ກະຊວງ ອຸດສາຫະກຳ ແລະ ການຄ້າ ປຶກສາຫາລື ແລະ ຕີລາຄາຄວາມຄືບໜ້າໂຄງການຮ່ວມມືພັດທະນາແຮ່ເກືອໂປຕາສ ກັບ ຝ່າຍຈີນ


ໃນວັນທີ 15 ຕຸລາ 2026, ທີ່ກົມທໍລະນີສາດ ແລະ ບໍ່ແຮ່, ກະຊວງອຸດສາຫະກຳ ແລະ ການຄ້າ ໄດ້ຈັດກອງປະຊຸມປືກສາຫາລື ກ່ຽວກັບຄວາມຄືບໜ້າການຈັດຕັ້ງປະຕິບັດວຽກງານການຮ່ວມມືວ່າດ້ວຍ ການສ້າງຄວາມເຂັ້ມແຂງກ່ຽວກັບວຽກງານພັດທະນາແຮ່ເກືອໂປຕາສ ແລະ ແຮ່ຕິດພັນ ລະຫວ່າງ ກົມທໍລະນີສາດ ແລະ ບໍ່ແຮ່, ກະຊວງອຸດສາຫະກຳ ແລະ ການຄ້າ ສປປ ລາວ ກັບ ກົມທໍລະນີສາດອຸດສາຫະກຳນິວເຄຼຍ ແຂວງ ຊິງໄຫ ສປ ຈີນ. ທ່ານ ບຸນຍົງ ສີດາວົງ ຫົວໜ້າກົມທໍລະນີສາດ ແລະ ບໍ່ແຮ່ ໃຫ້ກຽດຕ້ອນຮັບ ແລະ ພົບປະເຮັດວຽກຮ່ວມກັບຄະນະຜູ້ແທນຈາກ ສປ ຈີນ ນຳໂດຍ ທ່ານ ຫວັງ ເຟີງຫຼິນ (Mr. Wang Fenglin) ຮອງຫົວໜ້າພະແນກຊັບພະຍາກອນທຳມະຊາດ ແຂວງ ຊິງໄຫ ແລະ ທ່ານ ຫຼີ ເຫວີຍມິນ (Mr. Li Weimin) ເລຂາຄະນະພັກ, ຫົວໜ້າກົມທໍລະນີສາດອຸດສາຫະກຳນິວເຄຼຍ ແຂວງ ຊິງໄຫ ພ້ອມດ້ວຍຄະນະຝ່າຍລາວ ແລະ ຝ່າຍຈີນ ເຂົ້າຮ່ວມ.

ຈຸດປະສົງເພື່ອພົບປະໂອລົມ ແລະ ລາຍງານຄວາມຄືບໜ້າຂອງວຽກງານການສຶກສາສຳຫຼວດທ່າແຮງແຫຼ່ງແຮ່ເກືອໂປຕາສ ຢູ່ ສປປ ລາວ ແລະ ປືກສາຫາລືແຜນການຈັດຕັ້ງປະຕິບັດວຽກງານໃນຕໍ່ໜ້າ ເພື່ອຊຸກຍູ້ການຮ່ວມມື ລະຫວ່າງ ສອງຝ່າຍ ໃຫ້ມີຄວາມເລິກເຊິ່ງ ແລະ ປະສົບຜົນສໍາເລັດຢ່າງເປັນຮູບປະທຳຮອບດ້ານ.
ການພົບປະຄັ້ງນີ້, ແມ່ນເພື່ອຊຸກຍູ້ ແລະ ທົບທວນຄືນການຈັດຕັ້ງປະຕິບັດ ໂຄງການຮ່ວມມືວ່າດ້ວຍ ການສ້າງຄວາມເຂັ້ມແຂງກ່ຽວກັບວຽກງານພັດທະນາແຮ່ເກືອໂປຕາສ ແລະ ແຮ່ຕິດພັນ ຢູ່ 10 ແຂວງ ແລະ 01 ນະຄອນຫຼວງ ຕາມບົດບັນທຶກຄວາມເຂົ້າໃຈ (MOU) ທີ່ໄດ້ລົງນາມຮ່ວມກັນໃນວັນທີ 26 ກຸມພາ 2024, ເຊິ່ງກວມເອົາ 33 ເຂດ (ເນື້ອທີ່ລວມກວ່າ 27,841.39 ຕາລາງກິໂລແມັດ).

ນອກຈາກນີ້, ຍັງໄດ້ລາຍງານຄວາມຄືບໜ້າທີ່ພົ້ນເດັ່ນໃນໄລຍະຜ່ານມາ: ໄດ້ສໍາເລັດວຽກງານເຕັກນິກພາກສະໜາມ ເຊັ່ນ: ການເດີນສໍາຫຼວດທໍລະນີສາດ, ການແປພາບຖ່າຍທາງໄລຍະໄກ, ສໍາຫຼວດທໍລະນີຟີຊີກດ້ວຍວິທີວັດແທກແຮງດຶງດູດ ແລະ ຊີເຈາະລວງເລິກໃນບາງເຂດ, ພ້ອມກັນນັ້ນ ຝ່າຍຈີນກໍໄດ້ມີການຈັດຝຶກອົບຮົມໄລຍະສັ້ນໃຫ້ແກ່ ວິຊາການ ສປປ ລາວ, ສ້າງຮ່າງນິຕິກຳວ່າດ້ວຍເຕັກນິກການສຳຫຼວດທໍລະນີສາດແຮ່ເກືອໂປຕາສປະເພດແຂງ.
ໃນໂອກາດນີ້, ຫົວໜ້າກົມທໍລະນີສາດ ແລະ ບໍ່ແຮ່ ໄດ້ສະແດງຄວາມຂອບໃຈຕໍ່ຝ່າຍຈີນ ທີ່ໄດ້ປະກອບສ່ວນອັນສຳຄັນຮັດແໜ້ນສາຍພົວພັນມິດຕະພາບ ແລະ ການຮ່ວມມື ຕາມທິດ "ຄູ່ຮ່ວມຊາຕາກຳ ລາວ-ຈີນ" ໃຫ້ ໝັ້ນຄົງຍາວນານຍິ່ງໆຂຶ້ນ.

ພາບ ແລະ ຂ່າວ: ວຽສະຫວັນ ປຣະດິດ
ກວດແກ້: ຄະນະບັນນາທິການຂ່າວສານ ອຄ
ຂ່າວທີ່ກ່ຽວຂ້ອງ
14 ຕຸລາ 2026
ກອງປະຊຸມສໍາມະນາ “ການຄໍ້າປະກັນສິນເຊື່ອ ແລະ ເຕັກໂນໂລຊີສີຂຽວ” ເພື່ອຊຸກຍູ້ການເຕີບໂຕຂອງ ຈຸນລະວິສາຫະກິດ ວິສາຫະກິດຂະໜາດນ້ອຍ ແລະ ກາງ
12 ຕຸລາ 2026
ການເຄື່ອນໄຫວຕິດຕາມ ກວດກາ ໂຄງການຂຸດຄົ້ນແຮ່ທາດ ທີ່ແຂວງວຽງຈັນ ແລະ ແຂວງໄຊສົມບູນ
12 ຕຸລາ 2026
