ກອງປະຊຸມຄົບຄະນະກາງສະໄໝຂອງ ໜ່ວຍພັກຮາກຖານຫ້ອງການ
By ໄພວັນ On 12 Jul, 2023 At 11:18 AM | Categorized As ຂ່າວພາຍໃນ | With 0 Comments

03

ໃນວັນທີ 22 ມິຖຸນາ 2023, ທີ່ຫ້ອງປະຊຸມຊັ້ນ 03 ຂອງກະຊວງອຸດສາຫະກໍາ ແລະ ການຄ້າ (ອຄ), ໜ່ວຍພັກຮາກຖານຫ້ອງການກະຊວງ, ຈັດກອງປະຊຸມຄົບ​ຄະນະ​ກາງ​ສະ​ໄໝຂອງໜ່ວຍພັກຂື້ນ ໂດຍໃຫ້ກຽດເປັນປະທານກອງປະຊຸມ ຂອງ ສະຫາຍ ນາງ ສີມາລາ ແກ້ວສະກຸນວຽງ ຮັກສາການເລຂາໜ່ວຍພັກຫ້ອງການ, ໂດຍເປັນກຽດເຂົ້າຮ່ວມກອງປະຊຸມໃນຄັ້ງນີ້ ມີ ສະຫາຍ ມະໄລທອງ ກົມມະສິດ ກໍາມະການສໍາຮອງສູນກາງພັກ, ເລຂາຄະນະບໍລິຫານງານພັກກະຊວງ, ມີສະຫາຍ ປອ ບົວວັນ ວິລະວົງ ຄະນະປະຈໍາພັກກະຊວງ, ມີຄະນະໜ່ວຍພັກ ພ້ອມດ້ວຍສະມາຊິກພັກສົມບູນພາຍໃນໜ່ວຍພັກຮາກຖານຫ້ອງການ ເຂົ້າຮ່ວມຢ່າງພ້ອມພຽງ.

06

ສະຫາຍ ນາງ ສີມາລາ ແກ້ວສະກຸນວຽງ ຮັກສາການເລຂາໜ່ວຍພັກຫ້ອງການ ໄດ້ກ່າວເປີດກອງປະຊຸມຄັ້ງນີ້ວ່າ: ໃນທ່າມກາງບັນຍາກາດທີ່ທົ່ວອົງຄະນະພັກກະຊວງອຸດສາຫະກໍາ ແລະ ການຄ້າ ກໍາລັງແຂ່ງຂັນການຈັດຕັ້ງຜັນຂະຫຍາຍມະຕິກອງປະໃຫຍ່ ຄັ້ງທີ XI ຂອງພັກ ແລະ ມະຕິກອງປະຊຸມໃຫຍ່ ຄັ້ງທີ V ຂອງອົງຄະນະພັກກະຊວງ ອຸດສາຫະກໍາ ແລະ ການຄ້ ກໍ່ຄືກອງປະຊຸມໃຫຍ່ຂອງໜ່ວຍພັກຂັ້ນຕົນ ເຂົ້າສູ່ລວງເລິກ.

24

ໃນກອງປະຊຸມ ບັນດາສະມາຊິກພັກສົມບູນ ແລະ ແຂກທີ່ເຂົ້າຮ່ວມ ໄດ້ຮັບຟັງການເຜີຍເເຜ່ເຊື່ອມຊຶມ 3 ເອກະສານ ຂອງຄະນະເລຂາທິການສູນກາງພັກຄື: ມະຕິຂອງກົມການເມືອງສູນກາງພັກ ວ່າດ້ວຍມາດຕະຖານ ຂອງພະນັກງານນໍາພາ-ຄຸູ້ມຄອງ ແລະ ກົດລະບຽບພັກ ສະໄໝທີ XI ວ່າດ້ວຍຂໍ້ຫ້າມ, ໜ້າທີ່ ແລະ ສິດ ຂອງຄະນະພັກແຕ່ລະຂັ້ນ, ພ້ອມຖອດຖອນບົດຮຽນ, ປະກອບຄໍາເຫັນໃສ່ຮ່າງບົດສະຫຼຸບການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ VI ຂອງໜ່ວຍພັກຮາກຖານຫ້ອງການ (ກາງສະໄໝ) ແລະ ວາງທິດທາງແຜນການທ້າຍສະໄໝ ແລະ ບົດສໍາຫຼວດການນໍາພາລວມ, ບຸກຄົນຂອງຄະນະໜ່ວຍພັກ, ພ້ອມດຽວກັນນັ້ນ ບັນດາສະມາຊິກພັກສົມບູນ ໄດ້ໃຊ້ສິດປະຊາທິປະໄຕຂອງຕົນ ປ່ອນບັດທາບທາມຄວາມເຊື່ອໝັ້ນ-ໄວ້ວາງໃຈ ຂອງການນໍາພາລວມ ແລະ ບຸກຄົນໃນຄະນະໜ່ວຍພັກ ເພື່ອເປັນຂໍ້ມູນພື້ນຖານສໍາຄັນ ໃນການເບິ່ງບັນຫາການຈັດຕັ້ງ ກໍ່ຄື ໃຫ້ແຕ່ລະສະຫາຍຄະນະໜ່ວຍພັກເປັນບ່ອງອີງ ໃນການປັບປຸງກໍ່ສ້າງຕົນເອງ ເພື່ອສືບຕໍ່ຊີ້ນຳ-ນໍາພາ ຂະບວນການໃນການຈັດຕັ້ງປະຕິບັດ ຕາມມະຕິກອງປະຊຸມຄົບຄະນະກາງສະໄໝ ຂອງໜ່ວຍພັກຮາກຖານຫ້ອງການ ໃຫ້ບັນລຸຜົນສໍາເລັດຕາມລະດັບຄາດໝາຍ.

01

ໃນໂອກາດນີ້ ສະຫາຍ ມະໄລທອງ ກົມມະສິດ ກໍາມະການສໍາຮອງສູນກາງພັກ, ເລຂາຄະນະບໍລິຫານງານພັກກະຊວງ ກໍ່ໄດ້ໃຫ້ກຽດໂອ້ລົມ ຕໍ່ໜ່ວຍພັກຫ້ອງການວ່າ: ສະແດງຄວາມຍ້ອງຍໍຊົມເຊີຍ ຕໍ່ຜົນສຳເລັດຂອງກອງປະຊຸມກາງສະໄໝຂອງໜ່ວຍພັກຫ້ອງການ ທີ່ຍາດມາໄດ້ໃນໄລຍະຜ່ານມາ ແລະ ສະຫາຍໄດ້ເນັ້ນບາງຈຸດ ຄື: 1). ເສີມຂະຫຍາຍປະຊາທິປະໄຕພາຍໃນໜ່ວຍພັກ ເອົາໃຈໃສ່ສຶກສາອົບຮົມການເມືອງ-ແນວຄິດ ການຕໍານິສົ່ງຂ່າວຢ່າງຈິງໃຈ ແລະ ສ້າງສັນ, 2). ຢຶດໝັ້ນປະຕິບັດຫຼັກການລວມສູນປະຊາທິປະໄຕ, ນໍາພາເປັນໝູ່ຄະນະ, ແບ່ງງານແບ່ງຄວາມຮັບຜິດຊອບໃຫ້ບຸກຄົນຢ່າງຈະແຈ້ງ, ມີແບບແຜນ, ມີການຕິດຕາມປະເມີນຜົນ ແລະ ສະຫຼຸບຖອດຖອນບົດຮຽນໃນແຕ່ລະໄລຍະ, 3). ຄະນະນ່ວຍພັກ ຕ້ອງຍົກສູງຄຸນນະພາບຂອງວຽກງານ ເພີ່ມທະວີຄວາມເປັນເອກະພາບພາຍໃນພັກ ຄວາມສາມັກຄີເປັນອັນໜຶ່ງອັນດຽວຂອງສະມາຊິກພັກ-ພະນັກງານ, 4). ຄະນະໜ່ວຍພັກຕ້ອງເຊີດຊູບົດບາດ ແລະ ຄວາມສາມາດໃນການນໍາພາຂອງພັກ  ໄປຄຽງຄູ່ກັບການຍົກສູງຄວາມເປັນແບບຢ່າງຂອງຖັນແຖວສະມາຊິກພັກ, ເດັດດ່ຽວແກ້ໄຂປະກົດການຫຍໍ້ທໍ້ທີ່ເກີດຂື້ນ ໃນຖັນແຖວສະມາຊິກພັກ-ພະນັກງານຢ່າງທັນການ, ແລະ 5). ຜັນຂະຫຍາຍແນວທາງນະໂຍບາຍມາເປັນນິຕິກໍາ, ເປັນໂຄງການ ແລະ ແຜນງານ ສິ່ງນີ້ແມ່ນຫລັກການສໍາຄັນທີ່ຈະຮັບປະກັນການປະຕິບັດໄດ້ ໜ້າທີ່ການເມືອງ ແລະ ເສດຖະກິດ ກໍ່ຄືວິຊາສະເພາະທີ່ເປັນບົດບາດຂອງໜ່ວຍພັກຫ້ອງການ ໂດຍສະເພາະແມ່ນວຽກງານຄຸ້ມຄອງຊັບສົມບັດລວມຂອງກະຊວງ, ການບໍລິຫານງົບປະມານ, ການຈັດຊື້-ຈັດຈ້າງ ຊຶ່ງເປັນວຽກທີ່ຕິດພັນກັບການໃຫ້ບໍລິຫານຮັບໃຊ້ ແລະ ອໍານວຍຄວາມສະດວກແກ່ການເຄື່ອນໄຫວວຽກງານວິຊາສະເພາະຂອງຕົນ ຕາມພາລະບົດບາດຂອງກະຊວງອຸດສາຫະກໍາ ແລະ ການຄ້າ.

15

ຕອນທ້າຍສະຫາຍຍັງມີຄວາມເຊື່ອໝັ້ນຕໍ່ໜ່ວຍພັກຫ້ອງການ ວ່າໃຫ້ຍົກສູງບົດບາດ, ຄວາມສາມາດນໍາພາ ແລະ ການຊີ້ນໍາວຽກງານວິຊາສະເພາະຂອງໜ່ວຍພັກໃຫ້ສູງຂື້ນ ທັງຮັບປະກັນຄຸນນະພາບ ແລະ ປະສິດທິຜົນ ເພື່ອກາຍເປັນຄໍາຂວັນທີວ່າ: ສຸມວຽກເປັນໃຈກາງ ສ້າງລະບົບທັນສະໄໝ ບໍລິການວ່ອງໄວ ໃສໃຈປະສິດທິຜົນ ໃນເງື່ອນໄຂຕາມພາລະລົດບາດໜ້າທີ່ ແລະ ຂອບເຂດສິດທີ່ກໍານົດໄວ້ ແລະ ຈະນໍາເອົາຄໍາເຫັນຊີ້ນໍາທັງໝົດນີ້ ເພື່ອເປັນເຂັມຊີ້ທິດເຢືອງທາງໃຫ້ແກ່ການເຄື່ອນໄຫວຈັດຕັ້ງປະຕິບັດໜ້າທີ່ວຽກງານຂອງຕົນຢ່າງເປັນຮູບປະທໍາ.

ຂໍ້ມູນຂ່າວ-ພາບ: ຫ້ອງການກະຊວງ ອຄ

ຮຽບຮຽງກວດແກ້ໂດຍ: ໄພວັນ ໂຄດວັນທາ ສູນສະຖິຕິ ແລະ ຂໍ້ມູນຈໍຂ່າວສານ

About -