|
ທົ່ວໄປ15 ພຶດສະພາ 2026

ກົມ MSME ເປີດກິດຈະກຳ ທັກສະເພື່ອການເຕີບໂຕ ສະໜັບສະໜູນວິສາຫະກິດຂະໜາດນ້ອຍ ແລະ ກາງ

ກົມ MSME ເປີດກິດຈະກຳ ທັກສະເພື່ອການເຕີບໂຕ ສະໜັບສະໜູນວິສາຫະກິດຂະໜາດນ້ອຍ ແລະ ກາງ

ໃນວັນທີ 15 ພຶດສະພາ 2026, ກົມສົ່ງເສີມຈຸນລະວິສາຫະກິດ, ວິສາຫະກິດຂະໜາດນ້ອຍ ແລະ ກາງ, ກະຊວງອຸດສາຫະກຳ ແລະ ການຄ້າ ໄດ້ຈັດພິທີເປີດກິດຈະກຳ ທັກສະເພື່ອການເຕີບໂຕ: ການລະດົມທັກສະ ແລະ ຄວາມຊ່ຽວຊານ ເພື່ອສະໜັບສະໜູນວິສາຫະກິດຂະໜາດນ້ອຍ ແລະ ກາງ (Skills for Growth: Mobilizing Expertise to Support SMEs) ຢ່າງເປັນທາງການ.

ພິທີດັ່ງກ່າວໃຫ້ກຽດເປັນປະທານໂດຍ ທ່ານ ປອ ນາງ ມະໄລຄຳ ພິລາພອນ, ຮອງຫົວໜ້າກົມສົ່ງເສີມ MSME. ນອກຈາກນີ້ ຍັງມີ ທ່ານ ນາງ Khaliungoo GANBAT ຜູ້ຕາງໜ້າ ມູນນິທິ ເອເຊຍ ປະຈຳ ສປປ ລາວ, ພ້ອມດ້ວຍຜູ້ຕາງໜ້າຈາກກົມອົງການຈັດຕັ້ງສາກົນ, ກົມພົວພັນເຊື້ອຊາດລາວຢູ່ຕ່າງປະເທດ (ກະຊວງການຕ່າງປະເທດ), ຫ້ອງການກະຊວງ ອຄ ແລະ ສູນບໍລິການ SME (ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ) ເຂົ້າຮ່ວມ.

ກິດຈະກຳດັ່ງກ່າວໄດ້ຮັບການອະນຸມັດຈາກ ກະຊວງການຕ່າງປະເທດ ໃນວັນທີ 11 ພຶດສະພາ 2026 ແລະ ຈັດຕັ້ງປະຕິບັດພາຍໃຕ້ການຮ່ວມມືລະຫວ່າງ ກົມສົ່ງເສີມ MSME ແລະ ສູນບໍລິການ SME ໂດຍໄດ້ຮັບການສະໜັບສະໜູນງົບປະມານຈາກ ມູນນິທິ ເອເຊຍ. ໄລຍະເວລາຈັດຕັ້ງປະຕິບັດ 5 ເດືອນ (ເດືອນພຶດສະພາ - ກັນຍາ 2026).

ຈຸດປະສົງຫຼັກ

ຊຸກຍູ້ການເຕີບໂຕທາງເສດຖະກິດຢ່າງຮອບດ້ານ, ຍືນຍົງ ແລະ ມີນະວັດຕະກຳ ຜ່ານການລະດົມຊັບພະຍາກອນທາງດ້ານວິຊາການ, ຄວາມຮູ້-ຄວາມຊຳນານ ແລະ ດ້ານການເງິນ ຈາກຄົນລາວທີ່ອາໄສຢູ່ຕ່າງປະເທດ (Lao diaspora) ເພື່ອສະໜອງການໃຫ້ຄຳປຶກສາ ແລະ ແລກປ່ຽນປະສົບການ ໃນການສະໜັບສະໜູນການພັດທະນາ SME ຢູ່ ສປປ ລາວ.

ແຜນງານຫຼັກ 3 ພາກສ່ວນ

  • ການສ້າງຖານຂໍ້ມູນ ແລະ ການຄົ້ນຄວ້າກ່ຽວກັບຄົນລາວໃນຕ່າງປະເທດ ເຊັ່ນ: ອົດສະຕາລີ, ການາດາ ແລະ ຝຣັ່ງ

  • ການໃຫ້ຄຳປຶກສາ ແລະ ຝຶກອົບຮົມ ແບບອອນລາຍໃຫ້ກັບ SME (ປະມານ 5-10 ຫົວໜ່ວຍ) ໂດຍຊ່ຽວຊານຄົນລາວໃນຕ່າງປະເທດ

  • ການຝຶກອົບຮົມດ້ານ AI ແລະ ເຄື່ອງມືດິຈິຕອນ ສຳລັບຂະແໜງການລັດ

ໃນຕອນທ້າຍ, ທ່ານປະທານໄດ້ກ່າວເນັ້ນໜັກວ່າ ການຮ່ວມມືຄັ້ງນີ້ຈະເປັນຂົວຕໍ່ທີ່ສຳຄັນ ໃນການເຊື່ອມຕໍ່ຄວາມຮູ້-ຄວາມສາມາດຂອງຄົນລາວໃນຕ່າງປະເທດ ເຂົ້າກັບຄວາມຕ້ອງການຂອງ SME ພາຍໃນປະເທດ ແລະ ສະເໜີໃຫ້ທຸກພາກສ່ວນທີ່ກ່ຽວຂ້ອງ ຮ່ວມກັນຈັດຕັ້ງຜັນຂະຫຍາຍກິດຈະກຳ ໃຫ້ບັນລຸຜົນສຳເລັດຕາມເປົ້າໝາຍ.

ແຊຣ໌:Facebookສຳເນົາລິ້ງ
ກັບໄປຫາຂ່າວສານ