ສໍາມະນາວິທະຍາສາດ ການເຕີບໃຫຍ່ຂະຫຍາຍຕົວ ຂອງຂະແໜງ ອຄ

ໃນວັນທີ 21 ຕຸລາ 2026 ທີ່ກະຊວງ ອຸດສາຫະກໍາ ແລະ ການຄ້າ (ອຄ) ໄດ້ຈັດກອງປະຊຸມສໍາມະນາວິທະຍາສາດ ການກໍ່ຮ່າງສ້າງຕົວ ແລະ ການຂະຫຍາຍຕົວ ຂອງຂະແໜງ ອຸດສາຫະກໍາ ແລະ ການຄ້າ ນັບແຕ່ໄລຍະສະໄໝຕໍ່ສູ້ກູ້ຊາດ ຕ້ານຈັກກະພັດລ່າເມືອງຂຶ້ນ ຈົນເຖິງ ປີ 2025 ໂດຍການ ປະທານ ຂອງທ່ານ ພຸດທະວັນ ນັນທະວົງ, ຮອງລັດຖະມົນຕີ ກະຊວງ ອຸຸດສາຫະກໍາ ແລະ ການຄ້າ ໃຫ້ກຽດເຂົ້າຮ່ວມກອງປະຊຸມໃນຄັ້ງນີ້ ປະກອບດ້ວຍບັນດາທ່ານອະດີດການນໍາ ແລະ ພະນັກງານຫຼັກແຫຼ່ງ ຈາກກະຊວງ ອຸດສາຫະກໍາ ແລະ ການຄ້າ ແລະ ກະຊວງ ພະລັງງານ ແລະ ບໍ່ແຮ່ ພ້ອມດ້ວຍຄະນະຫ້ອງການ, ຄະນະຫ້ອງການ ພະນັກງານ-ລັດຖະກອນຫຼັກແຫຼ່ງຂອງກະຊວງ ອຄ ເຂົ້າຮ່ວມ.

ຈຸດປະສົງຂອງກອງປະຊຸມສໍາມະນາວິທະຍາສາດຄັ້ງນີ້ ກໍເພື່ອຜ່ານຮ່າງປຶ້ມປະຫວັດກະຊວງ ໂດຍສະເພາະການປຶກສາຫາລື ໃນບາງບັນຫາສໍາຄັນ:
1) ແລກປ່ຽນກ່ຽວກັບການກໍານົດມືື້ກໍາເນີດ ຂອງກະຊວງ ກໍຄືຂະແໜງການ.
2) ການແລກປ່ຽນໃນການກໍານົດ ຊື່ປຶ້ມ ຊຶ່ງມີສອງທາງເລືອກຄືື: “ຫວນຄືນຂະບວນວິວັດ ແຫ່ງການຂະຫຍາຍຕົວ ຂອງ ວຽກງານ ອຸດສາຫະກໍາ ແລະ ການຄ້າ” ຫຼື “ປະຫວັດຂອງກະຊວງ ອຸດສາຫະກໍາ ແລະ ການຄ້າ”.
3) ແລກປ່ຽນຂໍ້ມູນວຽກງານພະລັງງານ ແລະ ບໍ່ແຮ່ ພາຍຫຼັງການຄວບໂຮມສອງກະຊວງ ອຄ ແລະ ກະຊວງ ພະລັງງານ ແລະ ບໍ່ແຮ່.
ທ່ານປະທານກອງປະຊຸມ ໄດ້ໃຫ້ຮູ້ວ່າ: ຂໍ້ມູນທີ່ຄະນະຂຽນປຶ້ມໄດ້ມາສ່ວນໃຫຍ່ ໂດຍອາໄສປຶ້ມ ແລະ ເອກະສານຈາກແຫຼ່ງຕ່າງໆ ຂອງພັກ ແລະ ລັດຖະບານ. ພ້ອມນັ້ນ, ຜ່ານມາກໍໄດ້ໄປສໍາພາດທ່ານອະດີດການນໍາ ແລະ ພະນັກງານອາວຸໂສ ຂອງກະຊວງ ຕະຫຼອດເຖິງບັນດາ ທ່ານຄະນະທີ່ປຶກສາ, ພະແນກ ອຸດສາຫະກໍາ ແລະການຄ້າ ແຂວງຫົວພັນ. ດ້ວຍເຫດນັ້ນ, ຈຶ່ງໄດ້ຮັບຂໍ້ມູນອັນມີຄຸນຄ່າ ລວມທັງຮູບພາບທີ່ມີຄວາມສໍາຄັນທາງດ້ານປະຫວັດສາດ ໃຫ້ແກ່ການຂຽນປຶ້ມປະຫວັດກະຊວງເຫຼັ້ມນີ້ ໃຫ້ມີຄວາມອຸດົມສົມບູນເທົ່າທີ່ເຮັດໄດ້. ນອກນັ້ນ, ທີມງານຍັງໄດ້ມີໂອກາດໄປຢ້ຽມຢາມບາງສະຖານທີ່ສໍາຄັນ ໂດຍສະເພາະ ຖໍ້າວຽງໄຊ, ແຂວງຫົວພັນ ເພື່ອເກັບກໍາຂໍ້ມູນເພີ່ມເຕີມຈາກຜູ້ທີ່ເຄີຍຄຸກຄີ ແລະ ກິ້ງເກືອກລີເລືອ ໃນຂະບວນການປະຕິວັດຊາດ ປະຊາທິປະໄຕ ຕໍ່ສູ້ກູ້ຊາດ.

ທ່ານຍັງໄດ້ກ່າວຕື່ມວ່າ: ປຶ້ມຫົວດັ່ງກ່າວນີ້ ໄດ້ບັນທຶກ ແລະ ເກັບກໍາເອົາຮ່ອງຮອຍເຫດການສໍາຄັນ ທາງດ້ານປະ ຫວັດສາດອັນມີຄຸນຄ່າ ກ່ຽວກັບວຽກງານອຸດສາຫະກໍາ, ຫັດຖະກໍາ, ການຄ້າ, ພະລັງານ ແລະ ບໍ່ແຮ່ ເພື່ອສ້າງເປັນມໍລະດົກ ແລະ ຄັງແຫ່ງຄວາມຮູ້, ເປັນອານຸສອນໃຫ້ພະນັກງານ-ລັດຖະກອນຮຸ້ນຫຼັງ ໄວ້ເປັນຂໍ້ມູນ ເພື່ອສຶກສາຄົ້ນຄວ້າ ແລະ ສືບຕໍ່ພາລະກິດປະຕິວັດອັນມີກຽດສະຫງ່າງາມ ຂອງ ພັກ-ລັດ ກໍຄືຂະແໜງການ ອຄ ທັງເປັນການຈາລຶກເຖິງຄຸນງາມຄວາມດີຂອງບັນດາທ່ານສະມາຊິກພັກ-ພະນັກງານທັງໝົດ ທີ່ໄດ້ເສຍສະຫຼະ ແລະ ອຸທິດແຮງກາຍ ແຮງໃຈ ເຂົ້າໃນພາລະກິດປະຕິວັດ ຂອງຂະແໜງການ ອຸດສາຫະກໍາ ແລະ ການຄ້າ ກໍຄື ພະລັງງານ ແລະ ບໍ່ແຮ່ ນັບແຕ່ອະດີດຈົນເຖິງປະຈຸບັນ.

ຜ່ານການຄົ້ນຄ້ວາ ພວກເຮົາໄດ້ພ້ອມກັນຮູ້ວ່າ ຕະຫຼອດໄລຍະຕໍ່ສູ້ກູ້ຊາດຍາດເອົາເອກະລາດ, ຂະແໜງ ອຄ ແມ່ນໄດ້ຕິດພັນກັບພາລະກິດປະຕິວັດ ຢ່າງສະເໝີຕົ້ນ ສະເໝີປາຍ ແລະ ຍັງຈະສືບຕໍ່ເປັນແນວນັ້ນຕະຫຼອດໄປ ເພື່ອປະກອບສ່ວນສ້າງສາ ແລະ ພັດທະນາປະເທດຊາດ ໃຫ້ຫຼຸດພົ້ນຈາກຄວາມດ້ອຍພັດທະນາ, ສ້າງປະເທດມີຄວາມສີວິໄລ ແລະ ຮຸ່ງເຮືອງ, ປະຊາຊົນຢູ່ດີ ກິນດີ ຮັ່ງມີ ຜາສຸກ.
ພາບ-ຂ່າວ: ລຸ້ງຟ້າ
ຮຽບຮຽງ: ຄະນະບັນນາທິການຂ່າວສານ ອຄ
Related News
22 October 2026
ກອງປະຊຸມ ຄະນະຊີ້ນຳໂຄງການ ສ້າງລະບົບຄຸ້ມຄອງຊັບພະຍາກອນນ້ຳ ແລະ ການຍົກລະດັບຄວາມສາມາດ ໃນການຕອບໂຕ້ໄພພິບັດ ຂອງອ່າງແມ່ນ້ຳງື່ມ ຄັ້ງທີ 7
22 October 2026
ກອງປະຊຸມເຜີຍແຜ່ເນື້ອໃນສັນຍາວ່າດ້ວຍການສໍາຫຼວດ ແລະ ສ້າງບົດວິພາກເສດຖະກິດເຕັກນິກ ໃນການພັດທະນາແຮ່ຄຳ, ແຮ່ທອງ....
22 October 2026
