ພົບປະສອງຝ່າຍ ວຽກງານວດກາ ອຄ ສປປ ລາວ ແລະ ອຄ ສສ ຫວຽດນາມ
By ໄພວັນ On 17 Jun, 2023 At 09:18 PM | Categorized As ຂ່າວສຳຄັນ | With 0 Comments

IMG_0035

ໃນວັນທີ 14 ມິຖຸນາ 2023 ຜ່ານມາ, ທີ່ກະຊວງອຸດສາຫະກໍາ ແລະ ການຄ້າ, ກົມກວດກາ ກະຊວງ ອຄ ຈັດກອງປະຊຸມພົບປະແລກປ່ຽນບົດຮຽນ ລະຫວ່າງ ກົມກວດກາ ກະຊວງ ອຄ ສປປ ລາວ ແລະ ກົມກວດກາ ກະຊວງ ອຄ ສສ ຫວຽດນາມ ມີພະນັກງານ ສອງກະຊວງ ເຂົ້າຮ່ວມ

ໃນໂອກາດນີ້ ການມາພົບປະແລກປ່ຽນຢູ່ ສປປ ລາວ ຂອງຄະນະຜູ້ແທນຈາກກົມກວດກາ ກະຊວງ ອຄ ສສ ຫວຽດນາມ, ຄະນະດັ່ງກ່າວໄດ້ເຂົ້າຢ້ຽມຂໍ່ານັບ ທ່ານ ນາງ ຈັນສຸກ ແສງພະຈັນ ຮອງລັດຖະມົນຕີ, ກະຊວງ ອຄ ເພື່ອລາຍງານຈຸດປະສົງໃນການມາຮ່ວມເຮັດວຽກສອງຝ່າຍ ລະຫວ່າງ ວຽກງານກວດກາ ສປປ ລາວ ແລະ ສສ ຫວຽດນາມ

IMG_0103

ທ່ານ ພຸດທະວັນ ນັນທະວົງ ຄະນະປະຈໍາພັກ, ປະທານຄະນະກວດກາພັກກະຊວງ, ຫົວຫນ້າກົມກວດກາ ກະຊວງ ອຄ, ສປປ ລາວ ໄ້ດ້ສະແດງຄວາມຊົມເຊີຍ ແລະ ຍິນດີຕ້ອນຮັບຄະນະຜູ້ແທນກວດກາ ກະຊວງ ອຄ ສສ ຫວຽດນາມ ເຊິ່ງນຳພາໂດຍ ສະຫາຍ  ເລຫວຽດລອງ ຫົວຫນ້າກົມກວດກາ ກະຊວງ ອຄ ສສ ຫວຽດນາມ ທີ່ມາເຄື່ອນໄຫວຢ້ຽມຢາມ ແລະ ພົບປະແລກປ່ຽນບົດຮຽນວຽກງານກວດກາ ກັບກົມກວດກາ ກະຊວງ ອຄ ສປປ ລາວ ໃນຄັ້ງນີ້.

IMG_0104

ທ່ານໄດ້ໃຫ້ຮູ້ຕື່ມວ່າ ການນໍາສອງກະຊວງ ກໍ່ໄດ້ອະນຸມັດໃຫ້ກົມກວດກາຂອງສອງກະຊວງ ໄດ້ພົບປະແລກປ່ຽນບົດຮຽນໃນວຽກງານກວດກາ ເປັນຄັ້ງທຳອິດຢູ່ ສສ ຫວຽດນາມ, ໂດຍເຫັນໄດ້ບົດຮຽນທີ່ມີຄວາມຫມາຍຄວາມສຳຄັນດັ່ງກ່າວ ແລະ ເພື່ອເປັນການເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ຮັດແຫນ້ນຄວາມສາມັກຄີແບບພິເສດລາວ-ຫວຽດນາມ ເວົ້າລວມ ເວົ້າສະເພາະແມ່ນການຮ່ວມມືແລກປ່ຽນບົດຮຽນໃນການພັດທະນາວຽກງານກວດກາຂອງສອງກະຊວງ ໃຫ້ມີຄວາມຫນັກແຫນ້ນເຂັ້ມແຂງ ທາງດ້ານປະລິມານ ແລະ ຄຸນນະພາບນັ້ນ

ພັກ ແລະ ລັດຖະບານ ຈຶ່ງເນັ້ນເປັນພິເສດໃຫ້ມີການຕິດຕາມ, ກວດກາທັງໃນດ້ານວຽກພັກ, ວຽກລັດຢ່າງເປັນປົກກະຕິ, ສຳລັບຢູ່ກະຊວງອຸດສາຫະກຳ ແລະ ການຄ້າ ກອງປະຊຸມຄັ້ງປະຖົມມະລຶກຂອງຄະນະບໍລິຫານງານ ພັກກະຊວງ ອຄ ສປປ ລາວ ສະໄໝທີ V ກໍ່ຄືສະໄໝໃນປະຈຸບັນນີ້ ຄັດເລືອກໄດ້ປະທານຄະນະກວດກາພັກ 01 ສະຫາຍ, ຮອງປະທານ 02 ສະຫາຍ ເພື່ອເຮັດໜ້າທີ່ເປັນເສນາທິການໃຫ້ເລຂາຄະນະບໍລິຫານງານພັກກະຊວງ ໃນການຕິດຕາມ, ກວດກາການເຄື່ອນໄຫວປະຕິບັດໜ້າທີ່ຂອງຄະນະກໍາມະການພັກກະຊວງ, ການຈັດຕັ້ງພັກ, ບຸກຄົນສະມາຊິກພັກທີ່ຂຶ້ນກັບສິດຄຸ້ມຄອງຂອງຄະນະບໍລິຫານງານພັກກະຊວງ ໃນການຈັດຕັ້ງປະຕິບັດແຜນນະໂຍບາຍ, ກົດລະບຽບ, ມະຕິ, ຄໍາສັ່ງຂອງພັກ, ກົດໝາຍ ແລະ ລະບຽບການຕ່າງໆຂອງລັດພ້ອມທັງຕີລາຄາ, ປະເມີນຜົນການກວດກາລາຍງານຄະນະພັກຂັ້ນເທິງຢ່າງເປັນປົກກະຕິ

IMG_0181

ເຊິ່ງວຽກງານກວດກາລັດ, ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ, ພິຈາລະນາ ແລະ ແກ້ໄຂຄໍາຮ້ອງ-ຄໍາສະເໜີຕາມຂອບເຂດສິດ, ໜ້າທີ່ ແລະ ຊີ້ນໍາວຽກງານດັ່ງກ່າວຕາມສາຍຕັ້ຂອງຕົນ, ໜ້າທີ່ຕົ້ນຕໍແມ່ນເຄື່ອນໄຫວຕິດຕາມ, ກວດກາຕາມຂະແໜງການ ແລະ ການບໍລິຫານກ່ຽວກັບການປະຕິບັດນະໂຍບາຍ, ກົດໝາຍ, ແຜນການ, ວິຊາສະເພາະ, ເຕັກນິກ ແລະ ການປະຕິບັດວຽກງານຂອງພະນັກງານ-ລັດຖະກອນ, ຫົວໜ່ວຍທຸລະກິດ, ວິສາຫະກິດຂອງລັດ, ບໍລິສັດ, ພະນັກງານລັດວິສາຫະກິດ ແລະ ຜູ້ທີ່ໄດ້ຮັບມອບໝາຍສິດຈາກທາງການທີ່ຂື້ນກັບການຄຸ້ມຄອງຂອງກະຊວງ, ກົມກວດກາລັດ ກະຊວງເຄື່ອນໄຫວວຽກງານພາຍໃຕ້ການຊີ້ນໍາດ້ານວິຊາສະເພາະຂອງອົງການກວດກາແຫ່ງລັດ

IMG_0114

ກອງປະຊຸມພົບປະແລກປ່ຽນບົດຮຽນ ລະຫວ່າງ ຄະນະຜູ້ແທນກວດກາ ກະຊວງ ອຄ ສປປ ລາວ ແລະ ຄະນະຜູ້ແທນກວດກາ ກະຊວງ ອຄ ຫວຽດນາມ ໄດ້ດຳເນີນດ້ວຍບັນຍາກາດທີ່ເປັນກັນເອງ ແລະ ມີຄວາມເຂົ້າອົກເຂົ້າໃຈກັນດີ ເຊິ່ງສອງຝ່າຍຕ່າງໄດ້ລາຍງານໃຫ້ກັນ ແລະ ກັນຊາບ ກ່ຽວກັບພາລະບົດບາດ, ໜ້າທີ່, ການຈັດຕັ້ງ ແລະ ການເຄື່ອນ ໄຫວ ພ້ອມທັງໄດ້ຍົກຫລາຍບັນຫາທີ່ສົນໃຈຂຶ້ນມາແລກປ່ຽນຕິດພັນກັບການເຄື່ອນໄຫວວຽກງານກວດກາ, ວຽກງານຕ້ານ ແລະ ສະກັດກັ້ນການສໍ້ລາດບັງຫລວງ, ວຽກງານຄົ້ນຄວ້າແກ້ໄຂຄໍາຮ້ອງຟ້ອງ ຮ້ອງທຸກ ແລະ ຄໍາສະເໜີ ແລະ ບັນຫາອືື່ນໆ

ຂ່າວ-ພາບ:  ໄພວັນ ໂຄດວັນທາ ສູນສະຖິຕິ ແລະ ຂໍມູນຂ່າວສານ

About -