ປຶກສາຫາລື ເພື່ອຮັບຮອງບົດລາຍງານການສຶກສາເວລາໃນການກວດປ່ອຍສິນຄ້າ ຢູ່ ສປປ ລາວ ປະຈຳປີ 2022
By ໄພວັນ On 10 Jul, 2023 At 12:51 PM | Categorized As ຂ່າວພາຍໃນ | With 0 Comments

01

ໃນວັນທີ 06 ກໍະລະກົດ 2023 ຜ່ານມາ, ທີ່ຫ້ອງປະຊຸມທາງໄກ ຊັ້ນ 3 ກະຊວງ ອຄ, ກົມການນໍາເຂົ້າ ແລະ ສົ່ງອອກ ຈັດກອງປະຊຸມ ເພື່ອຮັບຮອງບົດລາຍງານການສຶກສາເວລາໃນການກວດປ່ອຍສິນຄ້າ ຢູ່ ສປປ ລາວ ປະຈຳປີ 2022 ຂື້ນ ໃຫ້ກຽດເປັນປະທານໂດຍ ທ່ານ ນ. ມະນີວອນ ວົງໄຊ, ຫົວໜ້າກົມການນຳເຂົ້າ ແລະ ສົ່ງອອກ ມີບັນດາທ່ານຄະນະກົມ, ຄະນະພະແນກ, ຄະນະຂະແໜງ ແລະ ວິຊາການຂອງພາກສ່ວນທີ່ກ່ຽວຂ້ອງ ຢູ່ຂັ້ນສູນກາງ ແລະ ທ້ອງຖິ່ນ ມີແຂວງຫຼວງນໍ້າທາ, ຈໍາປາສັກ, ນະຄອນຫຼວງວຽງຈັນ, ບັນດາທ່ານເຈົ້າໜ້າທີ່ທີ່ກ່ຽວຂ້ອງປະຈໍາດ່ານພາສີສາກົນ 14 ດ່ານ ແລະ ຕາງໜ້າຈາກ ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດ, ສະມາຄົມຜູ້ຂົນສົ່ງ ແລະ ຈັດສົ່ງສິນຄ້າ ລະຫວ່າງປະເທດ ແລະ ສະພາການຄ້າ ແລະ ອຸດສາຫະກຳແຂວງ ຂອງ 3 ແຂວງ ທີ່ເຂົ້າຮ່ວມເປັນຄະນະຮັບຜິດຊອບ TRS ປະຈໍາປີ 2022 ເຂົ້າຮ່ວມ

02

ທ່ານປະທານກອງປະຊຸມໄດ້ກ່າວເປີດວ່າ: ວຽກງານການສຶກສາເວລາກວດປ່ອຍສິນຄ້າ (Time Release Study: TRS) ແມ່ນວຽກບູລິມະສິດໜຶ່ງ ທີ່ໄດ້ກໍານົດໄວ້ໃນຄໍາສັ່ງ ເລກທີ 12/ນຍ, ລົງວັນທີ 16 ຕຸລາ 2019 ວ່າດ້ວຍການອໍານວຍຄວາມສະດວກໃຫ້ແກ່ການນໍາເຂົ້າ-ສົ່ງອອກ, ການນໍາເຂົ້າຊົ່ວຄາວ, ການຜ່ານແດນ ແລະ ການເຄື່ອນຍ້າຍ ສິນຄ້າ ຢູ່ ສປປ ລາວ ໂດຍສະເພາະແມ່ນການທົບທວນ ແລະ ປັບປຸງລະບຽບການ ແລະ ຂັ້ນຕອນໃນການອອກອະນຸຍາດ, ຢັ້ງຢືນສຳລັບການນຳເຂົ້າ ແລະ ສົ່ງອອກສິນຄ້າພາຍໃຕ້ຄວາມຮັບຜິດຊອບຂອງຕົນ ໃຫ້ກະທັດຮັດ ແລະ ວ່ອງໄວຂຶ້ນ ແນໃສ່ຫຼຸດເວລາໃຫ້ໄດ້ຢ່າງໜ້ອຍ 50% ພາຍໃນປີ 2022 ແລະ ກໍານົດໃຫ້ມີການດໍາເນີນການສຶກສາ TRS ເປັນແຕ່ລະໄລຍະ ແລະ ເຜີຍແຜ່ ໃຫ້ສັງຄົມຮັບຊາບ ຢ່າງທົ່ວເຖິງ. ນອກຈາກນີ້, ວຽກງານສຶກສາ TRS  ຍັງເປັນການຈັດຕັ້ງປະຕິບັດຕາມພັນທະທີ່ ສປປ ລາວ ມີຕໍ່ສັນຍາ ວ່າດ້ວຍການອຳນວຍຄວາມສະດວກທາງດ້ານການຄ້າ ໃນຂອບອົງການການຄ້າໂລກ (WTO-TFA)

04

ຜູ້ເຂົ້າຮ່ວມກອງປະຊຸມໄດ້ຮັບຟັງການຜ່ານຮ່າງ ບົດລາຍງານການສຶກສາເວລາກວດປ່ອຍສິນຄ້າ (TRS) ຢູ່ ສປປ ລາວ ປະຈຳປີ 2022 ແລະ ພ້ອມກັນປຶກສາຫາລືປະກອບຄໍາເຫັນໃສ່ຮ່າງດັ່ງກ່າວ, ຜ່ານການປຶກສາຫາລື ຂະແໜງ ການທີ່ກ່ຽວຂ້ອງເຫັນດີຕໍ່ກັບຮ່າງບົດລາຍງານ ແລະ ຂໍ້ສະເໜີແນະໃນການປັບປຸງ ຊຶ່ງຈະນໍາໄປລາຍງານຂໍທິດຊີ້ນໍາຈາກຄະນະນໍາຂອງຕົນ.

ຂໍ້ມູນຂ່າວ-ພາບ: ກົມການນໍາເຂົ້າ ແລະ ສົ່ງອອກ

ຮຽບຮຽງກວດແກ້: ທ ໄພວັນ ໂຄດວັນທາ ສູນສະຖິຕິ ແລະ ຂໍ້ມູນຂ່າວສານ

About -