|
ທົ່ວໄປ24 ກັນຍາ 2026

ພິທີເຊັນບົດບັນທຶກຄວາມເຂົ້າໃຈກ່ຽວກັບການສົ່ງເສີມຫົວໜ່ວຍທຸລະກິດຂອງຈຸນລະວິສາຫະກິດ, ວິສາຫະກິດຂະ ໜາດນ້ອຍ ແລະ ກາງ ໃຫ້ແມ່ຍິງຢູ່ ສປປ ລາວ

ພິທີເຊັນບົດບັນທຶກຄວາມເຂົ້າໃຈກ່ຽວກັບການສົ່ງເສີມຫົວໜ່ວຍທຸລະກິດຂອງຈຸນລະວິສາຫະກິດ, ວິສາຫະກິດຂະ  ໜາດນ້ອຍ ແລະ ກາງ ໃຫ້ແມ່ຍິງຢູ່ ສປປ ລາວ

ໃນຕອນບ່າຍ ວັນທີ 24  ກັນຍາ 2026, ຢູ່ທີ່ ຫ້ອງປະຊຸມໃຫຍ່ ກະຊວງອຸດສາຫະກໍາ ແລະ ການຄ້າ, ໄດ້ຈັດພິທີເຊັນບົດບັນທຶກຄວາມເຂົ້າໃຈກ່ຽວກັບການສົ່ງເສີມຫົວໜ່ວຍທຸລະກິດຂອງຈຸນລະວິສາຫະກິດ, ວິສາຫະກິດຂະໜາດນ້ອຍ ແລະ ກາງ ໃຫ້ແມ່ຍິງຢູ່ ສປປ ລາວ ລະຫວ່າງກະຊວງອຸດສາຫະກຳ ແລະ ການຄ້າ ແລະ ສູນກາງສະຫະພັນແມ່ຍິງລາວ, ໃຫ້ກຽດເຊັນໂດຍ ທ່ານ ມະໄລທອງ ກົມມະສິດ, ລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ ແລະ ທ່ານ ນາງ ອາລີ ວົງໜໍ່ບຸນທຳ, ປະທານສູນກາງສະຫະພັນແມ່ຍິງລາວ, ຊຶ່ງພິທີເຊັນບົດບັນທຶກໃນຄັ້ງນີ້ ໃຫ້ກຽດເປັນສັກຂີພະຍານໃນພິທີ ຈາກບັນດາທ່ານຕາງໜ້າຈາກກະຊວງອຸດສາຫະກຳ ແລະ ການຄ້າ, ຕາງໜ້າຈາກສູນກາງສະຫະພັນແມ່ຍິງລາວ ແລະ ແຂກຜູ້ມີກຽດ ເຂົ້າຮ່ວມ.

ຈຸດປະສົງຂອງການເຊັນບົດບັນທຶກຄວາມເຂົ້າໃຈ ແມ່ນເພື່ອ ສ້າງກົນໄກຮ່ວມມືທີ່ມີຄວາມຕໍ່ເນື່ອງ ລະຫວ່າງສອງຝ່າຍ ໃນການສົ່ງເສີມຈຸນລະວິສາຫະກິດ, ວິສາຫະກິດຂະໜາດນ້ອຍ ແລະ ກາງ ທີ່ມີແມ່ຍິງເປັນຜູ້ປະກອບການ, ພ້ອມທັງສ້າງໂອກາດໃຫ້ແມ່ຍິງລາວສາມາດເຂົ້າເຖິງແຫຼ່ງທຶນ, ຕະຫຼາດ, ເຕັກໂນໂລຊີ, ຂໍ້ມູນຂ່າວສານ ແລະ ອົງຄວາມຮູ້ທີ່ຈຳເປັນຕໍ່ການສ້າງ ແລະ ພັດທະນາທຸລະກິດ. ໃນຂະນະດຽວກັນ, ການຮ່ວມມືນີ້ ຈະເປັນກົນໄກສຳຄັນໃນການຜັນຂະຫຍາຍນະໂຍບາຍ ແລະ ແຜນຍຸດທະສາດດ້ານການພັດທະນາເສດຖະກິດ ໃຫ້ລົງເຖິງພາກປະຕິບັດ, ເພື່ອບໍ່ໃຫ້ວຽກງານສົ່ງເສີມແມ່ຍິງ ຢູ່ພຽງແຕ່ໃນລະດັບນະໂຍບາຍ ແຕ່ໃຫ້ເກີດຜົນເປັນຈິງໃນລະດັບ ບຸກຄົນ, ຄອບຄົວ, ຊຸມຊົນ ແລະ ທຸລະກິດ. ເປັນບາດກ້າວໜຶ່ງທີ່ສຳຄັນ ໃນການສ້າງກົນໄກຮ່ວມມືລະຫວ່າງ ກະຊວງອຸດສາຫະກຳ ແລະ ການຄ້າ ຮ່ວມກັບ ສູນກາງສະຫະພັນແມ່ຍິງລາວ ໃນການສົ່ງເສີມແມ່ຍິງລາວ ໃຫ້ມີບົດບາດເພີ່ມຂຶ້ນໃນ ດ້ານເສດຖະກິດ, ສາມາດສ້າງອາຊີບ, ສ້າງລາຍຮັບ ແລະ ກ້າວຂຶ້ນມາເປັນຜູ້ປະກອບການ. ກະຊວງອຸດສາຫະກຳ ແລະ ການຄ້າ ໃຫ້ຄວາມສຳຄັນຕໍ່ການພັດທະນາ SMEs ເນື່ອງຈາກ ວິສາຫະກິດຂະໜາດນ້ອຍ, ກາງ ແລະ ຈຸນລະວິສາຫະກິດ ເປັນພື້ນຖານສຳຄັນຂອງ ການຜະລິດ, ການຄ້າ, ການຈ້າງງານ ແລະ ການສ້າງລາຍໄດ້ໃຫ້ແກ່ປະຊາຊົນ ຊຶ່ງໃນບັນດາກຸ່ມຜູ້ປະກອບການນັ້ນ, ແມ່ຍິງມີທ່າແຮງຢ່າງສຳຄັນ ໃນການສ້າງທຸລະກິດ, ສ້າງຜະລິດຕະພັນ, ສ້າງວຽກເຮັດງານທຳ, ສ້າງລາຍໄດ້ໃຫ້ແກ່ຄອບຄົວ ແລະ ຊຸມຊົນ. ດັ່ງນັ້ນ, ການສ້າງສະພາບແວດລ້ອມທີ່ເອື້ອອຳນວຍໃຫ້ແມ່ຍິງ ສາມາດເລີ່ມຕົ້ນ, ດຳເນີນ ແລະ ຂະຫຍາຍທຸລະກິດ ຈຶ່ງເປັນວຽກງານທີ່ກະຊວງຈະໃຫ້ຄວາມສຳຄັນຕໍ່ໄປ.

ການຜັນຂະຫຍາຍແຜນຍຸດທະສາດຂອງກະຊວງອຸດສາຫະກຳ ແລະ ການຄ້າ ບໍ່ໄດ້ຈຳກັດພຽງແຕ່ວຽກຂອງຂະແໜງການ ແຕ່ຍັງໄດ້ເຊື່ອມໂຍງແຜນງານ ໄປສູ່ການສ້າງໂອກາດໃຫ້ປະຊາຊົນ ແລະ ກຸ່ມສະເພາະຕ່າງໆ ສາມາດເຂົ້າຮ່ວມ ແລະ ໄດ້ຮັບປະໂຫຍດຈາກການພັດທະນາ. ໃນນີ້, ການສົ່ງເສີມແມ່ຍິງ ແລະ ການສ້າງຜູ້ປະກອບການເພດຍິງ ຄວນເປັນອີກໜຶ່ງວຽກງານ ທີ່ຕ້ອງຜັນຂະຫຍາຍຢ່າງເປັນຮູບປະທຳ. ຫົວໃຈສຳຄັນຂອງ MOU ສະບັບນີ້ ເນື້ອແທ້ກໍແມ່ນ: “ການສ້າງໂອກາດ” ຫຼື “ການເປີດປະຕູ” ໃຫ້ແກ່ແມ່ຍິງ ຊຶ່ງການເປີດປະຕູໃນທີ່ນີ້.

ໃນຕອນທ້າຍ, ພິທີເຊັນບົດບັນທຶກ ໄດ້ເນັ້ນໜັກໃຫ້ຄະນະຮັບຜິດຊອບແຕ່ລະພາກສ່ວນ ຕ້ອງສຸມໃສ່ການເຮັດວຽກຮ່ວມກັບ ສູນກາງສະຫະພັນແມ່ຍິງ ໃນການໃຫ້ຂໍ້ມູນກ່ຽວກັບແຫຼ່ງທຶນທີ່ຖືກກົດໝາຍ, ແນະນຳການຈັດທຳແຜນທຸລະກິດ, ການຂຽນໂຄງການ ແລະ ການຂໍທຶນ, ພ້ອມທັງຊອກຫາກົນໄກ ແລະ ຄູ່ຮ່ວມພັດທະນາ ທີ່ສາມາດສະໜັບສະໜູນ ເພື່ອໃຫ້ໂອກາດ ຫຼື ການເປີດປະຕູໄດ້ຮັບການພັດທະນາ. ນອກຈາກສິ່ງທີ່ກ່າວມານັ້ນແລ້ວ, ຈົ່ງເພີ່ມທະວີຄວາມເອົາໃຈໃສ່ ແລະ ປະສານງານກັນຢ່າງກົມກຽວ ເພື່ອເຮັດໃຫ້ບັນດາຄາດໝາຍ ແລະ ກິດຈະກຳຕ່າງໆ ທີ່ວາງໄວ້ ໄດ້ຮັບການຈັດຕັ້ງປະຕິບັດຢ່າງມີຜົນສຳເລັດສູງ ແລະ ສະແດງໃຫ້ເຫັນເຖິງບົດບາດອັນພົ້ນເດັ່ນຂອງເອື້ອຍນ້ອງແມ່ຍິງໃນຂະແໜງການອຸດສາຫະກຳ ແລະ ການຄ້າ ຢ່າງແທ້ຈິງ.

 

ພິທີເຊັນບົດບັນທຶກຄວາມເຂົ້າໃຈ ໄດ້ປິດລົງໃນເວລາ 17:00 ໂມງ ຂອງວັນດຽວກັນ.

ແຊຣ໌:FacebookMessengerWhatsAppX
ກັບໄປຫາຂ່າວສານ