ຝຶກອົບຮົມ ເພື່ອເສີມສ້າງທັກສະ ແລະ ຄວາມສາມາດໃຫ້ແກ່ທີ່ປຶກສາ

ໃນຕອນເຊົ້າ ວັນທີ 06 ຕຸລາ 2026, ກົມສົ່ງເສີມວິສາຫະກິດຈຸນລະພາກ, ຂະໜາດນ້ອຍ ແລະ ຂະໜາດກາງ (ກຈນກ), ກະຊວງອຸດສາຫະກຳ ແລະ ການຄ້າ, ຮ່ວມກັບ UNDP Lao PDR, ສະຖານທູດອົດສະຕາລີ ແລະ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ (LNCCI), ພາຍໃຕ້ໂຄງການ “WE RISE Together: Growing Your Business”, ໄດ້ສືບຕໍ່ຈັດຝຶກອົບຮົມ ເພື່ອເສີມສ້າງທັກສະ ແລະ ຄວາມສາມາດໃຫ້ແກ່ທີ່ປຶກສາ ຈຳນວນ 30 ທ່ານ ໃນການນຳໃຊ້ເຄື່ອງມືພາຍໃຕ້ UNDP Inclusive Value Chains (IVC), ໂດຍສະເພາະ Growing Your Business (GYB) ແລະ Supplier Development Programme (SDP) ໃນຮູບແບບທີ່ຄຳນຶງເຖິງບົດບາດຍິງ-ຊາຍ.

ການຝຶກອົບຮົມໃນຄັ້ງນີ້ ໄດ້ຮັບກຽດເປັນປະທານໂດຍ ທ່ານ ປອ. ນາງ ມະໄລຄຳ ພິລາພອນ, ຮອງຫົວໜ້າກົມສົ່ງເສີມ ຈນກ, ກະຊວງອຸດສາຫະກຳ ແລະ ການຄ້າ, ພ້ອມດ້ວຍ ທ່ານ ນາງ Ayshanie Medagangoda-Labé, ຜູ້ຕາງໜ້າປະຈຳ UNDP, ທ່ານ ນາງ Alice Hawkins, ເລຂາທີ 2 ຝ່າຍການພັດທະນາ ສະຖານທູດອົດສະຕາລີ, ແລະ ທ່ານ ທະນົງສິນ ກັນລະຍາ, ຮອງປະທານບໍລິຫານ LNCCI, ພ້ອມດ້ວຍບັນດາຕາງໜ້າຈາກພາກສ່ວນຕ່າງໆທີ່ກ່ຽວ ຂ້ອງ.

ໂຄງການດັ່ງກ່າວ ມີຈຸດປະສົງສຳຄັນໃນການສະໜັບສະໜູນວິສາຫະກິດຍິງ ແລະ ວິສາຫະກິດທີ່ນຳພາໂດຍແມ່ຍິງ ລວມເຖິງວິສາຫະກິດທີ່ຄຳນຶງເຖິງບົດບາດຍິງ-ຊາຍ, ໂດຍເນັ້ນການເສີມສ້າງລະບົບນິເວດທີ່ເອື້ອອຳນວຍຕໍ່ການພັດທະນາທຸລະກິດ. ພ້ອມທັງສົ່ງເສີມໃຫ້ວິສາຫະກິດ ສາມາດປັບປຸງການເຂົ້າເຖິງຕະຫຼາດ, ເສີມສ້າງຄວາມສາມາດໃນການແຂ່ງຂັນ ແລະ ເພີ່ມໂອກາດການມີສ່ວນຮ່ວມໃນການຈັດຊື້-ຈັດຈ້າງ ແລະ ຫ່ວງໂສ້ອຸປະທານ.
ການຈັດຝຶກອົບຮົມຄັ້ງນີ້ ຈຶ່ງເປັນອີກໜຶ່ງກ້າວສຳຄັນຫຼາຍ ໃນການພັດທະນາທີ່ປຶກສາທຸລະກິດໃຫ້ມີຄວາມຮູ້, ທັກສະ ແລະ ເຄື່ອງມືທີ່ເໝາະສົມ ເພື່ອສາມາດຖ່າຍທອດ ແລະ ໃຫ້ຄຳປຶກສາແກ່ຫົວໜ່ວຍວິສາຫະກິດ, ໂດຍສະເພາະວິສາຫະກິດຍິງ ແລະ ວິສາຫະກິດທີ່ນຳພາໂດຍແມ່ຍິງ ໃຫ້ສາມາດເຕີບໂຕ, ມີຄວາມສາມາດແຂ່ງຂັນ ແລະ ເຊື່ອມໂຍງເຂົ້າສູ່ຕະຫຼາດ ແລະ ຫ່ວງໂສ້ອຸປະທານໄດ້ດີຍິ່ງຂຶ້ນ.
ຂໍ້ມູນ: ກຈນກ
Related News
18 November 2026
ກົມຊັບສິນທາງປັນຍາ ຮ່ວມກັບ WIPO ແລະ JPO ຈັດສຳມະນາສ້າງຄວາມຮັບຮູ້ກ່ຽວກັບລະບົບເຮັກ (Hague System)
16 November 2026
ການຈັດຝຶກອົບຮົມເພື່ອສ້າງຄວາມເຂັ້ມແຂງກ່ຽວກັບການຈັດຕັ້ງປະຕິບັດກົດໝາຍ ວ່າດ້ວຍ ການແຂ່ງຂັນທາງທຸລະກິດ ແລະ ການປົກປ້ອງຜູ້ຊົມໃຊ້
16 November 2026
