ທົບທວນຄືນການເຄື່ອນໄຫວວຽກງານຂອງກົມການຄ້າພາຍໃນ ປີ 2022 ແລະ ທິດທາງແຜນການປີ 2023
By ໄພວັນ On 26 Jan, 2023 At 03:00 PM | Categorized As ຂ່າວພາຍໃນ | With 0 Comments

DSC_0824.888

ໃນວັນທີ 23 ມັງກອນ 2023, ທີ່ແຂວງອຸດົມໄຊ ກົມການຄ້າພາຍໃນ, ກະຊວງອຸດສາຫະກຳ ແລະ ການຄ້າ ໄດ້ຈັດກອງປະຊຸມທົບທວນຄືນການເຄື່ອນໄຫວວຽກງານຂອງກົມການຄ້າພາຍໃນ ປີ 2022 ແລະ ວາງແຜນການເຄື່ອນ ໄຫວ ປີ 2023, ໂດຍການສະໜັບສະໜູນຂອງໂຄງການ GIZ-COMPETE, ໂຄງການ GIZ-PROTECT ລັດຖະບານ​ເຢຍລະ​ມັນ ໃຫ້ກຽດເປັນປະທານຮ່ວມໂດຍ ທ່ານ ບຸນເຖິງ ດວງສະຫວັນ ຮອງລັດຖະມົນຕີ ກະຊວງ ອຸດສາຫະກໍາ ແລະ ການຄ້າ (ປະທານຄະນະກໍາມະການຄວບຄຸມການແຂ່ງຂັນທາງທຸລະກິດ) ຜູ້ເຂົ້າຮ່ວມມີ ທ່ານ ພູວຽງ ພົງສາ ຫົວໜ້າກົມການຄ້າພາຍໃນ (ຫ້ອງໜ້າກອງເລຂາ ຄຂທ), ບັນດາທ່ານຮອງຫົວໜ້າກົມ, ບັນດາທ່ານຫົວໜ້າ ແລະ ຮອງຫົວໜ້າ ພ້ອມພະນັກງານວິຊາການພາຍໃນກົມການຄ້າພາຍໃນ ແລະ ຜູ້ຕາງໜ້າຈາກໂຄງການ GIZ ເຂົ້າຮ່ວມທັງໝົດຈໍານວນ 55 ທ່ານ.

       ຈຸດປະສົງຂອງກອງປະຊຸມໃນຄັ້ງນີ້ ແມ່ນເພື່ອປຶກສາຫາລື, ທົບທວນ ແລະ ປະເມີນຄືນການຈັດຕັ້ງປະຕິບັດວຽກງານຂອງກົມການຄ້າພາຍໃນ ຊຶ່ງຫົວຂໍ້ທີ່ນຳມາບັນຍາຍປະກອບດ້ວຍ: (1) ສະຫຼຸບລາຍງານ ແລະ ຖອດຖອນບົດຮຽນ ໃນການຈັດຕັ້ງປະຕິບັດວຽກງານແຂ່ງຂັນທາງທຸລະກິດໃນປີ 2022; (2) ສະເໜີແຜນການເຄື່ອນໄຫວວຽກງານແຂ່ງຂັນທາງທຸລະກິດປະຈໍາປີ 2023; (3) ສະຫຼຸບລາຍງານ ແລະ ຖອດຖອນບົດຮຽນໃນການຈັດຕັ້ງປະຕິບັດວຽກງານປົກປ້ອງຜູ້ຊົມໃຊ້ ໃນປີ 2022; (4) ສະເໜີແຜນການເຄື່ອນໄຫວວຽກງານປົກປ້ອງຜູ້ຊົມໃຊ້ ປະຈໍາປີ 2023; (5) ບົດສະເໜີ ແລະ ມີຄໍາເຫັນຂອງໂຄງການ GIZ; (6) ລາຍງານການຈັດຕັ້ງປະຕິບັດວຽກງານການຄ້າພາຍໃນ ໃນໄລຍະຜ່ານມາ; (7) ສະຫຼຸບລາຍງານ ແລະ ຖອດຖອນບົດຮຽນໃນການຈັດຕັ້ງປະຕິບັດວຽກງານຂອງແຕ່ລະພະແນກ ຂອງກົມການຄ້າພາຍໃນ ປະຈໍາປີ 2022 ພ້ອມທັງສະເໜີແຜນການເຄື່ອນໄຫວວຽກງານຂອງແຕ່ລະພະແນກ ທີ່ຈະສືບຕໍ່ຈັດຕັ້ງປະຕິບັດໃນປີ 2023 ທີ່ຕິດພັນກັບວຽກແຂ່ງຂັນທາງທຸລະກິດ ແລະ ປົກປ້ອງຜູ້ຊົມໃຊ້.

        ປະທານຍັງໄດ້​ຮຽກຮ້ອງ​ໃຫ້​ຜູ້​ເຂົ້າຮ່ວມກອງປະຊຸມ​ໃນຄັ້ງນີ້ ຈົ່ງເອົາໃຈໃສ່ຄົ້ນຄວ້າ, ຕິດຕາມ, ກໍາໄດ້ ແລະ ເຂົ້າໃຈເນື້ອໃນ ທີ່ສໍາຄັນແມ່ນສາມາດນໍາເອົາຄວາມຮູ້ທີ່ໄດ້ຈາກກອງປະຊຸມໃນຄັ້ງນີ້ນໍາໃຊ້ເຂົ້າໃນວຽກງານຂອງຕົນໃຫ້ຖືກຕ້ອງ ແລະ ເກີດດອກອອກຜົນ, ເຮັດໃຫ້ການຈັດຕັ້ງປະຕິບັດວຽກງານທັງໝົດໃຫ້ມີການຂະຫຍາຍຕົວ ແລະ ມີປະສິດທິຜົນ ຢູ່ໃນການຄຸ້ມຄອງ ແລະ ທ້ອງຖິ່ນຂອງຕົນ ທັງນີ້ກໍ່ເພື່ອຜົນປະໂຫຍດລວມຂອງຊາດ ແລະ ປະຊາຊົນ.

DSC_0912.88

ຂ່າວ: ທ ທັດດາວວີ

ພາບ: ທ ໄຊສົງຄາມ

ຮຽບຮຽງ: ທ ໄພວັນ

About -