ກອງປະຊຸມກາງສະໄໝ ຂອງໜ່ວຍພັກ ກົມແຜນການ ແລະ ການຮ່ວມມື
By theu vaenvongsod On 30 Jun, 2023 At 02:49 PM | Categorized As ຂ່າວພາຍໃນ | With 0 Comments

IMG_0053

     ໃນວັນທີ 29 ມິຖຸນາ 2023 ທີ່ ຫ້ອງປະຊຸມສ່ອງແສງຊັ້ນ 03, ກະຊວງອຸດສາຫະກໍາ ແລະ ການຄ້າ; ໜ່ວຍພັກກົມແຜນການ ແລະ ການຮ່ວມມື ໄດ້ຈັດ ‘‘ກອງປະຊຸມກາງສະໄໝ ຄັ້ງທີ II   ຂອງໜ່ວຍພັກ ກົມແຜນການ ແລະ ການຮ່ວມມື ຂຶ້ນ ໂດຍການເປັນປະທານຮ່ວມຂອງສະຫາຍ ປອ ບົວວັນ ວິລະວົງ ຄະນະປະຈໍາພັກກະຊວງ ອຄ, ຮັກສາການຫົວໜ້າຫ້ອງການ ແລະ ສະຫາຍ ປອ ຄໍາເພັດ ວົງດາລາ, ເລຂາໜ່ວຍພັກກົມແຜນການ ແລະ ການຮ່ວມມື; ມີຜູ້ເຂົ້າຮ່ວມຈາກຄະນະຮັບຜິດຊອບລົງຕິດຕາມ ຂອງກະຊວງ ແລະ ສະມາຊິກພັກສົມບູນ ຂອງໜ່ວຍພັກກົມ ຜຮ ຈໍານວນປະມານ 35 ສະຫາຍ.

IMG_0068

     ຈຸດປະສົງເພື່ອສະຫຼຸບການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ II   ຂອງໜ່ວຍພັກກົມແຜນການ ​ແລະ ການຮ່ວມມື ກາງສະໄໝ ແລະ ທິດທາງທ້າຍສະໄໝ; ພ້ອມທັງເຜີຍແຜ່ເຊື່ອມຊຶມ 3 ເອກະສານ: 1. ຄໍາສັ່ງ ຂອງຄະນະເລຂາທິການສູນກາງພັກ ເລກທີ 268/ຄລສພ, ລົງວັນທີ 20/01/2023; 2. ມະຕິ ຂອງກົມການເມືອງສູນກາງພັກ ວ່າດ້ວຍມາດຕະຖານ ຂອງພະນັກງານ ນໍາພາ-ຄຸ້ມຄອງ ເລກທີ 030/ກມສພ, ລົງວັນທີ 03 ມັງກອນ 2018; 3. ບາງເນື້ອໃນຂອງກົດລະບຽບພັກ ສະໄໝທີ XI ວ່າດ້ວຍຂໍ້ຫ້າມ, ສິດ, ໜ້າທີ່ ຂອງຄະນະພັກແຕ່ລະຂັ້ນ.

IMG_0105IMG_0153

* ແລະ ຜ່ານ​ລະ​ບຽບການທາບທາມ​ຄວາມ​ໄວ້​ວາງ​ໃຈ ແລະ ຂັ້ນຕອນໃນ​ການ​ປ່ອນ​ບັດ, ລົງ​ຄຳ​ເຫັນຕໍ່ການນໍາພາລວມ ແລະ ບຸກຄົນໃນຄະນະໜ່ວຍພັກ; ຜ່ານບົດສໍາຫຼວດບຸກຄົນໃນຄະນະໜ່ວຍພັກ ແລະ ​ບົດ​ປະ​ກອບ​ຄຳ​ເຫັນຂອງ​ສະ​ມາ​ຊິກ​ພາຍ​ໃນ​ໜ່ວຍ​ພັກ ທີ່​ປະ​ກອບ​ໃຫ້​ຄະ​ນະ​ໜ່ວຍ​ພັກ 3 ສະ​ຫາຍ ເລີ່ມຈາກ ສະຫາຍ ປອ ຄໍາເພັດ ວົງດາລາ, ຕາມ​ດ້ວຍ ສະຫາຍ ຄໍາສອນວັນ ພຸດດາວົງ ແລະ ສະຫາຍ ແສງພະນົມຈອນ ອິນທະສານ ຕາມ​ລໍາ​ດັບ.IMG_0163

ພ້ອມດຽວກັນນີ້, ສະມາຊິກພັກສົມບູນ ຂອງໜ່ວຍພັກທີ່ເຂົ້າຮ່ວມໄດ້ ປະ​ກອບ​ຄຳ​ເຫັນຕໍ່​ບົດສໍາຫຼວດບຸກຄົນໃນຄະນະໜ່ວຍພັກ ແລະ ສະຫາຍ ປອ ບົວວັນ ວິລະວົງ ຄະນະ​ປະຈໍາພັກ​ໄດ້ໃຫ້ການໂອ້​ລົມ ​ແລະ ​ໃຫ້​ທິດ​ຊີ້​ນໍາຕໍ່ກອງ​ປະຊຸມວ່າ: ຂ້າພະເຈົ້າ ມີຄວາມເປັນເອກະພາບສູງຕໍ່ ບົດສະຫລຸບການຈັດຕັ້ງປະຕິບັດມະຕິກອງປະຊຸມ ແລະ ບົດສຳຫລວດການນຳພາຂອງໜ່ວຍພັກ ກົມ ຜຮ, ເຊິ່ງໄດ້ຕີລາຄາຜົນງານທີ່ພວກສະຫາຍສ້າງມາໄດ້ດ້ວຍຄວາມບຸກບືນ ແລະ ຕັ້ງໜ້າຊີ້ນໍາໆພາດ້ວຍຄວາມຮັບຜິດຊອບສູງ ເຮັດໃຫ້ໜ່ວຍພັກ ແລະ ກົມເຮັດຫລ້ອນ  ໜ້າທີ່ການເມືອງ ປະກອບສ່ວນທີ່ສໍາຄັນຕໍ່ຜົນງານລວມຂອງຄະນະພັກກະຊວງ, ໃນການປະຕິບັດພາລະບົດບາດຄຸ້ມຄອງມະຫາພາກ ດ້ວຍຈິດໃຈບຸກທະລຸທັງດ້ານເນື້ອໃນ ແລະ ແບບແຜນວິທີເຮັດວຽກ, ດ້ານທີ່ພົ້ນເດັ່ນ ຄື: ອັນທີ 1: ມີການເຊື່ອມຊຶມ, ເຜີຍແຜ່ແນວທາງ, ແຜນນະໂຍບາຍ, ມະຕິຄຳສັ່ງ, ບັນດາເອກະສານສໍາຄັນຕ່າງໆຂອງພັກ ເຮັດໃຫ້ສະມາຊິກພັກ-ພະນັກງານ ເຂົ້າໃຈຢ່າງເລິກເຊິ່ງ ຕໍ່ແນວທາງນະໂຍບາຍຂອງພັກ; ອັນທີ 2: ມີແບບແຜນວິທີເຮັດວຽກ ທີ່ມີຫລັກການລວມສູນປະຊາທິປະໄຕ ແບ່ງວຽກໃຫ້ບຸກຄົນຮັບຜິດຊອບ ແລະ ນຳພາແຕ່ລະຂົງເຂດວຽກງານຢ່າງຈະແຈ້ງ; ອັນທີ 3: ດ້ານວຽກວິຊາສະເພາະກໍ່ເຫັນໄດ້ຜົນງານຫລາຍຢ່າງ ເປັນຕົ້ນ ການສ້າງແຜນພັດທະນາອຸດສາຫະກໍາປຸງແຕ່ງ ແລະ ການຄ້າ 5 ປີ (2021-2025) ທີ່ໄດ້ເຊື່ອມສານກັບເປົ້າໝາຍການພັດທະນາແບບຍືນຍົງ ແລະ ກະກຽມອອກຈາກສະຖານະປະເທດດ້ອຍພັດທະນາ (LDC), ພ້ອມທັງໄດ້ຫັນເປັນແຜນງານ, ໂຄງການ ແລະ ມີການລະດົມ ແລະ ຈັດສັນທຶນ ຈາກແຫຼ່ງຕ່າງໆທັງການລົງທຶນຂອງລັດ ແລະ ການຊ່ວຍເຫຼືອຂອງຕ່າງປະເທດ; ແລະ ອັນທີ 4:  ໄດ້ຖືເອົາການເຄື່ອນໄຫວ ຂອງ 3 ອົງການຈັດຕັ້ງ (ກຳມະບານ, ແມ່ຍິງ ແລະ ຊາວໜຸ່ມ) ເປັນໃຈກາງໃນຂະບວນການຝຶກຝົນຫລໍ່ຫຼອມມະຫາຊົນຜູ້ກ້າວໜ້າ ເພື່ອຂະຫຍາຍເປັນສະມາຊິກພັກ. ທັງໝົດນີ້ກໍ່ຍ້ອນຄະນະໜ່ວຍພັກ ມີຄວາມເປັນເອກະພາບພາຍໃນສູງ ບຸກບືນສູ້ຊົນ ປັບປຸງວຽກງານທັງໝົດຂອງກົມຢ່າງມີແຜນ, ມີຈຸດສຸມ ແລະ ມີຜົນສໍາເລັດເປັນຢ່າງດີ.IMG_0275

      ພ້ອມທັງມີຄໍາເຫັນບາງຈຸດທີ່ເປັນທິດຊີ້ນຳເພື່ອສືບຕໍ່ນໍາພາຊີ້ນຳໃນໄລຍະທ້າຍສະໄໝ ຂອງຄະນະໜ່ວຍພັກກົມແຜນການ ແລະ ການຮ່ວມມື ໃຫ້ໄປຕາມທິດທາງ ໜ້າທີ່ ແລະ ວຽກງານຈຸດສຸມ ເພື່ອຮັບປະກັນໄດ້ຜົນສໍາເລັດຂອງວຽກງານ ໃນຕໍ່ໜ້າ ບາງດ້ານດັ່ງນີ້:

  1. ໃຫ້ເອົາໃຈໃສ່ສຶກສາອົມຮົມການເມືອງແນວຄິດ, ກໍ່ສ້າງສະມາຊິກພັກ,  ພະນັກງານ ຢ່າງມີແບບແຜນວິທະຍາສາດ ແລະ ເປັນລະບົບ  ໃນຍຸກຂອງການເຊື່ອມໂຍງ ແລະ ເສດຖະກິດດິຈິຕອນ ເພື່ອໃຫ້ສະມາຊິກພັກ, ພະນັກງານ ມີຄຸນສົມບັດສິນທຳປະຕິວັດ, ສ້າງການຫັນປ່ຽນ ຢ່າງແຂງແຮງ, ເລິກເຊິ່ງ ແລະ ຮອບດ້ານ.2.
  2. ໃຫ້ຍຶດໝັ້ນປະຕິບັດຫຼັກການລວມສູນປະຊາທິປະໄຕ, ນໍາພາເປັນໝູ່ຄະນະ, ແບ່ງງານແບ່ງຄວາມຮັບຜິດຊອບໃຫ້ບຸກຄົນຢ່າງຈະແຈ້ງ, ມີແບບແຜນ, ມີການຕິດຕາມປະເມີນຜົນ ແລະ ສະຫຼຸບຖອດຖອນບົດຮຽນໃນແຕ່ລະໄລຍະ; ປະຕິບັດລະບອບປະຊຸມສ່ອງແສງຢ່າງເປັນປົກກະຕິ ແລະ ຮູ້ຈັກຍາດແຍ່ງເອົາຄໍາເຫັນ ແລະ ການຊີ້ນໍາຈາກຂັ້ນເທິງ ເພື່ອນໍາມາແກ້ໄຂວຽກງານໃຫ້ທັນການ;
  3. ຄະນະໜ່ວຍພັກຕ້ອງເຊີດຊູບົດບາດການນໍາພາຂອງພັກ ໄປຄຽງຄູ່ກັບການຍົກສູງຄວາມເປັນແບບຢ່າງຂອງຖັນແຖວສະມາຊິກພັກ, ເດັດດ່ຽວແກ້ໄຂປະກົດການຫຍໍ້ທໍ້ທີ່ເກີດຂຶ້ນ ຢູ່ໃນການຈັດຕັ້ງຂອງພັກ-ລັດ ກໍຄືສະມາຊິກພັກ-ພະນັກງານ ຢ່າງທັນການ, ຮັບປະກັນໃຫ້ໜ່ວຍພັກ ມີຄວາມປອດໃສ, ເຂັ້ມແຂງ ແລະ ໜັກແໜ້ນ;
  4. ໃຫ້ຖືສຳຄັນການປະຕິບັດໜ້າທີ່ການເມືອງ ​ເພື່ອ​ຜັນ​ຂະຫຍາຍ​ແນວທາງ​ນະ​ໂຍບາຍ​ໃຫ້​ເກີດ​ຜົນ​ເປັນ​ຮູບ​ປະ​ທຳ ​ໂດຍ​ສະ​ເພາະ​ ການນໍາພາວຽກງານວິຊາສະເພາະໃນຕໍ່ໜ້າ ເຊິ່ງຕ້ອງໄດ້ສຸມໃສ່:

- ໃນການປັບປຸງ ແລະ ພັດທະນາລະບົບຂໍ້ມູນ ແລະ ສະຖິຕິ ໃຫ້ວຽກອຸດສາຫະກຳ ແລະ ການຄ້າ ໄດ້ຮັບການພັດທະນາທີ່ແຂງແຮງ ຈາກການນຳໃຊ້ຜົນສຳເລັດຂອງການພັດທະນາເສດຖະກິດດີຈິຕອນ ແລະ ຈາກຜົນການເຊື່ອມຈອດດ້ານພື້ນຖານໂຄງລ່າງ, ນຳໃຊ້ ICT ຢ່າງແຜ່ຫລາຍເຂົ້າໃນການພັດທະນາວຽກ ໃຫ້ທັນສະໄໝ.

- ວຽກລົງທຶນຂອງລັດ ຊຸກຍູ້ກວດກາ ແລະ ຕິດຕາມປະເມີນຜົນຢ່າງໃກ້ຊິດ ດ້ວຍການສ້າງຄູ່ມື ການລົງທຶນຂອງລັດ ໃນຂະແໜງ ອຄ ເພື່ອຮັບປະກັນໃຫ້ມີຄວາມເປັນເອກະພາບ ແລະ ປະສິດທິຜົນ.

- ວຽກຄຸ້ມຄອງຈັດຕັ້ງປະຕິບັດໂຄງການຊ່ວຍເຫຼືອຂອງຕ່າງປະເທດ ໃຫ້ເບິ່ງຄືນວຽກບູລິມະສິດຂອງກະຊວງໃນຕໍ່ໜ້າ ລວມເຖິງການເປັນຈຸດລວມສູນໃນການລະດົມທຶນຂອງກະຊວງ ເພື່ອຫຼີກລ້ຽງການຊໍ້າຊ້ອນຂອງໂຄງການ. ວຽກງານ LBF ໃຫ້ເອົາໃຈໃສ່ຕື່ມ ຕໍ່ກົນໄກການແກ້ໄຂບັນຫາເພື່ອໃຫ້ທັນກັບ ການປ່ຽນແປງສະພາບແວດລ້ອມການດຳເນີນທຸລະກິດ.

- ໃຫ້ເພີ່ມທະວີວຽກງານການປະຊາສຳພັນ ເພື່ອສ້າງຄວາມເຂົ້າໃຈໃຫ້ກັບສັງຄົມ.

IMG_0288

 ຂ່າວໂດຍ: ນ ຖື ແຫວນວົງສົດ ສູນສະຖິຕິ ແລະ ຂໍ້ມູນຂ່າວສານ

ພາບໂດຍ: ທ ໄພວັນ ໂຄດວັນທາ ກຜຮ