ເປີດກອງປະຊຸມກາງສະໄໝ ຂອງຄະນະໜ່ວຍພັກ ກົມສົ່ງເສີມການຄ້າ
By ໄພວັນ On 12 Jul, 2023 At 04:33 PM | Categorized As ຂ່າວພາຍໃນ | With 0 Comments

01ໃນວັນທີ 4 ກໍລະກົດ 2023, ທີ່ ຫ້ອງປະຊຸມຊັ້ນ 03 ຂອງກະຊວງອຸດສາຫະກໍາ ແລະ ການຄ້າ (ອຄ), ໜ່ວຍພັກຮາກຖານກົມສົ່ງເສີມການຄ້າ, ຈັດກອງປະຊຸມຄົບ​ຄະນະ​ກາງ​ສະ​ໄໝຂອງໜ່ວຍພັກຂື້ນ ໂດຍໃຫ້ກຽດເປັນປະທານກອງປະຊຸມຂອງ ສະຫາຍ ໄຊສົມເພັດ ນໍລິສິງ ກຳມະການຄະນະພັກກະຊວງ ອຄ, ເລຂາໜ່ວຍພັກຖານກົມສົ່ງເສີມການຄ້າ, ມີຄະນະໜ່ວຍພັກ ພ້ອມດ້ວຍສະມາຊິກພັກສົມບູນພາຍໃນໜ່ວຍພັກ ເຂົ້າຮ່ວມ

02

ສະຫາຍ ໄຊສົມເພັດ ນໍລິສິງ  ໄດ້ກ່າວເປີດກອງປະຊຸມຄັ້ງນີ້ວ່າ: ໃນທ່າມກາງບັນຍາກາດທີ່ທົ່ວອົງຄະນະພັກກະຊວງອຸດສາຫະກໍາ ແລະ ການຄ້າ ກໍາລັງແຂ່ງຂັນການຈັດຕັ້ງຜັນຂະຫຍາຍ ມະຕິກອງປະໃຫຍ່ ຄັ້ງທີ XI ຂອງພັກ ແລະ ມະຕິກອງປະຊຸມໃຫຍ່ ຄັ້ງທີ V ຂອງອົງຄະນະພັກກະຊວງ ອຸດສາຫະກໍາ ແລະ ການຄ້ ກໍຄືກອງປະຊຸມໃຫຍ່ຂອງໜ່ວຍພັກຂັ້ນຕົນ ເຂົ້າສູ່ລວງເລິກ.

ສະຫາຍປະທານຍັງໃຫ້ຮູ້ຕື່ມວ່າ ບັນດາສະມາຊິກພັກສົມບູນ ໄດ້ຮັບຟັງການເຜີຍເເຜ່ເຊື່ອມຊຶມ 3 ເອກະສານ ຂອງຄະນະເລຂາທິການສູນກາງພັກຄື: ຄໍາສັ່ງ ຂອງຄະນະເລຂາທິການສູນກາງພັກ ເລກທີ 268/ຄລສພ, ລົງວັນທີ 20 ມັງກອນ 2023; ມະຕິ ຂອງກົມການເມືອງສູນກາງພັກ ວ່າດ້ວຍມາດຕະຖານ ຂອງພະນັກງານນໍາພາ-ຄຸູ້ມຄອງ ເລກທີ 030/ກມສພ, ລົງວັນທີ 03 ມັງກອນ 2018  ແລະ ກົດລະບຽບພັກ ສະໄໝທີ XI ວ່າດ້ວຍຂໍ້ຫ້າມຂອງສະມາຊິກພັກ, ພ້ອມຖອດຖອນບົດຮຽນ, ປະກອບຄໍາເຫັນໃສ່ຮ່າງບົດສະຫຼຸບການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ IV ຂອງໜ່ວຍພັກກົມສົ່ງເສີມການຄ້າ ແຕ່ປີ 2021 ຈົນຮອດປັດຈຸບັນ ແລະ ວາງທິດທາງແຜນການທ້າຍສະໄໝ ແລະ ບົດສຳຫຼວດການນໍາພາລວມ, ບຸກຄົນ ຂອງຄະນະໜ່ວຍພັກ, ພ້ອມດຽວກັນນັ້ນ ບັນດາສະມາຊິກພັກສົມບູນ ໄດ້ໃຊ້ສິດປະຊາ ທິປະໄຕຂອງຕົນ ປ່ອນບັດທາບທາມຄວາມເຊື່ອໝັ້ນ-ໄວ້ວາງໃຈ ຂອງການນໍາພາລວມ ແລະ ບຸກຄົນໃນຄະນະໜ່ວຍພັກ ເພື່ອເປັນຂໍ້ມູນພື້ນຖານສໍາຄັນ ໃນການເບິ່ງບັນຫາການຈັດຕັ້ງ ກໍຄື ໃຫ້ແຕ່ລະສະຫາຍຄະນະໜ່ວຍພັກເປັນບ່ອງອີງ ໃນການປັບປຸງກໍ່ສ້າງຕົນເອງ ເພື່ອສືບຕໍ່ຊີ້ນຳ-ນໍາພາ ຂະບວນການໃນການຈັດຕັ້ງປະຕິບັດ ຕາມມະຕິກອງປະຊຸມຄົບຄະນະກາງສະໄໝ ຂອງໜ່ວຍພັກຮາກຖານກົມ ໃຫ້ບັນລຸຜົນສໍາເລັດຕາມລະດັບຄາດໝາຍ.

08jpg

ໃນໂອກາດນີ້ ສະຫາຍ ໄຊສົມເພັດ ນໍລະສິງ ກຳມະການຄະນະພັກກະຊວງ ອຄ, ເລຂາໜ່ວຍພັກ ກໍໃຫ້ກຽດໂອ້ລົມວ່າ: ສະແດງຄວາມຍ້ອງຍໍຊົມເຊີຍ ຕໍ່ຜົນສຳເລັດຂອງກອງປະຊຸມກາງສະໄໝ ຂອງຄະນະໜ່ວຍພັກຮາກຖານກົມ ສຄ ທີ່ຍາດມາໄດ້ໃນໄລຍະຜ່ານມາ ແລະ ສະຫາຍໄດ້ເນັ້ນບາງຈຸດຄື: 1). ເສີມຂະຫຍາຍປະຊາທິປະໄຕພາຍໃນໜ່ວຍພັກ ຍົກສູງບົດບາດການຊີ້ນໍາ, ນຳພາການຈັດຕັ້ງປະຕິບັດແນວທາງນະໂຍບາຍຂອງພັກ, ນິຕິກຳ, ລະບຽບ, ກົດໝາຍຂອງລັດ, ຖືເອົາວຽກງານສຶກສາອົບຮົມ ການເມືອງແນວຄິດເປັນຕົ້ນຕໍ ໃນການກໍ່ສ້າງພັກ ແລະ ພະນັກງານ, 2). ຢຶດໝັ້ນປະຕິບັດຫຼັກການລວມສູນປະຊາທິປະໄຕ, ນໍາພາເປັນໝູ່ຄະນະ, ແບ່ງງານແບ່ງຄວາມຮັບຜິດຊອບໃຫ້ບຸກຄົນຢ່າງຈະແຈ້ງ, ມີແບບແຜນ ແລະ ມີການຕິດຕາມປະເມີນຜົນ, 3). ຄະນະໜ່ວຍພັກ ຕ້ອງຍົກສູງຄຸນນະພາບຂອງວຽກງານ ເພີ່ມທະວີຄວາມເປັນເອກະພາບພາຍໃນພັກ ຄວາມສາມັກຄີເປັນອັນໜຶ່ງອັນດຽວຂອງສະມາຊິກພັກ-ພະນັກງານ, 4). ຄະນະໜ່ວຍພັກຕ້ອງເຊີດຊູບົດບາດ ແລະ ຄວາມສາມາດໃນການນໍາພາຂອງພັກໄປຄຽງຄູ່ກັບການຍົກສູງຄວາມເປັນແບບຢ່າງຂອງຖັນແຖວສະມາຊິກພັກ-ພະນັກງານ ແລະ ສາມອົງການຈັດຕັ້ງມະຫາຊົນ ໃຫ້ເຄື່ອນໄຫວສຳ​ເລັດຕາມພາລະບົດບາດ, ສິດ-ຫນ້າທີ່ຂອງຕົນ ແລະ 5). ຄະນະໜ່ວຍພັກຕ້ອງຍົກສູງການນໍາພາ, ສຶກສາອົບຮົມ​ການ​ເມືອ​ງ​ແນວ​ຄິດ ​ໃຫ້ສະມາຊິກພັກ-ພະນັກງານ ພາຍ​ໃນ​ໜ່ວຍ ໃຫ້ມີສະຕິ​ຕໍ່​ການຈັດ​ຕັ້ງ, ປະຕິບັດ​ລະບຽບ​ກົດໝາຍ​ຢ່າງ​ເຂັ້ມ​ງວດ; ມີ​ສະຕິ​ລະວັງ​ຕົວ​ຕໍ່​ກົນອຸບາຍ​ມ້າງ​ເພ​ທຳລາຍ​ຂອງ​ພວກ​ຄົນ​ບໍ່​ດີ ຫວັງສ້າງ​ຄວາມ​ແຕກ​ແຍກມ້າງ​ເພ​ຄວາມ​ສາມັກຄີ​ພາຍ​ໃນ; ຮັກສາ​ຄວາມ​ລັບ​ຂອງ​ພັກ-ລັດ.

18

ຕອນທ້າຍສະຫາຍຍັງໄດ້ຮຽກຮ້ອງສະຄະນະພັກ, ຄະນະນໍາກົມ ສະມາຊິກພັກທຸກສະຫາຍເອົາໃຈໃສ່ເຊີດຊູດຜົນສໍາເລັດທີ່ຍາດມາໄດ້ໃນໄລຍະກາງສະໄໝ ແລະ ພ້ອມກັນຈັດຕັ້ງຜັນຫຍາຍມະຕິກອງປະຊຸມໃນທ້າຍສະໄໝ ໃຫ້ມີຜົນສໍາເລັດໃໝ່ໃຫຍ່ກວ່າເກົ່າຕາມຈຸດປະສົງ ແລະ ເປົ້າໝາຍວາງໄວ້.

ຂໍ້ມູນຂ່າວ-ພາບ: ກົມສົ່ງເສີມການຄ້າ

ຮຽບຮຽງກວດແກ້: ໄພວັນ ໂຄດວັນທາ ສູນສະຖິຕິ ແລະ ຂໍ້ມູນຂ່າວສານ

About -