ເປີດກອງປະຊຸມຄົບຄະນະກາງສະໄໝ ຂອງໜ່ວຍພັກຮາກຖານສະຖາບັນອຸດສາຫະກໍາ ແລະ ການຄ້າ
By ໄພວັນ On 6 Jul, 2023 At 10:27 AM | Categorized As ຂ່າວພາຍໃນ | With 0 Comments

IMG_0004

ໃນວັນທີ 3 ກໍລະກົດ 2023 ທີ່ສະຖາບັນອຸດສາຫະກໍາ ແລະ ການຄ້າ ໄດ້ເປີດກອງປະຊຸມຄົບຄະນະກາງສະໄໝ ຂອງໜ່ວຍພັກຮາກຖານສະຖາບັນອຸດສາຫະກໍາ ແລະ ການຄ້າ ໂດຍການເປັນປະທານຮ່ວມຂອງ ສະຫາຍ ພຸດທະວັນ ນັນທະວົງ ຄະນະປະຈໍາພັກກະຊວງ ອຄ ແລະ ສະຫາຍ ປອ ແກ້ວມໍລະກົດ ສິດລາກອນ ເລຂາໜ່ວຍພັກຮາກຖານສະຖາອຸດສາຫະກໍາ ແລະ ການຄ້າ,  ມີບັນດາສະຫາຍຄະນະໜ່ວຍພັກ, ຄະນະຮັບຜິດຊອບລົງຕິດຕາມ ຂອງກະຊວງ ແລະ  ສະມາຊິກພັກສົມບູນພາຍໃນໜ່ວຍເຂົ້າຮ່ວມ.

IMG_0012

ສະຫາຍ ປອ ແກ້ວມໍລະກົດ ສິດລາກອນ ເລຂາໜ່ວຍພັກ ໄດ້ກ່າວເປີດກອງປະຊຸມວ່າ: ໃນທ່າມກາງບັນຍາກາດທີ່ທົ່ວພັກທົ່ວກອງທັບ ແລະ ປວງຊົນລາວທັງຊາດ ພວມອອກແຮງແຂ່ງຂັນຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ X ແລະ ພວມເລັ່ງຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ V  ຂອງອົງຄະນະພັກກະຊວງ ອຄ  ກໍຄືມະຕິກອງປະ ຊຸມໃຫຍ່ ຄັ້ງທີ  VI ຂອງໜ່ວຍພັກຮາກຖານ ສອຄ ໃນໄລຍະຜ່ານມາ ແລະ ພ້ອມກັນກໍານົດທິດທາງແຜນການໃນຕໍ່ໜ້າ ສູ້ລວງເລິງ.

IMG_0017

ໃນກອງປະຊຸມ ຄັ້ງນີ້ ບັນດາສະມາຊິກພັກສົມບູນ ຈະໄດ້ຮັບຟັງການເຜີຍເເຜ່ເຊື່ອມຊຶມ 3 ເອກະສານສໍາຄັນ ຂອງຄະນະເລຂາທິການສູນກາງພັກຄື: 1. ເຜີຍແຜ່ເຊື່ອມຊືມຄໍາສັ່ງຂອງຄະນເລຂາທິການສູນກາງພັກ ເລກທີ 268/ຄລສພ, ລົງວັນທີ 20/01/2023; 2. ມະຕິຂອງກົມການເມືອງສູນກາງພັກ ວ່າດ້ວຍມາດຕະຖານຂອງພະນັກງານນໍາພາ-ຄຸ້ມຄອງ ເລກທີ 030/ກມສພ; ແລະ 3. ກົດລະບຽບພັກ ສະໄໝທີ XI, ຄືໜ້າທີ່ ແລະ ສິດ ຂອງຄະນະໜ່ວຍພັກຮາກຖານ ແລະ ຂໍ້ຫ້າມສະມາຊິກພັກ

IMG_0055

ຜູ້ແທນໄດ້ພ້ອມກັນປະກອບຄໍາເຫັນ ແລະ ຜ່ານຮ່າງບົດສະຫຼຸບການຕີລາຄາຜົນຂອງການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ  VI ຂອງໜ່ວຍພັກ ສອຄ (ກາງສະໄໝ) ແລະ ທິດທາງແຜນການໃນຕໍ່ໜ້າ; ຜ່ານບົດສຳຫຼວດການນໍາພາລວມ ແລະ ບຸກຄົນ ຂອງຄະນະໜ່ວຍພັກ ບັນດາສະມາຊິກພັກສົມບູນ ໄດ້ໃຊ້ສິດປະຊາທິປະໄຕຂອງຕົນ ຢ່າງຕັ້ງໜ້າ ເພື່ອປ່ອນບັດທາບທາມຄວາມເຊື່ອໝັ້ນ-ໄວ້ວາງໃຈ ຂອງການນໍາພາລວມ ແລະ ບຸກຄົນ ໃນຄະນະໜ່ວຍພັກ ເພື່ອເປັນຂໍ້ມູນພື້ນຖານສໍາຄັນໃນການເບິ່ງບັນຫາການຈັດຕັ້ງ ກໍຄືໃຫ້ແຕ່ລະສະຫາຍຄະນະໜ່ວຍພັກເປັນບ່ອງອີງ ໃນການປັບປຸງກໍ່ສ້າງຕົນເອງ ເພື່ອສືບຕໍ່ຊີ້ນຳ-ນໍາພາ ຂະບວນການໃນການຈັດຕັ້ງປະຕິບັດ ຕາມມະຕິກອງປະຊຸມຄົບຄະນະກາງສະໄໝ ໃຫ້ບັນລຸຜົນສໍາເລັດຕາມລະດັບຄາດໝາຍ.

IMG_0013

ໃນໂອກາດນີ້ ສະຫາຍ ພຸດທະວັນ ນັນທະວົງ ຄະນະປະຈໍາພັກກະຊວງ ອຄ ກໍໄດ້ໂອ້ລົມວ່າ ຕາງໜ້າໃຫ້ຄະນະບໍລິຫານງານພັກກະຊວງ ຕີລາຄາສູງຕໍ່ການຊີ້ນໍາ-ນໍາພາຫຼາຍຢ່າງເປັນຕົ້ນແມ່ນ ການສຶກສາອົບຮົມທາງດ້ານແນວຄິດ ກໍຄືການກໍ່ສ້າງພັກ-ພະນັກງານ ເພື່ອເສີມຂະຫຍາຍມູນເຊື້ອການນໍາພາຂອງຫນ່ວຍພັກຮາກຖານສະຖາບັນອຸດສາຫະກໍາ ແລະ ການຄ້າ ແລະ ຮັບປະກັນຜົນສໍາເລັດຂອງວຽກງານໃນຕໍ່ຫນ້າ ສະຫາຍໄດ້ເນັ້ນຕື່ມບາງຈຸດຄື: 1) ສືບຕໍ່ເອົາໃສ່ໃຈທາງດ້ານຫລັກການແບບແຜນວິທີເຮັດວຽກລວມສູນປະຊາທິປະໄຕ; 2) ຄະນະຫນ່ວຍພັກ ແລະ ຄະນະນໍາສະຖາບັນຈົ່ງສືບຕໍ່ເອົາໃຈໃສ່ຊີ້ນໍາ-ນໍາພາສະມາຊິກ ແລະ ພະນັກງານທາງດ້ານການເມືອງແນວຄິດ.; 3) ກໍ່ສ້າງສະມາຊິກພັກ ແລະ ພະນັກງານໃຫ້ເປັນລະບົບ ມີລັກສະນະສືບທອດເພື່ອຮັບປະກັນຄວາມຕໍ່ເນື່ອງຂອງວຽກງານ; 4) ຜັນຂະຫຍາຍແນວທາງນະໂຍບາຍ ແລະ ແຜນຍຸດທະສາດຂອງກະຊວງໃຫ້ເປັນແຜນວຽກບູລິມະສິດ; 5) ສືບຕໍ່ເອົາໃຈໃສ່ຂະຫຍາຍການຮ່ວມມືກັບບັນດາສະຖາບັນຄົ້ນຄວ້າ ແລະ ສະຖາບັນການສຶກສາຕ່າງໆທັງພາຍໃນ ແລະ ຕ່າງປະເທດ; 6) ສືບຕໍ່ສ້າງໃຫ້ສະຖາບັນກາຍເປັນສູນກາງຝຶກອົບຮົມເພື່ອຍົກລະດັບຄວາມຮູ້, ວິຊາການຂະແຫນງອຸດສາຫະກໍາ ແລະ ການຄ້າ ທັງໄລຍະສັ້ນ ແລະ ໄລຍະຍາວ ແລະ ສ້າງໃຫ້ເປັນສູນລວມຂອງການຈັດປະຊຸມ ແລະ ສໍາມະນາດ້ານວິຊາການຂອງຂະແຫນງອຸດສາຫະກໍາ ແລະ ການຄ້າ; ແລະ 7) ພັດທະນາຄຸນນະພາບການຮຽນ-ການສອນຂອງວິທະຍາໄລການຄ້າ ໃຫ້ກ້າວສູ່ສາກົນເທື່ອລະກ້າວ ເພື່ອໃຫ້ນັກຮຽນທີ່ຮຽນຈົບສາມາດໄປປະກອບອາຊີບຕ່າງໆ ຫລື ກາຍເປັນຜູ້ປະກອບກິດຈະການໃຫມ່ທີ່ມີຄວາມຮູ້-ຄວາມສາມາດຕາມເສດຖະກິດຍຸກສະໄຫມ ທີ່ເປັນຍຸກເສດຖະກິດດີຈີຕອນ (Digital economy).

WhatsApp Image 2023-07-04 at 08.35.45

ຂ່າວ-ພາບ: ໄພວັນ ໂຄດວັນທາ ສູນສະຖິຕິ ແລະ ຂໍ້ມູນຂ່າວສານ, ອຄ

About -