ເປີດກອງປະຊຸມຄົບຄະນະກາງສະໄໝຂອງ ຄະນະພັກຮາກຖານ ບໍລິສັດ ເບຍລາວ
By ໄພວັນ On 7 Jul, 2023 At 11:31 AM | Categorized As ຂ່າວພາຍໃນ | With 0 Comments

IMG_0001               ໜ່ວຍພັກຮາກຖານບໍລິສັດເບຍລາວ ໄດ້ເປີດກອງປະຊຸມຄົບ​ຄະນະ​ກາງ​ສະ​ໄໝຂອງຄະນະພັກຮາກຖານ ຂື້ນ ໃນວັນທີ 5 ກໍລະກົດ 2023, ທີ່ຫ້ອງປະຊຸມບໍລິສັດເບຍລາວ ໂດຍໃຫ້ກຽດເປັນປະທານຂອງ ສະຫາຍ ສິດທິໄຊ ເກດຕະວົງ ຄະນະພັກກະຊວງອຸດສາຫະກໍາ ແລະ ການຄ້າ, ເລຂາໜ່ວຍພັດຮາກຖານ ບໍລິສັດເບຍລາວ ມີບັນດາສະຫາຍຄະນະໜ່ວຍພັກ ແລະ ສະມາຊິກພັກສົມບູນ ເຂົ້າຮ່ວມ.

ສະຫາຍ ສິດທິໄຊ ເກດຕະວົງ ເລຂາໜ່ວຍພັດຮາກຖານ ໄດ້ກ່າວເປີດກອງປະຊຸມໃນຄັ້ງນີ້ວ່າ: ປະຕິບັດຕາມກົດລະບຽບ ຂອງພັກປະຊາຊົນປະຕິວັດລາວ ສະໄໝທີ XI, ຄໍາສັ່ງ ຂອງຄະນະເລຂາທິການສູນກາງພັກ ວ່າດ້ວຍການດໍາເນີນກອງປະຊຸມຄົບຄະນະກາງສະໄໝ ຂອງຄະນະບໍລິຫານງານພັກແຕ່ລະຂັ້ນ, ສະບັບເລກທີ 268/ຄລສພ, ລົງວັນທີ 20 ມັງກອນ 2023 ແລະ ແຜນການກະກຽມດໍາເນີນກອງປະຊຸມກາງສະໄໝ ຂອງຄະນະບໍລິຫານງານພັກກະຊວງອຸດສາຫະກໍາ ແລະ ການຄ້າ ສະບັບເລກທີ 081/ຄບພ.ອຄ, ລົງວັນທີ 19 ພຶດສະພາ 2023 ແລະ ໃນທ່າມກາງບັນຍາກາດທີ່ທົ່ວພັກ, ທົ່ວລັດ ແລະ ປະຊາຊົນລາວບັນດາເຜົ່າ ພວມຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ແລະ ແຜນພັດທະນາເສດຖະກິດ-ສັງຄົມແຫ່ງລັດ ຄັ້ງທີ IX ເຂົ້າສູ່ຊີວິດຕົວຈິງຢ່າງກວ້າງຂວາງ ໃນທົ່ວປະເທດ. ຄຽງຄູ່ກັນນັ້ນ ສະມາຊິກພັກ-ພະນັກງານພາຍໃນ ພວມຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ V ຂອງອົງຄະນະພັກກະຊວງອຸດສາຫະກໍາ ແລະ ການຄ້າ ແລະ ແຜນພັດທະນາອຸດສາຫະກໍາປຸງແຕ່ງ ແລະ ການຄ້າ ເຂົ້າໃນແຜນວຽກຂອງຕົນ ຢ່າງເປັນຮູບປະທໍາ ແລະ ຢ່າງຕັ້ງໜ້າ.

IMG_0011

ຜູ້ແທນເຂົ້າຮ່ວມກອງປະຊຸມ ໄດ້ຮັບຟັງການເຜີຍເເຜ່ເຊື່ອມຊຶມ 3 ເອກະສານສໍາຄັນ ຂອງຄະນະເລຂາທິການສູນກາງພັກຄື: 1. ເຜີຍແຜ່ເຊື່ອມຊືມຄໍາສັ່ງຂອງຄະນເລຂາທິການສູນກາງພັກ ເລກທີ 268/ຄລສພ, ລົງວັນທີ 20/01/2023; 2. ມະຕິຂອງກົມການເມືອງສູນກາງພັກ ວ່າດ້ວຍມາດຕະຖານຂອງພະນັກງານນໍາພາ-ຄຸ້ມຄອງ ເລກທີ 030/ກມສພ; ແລະ 3. ກົດລະບຽບພັກ ສະໄໝທີ XI, ຄືໜ້າທີ່ ແລະ ສິດ ຂອງຄະນະໜ່ວຍພັກຮາກຖານ ແລະ ຂໍ້ຫ້າມສະມາຊິກພັກ

IMG_0043

ພ້ອມນັ້ນ ສະມາຊິກພັກ ຍັງຈະໄດ້ປະກອບຄໍາຄິດເຫັນ ໃສ່ບົດສະຫຼຸບການຈັດຕັ້ງປະຕິບັດ ມະຕິກອງປະຊຸມຄະນະພັກຮາກຖານ ແລະ ທິດທາງທ້າຍສະໄໝ ແລະ ບົດສໍາຫຼວດການນໍາພາລວມ, ບຸກຄົນ ຂອງຄະນະພັກຮາກຖານ ບໍລິສັດ ເບຍລາວ ເພື່ອຊອກໃຫ້ເຫັນດ້ານດີ, ດ້ານອ່ອນ, ຂໍ້ຄົງຄ້າງ ແລະ ບົດຮຽນທີ່ຖອດຖອນໄດ້ ເພື່ອນໍາໄປປັບປຸງແກ້ໄຂໃຫ້ດີຂຶ້ນ ແລະ ພາກທິດທາງວຽກງານຈຸດສຸມຮອດທ້າຍສະໄໝ; ກອງປະຊຸມຈະໄດ້ດໍາເນີນຊີວິດການເມືອງພາຍໃນຄະນະພັກຮາກຖານ, ສະມາຊິກພັກແຕ່ລະສະຫາຍຍັງຈະໄດ້ໃຊ້ສິດປະຊາທິປະໄຕ ຂອງຕົນຢ່າງຕັ້ງໜ້າ ເພື່ອປ່ອນບັດທາບທາມຄວາມເຊື່ອໝັ້ນ-ໄວ້ວາງໃຈ ຂອງການນໍາພາລວມ ແລະ ບຸກຄົນ ໃນຄະນະໜ່ວຍພັກ, ເປັນພື້ນຖານໃຫ້ຄະນະໜ່ວຍພັກເປັນບ່ອງອີງໃນການປັບປຸງກໍ່ສ້າງຕົນເອງ ເພື່ອສືບຕໍ່ຊີ້ນຳ-ນໍາພາ ຂະບວນການໃນການຈັດຕັ້ງປະຕິບັດ ຕາມມະຕິກອງປະຊຸມຄົບຄະນະກາງສະໄໝ ໃຫ້ບັນລຸຜົນສໍາເລັດຕາມລະດັບຄາດໝາຍ.

IMG_0010

ໂອກາດອັນສະຫງ່າລາສີນີ້ ສະຫາຍ ສິດທິໄຊ ເກດຕະວົງ ເລຂາໜ່ວຍພັດຮາກຖານ ກໍໄດ້ໂອ້ລົມວ່າ: ສະແດງຄວາມຊົມເຊີຍຕໍຜົນງານ, ຜົນສໍາເລັດໃນໄລຍະກາງສະໄໝຂອງຄະນະພັກຮາກຖານບໍລິສັດເບຍລາວ ຍາດມາໄດ້ ແລະ ຖືໂອກາດນີ້ໃຫ້ທັດສະນະທີ່ຕັ້ງໜ້າຕໍ່ບັນດາສະຫາຍ ເພື່ອເອົາໃຈໃສ່ສືບຕໍ່ເພີ່ມທະວີ ແລະ ຍົກສູງວຽກງານຄວາມຮັບຜິດ ຊອບໃຫ້ສູງຂຶ້ນ ແລະ ເນັ້ນຕື່ມວ່າ: 1. ສືບຕໍ່ນໍາພາ-ຊີ້ນໍາວຽກງານການເມືອງ-ແນວຄິດໃຫ້ມີຄວາມສະຫງົບ ແລະ ມີຄວາມສະຖຽນລະພາບ, 2. ດໍາເນີນທຸລະກິດໃຫ້ສອດຄ່ອງ ແລະ ຖືກຕ້ອງຕາມ ລະບຽບ-ກົດໝາຍ ແລະ ມີການມອບພັນທະງົບປະມານຢ່າງຕໍ່ເນື່ອງ, 3. ປົກປ້ອງພະນັກງານ-ກໍາມະກອນ, ສິ່ງແວດລ້ອມ, ຊັບສິນ, ຊື່ສຽງອົງກອນ ແລະ ສິດຜົນປະໂຫຍດ ຂອງຜູ້ທີ່ມີສ່ວນຮ່ວມໃນທຸລະກິດ, 4. ດໍາເນີນທຸລະກິດຕາມ 6 ແນວທາງ ເພື່ອຄວາມຍືນຍົງຂອງທຸລະກິດ ແລະ ສ້າງບໍລິສັດໃຫ້ເປັນ ບໍລິສັດທີ່ປະສົບຜົນສໍາເລັດທີ່ສຸດ, ເປັນມືອາຊີບທີ່ສຸດ ແລະ ເປັນທີ່ໜ້າສົນໃຈທີ່ສຸດ ແລະ 5. ຮັກສາມູນເຊື້ອ ແລະ ສືບຕໍ່ປະກອບສ່ວນຊ່ວຍເຫຼືອສັງຄົມ ຢ່າງເປັນປະຈໍາ.

IMG_0012

ຕອນທ້າຍສະຫາຍຍັງຮຽກຮ້ອງໃຫ້ສະມາຊິກພັກ-ພະນັກງານ ທັງໝົດຈົ່ງນໍາເອົາເນື້ອໃນຂອງຈິດໃຈກອງປະຊຸມກາງສະໄໝໃນຄັ້ງນີ້ ໄປຈັດຕັ້ງຜັນຂະຫຍາຍໃຫ້ເກີດໝາກເກີດຜົນໃຫຍ່ຫຼວງກວ່າເກົ່າ ເປັນຕົ້ນແມ່ນທິດທາງ,ແຜນ ການ, ວິທີການແກ້ໄຂຈຸດອ່ອນ, ຂໍ້ຄົງຄ້າງ ຂອງການນໍາພາລວມຂອງຄະນະພັກຮາກຖານ, ບຸກຄົນໃນຄະນະພັກຮາກຖານ ແຕ່ລະສະຫາຍ ໃຫ້ມີອັນປ່ຽນແປງໃໝ່ ແລະ ແກ້ໄຂໃຫ້ສໍາເລັດ.

ຂ່າວ-ພາບ: ໄພວັນ ໂຄດວັນທາ ສູນສະຖິຕິ ແລະ ຂໍ້ມູນຈໍຂ່າວສານ

About -