ສຳມະນາ ກ່ຽວກັບການບັງຄັບໃຊ້ກົດໝາຍຊັບສິນທາງປັນຍາ ພາຍໃຕ້ໂຄງການອຳນວຍຄວາມສະດວກທາງດ້ານການຄ້າ ແລະ ການລົງທຶນ ເພື່ອການພັດທະນາຂອງ ການາດາ (CTIF)
By ໄພວັນ On 22 Jun, 2023 At 12:36 PM | Categorized As ຂ່າວພາຍໃນ | With 0 Comments

1         ໃນວັນທິີ 21 ມິຖຸນາ 2023 ທີ່ໂຮງແຮມເມືອງແທ້ງ, ນະຄອນຫຼວງວຽງຈັນ, ກົມຊັບສິນທາງປັນຍາ, ກະຊວງອຸດສາຫະກຳ ແລະ ການຄ້າ ຮ່ວມກັບ ໂຄງການອຳນວຍຄວາມສະດວກທາງດ້ານການຄ້າ ແລະ ການລົງທຶນ ເພື່ອການພັດທະນາຂອງ ການາດາ (CTIF) ຈັດກອງປະຊຸມສຳມະນາ ກ່ຽວກັບການບັງຄັບໃຊ້ກົດໝາຍຊັບສິນທາງປັນຍາ ພາຍໃຕ້ໂຄງການອຳນວຍຄວາມສະດວກທາງດ້ານການຄ້າ ແລະ ການລົງທຶນ ເພື່ອການພັດທະນາຂອງການາດາ (CTIF), ໂດຍການເປັນປະທານຮ່ວມຂອງ ທ່ານ ສັນຕິສຸກ ພູນສະຫວັດ, ຫົວໜ້າກົມຊັບສິນທາງປັນຍາ, ກະຊວງ ອຄ ແລະ ທ່ານ Jeremy de Beer, ຫົວໜ້າ ຄູ່ຮ່ວມທີມງານຈາກໂຄງການອຳນວຍຄວາມສະດວກທາງການຄ້າ ແລະ ການລົງທຶນ ເພື່ອການພັດທະນາຂອງ ການາດາ.

05jpg

ໃນກອງປະຊຸມຄັ້ງນີ້ ມີຜູ້ຕາງໜ້າຈາກ ບັນດາກົມອ້ອມຂ້າງ ກະຊວງ ອຄ, ອົງການໄອຍະການ ປະຊາຊົນສູງສຸດ,​ ສານປະຊາຊົນສູງສຸດ, ກົມພາສີ, ກົມຕໍາຫຼວດເສດຖະກິດ, ຂະແໜ່ງການທີ່ກ່ຽວຂ້ອງ ແລະ ບັນດາ ບໍລິສັດ ຕົວແທນ ເຂົ້າຮ່ວມ 50 ທ່ານ.

ຈຸດປະສົງຂອງກອງປະຊຸມສໍາມະນາໃນຄັ້ງນີ້ ແມ່ນກິດຈະກໍາໜຶ່ງທີ່ນອນຢູ່ໃນແຜນກິດຈະກໍາຂອງໂຄງການ  ອໍານວຍຄວາມສະດວກທາງດ້ານການຄ້າ ແລະ ການລົງທຶນ ສໍາລັບການພັດທະນາຂອງປະເທດການາດາ ເພື່ອສ້າງຄວາມຮູ້ຄວາມເຂົ້າໃຈ ກ່ຽວກັບວຽກງານການຈັດຕັ້ງປະຕິບັດສິດຊັບສິນທາງປັນຍາ ໃຫ້ແກ່ເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ເປັນຕົ້ນແມ່ນ ບົດຮຽນ ແລະ ກົນໄກໃນການຈັດຕັ້ງປະຕິບັດການປົກປ້ອງສິດຊັບສິນທາງປັນຍາ ເພື່ອເພີ່ມຂີດຄວາມຮູ້ຄວາມສາມາດ ໃຫ້ແກ່ເຈົ້າໜ້າທີ່ກ່ຽວຂ້ອງ.

03

ນອກຈາກນີ້ ແຜນກິດຈະກໍາຂອງໂຄງການດັ່ງກ່າວ ແມ່ນແນໃສ່ການສ້າງຄວາມຮັບຮູ້ ແລະ ຄວາມເຂົ້າໃຈຢ່າງເລິກເຊິ່ງກ່ຽວກັບສັນຍາວ່າດ້ວຍການຄ້າທີ່ຕິດພັນກັບສິດຊັບສິນທາງປັນຍາ (TRIPS Agreement) ໃຫ້ແກ່ພາກລັດ ແລະ ພາກເອກະຊົນ ລວມເຈົ້າໜ້າທີຈັດຕັ້ງປະຕິບັດສິດຊັບສິນທາງປັນຍາ, ເພື່ອເພີ່ມຂີດຄວາມສາມາດໃຫ້ພະນັກງານ ໃຫ້ມີຄວາມພ້ອມໃນການເຈລະຈາໃນເວທີການຄ້າໂລກ (WTO), ອາຊຽນ (ASEAN) ແລະ ເວທີສາກົນອື່ນໆ ທີ່ຕິດພັນກັບວຽກງານຊັບສິນທາງປັນຍາ, ສະນັ້ນ, ໂຄງການດັ່ງກ່າວ ມີໄລຍະການຈັດຕັ້ງປະຕິບັດໂຄງການ ແມ່ນ 01 ປີ ປະກອບມີແຜນກິດຈະກໍາທີ່ຕິດພັນກັບວຽກງານການຄຸ້ມຄອງ ແລະ ປົກປ້ອງສິດຊັບສິນທາງປັນຍາ ເປັນຕົ້ນ: ການພັດທະນາດ້ານບຸກຄະລາກອນ ໂດຍຜ່ານການຝຶກອົບຮົມແບບທາງໄກ ແລະ ແບບເຊິ່ງໜ້າ. ແລະ ກິດຈະກິດເຜີຍແຜ່ຄວາມຮູ້ກ່ຽວກັບການຄ້າທີ່ຕິດພັນກັບສິດຊັບສິນທາງປັນຍາ ເພື່ອສ້າງຄວາມຮັບຮູ້ ແລະ ຄວາມເຂົ້າໃຈ ໃຫ້ແກ່ສາທາລະນະຊົນໄດ້ຮັບຮູ້ ແລະ ເຂົ້າໃຈຕໍ່ກັບວຽກງານຊັບສິນທາງປັນຍາຫຼາຍຂຶ້ນ.

10

ກອງປະຊຸມສໍາມະນາໃນຄັ້ງນີ້ ຜູ້ເຂົ້າຮ່ວມໄດ້ຮັບຟັງການນໍາສະເໜີ ຈາກນັກວິທະຍາກອນທັງພາຍໃນ ແລະ ຕ່າງປະເທດ ໃນຫົວຂໍ້ຕ່າງໆ ເຊັ່ນ: ການບັງຄັບໃຊ້ຊັບສິນທາງປັນຍາ: ການສະເໜີພາບລວມ ແລະ ກຸນແຈສຳຄັນຂອງການພັດທະນາ; ການບັງຄັບໃຊ້ຊັບສິນທາງປັນຍາ: ມູມມອງການສົມທຽບກ່ຽວກັບຂໍ້ຕົກການຄ້າໃໝ່ໃນອາຊີ ແລະ ການແກ້ໄຂຂໍ້ຂັດແຍ່ງທາງດ້ານບໍລິຫານ ໃນ ສປປ ລາວ, ພ້ອມດຽວກັນນັ້ນ ກໍໄດ້ມີການແລກປ່ຽນບົດຮຽນ ແລະ ສະສົບການ ຈາກຊ່ຽວຊານທີ່ມີປະສົບການສູງຜ່ານການຈັດຕັ້ງປະຕິບັດຕົວຈິງ, ກ່ຽວກັບບັນຫາ ແລະ ສິ່ງທ້າທາຍຕ່າງໆ ເພື່ອເປັນບົດຮຽນໃຫ້ແກ່ ນັກສໍາມະນາກອນ ນໍາມາປັບປຸງ ແລະ ໜູນໃຊ້ເຂົ້າໃນການຈັດຕັ້ງປະຕິບັດວຽກງານໃນຂົງເຂດຂອງຕົນ ໃຫ້ເກີດປະໂຫຍດ ແລະ ມີປະສິດຜົນສູງ.

ຮຽບຮຽງ: ໄພວັນ ໂຄດວັນທາ ສູນສະຖິຕິ ແລະ ຂໍ້ມູນຂ່າວສານ

ຂ່າວ ແລະ ຮູບພາບ: ພະແນກສົ່ງເສີມ ແລະ ພັດທະນາ ຊັບສິນທາງປັນຍາ

About -