ຄະນະຜູ້ແທນ ກະຊວງອຸດສະຫະກໍາ ແລະ ການຄ້າ ສປປ ລາວ ເຂົ້າຮ່ວມກອງປະຊຸມລັດຖະມົນຕີພະລັງງານອາຊຽນ ຄັ້ງທີ 44 ແລະ ກອງປະຊຸມທີ່ກ່ຽວຂ້ອງ ທີ່ ມານີລາ, ຟິລິບປິນ

ໃນລະຫວ່າງວັນທີ 5-8 ຕຸລາ 2026, ຄະນະຜູ້ແທນຈາກ ສປປ ລາວ ນຳໂດຍ ທ່ານ ປອ ອາຄົມເດດ ວົງໄຊ ປະທານສະພາບໍລິຫານລັດວິສາຫະກິດໄຟຟ້າລາວ, ຜູ້ຊ່ວຍລັດຖະມົນຕີ ກະຊວງອຸດສາຫະກຳ ແລະ ການຄ້າ ພ້ອມດ້ວຍຄະນະ ໄດ້ເຂົ້າຮ່ວມກອງປະຊຸມ ລັດຖະມົນຕີພະລັງງານອາຊຽນ ຄັ້ງທີ 44 (44th ASEAN Ministers on Energy Meeting – AMEM) ແລະ ກອງປະຊຸມທີ່ກ່ຽວຂ້ອງ ຈັດຂຶ້ນ ທີ່ ມານີລາ, ປະເທດຟິລິບປິນ ພາຍໃຕ້ຫົວຂໍ້ “ ກໍານົດທິດທາງອະນາຄົດຮ່ວມກັນ (Navigating our Future, Together)”.


ກອງປະຊຸມຄັ້ງນີ້ ໄດ້ມີການເຂົ້າຮ່ວມຈາກບັນດາລັດຖະມົນຕີ ແລະ ຜູ້ແທນລະດັບສູງ ຈາກ 11 ປະເທດສະມາຊິກອາຊຽນ; ປະເທດຄູ່ຮ່ວມມື ເຊັ່ນ: ສປ. ຈີນ, ຍີ່ປຸ່ນ, ສ.ເກົາຫຼີ, ອົດສະຕາລີ, ນິວຊີແລນ, ລັດເຊຍ, ສະຫະລັດອາເມລິກາ, ອິນເດຍ ແລະ ບັນດາອົງການຈັດຕັ້ງສາກົນ. ກອງປະຊຸມໄດ້ຕີລາຄາຄວາມຄືບໜ້າໃນການຜັນຂະຫຍາຍແຜນດຳເນີນງານອາຊຽນວ່າດ້ວຍການຮ່ວມມືດ້ານພະລັງງານ (APAEC) 2026–2030 ປີທໍາອິດ ໂດຍສະເພາະແມ່ນໜ້າວຽກຍ່ອຍພາຍໃຕ້ແຜນວຽກການຮ່ວມມືດັ່ງກ່າວ, ຮັບຮອງບັນດາໜ້າວຽກພະລັງງານທີ່ນອນໃນແຜນວຽກບູລິມະສິດ ພາຍໃຕ້ການເປັນປະທານຂອງປະເທດຟິລິບປິນ ທັງໝົດມີ 7 ວຽກ ຄື:

· ການເປີດຕົວບົດລາຍງານການຄາດຄະເນທ່າອ່ຽງພະລັງງານອາຊຽນສະບັບທີ 9 (ASEAN Energy Outlook 9)
· ການສຶກສາດ້ານການລົງທຶນ ແລະ ການພັດທະນາຊັບພະຍາກອນມະນຸດ ທີ່ຕິດພັນກັບວຽກພະລັງງານ ໄຟຟ້ານິວເຄຼຍ ຂອງອາຊຽນ
· ການປະເມີນກ່ຽວກັບວຽກງານການດັກຈັບ ແລະ ເກັບກາກບອນ Carbon Capture Utilization Storage ຂອງອາຊຽນ
· ການເປີດຕົວລະບົບຢັ້ງຢືນການຄຸ້ມຄອງພະລັງງານອາຊຽນ (SAEMAS)
· ການສຶກສາກ່ຽວກັບວຽກທີ່ຕິດພັນກັບລະບົບການເກັບຮັກສາພະລັງງານໝໍ້ໄຟ (BESS) ແລະ ເຕັກໂນໂລຊີຂັ້ນສູງສໍາລັບການເຊື່ອມຕໍ່ VRE,
· ການສຶກສາກ່ຽວກັບຄວາມຍືນຍົງຂອງຕະຫຼາດສິນເຊື່ອກາກບອນ (REC) ຂ້າມຊາຍແດນ ແລະ ການປະເມີນທາງດ້ານການເງິນ;

ກອງປະຊຸມຍັງເນັ້ນຍໍ້າເຖິງຄວາມສໍາຄັນຂອງ ASEAN Power Grid ທີ່ຈະເປັນການເຊື່ອມໂຍ່ງກັນໃນຄວາມໝັ້ນຄົງດ້ານພະລັງງານ ແລະ ເສດຖະກິດ. ໃນນີ້, ກອງປະຊຸມຍັງໄດ້ຊົມເຊີຍຕໍ່ຄວາມສຳເລັດຂອງການຊື້-ຂາຍໄຟຟ້າແບບຫຼາຍຝ່າຍ ພາຍໃຕ້ໂຄງການ LTMS-PIP; ກອບການສຶກສາຮ່ວມ (JSF) ລະຫວ່າງ ລາວ ແລະ ກຳປູເຈຍ ເພື່ອສົ່ງເສີມການເຊື່ອມຕໍ່ໄຟຟ້າຂ້າມແດນ, ຄວາມຄືບໜ້າຂອງໂຄງການ BIMP-PIP ແລະ ການປຶກສາຫາລືກ່ຽວກັບການເຊື່ອມຕໍ່ລະຫວ່າງກຳປູເຈຍ–ຫວຽດນາມ ແລະ ຟີລິບປິນ–ອິນໂດເນເຊຍ; ການເປີດຕົວໂຮງຮຽນກົດລະບຽບອາຊຽນ (ASEAN School of Regulation); ຄວາມຄືບໜ້າຂອງກອບການພັດທະນາສາຍເຄເບີນໄຟຟ້າໃຕ້ນໍ້າທະເລຂອງອາຊຽນ ແລະ ຄາດວ່າຈະມີການຮັບຮອງກອບດັ່ງກ່າວໃນກອງປະຊຸມພະລັງງານຄັ້ງທີ 45.

ພ້ອມດຽວກັນຄະນະຜູ້ແທນ ສປປ ລາວ ໄດ້ເຂົ້າຮ່ວມກອງປະຊຸມພົບປະສອງຝ່າຍກັບ ສສ ຫວຽດນາມ ແລະ ລາຊະອານາຈັກໄທ ເພື່ອຊຸກຍູ້ ແລະ ສົ່ງເສີມການຮ່ວມມືສອງຝ່າຍດ້ານການພັດທະນາຂະແໜງພະລັງງານ, ໂດຍສະເພາະການຊື້-ຂາຍ ແລະ ແລກປ່ຽນພະລັງງານລະຫວ່າງກັນ. ເຂົ້າຮ່ວມກອງປະຊຸມລັດຖະມົນຕີ 4 ຝ່າຍ (ລາວ–ໄທ–ມາເລເຊຍ–ສິງກະໂປ) ຄັ້ງທີ 7 (LTMS-PIP) ເພື່ອລາຍງານເຖິງຄວາມຄືບໜ້າໂຄງການສົ່ງໄຟຟ້າຈາກ ສປປ ລາວໄປ ສິງກະໂປ ຜ່ານລະບົບສາຍສົ່ງ ຂອງ ໄທ ແລະ ມາເລເຊຍ; ເຊິ່ງສໍາເລັດການສົ່ງໄຟຈໍານວນ 38,28 kWh ຮອດວັນທີ 7/10/2026.
ໂດຍລວມ, ການເຂົ້າຮ່ວມກອງປະຊຸມຂອງຄະນະຜູ້ແທນ ສປປ ລາວ ຄັ້ງນີ້ ແມ່ນເປັນການປະກອບສ່ວນໃນວຽກງານ ພະລັງງານອາຊຽນ ແລະ ເປັນການດຶງດູດການລົງທຶນຕ່າງປະເທດ ພ້ອມທັງສະແດງໃຫ້ເຫັນເຖິງຈຸດຢືນ, ຄວາມມຸ້ງໜັ້ນ ແລະ ຄວາມພ້ອມຂອງ ສປປ ລາວ ໃນການສົ່ງເສີມຄວາມຮ່ວມມືພະລັງງານອາຊຽນ, ພາກພື້ນ ແລະ ຊຸກຍູ້-ສົ່ງເສີມໃຫ້ມີການພັດທະນາພະລັງງານຢ່າງຍືນຍົງໃນອາຊຽນ.
