|
General22 October 2026

ກະຊວງ ອຄ ເນັ້ນຍົກສູງວຽກງານມາດຕະຖານ ເພື່ອການພັດທະນາຢ່າງຍືນຍົງ

ກະຊວງ ອຄ ເນັ້ນຍົກສູງວຽກງານມາດຕະຖານ ເພື່ອການພັດທະນາຢ່າງຍືນຍົງ

ເນື່ອງໃນໂອກາດ ວັນມາດຕະຖານໂລກ (World Standards Day) ວັນທີ 14 ຕຸລາ 2026 ທ່ານ ປອ ມະໂນທອງ ວົງໄຊ ຮອງລັດຖະມົນຕີກກຊວງອຸດສາຫະກຳ ແລະ ການຄ້າ ຕາງໜ້າກະຊວງອຸດສາຫະກຳ ແລະ ການຄ້າ ໃຫ້ກຽດເປັນປະທານ ໃນການເນັ້ນເຖິງບົດບາດ ແລະ ຄວາມສຳຄັນຂອງວຽກງານມາດຕະຖານ ໃນການຍົກສູງຄຸນນະພາບສິນຄ້າ, ເພີ່ມທະວີຄວາມສາມາດໃນການແຂ່ງຂັນ ແລະ ຊຸກຍູ້ການພັດທະນາເສດຖະກິດ-ສັງຄົມຂອງປະເທດໃຫ້ເຕີບໂຕຢ່າງຍືນຍົງ.

ສຳລັບປີ 2026 ນີ້, ວັນມາດຕະຖານໂລກໄດ້ຈັດຂຶ້ນພາຍໃຕ້ຄຳຂວັນ “ວິໄສທັດຮ່ວມກັນ ເພື່ອໂລກທີ່ດີຂຶ້ນ” ໂດຍເນັ້ນໃສ່ເປົ້າໝາຍການພັດທະນາແບບຍືນຍົງທີ 7 ຂອງອົງການສະຫະປະຊາຊາດ ຄື ການສ້າງຫຼັກປະກັນໃຫ້ທຸກຄົນສາມາດເຂົ້າເຖິງພະລັງງານສະອາດ ແລະ ເຊື່ອຖືໄດ້. ມາດຕະຖານສາກົນມີບົດບາດສຳຄັນໃນການສົ່ງເສີມການນຳໃຊ້ພະລັງງານທົດແທນ, ການພັດທະນາລະບົບໄຟຟ້າອັດສະລິຍະ ແລະ ຍານພາຫະນະໄຟຟ້າ ໃຫ້ມີຄວາມປອດໄພ, ມີປະສິດທິພາບ ແລະ ສາມາດປະກອບສ່ວນໃນການຫຼຸດຜ່ອນການປ່ອຍກາສເຮືອນແກ້ວ.

ອົງການມາດຕະຖານສາກົນ ປະກອບມີ IEC, ISO ແລະ ITU ໄດ້ເນັ້ນ 4 ເນື້ອໃນສຳຄັນ ຄື: ພະລັງງານທີ່ໝັ້ນຄົງຊ່ວຍຂັບເຄື່ອນຄວາມກ້າວໜ້າ; ມາດຕະຖານເຊື່ອມໂຍງຂະແໜງພະລັງງານ ແລະ ດີຈີຕອນ; ມາດຕະຖານຊ່ວຍສ້າງສັງຄົມໃຫ້ເຂັ້ມແຂງ ແລະ ທຸກຄົນມີສ່ວນຮ່ວມ; ແລະ ການຮ່ວມມືທີ່ດີສາມາດປ່ຽນເປົ້າໝາຍໃຫ້ກາຍເປັນຜົນສຳເລັດທີ່ເປັນຮູບປະທຳ.

ສຳລັບ ສປປ ລາວ, ປັດຈຸບັນໄດ້ປະກາດໃຊ້ມາດຕະຖານແຫ່ງຊາດລວມ 643 ມາດຕະຖານ, ໃນນັ້ນມີ 575 ມາດຕະຖານທີ່ອີງໃສ່ມາດຕະຖານສາກົນ ISO ແລະ IEC ແລະ 68 ມາດຕະຖານທີ່ສ້າງຂຶ້ນເອງ. ພ້ອມນັ້ນ ຍັງໄດ້ປະກາດໃຊ້ມາດຕະຖານບັງຄັບໃນຂົງເຂດໄຟຟ້າ-ເອເລັກໂຕຣນິກ, ວັດສະດຸກໍ່ສ້າງ, ນ້ຳມັນເຊື້ອໄຟ ແລະ ອາຍແກັສ ຈຳນວນ 121 ມາດຕະຖານ.

ໃນປີ 2026 ນີ້, ວຽກງານມາດຕະຖານຂອງລາວຍັງໄດ້ສຸມໃສ່ການສ້າງ ແລະ ຮັບຮອງມາດຕະຖານອຸປະກອນຍານພາຫະນະໄຟຟ້າ 3 ມາດຕະຖານເບື້ອງຕົ້ນ ປະກອບມີ ມາດຕະຖານຫົວສາກ, ຕູ້ສາກ ແລະ ແບັດເຕີລີ ເພື່ອສົ່ງເສີມການນຳໃຊ້ຍານພາຫະນະໄຟຟ້າໃຫ້ມີຄວາມປອດໄພ ແລະ ສອດຄ່ອງຕາມມາດຕະຖານ.

ທ່ານສີສັງຄົມ ໂຄດໂຍທາ ໄດ້ປະກາດນຳໃຊ້ມາດຕະຖານແຫ່ງຊາດລວມ 18 ມາດຕະຖານ, ໃນນັ້ນ ມີ ມາດຕະຖານສ້າງໃໝ່ 14 ມາດຕະຖານ ແລະ ມາດຕະຖານປັບປຸງ 4 ມາດຕະຖານ. ມາດຕະຖານເຫຼົ່າ ນີ້ກວມເອົາຜະລິດຕະພັນ ແລະ ວິທີການທົດສອບໃນຂະແໜງວັດສະດຸກໍ່ສ້າງ, ຖັງບັນຈຸແກັດ, ຝຸ່ນເຄມີ, ອາຫານສັດ ແລະ ອ້ອຍ.

ປັດຈຸບັນ ສປປ ລາວ ມີມາດຕະຖານແຫ່ງຊາດທັງໝົດ 643 ມາດຕະຖານ ແລະ ມີມາດຕະຖານທີ່ໄດ້ ກຳນົດໃຫ້ເປັນມາດຕະຖານບັງຄັບ 121 ມາດຕະຖານ.

ກະຊວງອຸດສາຫະກຳ ແລະ ການຄ້າ ຂໍເຊີນຊວນທຸກພາກສ່ວນໃນສັງຄົມ ຮ່ວມມືກັນຈັດຕັ້ງປະຕິບັດ ແລະ ນຳໃຊ້ລະບົບມາດຕະຖານຢ່າງຈິງຈັງ ເພື່ອຍົກສູງຄຸນນະພາບຜະລິດຕະພັນ, ເພີ່ມຂີດຄວາມສາມາດໃນການແຂ່ງຂັນ, ຂະຫຍາຍໂອກາດເຂົ້າສູ່ຕະຫຼາດພາກພື້ນ ແລະ ສາກົນ ພ້ອມທັງຮ່ວມກັນສ້າງອະນາຄົດທີ່ດີຂຶ້ນ ແລະ ຍືນຍົງສຳລັບທຸກຄົນ.

Back to News