General12 October 2026
ການເຄື່ອນໄຫວຕິດຕາມ ກວດກາ ໂຄງການຂຸດຄົ້ນແຮ່ທາດ ທີ່ແຂວງວຽງຈັນ ແລະ ແຂວງໄຊສົມບູນ

ໃນລະຫວ່າງວັນທີ 10-11 ຕຸລາ 2026 ທີ່ຜ່ານມາ ທ່ານ ບຸນຍົງ ສີດາວົງ, ຫົວໜ້າກົມທໍລະນີສາດ ແລະ ບໍ່ແຮ່, ກະຊວງອຸດສາຫະກຳ ແລະ ການຄ້າ, ພ້ອມດ້ວຍຄະນະ ໄດ້ລົງຕິດຕາມ, ກວດກາ ຄວາມຄືບໜ້າການຈັດຕັ້ງປະຕິບັດໂຄງການ ຂອງບັນດາບໍລິສັດຂຸດຄົ້ນແຮ່ທາດ ທີ່ຕັ້ງຢູ່ລຽບຕາມແຄມນ້ຳຊອງ ແລະ ຫ້ວຍນ້ຳສາຂາ ເຂດບ້ານຕັ່ງນາຍ, ບ້ານປຸ່ງຫຼັກ, ຈຸດສຸມຖິ່ນອ່ອນ ເມືອງວັງວຽງ ແຂວງວຽງຈັນ ແລະ ບ້ານໜອງພູນໄຊ ເມືອງລ້ອງແຈ້ງ ແຂວງໄຊສົມບູນ.
ຜ່ານການລົງກວດກາຕົວຈິງ ເຫັນວ່າ ບັນດາ ບໍລິສັດ ໄດ້ໃຫ້ຄວາມເອົາໃຈໃສ່ ແລະ ປະຕິບັດຕາມມາດຕະການຄຸ້ມຄອງສິ່ງແວດລ້ອມຢ່າງເຄັ່ງຄັດ, ໂດຍສະເພາະແມ່ນການຮັກສາແຫຼ່ງນ້ຳ, ສົ່ງຜົນໃຫ້ສາຍນ້ຳຊອງຍັງຄົງມີຄວາມໃສສະອາດ ແລະ ມີສະພາບແວດລ້ອມທີ່ດີຢ່າງຕໍ່ເນື່ອງ.
ພາບ: ສົມສະນຸກ ທອງສະຫງວນ
ຂໍ້ມູນ: ກົມທໍລະນີສາດ ແລະ ແຮ່ທາດ















Related News
22 October 2026
ກອງປະຊຸມ ຄະນະຊີ້ນຳໂຄງການ ສ້າງລະບົບຄຸ້ມຄອງຊັບພະຍາກອນນ້ຳ ແລະ ການຍົກລະດັບຄວາມສາມາດ ໃນການຕອບໂຕ້ໄພພິບັດ ຂອງອ່າງແມ່ນ້ຳງື່ມ ຄັ້ງທີ 7
22 October 2026
ສໍາມະນາວິທະຍາສາດ ການເຕີບໃຫຍ່ຂະຫຍາຍຕົວ ຂອງຂະແໜງ ອຄ
22 October 2026
