ພິທີປະກາດການແຕ່ງຕັ້ງພະນັກງານນໍາພາ-ຄຸ້ມຄອງ ກະຊວງອຸດສາຫະກຳ ແລະ ການຄ້າ ວັນທີ 09 ຕຸລາ 2026

ໃນວັນທີ 09 ຕຸລາ 2026, ທີ່ ລັດວິສາຫະກິດໄຟຟ້າລາວ, ກະຊວງອຸດສາຫະກຳ ແລະ ການຄ້າ (ອຄ) ໄດ້ຈັດພິທີປະກາດການຈັດຕັ້ງ ພະນັກງານນໍາພາ-ຄຸ້ມຄອງ ໂດຍການເປັນປະທານຂອງ ສະຫາຍ ມະໄລທອງ ກົມມະສິດ, ກຳມະການສູນກາງພັກ, ເລຂາຄະນະບໍລິຫານງານພັກ, ລັດຖະມົນຕີ ກະຊວງອຸດສາຫະກຳ ແລະ ການຄ້າ ໂດຍມີ ຕາງໜ້າ ຈາກຄະນະຈັດຕັ້ງສູນກາງພັກ, ຄະນະພັກ-ຄະນະນໍາກະຊວງ, ຄະນະກົມ, ຄະນະອຳນວຍການວິສາຫະກິດທີ່ຂື້ນກັບ, ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ ພ້ອມດ້ວຍພະນັກງານຫຼັກແຫຼ່ງ ເຂົ້າຮ່ວມ.
ໃນພິທີດັ່ງກ່າວ ສະຫາຍ ນາງ ກັນຍາ ແສງແກ້ວວົງພະຈັນ ຮອງຫົວໜ້າກົມຄຸ້ມຄອງພະນັກງານ ຄະນະຈັດຕັ້ງສູນກາງພັກ ໄດ້ໃຫ້ກ່ຽວຂື້ນຜ່ານ ມະຕິຕົກລົງ ແລະ ດຳລັດວ່າດ້ວຍການແຕ່ງຕັ້ງ ດັ່ງນີ້:

1. ປະກາດແຕ່ງຕັ້ງ ສະຫາຍ ຈັນທະເລດ ວໍລະບຸດ , ຜູ້ອໍານວຍການລັດວິສາຫະກິດພັດທະນາແຮ່ທາດລາວ ເປັນ ຫົວໜ້າກົມກວດກາ ທັງບົ່ງຕົວແຕ່ງຕັ້ງເປັນ ຮອງປະທານຄະນະກວດກາພັກກະຊວງ .

2. ປະກາດບົ່ງຕົວແຕ່ງຕັ້ງ ສະຫາຍ ຕຸລາໄຊ ພັນທະວົງ , ຮອງຫົວໜ້າກົມຈັດຕັ້ງ ແລະ ເລຂາຄະນະບໍລິຫານງານຊາວໜຸ່ມກະຊວງ ເປັນ ກຳມະການຄະນະບໍລິຫານງານພັກກະຊວງ.

ໃນໂອກາດນີ້, ສະຫາຍ ປະທານ ໄດ້ມີຄຳເຫັນໂອ້ລົມ ໂດຍເນັ້ນ 5 ບັນຫາຈຸດສຸມ ເພື່ອເປັນທິດທາງໃນການຈັດຕັ້ງປະຕິບັດໜ້າທີ່ການເມືອງ ຄື:
ເອົາໃຈໃສ່ສຶກສາອົບຮົມແນວຄິດເປັນກົກ, ສ້າງພະນັກງານກວດກາໃຫ້ມີຫຼັກໝັ້ນການເມືອງທີ່ໜັກແໜ້ນ, ບໍລິສຸດຜຸດຜ່ອງ ແລະ ສະກັດກັ້ນ ປະກົດການຫຍໍ້ທໍ້, "4 ລັດທິ ແລະ 5 ພະຍາດ" ພາຍໃນກົງຈັກພັກ-ລັດ.
ປະຕິບັດຫຼັກການລວມສູນປະຊາທິປະໄຕ, ຫັນປ່ຽນວິທີເຮັດວຽກໂດຍການ "ຫັນລົງສູ່ຮາກຖານ ຕິດແທດຕົວຈິງ" ແລະ ເນັ້ນການປ້ອງກັນດີກວ່າແກ້ໄຂ.
ເພີ່ມທະວີການກວດກາ ແລະ ຕິດຕາມການຄຸ້ມຄອງລາຄາສິນຄ້າ, ອັດຕາເງິນເຟີ້, ການນໍາເຂົ້າ-ສົ່ງອອກ, ຕ້ານການສໍ້ລາດບັງຫຼວງ ແລະ ສະກັດກັ້ນການຮົ່ວໄຫຼຂອງລາຍຮັບ.
ນໍາໃຊ້ເຕັກໂນໂລຊີ ແລະ ລະບົບຖານຂໍ້ມູນ (Data) ເຂົ້າໃນວຽກງານກວດກາ ແລະ ບໍລິການອອນລາຍ ເພື່ອຫຼຸດຜ່ອນຂັ້ນຕອນ, ສ້າງຄວາມໂປ່ງໃສ ແລະ ສາມາດກວດສອບໄດ້.
ເພີ່ມທະວີຄວາມສາມັກຄີເປັນເອກະພາບ, ເປັນສູນລວມແຫ່ງຄວາມສາມັກຄີ ບົນພື້ນຖານກົດລະບຽບຂອງພັກ ແລະ ກົດໝາຍຂອງລັດ.
Related News
22 October 2026
ກອງປະຊຸມ ຄະນະຊີ້ນຳໂຄງການ ສ້າງລະບົບຄຸ້ມຄອງຊັບພະຍາກອນນ້ຳ ແລະ ການຍົກລະດັບຄວາມສາມາດ ໃນການຕອບໂຕ້ໄພພິບັດ ຂອງອ່າງແມ່ນ້ຳງື່ມ ຄັ້ງທີ 7
22 October 2026
ສໍາມະນາວິທະຍາສາດ ການເຕີບໃຫຍ່ຂະຫຍາຍຕົວ ຂອງຂະແໜງ ອຄ
22 October 2026
