|
ການຄ້າ09 ພຶດສະພາ 2026

ຜະລິດຕະພັນກາເຟລາວ ເຂົ້າຮ່ວມງານມະຫະກຳກາເຟໂລກ ປະຈຳພາກພື້ນອາຊີ World of Coffee Asia 2026

ຜະລິດຕະພັນກາເຟລາວ ເຂົ້າຮ່ວມງານມະຫະກຳກາເຟໂລກ ປະຈຳພາກພື້ນອາຊີ World of Coffee Asia 2026

ລະຫວ່າງວັນທີ 7-9 ພຶດສະພາ 2026 ທີ່ບາງກອກ, ປະເທດໄທ — ກາເຟພິເສດ (Specialty Coffee) ຂອງລາວ ໄດ້ກ້າວສູ່ເວທີລະດັບໂລກ ໂດຍການຮ່ວມມືລະຫວ່າງ ກົມສົ່ງເສີມ MSME (DOSMEP) ກະຊວງ ອຄ, ກະຊວງກະສິກຳ ແລະ ສິ່ງແວດລ້ອມ ແລະ ສະມາຄົມກາເຟລາວ ພາຍໃຕ້ການສະໜັບສະໜູນຈາກໂຄງການ Green Cup ນຳພາຜູ້ປະກອບການ 6-8 ແບຣນ ເຂົ້າຮ່ວມງານ World of Coffee Asia 2026 ທີ່ສູນ BITEC ບາງກອກ.

ແບຣນກາເຟລາວທີ່ເຂົ້າຮ່ວມ

  • Comma Coffee (ນະຄອນຫລວງ)

  • Abile Coffee (ນະຄອນຫລວງວຽງຈັນ)

  • ສະຫາຍຄອບຟີ (ຫລວງພະບາງ)

  • CPC (ບໍລະເວນ)

  • Yrou Coffee (ປາກຊ່ອງ)

  • ກາເຟ ແຜ່ນດີນຄໍາ (ປາກຊ່ອງ)

  • ກາເຟ ດາກຈືງ (ເຊກອງ)

  • ກາເຟ ວັນໃໝ່ (ຫົວພັນ)

ກ່ຽວກັບງານ World of Coffee Asia 2026

ງານ World of Coffee Asia 2026 ເປັນງານໃຫຍ່ທີ່ສຸດຂອງວົງການກາເຟໃນອາຊີ ມີຜູ້ເຂົ້າຮ່ວມຫຼາຍກວ່າ 30,000 ຄົນ ຈາກ 60 ກວ່າປະເທດ, ມີບູດວາງສະແດງ 500 ກວ່າບູດ ຈາກ 300 ຍີ່ຫໍ້ດັງ.

Lao Country Pavilion

ພາຍໃຕ້ການອອກແບບບູດໃນຊື່ Lao Country Pavilion, ສປປ ລາວ ໄດ້ນຳສະເໜີກາເຟອາຣາບິກ້າຄຸນນະພາບພຣີມຽມ ໂດຍສະເພາະກາເຟຈາກດິນພູເຂົາໄຟ ພູພຽງບໍລິເວນ ພ້ອມທັງຈັດກິດຈະກຳທົດສອບລົດຊາດ (Cupping Session) ໃຫ້ນັກຊິມ ແລະ ຜູ້ຊື້ລະດັບໂລກໄດ້ສຳຜັດກັບລົດຊາດ ແລະ ກິ່ນຫອມທີ່ໂດດເດັ່ນຂອງກາເຟລາວ.

ເປົ້າໝາຍຫຼັກແມ່ນການຍູ້ແຮງ Branding Laos Coffee ໃຫ້ໄດ້ຮັບການຮັບຮູ້ວ່າ ກາເຟລາວ ມີມາດຕະຖານການປຸງແຕ່ງ (Processing) ທີ່ຕອບໂຈດຕະຫຼາດໂລກ.

ຜົນທີ່ໄດ້ຮັບ

ວິສາຫະກິດ MSME ຂອງລາວ ໄດ້ຮັບໂອກາດໃນການຈັບຄູ່ທຸລະກິດ (Business Matching) ກັບຜູ້ນຳເຂົ້າ ແລະ ໂຮງຄົ່ວກາເຟ (Roasters) ລາຍໃຫຍ່ຈາກຕ່າງປະເທດ, ອັບເດດເທຣນກາເຟໂລກ, ເຕັກໂນໂລຊີໃໝ່ ແລະ ມາດຕະຖານການຄ້າຢ່າງຍືນຍົງ ເພື່ອພັດທະນາຕ່ອງໂສ້ມູນຄ່າກາເຟລາວໃຫ້ເຂັ້ມແຂງ.

ການຮ່ວມມືໃນຄັ້ງນີ້ ຖືເປັນບາດກ້າວສຳຄັນໃນການປ່ຽນທ່າແຮງດ້ານກະສິກຳ ໃຫ້ກາຍເປັນສິນຄ້າສົ່ງອອກທີ່ມີມູນຄ່າສູງ ເພື່ອສ້າງລາຍຮັບໃຫ້ຊາວກະສິກອນ ແລະ ຂັບເຄື່ອນເສດຖະກິດທ້ອງຖິ່ນຢ່າງຍືນຍົງ.

ແຊຣ໌:Facebookສຳເນົາລິ້ງ
ກັບໄປຫາຂ່າວສານ