ວັນທີ 07 ກໍລະກົດ 2023 ກະຊວງອຸດສາຫະກຳ ແລະ ການຄ້າ ໄດ້ຈັດງານສະເຫລີມສະຫລອງວັນຈຸນລະວິສາຫະກິດ, ວິສາຫະກິດຂະໜາດນ້ອຍ ແລະ ກາງ (MSME) ສາກົນ ປະຈຳປີ 2023 ໂດຍໄດ້ຈັດຂຶ້ນ ຢູ່ທີ່ກົມສົ່ງເສີມວິສາຫະກິດຂະໜາດນ້ອຍ ແລະ ກາງ, ກະຊວງອຸດສາຫະກຳ ແລະ ການຄ້າ ພາຍການເປັນປະທານກ່າວເປີດຂອງ ທ່ານ ບຸນເຖິງ ດວງສະຫວັນ, ຮອງລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ … Continue reading →
0667 ກຄພນ
ໃນວັນທີ 29 ມິຖຸນາ 2023 ທີ່ ຫ້ອງປະຊຸມສ່ອງແສງຊັ້ນ 03, ກະຊວງອຸດສາຫະກໍາ ແລະ ການຄ້າ; ໜ່ວຍພັກກົມແຜນການ ແລະ ການຮ່ວມມື ໄດ້ຈັດ ‘‘ກອງປະຊຸມກາງສະໄໝ ຄັ້ງທີ II ຂອງໜ່ວຍພັກ ກົມແຜນການ ແລະ ການຮ່ວມມື” ຂຶ້ນ ໂດຍການເປັນປະທານຮ່ວມຂອງສະຫາຍ ປອ ບົວວັນ ວິລະວົງ ຄະນະປະຈໍາພັກກະຊວງ ອຄ, ຮັກສາການຫົວໜ້າຫ້ອງການ ແລະ ສະຫາຍ ປອ ຄໍາເພັດ ວົງດາລາ, ເລຂາໜ່ວຍພັກກົມແຜນການ ແລະ ການຮ່ວມມື; ມີຜູ້ເຂົ້າຮ່ວມຈາກຄະນະຮັບຜິດຊອບລົງຕິດຕາມ … Continue reading →
ງານວາງສະແດງກາເຟໂລກ (WOC) ຈັດໂດຍ ສະມາຄົມກາເຟພິເສດ ແມ່ນກິດຈະກຳປະຈຳປີທີ່ເຕົ້າໂຮມບັນດານັກຊ່ຽວຊານອຸດສາຫະກຳກາເຟຈາກທົ່ວໂລກ. ງານທີ່ຫຼາຍຄົນຕັ້ງໜ້າຕັ້ງຕາລໍຖ້ານີ້ ແມ່ນສ້າງເວທີສໍາລັບຜູ້ຜະລິດ, ຜູ້ຄ້າ, ຜູ້ນໍາເຂົ້າ, ຜູ້ຂົ້ວກາເຟ, ຮ້ານຂາຍຍ່ອຍ, ແລະ ຜູ້ທີ່ມັກກາເຟທັງຫຼາຍ ເພື່ອເຊື່ອມຕໍ່, ຮຽນຮູ້, ແລະ ສະແດງຜະລິດຕະພັນຂອງພວກເຂົາ. ໃນປີ 2023, ງານ WOC ແມ່ນຈັດຂຶ້ນແຕ່ວັນທີ 22-24 ມິຖຸນານີ້ ຢູ່ນະຄອນຫຼວງເອເທັນ ປະເທດເກຼັກ. ຖືເປັນໂອກາດທີ່ພິເສດສໍາລັບ ຜູ້ຜະລິດກາເຟລາວ ທີ່ຈະໄດ້ສຳພັດ ແລະ ໄກ້ຊິດກັບຕະຫຼາດເອີຣົບ. ໃນປີທີ່ຜ່ານມານີ້ ກາເຟລາວໄດ້ຮັບການຍອມຮັບວ່າເປັນກາເຟທີ່ມີຕົ້ນກຳເນີດທີ່ມີລັກສະນະພິເສດ. ເນື່ອງຈາກ ສະພາບພູມສັນຖານທີ່ເປັນເອກະລັກ ແລະ ການປູກແບບດັ້ງເດີມຂອງ ລາວ ທີ່ ປະກອບສ່ວນເຂົ້າໃນການຜະລິດເມັດກາເຟທີ່ມີຄຸນນະພາບສູງ, … Continue reading →
0648 ກຄພນ
ໃນວັນທີ 26 ມິຖຸນາ 2023 ທີ່ ຫ້ອງປະຊຸມໃຫຍ່ຊັ້ນ 01, ກະຊວງອຸດສາຫະກໍາ ແລະ ການຄ້າ; ໜ່ວຍພັກກົມອຸດສາຫະກໍາ ແລະ ຫັດຖະກໍາ ໄດ້ຈັດ ‘‘ກອງປະຊຸມກາງສະໄໝ ຄັ້ງທີ VI ຂອງໜ່ວຍພັກ ກົມອຸດສາຫະກໍາ ແລະ ຫັດຖະກໍາ” ຂຶ້ນ ໂດຍການເປັນປະທານຮ່ວມຂອງສະຫາຍ ປອ ບົວວັນ ວິລະວົງ ຄະນະປະຈໍາພັກກະຊວງ ອຄ ແລະ ສະຫາຍ ສໍາລີ ບຸດສະດີ, ຮັກສາການເລຂາໜ່ວຍພັກກົມອຸດສາຫະກໍາ ແລະ ຫັດຖະກໍາ; ມີຜູ້ເຂົ້າຮ່ວມຈາກຄະນະຮັບຜິດຊອບລົງຕິດຕາມ ຂອງກະຊວງ ແລະ ສະມາຊິກພັກສົມບູນ ຂອງໜ່ວຍພັກກົມ … Continue reading →
ໃນຕອນເຊົ້າເວລາ 9:30 ໂມງ ຂອງວັນທີ 23 ມີຖຸນາ 2022, ທີ່ຫ້ອງຮັບແຂກໃຫຍ່ ຊັ້ນ 04 ກະຊວງອຸດສາຫະກໍາ ແລະ ການຄ້າ, ທ່ານ ມະໄລທອງ ກົມມະສິດ ລັດຖະມົນຕີ ກະຊວງອຸດສາຫະກໍາ ແລະ ການຄ້າ ແຫ່ງ ສປປ ລາວ ໄດ້ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມຂໍ່ານັບ ຂອງ ທ່ານ ນາງ ລຽວ ຊິວລິນ, ເອກອັກຄະລັດຖະທູດ ແຫ່ງ ສິງກະໂປ ປະຈໍາ ສປປ … Continue reading →
ໃນຕອນເຊົ້າເວລາ 8:30 ໂມງ ຂອງວັນທີ 22 ມິຖຸນາ 2023, ທີ່ຫ້ອງຮັບແຂກໃຫຍ່ ຊັ້ນ 04 ກະຊວງອຸດສາຫະກໍາແລະ ການຄ້າ, ທ່ານ ມະໄລທອງ ກົມມະສິດ ລັດຖະມົນຕີ ກະຊວງອຸດສາຫະກໍາ ແລະ ການຄ້າ ແຫ່ງ ສປປ ລາວ ໄດ້ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມຂໍ່ານັບ ຂອງ ທ່ານ ນາງມໍລະກົດ ສີສະຫວັດ, ເອກອັກຄະຣາຊະທູດ ແຫ່ງ ຣາຊະອານາຈັກໄທ ປະຈໍາ ສປປ ລາວ ພ້ອມຄະນະ … Continue reading →
0627 ກຄພນ
ໃນຕອນເຊົ້າ ຂອງວັນທີ 21 ມິຖຸນາ 2023 ທີ່ ຫ້ອງປະຊຸມຊັ້ນ 1, ກະຊວງອຸດສາຫະກຳ ແລະ ການຄ້າ ກົມຊັບສິນທາງປັນຍາ ໄດ້ຈັດພິທີເປີດຝຶກອົບຮົມໂຄງການຊັບສິນທາງປັນຍາສໍາລັບນັກປະດິດສ້າງໄວໜຸ່ມໃນ ສປປ ລາວ, ຊຶ່ງການຈັດຝຶກອົບຮົມໃນຄັ້ງນີ້ແມ່ນລະຫວ່າງວັນທີ 21 – 22 ມິຖຸນາ 2023 ພາຍໃຕ້ການຊ່ວຍເຫຼືອຂອງອົງການຊັບສິນທາງປັນຍາໂລກ ໂດຍການເປັນປະທານຂອງ ທ່ານ ໄຊບັນດິດ ໄຊຍະວົງຄໍາດີ ຮອງຫົວໜ້າກົມຊັບສິນທາງປັນຍາ ແລະ ໃຫ້ກຽດເຂົ້າຮ່ວມຂອງທ່ານ ເຢືອງ ຈິ ຊຸງ, ຫົວໜ້າພະແນກສຳລັບປະເທດດ້ອຍພັດທະນາ, ຂະແໜງພັດທະນາພາກພຶ້ນ ແລະ ພາຍໃນປະເທດ, ອົງການຊັບສິນທາງປັນຍາໂລກ ພ້ອມທັງຜູ້ເຂົ້າຮ່ວມຈາກພະແນກ ອຄ ແຂວງ … Continue reading →