ກອງປະຊຸມກາງສະໄໝ ຂອງໜ່ວຍພັກ ກົມອຸດສາຫະກໍາ ແລະ ຫັດຖະກໍາ
By theu vaenvongsod On 26 Jun, 2023 At 02:02 PM | Categorized As ຂ່າວພາຍໃນ | With 0 Comments

IMG_0007

ໃນວັນທີ 26 ມິຖຸນາ 2023 ທີ່ ຫ້ອງປະຊຸມໃຫຍ່ຊັ້ນ 01, ກະຊວງອຸດສາຫະກໍາ ແລະ ການຄ້າ; ໜ່ວຍພັກກົມອຸດສາຫະກໍາ ແລະ ຫັດຖະກໍາ ໄດ້ຈັດ ‘‘ກອງປະຊຸມກາງສະໄໝ ຄັ້ງທີ VI  ຂອງໜ່ວຍພັກ ກົມອຸດສາຫະກໍາ ແລະ ຫັດຖະກໍາ ຂຶ້ນ ໂດຍການເປັນປະທານຮ່ວມຂອງສະຫາຍ ປອ ບົວວັນ ວິລະວົງ ຄະນະປະຈໍາພັກກະຊວງ ອຄ ແລະ ສະຫາຍ ສໍາລີ ບຸດສະດີ, ຮັກສາການເລຂາໜ່ວຍພັກກົມອຸດສາຫະກໍາ ແລະ ຫັດຖະກໍາ; ມີຜູ້ເຂົ້າຮ່ວມຈາກຄະນະຮັບຜິດຊອບລົງຕິດຕາມ ຂອງກະຊວງ ແລະ ສະມາຊິກພັກສົມບູນ ຂອງໜ່ວຍພັກກົມ ອຫ ຈໍານວນປະມານ 45 ສະຫາຍ.

IMG_0013

      ຈຸດປະສົງເພື່ອສະຫຼຸບການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ VI ຂອງໜ່ວຍພັກກົມອຸດສາຫະກໍາ ​ແລະ ຫັດຖະກໍາ ກາງສະໄໝ ໄລຍະ​ແຕ່​ 6/2019-6/2023 ແລະ ທິດທາງທ້າຍສະໄໝ; ພ້ອມທັງເຜີຍແຜ່ເຊື່ອມຊຶມ 3 ເອກະສານ:

       1. ຄໍາສັ່ງ ຂອງຄະນະເລຂາທິການສູນກາງພັກ ເລກທີ 268/ຄລສພ, ລົງວັນທີ 20/01/2023; 2. ມະຕິ ຂອງກົມການເມືອງສູນກາງພັກ ວ່າດ້ວຍມາດຕະຖານ ຂອງພະນັກງານ ນໍາພາ-ຄຸ້ມຄອງ ເລກທີ 030/ກມສພ, ລົງວັນທີ 03 ມັງກອນ 2018; 3. ກົດລະບຽບພັກ ສະໄໝທີ XI ວ່າດ້ວຍຂໍ້ຫ້າມ ຂອງສະມາຊິກພັກ. * ແລະ ຜ່ານ​ລະ​ບຽບການທາບທາມ​ຄວາມ​ໄວ້​ວາງ​ໃຈ ແລະ ຂັ້ນຕອນໃນ​ການ​ປ່ອນ​ບັດ, ລົງ​ຄຳ​ເຫັນຕໍ່ການນໍາພາ ລວມແລະບຸກຄົນໃນຄະນະໜ່ວຍພັກ; ຜ່ານບົດສໍາຫຼວດບຸກຄົນໃນຄະນະໜ່ວຍພັກ ແລະ ​ບົດ​ປະ​ກອບ​ຄຳ​ເຫັນຂອງ​ສະ​ມາ​ຊິກ​ພາຍ​ໃນ​ໜ່ວຍ​ພັກ ທີ່​ປະ​ກອບ​ໃຫ້​ຄະ​ນະ​ໜ່ວຍ​ພັກ 5 ສະ​ຫາຍ ເລີ່ມຈາກ ສະຫາຍ ປອ ບົວ​ວັນ ວິ​ລະ​ວົງ, ຕາມ​ດ້ວຍ ສະຫາຍ ລຳ​ລີ ບຸດ​ສະ​ດີ ແລະ ຕໍ່​ດ້ວຍ​ຄະ​ນະ​ໜ່ວຍ​ພັກ ຕາມ​ລໍາ​ດັບ. ພ້ອມດຽວກັນນີ້, ສະມາຊິກພັກສົມບູນ ຂອງໜ່ວຍພັກທີ່ເຂົ້າຮ່ວມໄດ້ ປະ​ກອບ​ຄຳ​ເຫັນຕໍ່​ບົດສໍາຫຼວດບຸກຄົນໃນຄະນະໜ່ວຍພັກ ແລະ ສະຫາຍ ປອ ບົວວັນ ວິລະວົງ ຄະນະ​ປະຈໍາພັກ​ໄດ້ໃຫ້ການໂອ້​ລົມ ​ແລະ ​ໃຫ້​ທິດ​ຊີ້​ນໍາຕໍ່ກອງ​ປະຊຸມວ່າ: ບັນດາສະຫາຍຄະນະໜ່ວຍພັກໄດ້ມີຄວາມຮັບຜິດຊອບສູງໃນການຊີ້ນໍາ ນໍາພາຈັດຕັ້ງຜັນຂະຫຍາຍມະຕິຄຳສັ່ງຕ່າງໆຂອງພັກ ແລະ ລັດ ໃຫ້ເປັນແຜນງານລະອຽດ ຕາມພາລະບົດບາດໜ້າທີ່ການເມືອງຂອງຕົນ. ໃນນັ້ນ, ກໍໄດ້ຍົກໃຫ້ເຫັນບັນດາດ້ານທີ່ພົ້ນເດັ່ນເປັນຕົ້ນ ແມ່ນການນຳພາທາງດ້ານ ການເມືອງ-ແນວຄິດ, ການຄຸ້ມຄອງປ້ອງກັນ, ກໍ່ສ້າງ ແລະ ຂະຫຍາຍພັກ, ການຍົກລະດັບຄວາມຮູ້ຄວາມສາມາດ ແລະ ການນຳພາດ້ານວິຊາສະເພາະ, ນັບທັງການຄົ້ນຄວ້າ, ສ້າງ ແລະ ປັບປຸງບັນດານິຕິກຳ, ລະບຽບການຕ່າງໆ ເພື່ອເປັນເຄື່ອງມືໃນການສົ່ງເສີມ ແລະ ຄຸ້ມຄອງໂຮງງານອຸດສາຫະກຳປຸງແຕ່ງ ແລະ ຫັດຖະກຳໃນຂອບເຂດທົ່ວປະເທດ. ນອກນີ້, ພວກສະຫາຍກໍຍັງໄດ້ມີການຮ່ວມມື ເພື່ອເຊື່ອມໂຍງເສດຖະກິດກັບພາກພືື້ນ ແລະ ສາກົນ ເປັນຕົ້ນ ການຮ່ວມມືຶໃນຂອບອາຊຽນ, ຂອບແມ່ນ້ຳຂອງແມ່ນ້ຳລ້ານຊ້າງ, ຂອບແມ່ນໍ້າຂອງ-ຍີ່ປຸ່ນ, ທະນາຄານໂລກ, ອົງການ UNIDO ແລະ ອົງການຈັດຕັ້ງອື່ນໆ ໃນການຍາດແຍ່ງເອົາການຮ່ວມມື, ການຊ່ວຍເຫຼືອທາງດ້ານເຕັກນິກ ແລະ ວິຊາການ ເພື່ອການພັດທະນາຂະແໜງການອຸດສາຫະກຳປຸງແຕ່ງ ແລະ ຫັດຖະກຳ ໃຫ້ຂະຫຍາຍຕົວ;

IMG_0020

    ແລະມີຄໍາເຫັນບາງຈຸດທີ່ເປັນທິດຊີ້ນຳເພື່ອເປັນບ່ອນອີງໃຫ້ແກ່ບັນດາສະມາຊິກພັກກົມ ອຫ ໄດ້ນຳໄປພິຈາລະນາຄົ້ນຄິດເພື່ອປັບປຸງແກ້ໄຂ ໃນການນຳພາດ້ານການເມືອງ-ແນວຄິດ ແລະ ການຈັດຕັ້ງປະຕິບັດວຽກງານວິຊາສະເພາະ ດັ່ງນີ້:

1/ ສືບຕໍ່ເອົາໃຈໃສ່ ກໍ່ສ້າງ ແລະ ປັບປຸງ ຮາກຖານພັກ ໃຫ້ມີຄວາມເຂັ້ມແຂງ ໜັກແໜ້ນ ຕາມ 5 ຫຼັກການ ແລະ 3 ທິດນຳ ຂອງພັກ. 2/ສືບຕໍ່ຊີ້ນໍາ-ນໍາພາ ວຽກງານສຶກສາອົບຮົມການເມືອງ-ແນວຄິດ ໃຫ້ສະມາຊິກພັກ, ພະນັກງານ ເພື່ອຍົກສູງຄວາມຮັບຜິດຊອບ ແລະ ໜ້າທີ່ຂອງສະມາຊິກພັກ ໂດຍສະເພາະໄລຍະທີ່ມີຄວາມຫຍຸ້ງຍາກດ້ານເສດຖະກິດການເງິນ ຖືເປັນບັ້ນທົດສອບຄວາມໜັກແໜ້ນຂອງສະມາຊິກພັກ, ພະນັກງານຕິດຕາມຊຸກຍູ້ສະມາຊິກພັກໃນການປະຕິບັດກົດ​ລະບຽບຂອງ​ພັກ ໂດຍສະເພາະບັນດາຂໍ້ຫ້າມ ເພື່ອເປັນແບບຢ່າງໃຫ້ມະຫາຊົນ ພ້ອມນີ້ກໍ່ໃຫ້ສືບຕໍ່ຊີ້ນຳ-ນຳພາ​ອົງການ​ຈັດ​ຕັ້ງ​ມະຫາຊົນ ເປັນ​ເຈົົ້າການລະດົມໃຫ້ສະມາຊິກ ມີແນວຄິດອຸ່ນອ່ຽນທຸ່ນທ່ຽງ, ມີສະຕິ​ສູງຕໍ່​ສະພາບຄວາມຫຍຸ້ງຍາກດ້ານເສດຖະກິດ-ການເງິນ ໂດຍສະ ເພາະຄ່າຄອງຊີບແພງ ເຮັດແນວໃດເພື່ອຮັບປະກັນບໍ່ໃຫ້ມີປະກົດການຫຍໍ້ທໍ້ໃນຖັນແຖວສະມາຊິກພັກ, ພະນັກງານ. 3/ສືບຕໍ່ຜັນຂະຫຍາຍເນື້ອໃນມະຕິກອງປະຊຸມຄົບຄະນະບໍລິຫານງານສູນກາງພັກ ຄັ້ງທີ VI ສະໄໝທີ XI ຢ່າງຕັ້ງໜ້າ ແລະ ມະຕິຂອງຄະນະບໍລິຫານງານພັກ ກະຊວງ ອຄ ສະໄໝທີ V ໂດຍສະເພາະວຽກຈຸດສຸມ ແລະ ສຳຄັນ. ສ້າງການຫັນປ່ຽນຢ່າງແຂງແຮງ ແລະ ເລິກເຊິ່ງ ຊຶ່ງການຫັນປ່ຽນແມ່ນພາວະວິໄສ, ແມ່ນສິ່ງສຳຄັນ ແລະ ຈຳເປັນຕ້ອງປ່ຽນ ເພາະສະພາບແວດລ້ອມມີການປ່ຽນແປງ, ແຕ່ການດຳເນີນການຫັນປ່ຽນ ຕ້ອງດຳເນີນໄປຢ່າງຮອບຄອບ ແລະ ມີບາດກ້າວທີ່ເໝາະສົມ, ການຫັນປ່ຽນຕ້ອງຢຶດໝັ້ນ ຫຼື ຕໍ່ຍອດຈິດໃຈຂອງພັກ, ຕ້ອງສືບຕໍ່ຍູ້ແຮງການປ່ຽນແປງດ້ານເສດຖະກິດ, ຕ້ອງປັບປຸງແບບແຜນການນຳພາ ຂອງພັກສອດຄ່ອງຕາມຈຸດພິເສດຂອງພວກເຮົາ, ແກ້ໄຂຂອດພະນັກງານ, ການເລືອກເຟັ້ນຄົນໃຫ້ຖືກຕ້ອງຕາມຄວາມຮູ້ຄວາມສາມາດ ແລະ ສ້າງຮາກຖານພັກໃຫ້ໜັກແໜ້ນ. 4/ຕັ້ງໜ້າຜັນຂະຫຍາຍບັນດາມະຕິຂອງພັກ ແລະ ລັດຖະບານ ໂດຍສະເພາະ ໃນການຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂຄວາມຫຍຸ້ງຍາກດ້ານເສດຖະກິດ-ການເງິນ. ສູ້ຊົນຈັດຕັ້ງປະຕິບັດວຽກງານສົ່ງເສີມການຜະລິດ ເພື່ອທົດແທນການນໍາເຂົ້າ ແລະ ເປັນສິນຄ້າສົ່ງອອກ ຕາມແຜນວຽກຈຸດສຸມ ແລະ ແຜນວຽກບູລິມະສິດ ກໍ່ຄື ການຈັດຕັ້ງປະຕິບັດແຜນພັດທະນາອຸດສາຫະກຳປຸງແຕ່ງ ແລະ ຫັດຖະກຳ 5 ປີ (2021-2025) ແລະ ແຜນວຽກຂອງໜ່ວຍພັກໄດ້ວາງອອກ ໃຫ້ເປັນຮູບປະທຳ, ບັນລຸຜົນສຳເລັດຕາມຄາດໝາຍ ອັນເປັນເງື່ອນໄຂສຳຄັນປະກອບສ່ວນໃນການແກ້ໄຂບັນຫາອັດຕາເງິນເຟີ້ ແລະ ຫັນໄປສູ່ສັງຄົມການຜະລິດຢ່າງແທ້ຈິງ. 5/ ສືບຕໍ່ການຕິດຕາມກວດກາ ແລະ ປະເມີນການຈັດຕັ້ງປະຕິບັດບັນດາຂໍ້ຕົກລົງ, ແຈ້ງການ ແລະ ນິຕິກຳອື່ນໆ ທີ່ສຳຄັນ ແຕ່ຍັງບໍ່ທັນຈັດຕັ້ງປະຕິບັດໄດ້ດີ, ລວມທັງກົນໄກ ແລະ ຂອດການປະສານງານ ລະຫວ່າງສາຍຕັ້ງ ແລະ ສາຍຂວາງ ທີ່ມີການປຶກສາຫາລືກັນ ແຕ່ກໍ່ຍັງບໍ່ທັນຕອບສະໜອງຕໍ່ຄວາມຮຽກຮ້ອງຕ້ອງການ ໃນໄລຍະກາງສະໄໝຜ່ານມາ ໃຫ້ໄດ້ຮັບການຄົ້ນຄວ້າ ແລະ ປັບປຸງແກ້ໄຂໃນຕໍ່ໜ້າ ບັນຫາໃດທີ່ຍັງແກ້ບໍ່ຕົກ ກໍຈະຕ້ອງໄດ້ລາຍງານຂໍທິດຊີ້ນຳ ຈາກຄະນະພັກກະຊວງ ເພື່ອປັບປຸງແກ້ໄຂ.
IMG_0079
ນີ້ແມ່ນຈຸດລວມທີ່ຂ້າພະເຈົ້າຍົກຂຶ້ນໃຫ້ບັນດາສະຫາຍໃນຄະນະໜ່ວຍພັກ ແລະ ສະມາຊິກພັກ ທີ່ມີຄວາມຮັບຜິດ ຊອບໃນການຊີ້ນຳ ນຳພາໃນແຕ່ລະຂັ້ນ ເພື່ອເປັນບ່ອນອີງໃນການຈັດຕັ້ງຜັນຂະຫຍາຍໃຫ້ເກີດຜົນເປັນຈິງ.
IMG_0093

ພາບ-ຂ່າວໂດຍ: ນ ຖື ແຫວນວົງສົດ ສູນສະຖິຕິ ແລະ ຂໍ້ມູນຂ່າວສານ ກຜຮ