|
ທົ່ວໄປ22 ຕຸລາ 2026

ພິທີເປີດນຳໃຊ້ “ສູນປະສານງານ ແລະ ຕິດຕາມຄຸ້ມຄອງເຂື່ອນໄຟຟ້າ”

ພິທີເປີດນຳໃຊ້ “ສູນປະສານງານ ແລະ ຕິດຕາມຄຸ້ມຄອງເຂື່ອນໄຟຟ້າ”

ວັນທີ 22 ຕຸລາ 2026 ກະຊວງອຸດສາຫະກຳ ແລະ ການຄ້າ ໄດ້ຈັດພິທີເປີດນຳໃຊ້ “ສູນປະສານງານ ແລະ ຕິດຕາມຄຸ້ມຄອງເຂື່ອນໄຟຟ້າ” ຢ່າງເປັນທາງການ ໃຫ້ກຽດເຂົ້າຮ່ວມຂອງທ່ານ ປອ ມະໂນທອງ ວົງໄຊ ຮອງລັດຖະມົນຕີ ກະຊວງອຸດສາຫະກຳ ແລະ ການຄ້າ, ພ້ອມດ້ວຍທ່ານ ລີ ຈອງຮຽບ (LEE Jeong Hyop) ເອກອັກຄະລັດຖະທູດ ສ.ເກົາຫຼີ ປະຈຳ ສປປ ລາວ, ຜູ້ຕາງໜ້າຈາກອົງການ KOICA, ພ້ອມດ້ວຍຄະນະຊ່ຽວຊານ ເຂົ້າຮ່ວມ.

      ທ່ານ ປອ ມະໂນທອງ ວົງໄຊ ກ່າວວ່າ: ຕາງໜ້າກະຊວງອຸດສາຫະກຳ ແລະ ການຄ້າ ຂໍສະແດງຄວາມຂອບໃຈຢ່າງຈິງໃຈຕໍ່ລັດຖະບານສາທາລະນະລັດເກົາຫຼີ ແລະ ອົງການ KOICA ທີ່ໄດ້ໃຫ້ການຊ່ວຍເຫຼືອ ແລະ ສະໜັບສະໜູນທາງດ້ານວິຊາການ ແກ່ ສປປ ລາວ ໃນການຈັດຕັ້ງປະຕິບັດ “ໂຄງການສ້າງລະບົບຄຸ້ມຄອງຊັບພະຍາກອນນ້ຳ ແລະ ຍົກລະດັບຄວາມອາດສາມາດໃນການຕອບໂຕ້ໄພພິບັດຢູ່ອ່າງຮັບນ້ຳງື່ມ ໄລຍະທີ 2”. ພ້ອມກັນນັ້ນ, ຂໍຊົມເຊີຍຕໍ່ກະຊວງ, ກົມວິຊາການ, ບັນດາພາກສ່ວນທີ່ກ່ຽວ ຂ້ອງ ແລະ ຄະນະຊ່ຽວຊານທຸກຝ່າຍ ທີ່ໄດ້ຮ່ວມມືກັນຈົນສາມາດສ້າງຜົນສຳເລັດທີ່ເປັນຮູບປະທຳ.

       ການຄຸ້ມຄອງຊັບພະຍາກອນນໍ້າ ແລະ ການຮັບປະກັນຄວາມປອດໄພຂອງເຂື່ອນໄຟຟ້າ ແມ່ນວຽກງານສໍາຄັນທີ່ມີຄວາມເຊື່ອມໂຍງກັນ ແລະ ມີຄວາມຈຳເປັນຕໍ່ການພັດທະ ນາຂະແໜງພະລັງງານຂອງປະເທດ. ໂດຍສະເພາະ ໃນສະພາບທີ່ປະລິມານນ້ຳ ແລະ ສະພາບອາກາດມີການປ່ຽນ ແປງ, ການມີຂໍ້ມູນທີ່ຖືກຕ້ອງ, ທັນເວລາ ແລະ ສາ ມາດນຳໃຊ້ໃນການຕັດສິນໃຈ ຈຶ່ງເປັນປັດໄຈສຳຄັນໃນການບໍລິຫານຈັດການນ້ຳ, ການຄາດຄະເນນ້ຳໄຫຼເຂົ້າອ່າງເກັບນ້ຳ, ການຄາດຄະເນນ້ຳຖ້ວມ ແລະ ການແຈ້ງເຕືອນໄພລ່ວງໜ້າ.

        ດ້ວຍເຫດນັ້ນ, ການສ້າງຕັ້ງ “ສູນປະສານງານ ແລະ ຕິດຕາມຄຸ້ມຄອງເຂື່ອນໄຟຟ້າ” ຈຶ່ງເປັນກ້າວສໍາຄັນໃນການຍົກລະດັບການຄຸ້ມຄອງນ້ຳ ແລະການຕິດຕາມຄວາມປອດໄພຂອງເຂື່ອນ ໂດຍອາໄສລະບົບຕິດຕາມຂໍ້ມູນແບບເວລາຈິງ (Real-time Monitoring) ຜ່ານສະຖານີວັດແທກປະລິມານນ້ຳຝົນ, ລະດັບນ້ຳ, ກ້ອງວົງຈອນປິດ CCTV ແລະ ລະບົບແຈ້ງເຕືອນໄພ.

       ຂ້າພະເຈົ້າເຊື່ອໝັ້ນວ່າ ດ້ວຍຄວາມຮ່ວມມືອັນດີລະຫວ່າງ ສປປ ລາວ ແລະ ສາທາລະນະລັດເກົາຫຼີ, ບວກກັບຄວາມຕັ້ງໃຈຂອງບັນດາພາກສ່ວນທີ່ກ່ຽວຂ້ອງ, ສູນແຫ່ງນີ້ຈະກາຍເປັນກົນໄກສຳຄັນໃນການຍົກລະດັບການບໍລິຫານຈັດການນ້ຳ, ການເຝົ້າລະວັງ ແລະ ການແຈ້ງເຕືອນໄພ, ພ້ອມທັງປະກອບສ່ວນຕໍ່ການຮັບປະກັນຄວາມປອດໄພຂອງເຂື່ອນໄຟຟ້າ ແລະ ຄວາມປອດໄພຂອງປະຊາຊົນ.

ພາບ ແລະ ຂ່າວ: ວຽງສະຫວັນ ປຣະດິດ

ກວດແກ້: ຄະນະບັນນາທີການຂ່າວສານ ອຄ

ແຊຣ໌:FacebookMessengerWhatsAppX
ກັບໄປຫາຂ່າວສານ