ກອງປະຊຸມຄົບຄະນະກາງສະໄໝ ຂອງຄະນະພັກຮາກຖານລັດວິສາຫະກິດນໍ້າມັນເຊື້ອໄຟລາວ
By ໄພວັນ On 4 Jul, 2023 At 10:30 AM | Categorized As ຂ່າວພາຍໃນ | With 0 Comments

WhatsApp Image 2023-07-04 at 09.14.34 (1)

ໃນວັນທີ 23 ມິຖຸນາ 2023 ຜ່ານມາ, ຄະນະພັກຮາກຖານ ລັດວິສາຫະກິດນໍ້າມັນເຊື້ອໄຟລາວ ໄດ້ຈັດກອງປະຊຸມຄົບຄະນະກາງສະໄໝຄັ້ງທີ IV ຂື້ນ ທີ່ສຳນັກງານ ລນລ, ພາຍໃຕ້ການເປັນປະທານ ຂອງ ສະຫາຍ ສີສັງຄົມ ໂຄດໂຍທາ, ກໍາມະການຄະນະບໍລິຫານງານພັກກະຊວງອຸດສາຫະກໍາ ແລະ ການຄ້າ, ເລຂາຄະນະພັກຮາກຖານ ລັດວິສາຫະກິດນໍ້າມັນເຊື້ອໄຟລາວ, ຜູ້ເຂົ້າຮ່ວມມີບັນດາຄະນະພັກຮາກຖານ, ຄະນະໜ່ວຍພັກ ແລະສະມາຊິກພັກສົມບູນທີ່ຂຶ້ນກັບຄະນະພັກຮາກຖານລັດວິສາຫະກິດນໍ້າມັນເຊື້ອໄຟລາວ.

WhatsApp Image 2023-07-04 at 09.14.35 (1)

ການດຳເນີນກອງປະຊຸມຄົບຄະນະກາງສະໄໝ ຂອງຄະນະພັກຮາກຖານລັດວິສາຫະກິດນໍ້າມັນເຊື້ອໄຟລາວ ໃນຄັ້ງນີ້ ໃນວາລະກອງປະຊຸມ ສະຫາຍ ສີສັງຄົມ ໂຄດໂຍທາ, ກໍາມະການຄະນະບໍລິຫານງານພັກກະຊວງອຸດສາ ຫະກໍາ ແລະການຄ້າ, ເລຂາຄະນະພັກຮາກຖານ  ລນລ ໄດ້ເຜີຍແຜ່ ແລະເຊື່ອມຊຶມ 3 ເອກະສານສຳຄັນ ຄື: . ຄຳສັ່ງວ່າດ້ວຍການດຳເນີນກອງປະຊຸມຄົບຄະນະກາງສະໄໝ ຂອງຄະນະບໍລິຫານງານແຕ່ລະຂັ້ນ ສະບັບເລກທີ 268/ຄລສພ, ລົງວັນທີ 20 ມັງກອນ 2023; . ມະຕິຂອງກົມການເມືອງສູນກາງພັກ ວ່າດ້ວຍມາດຕະຖານ ຂອງພະນັກງານນໍາພາ-ຄຸ້ມຄອງ ເລກທີ 030/ກມສພ, ລົງວັນທີ 03/01/2018 ແລະ . ເຜີຍແຜ່ກົດລະບຽບພັກ ສະໄໝທີ XI ວ່າດ້ວຍຂໍ້ຫ້າມຂອງສະມາຊິກພັກ; ຈາກນັ້ນ, ກອງປະຊຸມກໍ່ໄດ້ດໍາເນີນການທາບທາມຄວາມໄວ້ວາງໃຈຕໍ່ການນໍາພາລວມ, ບຸກຄົນໃນຄະນະພັກຮາກຖານ ລນລ ພ້ອມດຽວກັນນັ້ນ, ສະຫາຍ ຈັນທະກິ່ງ ອິນທະວົງ, ຮອງເລຂາ ຄະນະພັກຮາກຖານ ລນລ ຜ່ານບົດສະຫຼຸບ ການນໍາພາ-ຊີ້ນໍາຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ ຂອງຄະນະພັກຮາກຖານ ລນລ IV ໄລຍະກາງສະໄໝ (ປີ 2020-2023) ແລະ ທິດທາງນໍາພາທ້າຍສະໄໝ ຕໍ່ໜ້າ (ປີ 2023-2025) ແລະສະຫາຍ ປະທານກອງປະຊຸມ ໄດ້ຂຶ້ນຜ່ານບົດສໍາຫຼວດການນໍາພາລວມຂອງຄະນະພັກຮາກຖານ ແລະຜູ້ແທນເຂົ້າຮ່ວມກອງປະຊຸມຄັ້ງນີ້ ກໍ່ໄດ້ເປັນເຈົ້າການພ້ອມກັນປະກອບຄຳຄິດຄຳເຫັນ ໃສ່ບົດສະຫຼຸບການນຳພາ-ຊີ້ນຳ ແລະບົດສຳຫຼວດການນຳພາລວມ ຢ່າງພາວະວິໄສ, ກົງໄປກົງມາ ສະແດງໃຫ້ເຫັນໄດ້ດ້ານທີ່ພົ້ນເດັ່ນ ແລະດ້ານຄົງຄ້າງຈຳນວນໜຶ່ງທີ່ຈະຕ້ອງໄດ້ປັບປຸງແກ້ໄຂ

WhatsApp Image 2023-07-04 at 09.14.34

ຄະນະພັກຮາກຖານລັດວິສາຫະກິດນໍ້າມັນເຊື້ອໄຟລາວ ມີຄະນະພັກຮາກຖານ 5 ສະຫາຍ, ຍິງ 1 ສະຫາຍ; ມີ 2 ໜ່ວຍພັກທີ່ຂຶ້ນກັບ, ມີສະມາຊິກພັກລວມທັງໝົດ 101 ສະຫາຍ, ຍິງ 38 ສະຫາຍ; ສະມາຊິກພັກສົມບູນ 91 ສະຫາຍ, ຍິງ 33 ສະຫາຍ, ສະມາຊິກພັກສຳຮອງ 10 ສະຫາຍ, ຍິງ 5 ສະຫາຍ: ລະດັບການສຶກສາ: ປະລີນຍາໂທ 19  ສະຫາຍ, ຍິງ 6 ສະຫາຍ, ປະລີນຍາຕີ 73 ສະຫາຍ, ຍິງ 30 ສະຫາຍ,  ຊັ້ນສູງ 20 ສະຫາຍ, ຍິງ 3 ສະຫາຍ, ຊັ້ນກາງ 10 ສະຫາຍ, ຍິງ 1 ສະຫາຍ ແລະ ຊັ້ນຕົ້ນ 8 ສະຫາຍ, ຍິງ 3 ສະຫາຍ; ລະດັບທິດສະດີການເມືອງ-ການປົກຄອງປະກອບມີ: ຂັ້ນສູງ 3 ສະຫາຍ; ບຳລຸງໄລຍະສັ້ນ 40 ສະຫາຍ, ຍິງ 15 ສະຫາຍ.

WhatsApp Image 2023-07-04 at 09.14.35

ໃນຕອນທ້າຍຂອງກອງປະຊຸມ ສະຫາຍ ສີສັງຄົມ ໂຄດໂຍທາ, ກໍາມະການຄະນະບໍລິຫານງານພັກກະຊວງອຸດສາຫະກໍາ ແລະ ການຄ້າ, ເລຂາຄະນະພັກຮາກຖານ ລັດວິສາຫະກິດນໍ້າມັນເຊື້ອໄຟລາວ, ໄດ້ໂອ້ລົມ ແລະໃຫ້ທິດຊີ້ນໍາແກ່ບັນດາສະຫາຍຜູ້ແທນກອງປະຊຸມ ແລະຄະນະພັກຮາກຖານ ລນລ, ສະຫາຍໄດ້ເນັ້ນເຖີງ ໜ້າທີ່ ແລະ ສິດຂອງການຈັດຕັ້ງຂອງຄະນະພັກຮາກຖານ ທີ່ກໍານົດໄວ້ໃນກົດລະບຽບຂອງພັກປະຊາຊົນປະຕິວັດລາວ ສະໄໝທີ XI ແລະການຕໍານິຕິຊົມຕົນເອງ ແລະຕິຊົມກັນພາຍໃນພັກ ແມ່ນບົນພື້ນຖານຢຶດໝັ້ນຫຼັກການຂອງພັກມີຄວາມຈິງໃຈຕໍ່ກັນບໍລິສຸດຊື່ສັດຮັກແພງ ແນໃສ່ສ້າງຄວາມສາມັກຄີໃຫ້ແໜ້ນແຟ້ນກ່ວາເກົ່າ, ຫຼີກລ້ຽງແນວຄິດອັກຄະຕິຕໍ່ກັນ ເພື່ອຊອກຫາວິທີການປົວແປງແກ້ໄຂໃຫ້ທັນກັບສະພາບການ; ດ້ວຍຄວາມໄວ້ເນື້ອເຊື່ອໃຈຈາກກອງປະຊຸມ, ບັນດາສະຫາຍຄະນະພັກຮາກຖານ ສະໄໝທີ IV ຈົ່ງສືບຕໍ່ສຸມສະຕິປັນຍາ, ກໍາລັງວັງຊາ, ຄວາມສາມັກຄີເປັນຈິດໜຶ່ງໃຈດຽວ ເພື່ອແບກຫາບພາລະກິດອັນສູງສົ່ງ ແລະໜັກໜ່ວງທີ່ກອງປະຊຸມໄດ້ມອບໝາຍໃຫ້ປະສົບຜົນສໍາເລັດເປັນຢ່າງດີ.

ຂ່າວ-ພາບ: ລັດວິສາຫະກິດນໍ້າມັນເຊື້ອໄຟລາວ

ຮຽບຮຽງ: ໄພວັນ ໂຄດວັນທາ ສູນສະຖິຕິ ແລະ ຂໍ້ມູນຂ່າວສານ, ອຄ

About -