີ້ ແມ່ນເພື່ອທົບທວນຄວາມຄືບໜ້າຂອງການຈັດຕັ້ງປະຕິບັດໂຄງການໃນໄລຍະ 6 ເດືອນຕົ້ນປີ 2023; ລາຍງານວຽກງານກິດຈະກຳທີ່ສຳເລັດອັນພົ້ນເດັ່ນຂອງ 6 ເດືອນຜ່ານມາ ແລະ ປຶກສາຫາລື ກ່ຽວກັບ ແຜນບູລິມະສິດຂອງໂຄງການ ສຳລັບ ໄລຍະ 6 ເດືອນ ທ້າຍປີ 2023.

ທ່ານຍັງໃຫ້ຮູ້ຕື່ມວ່າ: ໂດຍອີງຕາມບົດລາຍງານຄວາມຄືບໜ້າຂອງການຈັດຕັ້ງປະຕິບັດໂຄງການໃນໄລຍະ 6 ເດືອນ ຕົົ້ນປີ 2023 ຜ່ານມາ, ພວກເຮົາເຫັນວ່າ ໂຄງການສາມາດບັນລຸໄດ້ຕາມຄາດໝາຍທີ່ໄດ້ວາງໄວ້ໃນ ແຜນວຽກປະຈຳປີ 2023 ໄດ້ເປັນສ່ວນໃຫຍ່ ເຊິ່ງຊີ້ໃຫ້ເຫັນໄດ້ເຖິງການປະກອບສ່ວນອັນສຳຄັນເຂົ້າໃນການຈັດຕັ້ງປະຕິບັດແຜນບູລິມະສິດຂອງການພັດທະນາພາກເອກະຊົນ ໃນຂອບວຽກໂຄງການໄດ້ສຸມໃສ່ໃນ 3 ອົງປະກອບຄື: 1. ການເຊື່ອມໂຍງເສດຖະກິດກັບພາກພື້ນອາຊຽນ; 2. ເພີ່ມຄວາມຮູ້, ຄວາມເຂົ້າໃຈ ຕໍ່ກັບການນຳໃຊ້ ສິດທິພິເສດທາງດ້ານການຄ້າ ໃນການສົ່ງອອກໄປຕະຫຼາດ EU; ແລະ 3. ພັດທະນາສົ່ງເສີມການສົ່ງອອກສິນຄ້າທີ່ເປັນທ່າແຮງ ໂດຍສະເພາະຂະແໜງກາເຟ ແລະ ຂະແໜງໄມ້ປຸງແຕ່ງ.

IMG_0025

ຜ່ານການຈັດຕັ້ງປະຕິບັດບັນດາກິດຈະກຳໂຄງການ ໃນ 6 ເດືອນຕົ້ນປີ ຜ່ານມາ ພາຍຫຼັງໂຄງການໄດ້ຮັບການອະນຸມັດຕໍ່ໄລຍະເວລາໂຄງການອີກ 1 ປີ ໂດຍບໍ່ເພີ່ມທືນ, ເຫັນໄດ້ວ່າໂຄງການ ສາມາດບັນລຸຕາມແຜນການໄດ້ຫຼາຍກິດຈະກຳ ອັນພົ້ນເດັ່ນຄື: 1). ໄດ້ປັບປຸງບົດປະເມີນການຈັດຕັ້ງປະຕິບັດສັນຍາການຄ້າດ້ານສິນຄ້າອາຊຽນ (ATIGA) ພ້ອມດ້ວຍໂຄງຮ່າງຈັດແບ່ງຄວາມຮັບຜິດຊອບຂອງຂະແໜງການກ່ຽວຂ້ອງ ແລະ ເຄື່ອງມືການຕິດ ຕາມ; 2). ປັບປຸງບົດສຶກສາຜົນກະທົບຕໍ່ການຄ້າ ຂອງ ສປປ ລາວ ພາຍຫຼັງຫຼຸດພົ້ນອອກຈາກປະເທດ ດ້ອຍພັດທະ ນາ; 3). ສະໜັບສະໜູນພາກທຸລະກິດຂະແໜງກາເຟ ເຂົ້າຮ່ວມງານແຂ່ງຂັນກາເຟ ແລະ ງານກາເຟໂລກ ຢູ່ປະເທດເກຣັກ; 4). ຈັດຝຶກອົບຮົມບັນດາຫົວຂໍ້ກ່ຽວກັບຄວາມປອດໄພດ້ານອາຫານ ແລະ ເງື່ອນໄຂການສົ່ງອອກໄປປະເທດເພື່ອນບ້ານ ເຊັ່ນ: ປະເທດໄທ ໃຫ້ແກ່ພະນັກງານວິຊາການ ກົມອາຫານ ແລະ ຢາ, ກະຊວງສາທາລະນະສຸກ; 5). ສ້າງຄວາມອາດສາມາດໃຫ້ແກ່ພະນັກງານວິຊາການດ້ານຄຸນນະພາບກົມມາດຕະຖານ ແລະ ວັດແທກ ເພື່ອສ້າງເປັນໜ່ວຍງານຢັ້ງຢືນຄຸນນະພາບມາດຕະຖານ ISO 9001; ແລະ 6). ສຳເລັດການຝຶກອົບຮົມຜູ້ເປັນແບບຢ່າງດ້ານຄຸນນະພາບ ຫຼື Quality Champions ຈຳ ນວນ 10 ຄົນ.

IMG_0172

ຕອນທ້າຍທ່ານຍັງໄດ້ໃຫ້ຮູ້ຕື່ມວ່າ ເນື່ອງຈາກວ່າປີນີ້ເປັນປີສຸດທ້ານຂອງໂຄງການ, ພວກເຮົາຍິ່ງມີຄວາມຈຳເປັນ ທີ່ຕ້ອງໄດ້ສຸມຄວາມພະຍາຍາມ ຂອງພວກເຮົາເຂົ້າໃນການຈັດຕັ້ງປະຕິບັດກິດຈະກຳ ທີ່ເປັນບູລິມະສິດ ແລະ ຕິດຕາມໝາກຜົນ ຫຼື ຜົນໄດ້ຮັບຢ່າງໃກ້ຊິດ ເພາະວ່າໃນທີ່ສຸດແລ້ວສິ່ງທີ່ທຸກຄົນ ພວກເຮົາຢາກຈະເຫັນກໍ່ຄື ຜົນກະທົບທາງບວກຕົວຈິງຂອງກິດຈະກຳໂຄງການ ທີ່ມີຕໍ່ການຍົກລະດັບລະບຽບກົດໝາຍ ແລະ ການເສີມສ້າງຄວາມເຂັມໃຫ້ແກ່ພາກທຸລິກິດ ເຊິ່ງນຳໄປສູ່ການສົ່ງເສີມການຜະລິດເປັນສິນຄ້າ, ການສົ່ງອອກ ແລະ ການສ້າງວຽກເ່ຮັດງານທຳໃຫ້ແຮງງານລາວຫຼາຍຂື້ນ.

ຂ່າວ-ພາບ: ໄພວັນ ໂຄດວັນທາ ສູນສະຖິຕິ ແລະ ຂໍ້ມູນຂ່າວສານ

About -