|
ທົ່ວໄປ26 ພະຈິກ 2026

ຝຶກອົບຮົມການພັດທະນາລະບົບຖານຂໍ້ມູນ IPAS ໃຫ້ແກ່ ພະແນກ ອຄ ແຂວງຈຳປາສັກ

ຝຶກອົບຮົມການພັດທະນາລະບົບຖານຂໍ້ມູນ IPAS ໃຫ້ແກ່ ພະແນກ ອຄ ແຂວງຈຳປາສັກ

ໃນວັນທີ 24 ພະຈິກ 2026 ທີ່ຫ້ອງປະຊຸມ ພະແນກອຸດສາຫະກໍາ ແລະ ການຄ້າ ແຂວງຈໍາປາສັກ, ກົມຊັບສິນທາງປັນຍາ, ກະຊວງອຸດສາຫະກຳ ແລະ ການຄ້າ ໄດ້ຈັດຊຸດຝຶກອົບຮົມ ພາຍໃຕ້ຫົວຂໍ້ “ວຽກງານຊັບສິນທາງປັນຍາ ກ່ຽວກັບການພັດທະນາທາງດ້ານລະບົບຖານຂໍ້ມູນ IPAS” ໂດຍການເປັນປະທານຮ່ວມຂອງ ທ່ານ ໄຊສົມເພັດ ນໍລະສິງ, ຫົວໜ້າກົມຊັບສິນທາງປັນຍາ ແລະ ທ່ານ ອະພິວັດ ສົມບູນຂັນ, ຮອງຫົວໜ້າພະແນກອຸດສາຫະກຳ ແລະ ການຄ້າ ແຂວງຈຳປາສັກ, ພ້ອມດ້ວຍບັນດາຜູ້ຕາງໜ້າຈາກພະແນກ ອຄ ແຂວງ, ຫ້ອງການ ອຄ 10 ຕົວເມືອງ ອ້ອມຂ້າງແຂວງຈຳປາສັກ ແລະ ຄະນະວິຊາການຈາກກົມຊັບສິນທາງປັນຍາ ເຂົ້າຮ່ວມຢ່າງພ້ອມພຽງ.

ໃນພິທີກ່າວເປີດ, ທ່ານ ໄຊສົມເພັດ ນໍລະສິງ ໄດ້ຍົກໃຫ້ເຫັນເຖິງຄວາມສຳຄັນຂອງຊັບສິນທາງປັນຍາ ໃນຖານະເປັນຊັບສິນທີ່ບໍ່ມີຕົວຕົນ ທີ່ມີບົດບາດສຳຄັນຍິ່ງຕໍ່ການພັດທະນາເສດຖະກີດ-ສັງຄົມ ຂອງ ສປປ ລາວ, ໃນການສ້າງມູນຄ່າເພີ່ມ ໃຫ້ແກ່ທຸລະກິດ, ການພັດທະນາວິສາຫະກິດຂະໜາດນ້ອຍ ແລະ ກາງ (SMEs), ການຂະຫຍາຍການສົ່ງອອກ ລວມທັງການສົ່ງເສີມສິນຄ້າເອກະລັກທ້ອງຖິ່ນ ແລະ ແຜນງານ “ໜຶ່ງເມືອງ ໜຶ່ງຜະລິດຕະພັນ” (ODOP) ເຊັ່ນ: ກາເຟພູພຽງບໍລະເວນ ຂອງແຂວງຈຳປາສັກ.

ການຈັດຝຶກອົບຮົມໃນຄັ້ງນີ້ ແມ່ນແນໃສ່ 03 ຈຸດປະສົງຫຼັກ ຄື: ຍົກລະດັບຂີດຄວາມສາມາດ ເພື່ອສ້າງຄວາມຮູ້ ແລະ ທັກສະໃນການອອກແບບ, ສ້າງ ແລະ ຄຸ້ມຄອງລະບົບຖານຂໍ້ມູນຊັບສິນທາງປັນຍາ ຂອງ ສປປ ລາວ; ການແລກປ່ຽນບົດຮຽນ ກ່ຽວກັບວິທີການຈັດເກັບຂໍ້ມູນ, ກວດຄົ້ນຫາຂໍ້ມູນ ແລະ ການສ້າງຂໍ້ສະເໜີແນະ ເພື່ອປັບປຸງພັດທະນາລະບົບຖານຂໍ້ມູນທີ່ມີຢູ່ແລ້ວໃຫ້ມີຄວາມກ້າວໜ້າ; ເຊື່ອມໂຍງຂໍ້ມູນ ເພື່ອຮອງຮັບການເຊື່ອມຕໍ່ຂໍ້ມູນຈາກທ້ອງຖິ່ນສູ່ສູນກາງ ກໍຄື ການເຊື່ອມໂຍງກັບພາກພື້ນ ແລະ ສາກົນ.

ພ້ອມດຽວກັນນີ້, ທ່ານ ຫົວໜ້າກົມຊັບສິນທາງປັນຍາ ຍັງໄດ້ໃຫ້ຮູ້ຕື່ມວ່າ ກົມຊັບສິນທາງປັນຍາ ໄດ້ສຳເລັດການສ້າງຍຸດທະສາດຊັບສິນທາງປັນຍາແຫ່ງຊາດ ຂອງ ສປປ ລາວ 2026–2030 ເຊິ່ງປະກອບມີ 6 ເປົ້າໝາຍຍຸດທະສາດຕົ້ນຕໍ. ຊຶ່ງເປັນໜຶ່ງໃນເຄື່ອງມືສຳຄັນເພື່ອຈັດຕັ້ງປະຕິບັດຍຸດທະສາດດັ່ງກ່າວ ແມ່ນການຫັນການບໍລິການດ້ານຊັບສິນທາງປັນຍາ ໄປສູ່ລະບົບດິຈິຕອນ, ໂດຍການສະໜັບສະໜູນ ຈາກອົງການຊັບສິນທາງປັນຍາໂລກ (WIPO), ຜ່ານການນຳໃຊ້ລະບົບຖານຂໍ້ມູນ IPAS, ເຂົ້າໃນການຄຸ້ມຄອງຄຳຮ້ອງເຄື່ອງໝາຍການຄ້າ, ສິດທິບັດ, ອານຸສິດທິບັດ, ແບບອຸດສາຫະກຳ, ລິຂະສິດ ແລະ ພັນພືດໃໝ່. ນອກຈາກນີ້, ຍັງກຳລັງພັດທະນາລະບົບການຍື່ນຄຳຮ້ອງອອນລາຍ (WIPO File), ການເຜີຍແຜ່ຂໍ້ມູນສູ່ສາທາລະນະຊົນ (WIPO Publish) ແລະ ຈຸດບໍລິການແບບປະຕູດຽວ (IP Portal) ເພື່ອເຮັດໃຫ້ການບໍລິການມີຄວາມວ່ອງໄວ, ໂປ່ງໃສ ແລະ ເຂົ້າເຖິງໄດ້ງ່າຍສຳລັບທຸກພາກສ່ວນທຸລະກິດ.

ໃນໂອກາດດຽວກັນນີ້, ຍັງໄດ້ມີພິທີມອບໃບຢັ້ງຢືນການຍື່ນຄຳຮ້ອງຂໍຈົດທະບຽນເຄື່ອງໝາຍການຄ້າ ຈຳນວນ 03 ເຄື່ອງໝາຍ, ໃຫ້ແກ່ກຸ່ມຜູ້ປະກອບການ ແຂວງຈຳປາສັກ ປະກອບມີ: ກຸ່ມຜະລິດແປ້ງເຫຼົ້າຂາວ ບ້ານທ່າແສງ ເມືອງສຸຂຸມາ, ກຸ່ມຜະລິດຕະພັນເສັ້ນເຝີ ແລະ ແຜ່ນແໜມ ຂອງສະຫະພັນແມ່ຍິງບ້ານສະພັງເໜືອ, ເມືອງມຸນລະປະໂມກ ແລະ ວິສາຫະກິດສ່ວນບຸກຄົນ ໂຮງງານຜະລິດເສັ້ນເຝີ ແສງປະທຸມ.

ນອກຈາກນີ້, ຜູ້ເຂົ້າຮ່ວມຍັງໄດ້ຮັບຟັງການບັນຍາຍ ແລະ ຝຶກປະຕິບັດຕົວຈິງ (Hands-on Practice) ກ່ຽວກັບຂັ້ນຕອນການຮັບ-ກວດສອບຄຳຮ້ອງ ແລະ ການບໍລິຫານລະບົບຈົດທະບຽນຊັບສິນທາງປັນຍາ ແບບດິຈິຕ໋ອນຢ່າງລະອຽດ ອີກດ້ວຍ.

ແຊຣ໌:FacebookMessengerWhatsAppX
ກັບໄປຫາຂ່າວສານ