ກອງປະຊຸມຄະນະປະສານງານປັບປຸງຂັ້ນຕອນການອອກໃບອະນຸຍາດດໍາເນີນທຸລະກິດ ຄັ້ງທີ III
By ໄພວັນ On 19 Jan, 2023 At 11:46 AM | Categorized As ຂ່າວພາຍໃນ | With 0 Comments

IMG_0049.7788

      ໃນຕອນເຊົ້າຂອງວັນທີ 17 ມັງກອນ 2023 ທີ່ ຫ້ອງປະຊຸມໃຫຍ່ຊັ້ນ I ຂອງ ກະຊວງອຸດສາຫະກໍາ ແລະ ການຄ້າ ໄດ້ຈັດກອງປະຊຸມຄະນະປະສານງານປັບປຸງຂັ້ນຕອນການອອກໃບອະນຸຍາດດໍາເນີນທຸລະກິດ ຄັ້ງທີ III, ໂດຍການເປັນປະທານຂອງ ທ່ານ ອະພິສິດ ແສງສຸລິວົງ ຫົວໜ້າກົມທະບຽນ ແລະ ຄຸ້ມຄອງວິສາຫະກິດ, ກະຊວງ ອຸດສາຫະກໍາ ແລະ ການຄ້າ ມີຜູ້ເຂົ້າຮ່ວມຈາກບັນດາກະຊວງກ່ຽວຂ້ອງ ທັງໝົດ 60 ທ່ານ.

     ຈຸດປະສົງຂອງກອງປະຊຸມໃນຄັ້ງນີ້ແມ່ນ ເພື່ອຕິດຕາມລາຍງານຄວາມຄືບໜ້າ ຜົນສໍາເລັດ ແລະ ສິ່ງທ້າທາຍ ຂອງການປັບປຸງຂັ້ນຕອນການອອກໃບອະນຸຍາດທຸລະກິດ ປະຈໍາປີ 2022 ແລະ ກໍານົດແຜນວຽກບຸລິມະສິດ ປີ 2023, ຮັບຟັງການນໍາສະເໜີ ຫລັກການທີ່ດີຂອງສາກົນ ແລະ ການອອກໃບອະນຸຍາດໂດຍໃສ່ຄວາມສ່ຽງ ໂດຍຜ່ານການລາຍງານ ຂອງຕາງໜ້າກອງເລຂາຂອງຄະນະປະສານງານ ພ້ອມດ້ວຍຂໍ້ສະເໜີ ຈາກບັນດາຂະແໜງການກ່ຽວຂ້ອງ.

     ທ່ານ ອະພິສິດ ແສງສຸລິວົງ  ໄດ້ເນັ້ນໜັກໃຫ້ເຫັນເຖິງພາລະບົດບາດ ຄວາມສໍາຄັນຂອງຄະນະປະສານງານ ເພື່ອປະກອບສ່ວນຊຸກຍູ້ໃຫ້ບັນລຸເປົ້າໝາຍ ການຈັດຕັ້ງປະຕິບັດຕາມ ຄໍາສັ່ງນາຍົກລັດຖະມົນຕີ ເລກທີ 03/ນຍ, ລົງວັນທີ 21 ມັງກອນ 2020, ວ່າດ້ວຍການປັບປຸງ ວຽກງານການບໍລິການອອກໃບອະນຸຍາດດໍາເນີນທຸລະກິດ ແລະ ໃບອະນຸຍາດລົງທຶນ ໃນ ສປປ ລາວ. ທ່ານປະທານຍັງໄດ້ກ່າວຊົມເຊີຍຂະແໜງການທີ່ກ່ຽວຂ້ອງ ທີ່ມີຄວາມຄືບໜ້າ ແລະ ເອົາໃຈໃສ່ ໃນການປັບປຸງໃບອະນຸຍາດ ໃນຂະແໜງການຂອງຕົນ ແລະ ຍັງໄດ້ຮຽກຮ້ອງໃຫ້ບັນດາຂະແໜງການ ເລັ່ງປັບປຸງຂອດຂັ້ນການອອກໃບອະນຸຍາດໃນຂະແໜງການຂອງຕົນ ໂດຍສະເພາະແມ່ນການນໍາໃຊ້ລະບົບການອອກໃບອະນຸຍາດ ທີ່ອີງໃສ່ຄວາມສ່ຽງ.

     ພ້ອມກັນນັ້ນກອງປະຊຸມ ຍັງໄດ້ນໍາສະເໜີປຶ້ມຄູ່ມື ກ່ຽວກັບການອອກໃບອະນຸຍາດດໍາເນີນທຸລະກິດ ໃນ ສປປ ລາວ ເພື່ອໃຫ້ບັນດາຂະແໜງການໃຊ້ເປັນບ່ອນອີງໃນການປັບປຸງຂອດຂັ້ນອະນຸຍາດທີ່ຕົນເອງຮັບຜິດຊອບ ແລະ ໃຫ້ຄະນະປະສານງານຮັບຜິດຊອບປ້ອນບັນດານິຕິກໍາ, ລະບຽບການລົງເວັບໄຊ໌ຖານຂໍ້ມູນກ່ຽວກັບການຂໍໃບອະນຸຍາດໃຫ້ຄົບຖ້ວນ, ຖືກຕ້ອງ ເຊີ່ງເວັບໄຊ໌ດັ່ງກ່າວແມ່ນໄດ້ສ້າງສໍາເລັດແລ້ວ ແລະ ພ້ອມເປີດໂຕເປັນທາງການ ໃນທ້າຍເດືອນ ມັງກອນ 2023 ນີ້. ເວັບໄຊ໌ຖານຂໍ້ມູນດັ່ງກ່າວໄດ້ສັງລວມ ເອົາບັນດານິຕິກໍາ, ເງື່ອນໄຂ ຂັ້ນຕອນ, ກໍານົດເວລາ, ຄ່າໃຊ້ຈ່າຍຕ່າງໆ ໃນການຂໍໃບອະນຸຍາດປະເພດຕ່າງໆ ໃຫ້ພາກທຸລະກິດສາມາດເຂົ້າເຖິງໄດ້ ເປັນບ່ອນອີງພື້ນຖານ ໃນການບໍລິການໃຫ້ມີຄວາມສະດວກວ່ອງໄວ, ໂປ່ງໃສ ແລະ ປະຫຍັດຕົ້ນທຶນໃຫ້ແກ່ພາກທຸລະກິດ ໃນການດໍາເນີນທຸລະກິດ ແລະ ທັງເປັນການດຶງດູດການລົງທຶນ.

     ກອງປະຊູມຄັ້ງນີ້ ໄດ້ຮັບການຊ່ວຍເຫລືອ ໂດຍໂຄງການສົ່ງເສີມສ້າງຄວາມເຂັ້ມແຂງດ້ານການແຂ່ງຂັນ ແລະ ການຄ້າ (ໂຄງການ LCT) ເຊີ່ງເປັນໂຄງການທີ່ຖືກຈັດຕັ້ງປະຕິບັດໂດຍ ກະຊວງອຸດສາຫະກໍາ ແລະ ການຄ້າ ໂດຍໄດ້ຮັບການສະໜັບສະໜູນດ້ານວິຊາການ ແລະ ການເງິນ ຈາກທະນາຄານໂລກ ແລະ ສົມທົບທຶນເພີ່ມເຕີມ ຈາກປະເທດອົດສະຕາລີ, ໄອແລນ ແລະ ສະຫະລັດອາເມລິກາ ໂດຍມີເປົ້າໝາຍເພື່ອ​ຫຼຸດ­ຜ່ອນ ແລະ ລົບ​ລ້າງ​ອຸ­ປະ­ສັກ​ທີ່​ມີ​ຕໍ່​ການ​ເຕີບ​ໃຫ່ຍ່​ຂະ­ຫຍາຍ­ຕົວ​ຂອງ​ທຸ­ລະ​ກິດ ໂດຍ​ໃຫ້­ການ​ຊ່ວຍ­ເຫຼືອ​ທາງ​ດ້ານ​ວິ­ຊາ​ການ ແລະ ງົບ­ປະ­ມານ ເພື່ອ​ປັບ­ປຸງ​ສະ­ພາບ​ແວ​ດ​ລ້ອມ​ດ້ານ​ລະ­ບຽບ​ກົດ­ໝາຍ, ຫຼຸດ­ຜ່ອນ​ຕົ້ນ​ທຶນ​ການ​ຄ້າ­ຂາຍ ແລະ ຍົກ​ລະ­ດັບ​ຄວາມ​ສາ­ມາດ​ການ​ແຂ່ງ­ຂັນ​ຂອງ​ຫົວໜ່ວຍ​ທຸລະ​ກິດ.

IMG_0096.88

ຂ່າວ ແລະ ພາບ: ໄພວັນ ໂຄດວັນທາ

About -