ສໍາມະນາ ວຽກງານຊັບສິນທາງປັນຍາ ເພື່ອສະເຫຼີມສະຫຼອງວັນຊັບສິນທາງປັນຍາໂລກ 26 ເມສາ ປະຈໍາປີ 2023
By ໄພວັນ On 27 Apr, 2023 At 01:52 PM | Categorized As ຂ່າວພາຍໃນ | With 0 Comments

IMG_0015.jpg 999

ວັນທີ 26 ເມສາ 2023, ທີ່ຫ້ອງປະຊຸມໃຫຍ່ກະຊວງອຸດສາຫະກຳ ແລະ ການຄ້າ, ກົມຊັບສິນທາງປັນຍາ, ກະຊວງ ອຄ ໄດ້ຈັດສໍາມະນາວຽກງານຊັບສິນທາງປັນຍາ ພາຍໃຕ້ຄໍາຂັວນທີ່ວ່າ: ບົດບາດແມ່ຍິງ ແລະ ຊັບສິນທາງປັນຍາ: ຊຸກຍູ້ສົ່ງເສີມ ນະວັດຕະກຳ ແລະ ຄວາມຄິດສ້າງສັນໃໝ່ (Women and IP: Accelerating innovation and creativity)” ໂດຍການເປັນປະທານຂອງ ທ່ານ ສັນຕິສຸກ ພູມສະຫວັດ, ຫົວໜ້າກົມຊັບສິນທາງປັນຍາ ແລະ ປະທານຮ່ວມ ທ່ານ ນ ສຸກພາພອນ ຜານິດ ຫົວໜ້າງຫ້ອງການ ສູນກາງສະຫະພັນແມ່ຍິງລາວ, ມີບັນດາທ່ານ ຫົວໜ້າກົມ, ຫົວໜ້າຫ້ອງການ, ຮອງກົມ, ຕາງໜ້າຈາກກະຊວງອ້ອມຂ້າງ, ສູນກາງສະຫະພັນແມ່ຍິງລາວ, ນັກສຶກສາຈາກມະຫາວິທະຍາໄລແຫ່ງຊາດ, ພະນັກງານ ກະຊວງ ອຄ ເຂົ້າຮ່ວມ;

ທ່ານຫົວໜ້າກົມຊັບສິນທາງປັນຍາ ກະຊວງ ອຄ ໃຫ້ຮູ້ວ່າ: ເພື່ອເປັນການສະເຫຼີມສະຫຼອງວັນຊັບສິນທາງປັນຍາໂລກ ວັນທີ 26 ເມສາ ປະຈໍາປີ 2023 (ຄົບຮອບ 23 ປີ) ແລະ ເພື່ອຍົກໃຫ້ເຫັນເຖິງບົດບາດຂອງແມ່ຍິງ ໃນການສົ່ງເສີມວຽກງານຊັບສິນທາງປັນຍາ; ໃນທຸກຂະບວນການອອກແຮງແຂ່ງຂັນ ທີ່ນອນຢູ່ໃນໄລຍະການພັດທະນາໃໝ່ ຫຼື ໃນຍຸກອຸດສາຫະກໍາ 4.0 ນີ້ ເຫັນໄດ້ວ່າ ວຽກງານຊັບສິນທາງປັນຍາ ແມ່ນມີບົດບາດສໍາຄັນໃນການປະກອບສ່ວນໃນການພັດທະນາເສດຖະກິດ-ສັງຄົມ ຢູ່ ສປປ ລາວ ກໍ່ຄືຢູ່ໃນທົ່ວໂລກ ໃຫ້ມີການເຕີບໂຕຢ່າງຕໍ່ເນື່ອງ ເວົ້າລວມ, ເວົ້າສະເພາະ ກໍ່ແມ່ນການສົ່ງເສີມໃຫ້ມີການພັດທະນານະວັດຕະກຳຕ່າງໆ ທີ່ມາຮັບໃຊ້ສັງຄົມເຮັດໃຫ້ຊີວິດການເປັນຢູ່ຂອງຄົນເຮົາ ສະດວກສະບາຍຂຶ້ນກວ່າເກົ່າ ໂດຍການປົກປ້ອງສິດທິບັດ ເປັນຕົ້ນແມ່ນການຊຸກຍູ້ສົ່ງເສີມທຸລະກິດສະຕາດອັບ (Startup), ນັກຄົ້ນຄວ້າ ແລະ ນັກວິໄຈ ຂອງ ສປປ ລາວ ໃຫ້ສາມາດນໍາເອົານະວັດຕະກໍາຂອງຕົນເຂົ້າສູ່ຕະຫຼາດ ເພື່ອນຳສະເໜີຂາຍໃຫ້ແກ່ຜູ້ຜະລິດຕໍ່ໄປ; ການສ້າງມູນຄ່າເພີ່ມໃຫ້ແກ່ຜະລິດຕະພັນ ແລະ ທຸລະກິດ ຈາກການປົກປ້ອງ ແລະ ນຳໃຊ້ເຄື່ອງໝາຍການຄ້າ (ຫຼື ຍີ່ຫໍ້) ລວມທັງການສົ່ງເສີມສິນຄ້າຖິ່ນກຳເນີດ ທີ່ເປັນສິນຄ້າເອກກະລັກສະເພາະຂອງແຕ່ລະທ້ອງຖິ່ນ ທີ່ມີໜຶ່ງດຽວໃນໂລກ; ນອກນັ້ນ, ການພັດທະນາອຸດສາຫະກຳສ້າງສັນ (Creative Industry) ສໍາລັບນັກອອກແບບສິນຄ້າ ແລະ ຜະລິດຕະພັນ, ຫັດຖະກໍາ, ກິລາ, ບັນເທິງ, ການທ່ອງທ່ຽວ, ໂຮງແຮມ, ຮ້ານອາຫານ, ສິນລະປະ ແລະ ອື່ນໆ, ລ້ວນແລ້ວແຕ່ສາມາດໄດ້ຮັບການປົກປ້ອງຈາກລິຂະສິດ ແລະ ສິດກ່ຽວຂ້ອງກັບລິຂະສິດ ຫຼື ແບບອຸດສາຫະກຳ ເພື່ອເປັນການປົກປ້ອງສິດ ແລະ ຜົນປະໂຫຍດຂອງຜູ້ຄິດແຕ່ງ ຫຼື ຜູ້ສ້າງສັນຜົນງານ ທັງເປັນການປົກປ້ອງພູມປັນຍາ ຂອງແຕ່ລະທ້ອງຖິ່ນທີ່ອຸດົມຮັ່ງມີຢູ່ ສປປ ລາວ;

IMG_0122.jpg 778

ສິ່ງໜຶ່ງທີ່ພວກເຮົາບໍ່ສາມາດປະຕິເສດໄດ້ແມ່ນ ແມ່ຍິງ ໄດ້ປະກອບສ່ວນທາງດ້ານການປະດິດສ້າງສິ່ງໃໝ່ ແລະ ແນວຄິດສ້າງສັນ ເຂົ້າໃນທຸກວຽກງານ ບໍ່ວ່າຈະເປັນ ວຽກງານການປົກຄອງ, ວິທະຍາສາດ, ການຄ້າ ແລະ ທຸລະກິດຮູບແບບຕ່າງໆ ໃຫ້ປະສົບຜົນສໍາເລັດເປັນທີ່ປະຈັກຕາມາແລ້ວ ໃນທົ່ວທຸກມູມໂລກ. ສະເພາະຢູ່ ສປປ ລາວ, ບໍ່ວ່າໃນຍຸກສະໄໝໃດ ແມ່ຍິງລາວກໍ່ລ້ວນແລ້ວແຕ່ໄດ້ປະກອບສ່ວນເຂົ້າໃນການສ້າງສັນສິ່ງໃໝ່ ແບບມີຫົວຄິດປະດິດສ້າງ ທັງຢູ່ໃນຂົງເຂດເສດຖະກິດ ແລະ ວັດທະນະທໍາສັງຄົມ. ໃນເມື່ອກ່ອນ ກໍ່ຄືປະຈຸບັນ ແມ່ຍິງລາວມີບົດບາດໃນການສ້າງສັນງານຫັດຖະກໍາທີ່ມີຄວາມປານີດ ແລະ ງົດງາມ ແບບບໍ່ມີໃຜໃນໂລກສາມາດຮຽນແບບໄດ້ ເປັນຕົ້ນແມ່ນ ລາຍຜ້າໄໝມ້ອນ, ເຄື່ອງປະດັບທີ່ເຮັດຈາກໄໝ ແລະ ອື່ນໆອີກ ຊຶ່ງສິ່ງຕ່າງໆເຫຼົ່ານີ້ ລ້ວນແຕ່ແມ່ນຊັບສິນທາງປັນຍາ ທີ່ເກີດມາຈາກແນວຄິດສ້າງສັນທີ່ກາຍເປັນເອກກະລັກອັນພົ້ນເດັ່ນ ແລະ ເປັນທີ່ຮັບຮູ້ຢ່າງກວ້າງຂວາງໃນລະດັບໂລກ. ໃນແງ່ຂອງວັດທະນະທໍາສັງຄົມ ແມ່ຍິງລາວ ກໍ່ມີບົດບາດໃນການສ້າງສັນເຊັ່ນ: ບົດຟ້ອນ, ບົດລໍາ ແລະ ການສະແດງສິນລະປະຕ່າງໆ ທີ່ສື່ໃຫ້ເຫັນເຖິງພູມປັນຍາ ທີ່ເປັນເອກກະລັກ ທີ່ມີການສືບທອດຈາກລຸ້ນສູ່ລຸ້ນ ແບບບໍ່ເຫືອດຫາຍ;

IMG_0090.jpg 788

    ແມ່ຍິງລາວໃນຍຸກໃໝ່ ຍັງມີຜົນງານທີ່ເກີດຈາກແນວຄິດສ້າງສັນໃນຫຼາຍດ້ານ ບໍ່ວ່າຈະຢູ່ໃນຂົງເຂດເສດຖະກິດ ກໍ່ຄື ວັດທະນະທໍາສັງຄົມ, ສິ່ງທີ່ເຫັນພົ້ນເດັ່ນໃນປະຈຸບັນແມ່ນ ແມ່ຍິງລາວ ໄດ້ປະສົບຜົນສໍາເລັດໃນຫຼາຍດ້ານ ທັງໃນຂົງເຂດການປົກຄອງ, ເສດຖະກິດ ແລະ ວັດທະນະທໍາສັງຄົມ ອັນເກີດມາຈາກຄວາມສາມາດ ແລະ ແນວຄິດສ້າງສັນຂອງເຂົາເຈົ້າ ເປັນແຮງຂັບເຄື່ອນທີ່ສໍາຄັນເປັນຕົ້ນແມ່ນ ຜົນງານການຄົ້ນຄວ້າຕ່າງໆ, ຜົນງານການປະດິດຄິດແຕ່ງ, ການຄ້າຂາຍທັງໃນຮູບແບບເຊິ່ງໜ້າ ແລະ ຜ່ານທາງເອເລັກໂຕຼນິກ, ທຸລະກິດເກີດໃໝ່ (Startup) ແລະ ອື່ນໆ;

IMG_0047.jpg 777

ຕອນທ້າຍທ່ານຍັງໃຫ້ຮູ້ຕື່ມວ່າ ງານສໍາມະນາຄັ້ງນີ້ ຈະໄດ້ຮັບຟັງການບັນຍາຍຈາກ 3 ພາກສ່ວນ, 3 ຫົວຂໍ້ຄື: 1). ຄວາມສໍາຄັນຂອງວຽກງານຊັບສິນທາງປັນຍາ, ກົມຊັບສິນທາງປັນຍາ ກະຊວງອຄ; 2). ບົດບາດຂອງແມ່ຍິງໃນການສົ່ງເສີມນະວັດຕະກໍາ ແລະ ຄວາມຄິດສ້າງສັນ, ສູນກາງສະຫະພັນແມ່ຍິງລາວ ແລະ; 3). ຊັບສິນທາງປັນຍາ ແລະ ການຄ້າທາງເອເລັກໂຕຣນິກ, ກົມນະໂຍບາຍການຄ້າຕ່າງປະເທດ ກະຊວງ ອຄ.

ຂ່າວ-ພາບ: ໄພວັນ ໂຄດວັນທາ ສູນສະຖິຕິ ແລະ ຂໍ້ມູນຂ່າວສານ ອຄ

About -