ເປີດກອງປະຊຸມຄົບຄະນະກາງສະໄໝ ຂອງໜ່ວຍພັກສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດລາວ
By ໄພວັນ On 4 Jul, 2023 At 12:21 PM | Categorized As ຂ່າວພາຍໃນ | With 0 Comments

IMG_0006

ໃນວັນທີ 30 ມິຖຸນາ 2023 ຜ່ານມາ, ທີ່ສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດລາວ ໄດ້ເປີດກອງປະຊຸມກອງປະຊຸມຄົບຄະນະກາງສະໄໝ ຂອງໜ່ວຍພັກສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດລາວ (ສຄອຊ) ໂດຍການເປັນປະທານຮ່ວມຂອງ ສະຫາຍ ພຸດທະວັນ ນັນທະວົງ ຄະນະປະຈໍາພັກກະຊວງ ອຄ ແລະ ສະຫາຍ ສຽວສະຫວາດ ສະແຫວງສຶກສາ ເລຂາໜ່ວຍພັກ ສຄອຊ ມີບັນດາສະຫາຍຄະນະໜ່ວຍພັກ, ຄະນະຮັບຜິດຊອບລົງຕິດຕາມ ຂອງກະຊວງ ແລະ  ສະມາຊິກພັກສົມບູນ ຂອງ ສຄອຊ ເຂົ້າຮ່ວມ.

IMG_0111

ສະຫາຍເລຂາໜ່ວຍພັກ ສຄອຊ ໄດ້ກ່າວເປີດກອງປະຊຸມວ່າ: ໃນທ່າມກາງບັນຍາກາດທີ່ທົ່ວພັກທົ່ວກອງທັບ ແລະ ປວງຊົນລາວທັງຊາດ ພວມອອກແຮງແຂ່ງຂັນຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຄັ້ງທີ X ແລະ ພວມຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມກາງສະໄໝຂອງອົງຄະນະພັກກະຊວງ ອຄ  ກໍຄືການເຄື່ອນໄຫວຂອງຄະນະໜ່ວຍພັກ ຄັ້ງທີ VI  ຂອງໜ່ວຍພັກ ສຄອຊ. ກອງປະຊຸມກາງສະໄໝ ຄັ້ງນີ້ ຈຸດປະສົງແມ່ນເພື່ອສະຫຼຸບຕີລາຄາຜົນຂອງການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ  VI ຂອງໜ່ວຍພັກ ສຄອຊ (ກາງສະໄໝ) (27/12/2019- 2023) ແລະ ທິດທາງແຜນການໃນຕໍ່ໜ້າ; ສະຫາຍເລຂາ ສຄອຊ ໃຫ້ຮູ້ຕື່ມວ່າ ການນໍາພັກ ແລະ ລັດ ຍາມໃດກໍ່ຍົກສູງໃຫ້ຄວາມສໍາຄັນຕໍພາກທຸລະກິດ ຜູ້ປະກອບການ ຖືວ່ານັກທຸລະກິດ, ຜູ້ປະກອບການ ແມ່ນນັກຮົບປະຕິວັດໃນການພັດທະນາຄວາມຈະເລິນເຕີບໂຕທາງດ້ານເສດຖະກິດຂອງຊາດ, ຕອບສະໜອງຕໍ່ການໄວ້ເນືອເຊື່ອໃຈຂອງພັກ ແລະ ລັດ ຂັ້ນເທິງ ຄະນະບໍລິ ຫານງານຂອງ ສຄອຊ ຍາມໃດກໍ່ເອົາໃຈໃສ່ຍົກສູງຄວາມຮັບຜິດຊອບ, ຍົກລະດັບຕົວເອງທາງດ້ານການຈັດຕັ້ງ ທີ່ມີນິຕິກໍາ, ມີດໍາລັດຮອງຮັບ, ດ້ານຍຸດທະສາດ ແລະ ແຜນວຽກຈຸດສຸມຮອບປີ 2025.

IMG_0080

ໃນກອງປະຊຸມ ຄັ້ງນີ້ ບັນດາສະມາຊິກພັກສົມບູນ ຈະໄດ້ຮັບຟັງການເຜີຍເເຜ່ເຊື່ອມຊຶມ 3 ເອກະສານສໍາຄັນ ຂອງຄະນະເລຂາທິການສູນກາງພັກຄື: 1. ເຜີຍແຜ່ເຊື່ອມຊືມຄໍາສັ່ງຂອງຄະນເລຂາທິການສູນກາງພັກ ເລກທີ 268/ຄລສພ, ລົງວັນທີ 20/01/2023; 2. ມະຕິຂອງກົມການເມືອງສູນກາງພັກ ວ່າດ້ວຍມາດຕະຖານຂອງພະນັກງານນໍາພາ-ຄຸ້ມຄອງ ເລກທີ 030/ກມສພ; ແລະ 3. ກົດລະບຽບພັກ ສະໄໝທີ XI, ຄືໜ້າທີ່ ແລະ ສິດ ຂອງຄະນະໜ່ວຍພັກຮາກຖານ ແລະ ຂໍ້ຫ້າມສະມາຊິກພັກ

IMG_0081

ຜູ້ແທນໄດ້ພ້ອມກັນປະກອບຄໍາເຫັນ ແລະ ຜ່ານຮ່າງບົດສະຫຼຸບການຕີລາຄາຜົນຂອງການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ  VI ຂອງໜ່ວຍພັກ ສຄອຊ (ກາງສະໄໝ) (27/12/2019- 2023) ແລະ ທິດທາງແຜນການໃນຕໍ່ໜ້າ; ຜ່ານບົດສຳຫຼວດການນໍາພາລວມ ແລະ ບຸກຄົນ ຂອງຄະນະໜ່ວຍພັກ ສອຄຊ, ບັນດາສະມາຊິກພັກສົມບູນ ໄດ້ໃຊ້ສິດປະຊາທິປະໄຕຂອງຕົນ ຢ່າງຕັ້ງໜ້າ ເພື່ອປ່ອນບັດທາບທາມຄວາມເຊື່ອໝັ້ນ-ໄວ້ວາງໃຈ ຂອງການນໍາພາລວມ ແລະ ບຸກຄົນ ໃນຄະນະໜ່ວຍພັກ ເພື່ອເປັນຂໍ້ມູນພື້ນຖານສໍາຄັນ ໃນການເບິ່ງບັນຫາການຈັດຕັ້ງ ກໍຄື ໃຫ້ແຕ່ລະສະຫາຍຄະນະໜ່ວຍພັກເປັນບ່ອງອີງ ໃນການປັບປຸງກໍ່ສ້າງຕົນເອງ ເພື່ອສືບຕໍ່ຊີ້ນຳ-ນໍາພາ ຂະບວນການໃນການຈັດຕັ້ງປະຕິບັດ ຕາມມະຕິກອງປະຊຸມຄົບຄະນະກາງສະໄໝ ໃຫ້ບັນລຸຜົນສໍາເລັດຕາມລະດັບຄາດໝາຍ.

IMG_0113

ໃນໂອກາດນີ້ ສະຫາຍ ພຸດທະວັນ ນັນທະວົງ ຄະນະປະຈໍາພັກກະຊວງ ອຄ ກໍໄດ້ໂອ້ລົມວ່າ ຕາງໜ້າໃຫ້ຄະນະບໍລິຫານງານພັກກະຊວງ ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ການກະກຽມ ແລະ ຕໍ່ຜົນສຳເລັດຂອງກອງປະຊຸມກາງສະໄໝ ຂອງໜ່ວຍພັກ ສຄອຊ ທີ່ຍາດມາໄດ້ໃນໄລຍະຜ່ານມາ, ຊຶ່ງຜົນສໍາເລັດດັ່ງກ່າວ ເປັນການຢັ້ງຢືນເຖິງຜົນງານການປະຕິບັດໜ້າທີ່ຂອງ ຄະນະໜ່ວຍພັກ ສຄອຊ ໃນການນໍາພາ-ຊີ້ນຳ ການເຄື່ອນໄຫວຂອງໜ່ວຍພັກ ໃນໄລຍະເຄິ່ງສະໄໝທີ່ຜ່ານມາ. ຄຽງຄູ່ກັບຜົນສໍາເລັດດັ່ງກ່າວ ສະຫາຍໄດ້ເນັ້ນບາງບັນຫາທີ່ວ່າ ໃຫ້ສືບຕໍ່ສຶກສາດ້ານການເມືອງ-ແນວຄິດ ໃນຖັນແຖວສະມາຊິກພັກ-ພະນັກງານ, ສຶກສາແນວຄິດຮັກສາເອກະລັກ ຂອງພັກ-ຊາດ, ມີແບບແຜນການນໍາພາ, ລວມສູນປະຊາທິປະໄຕ ເຮັດວຽກເປັນໝູ່ຄະນະ, ເສີມຂະຫຍາຍບົດບາດຂອງ ສຄອຊ ເພື່ອຍູ້ແຮງຂັບເຂື່ອງດ້້ານເສດຖະ ກິດ ຕິດພັນກັບ 2 ວາລະແຫ່ງຊາດຂອງລັດຖະບານ, ຕາມຍຸດທະສາດ 6 ເສົາຄໍ້າ, ຕິດພັນກັບການຊີ້ນໍາການແກ້ໄຂຄວາມຍຸ້ງຍາກທາງດ້ານເສດຖະກິດຂອງລັດຖະບານ, ສ້າງຄວາມເຂັ້ມແຂງໃຫ້ກັບ ສຄອຊ ໃນທົ່ວປະເທດ, ສໍາຄັນອີກຢ່າງໜຶ່ງການສ້າງຂະບວນເພື່ອຕ້ອນຮັບການເປັນປະທານ ແລະ ກະກຽມກອງປະຊຸມອາຊຽນ ໃນປີ 2024 ໂດຍສະເພາະ ການສ້າງຂະບວນການສົ່ງເສີມການຊົມໃຊ້ຜະລິດຕະພັນພາຍໃນໃຫ້ກວ້າງຂວາງ; ສືບຕໍ່ຜັນຂະຫຍາຍມະຕິກອງປະຊຸມກາງສະໄໝ ໂດຍສະເພາະການຈັດຕັ້ງປະຕິບັດທ້າຍສະໄໝ ໃຫ້ໄດ້ຕາມແຜນ ມີຄວາມໃຫ້ເຕີບໃຫຍ່ເຂັ້ມແຂງ ກາຍເປັນກຳລັງແຮງ ແລະ ເປັນພາຫະນະບຸກທະລຸ ໃນທຸກດ້ານເພື່ອພັດທະນາເສດຖະກິດ-ສັງຄົມ ໃຫ້ຂະຫຍາຍຕົວໝັ້ນທ່ຽງ ແລະ ຍືນຍົງ.

ຂ່າວ-ພາບ: ໄພວັນ ໂຄດວັນທາ ສູນສະຖິຕິ ແລະ ຂໍ້ມູນຂ່າວສານ, ອຄ

About -