|
General18 November 2026

ກົມຊັບສິນທາງປັນຍາ ຮ່ວມກັບ WIPO ແລະ JPO ຈັດສຳມະນາສ້າງຄວາມຮັບຮູ້ກ່ຽວກັບລະບົບເຮັກ (Hague System)

ກົມຊັບສິນທາງປັນຍາ ຮ່ວມກັບ WIPO ແລະ JPO ຈັດສຳມະນາສ້າງຄວາມຮັບຮູ້ກ່ຽວກັບລະບົບເຮັກ (Hague System)

ວັນທີ 18 ພະຈິກ 2026, ທີ່ນະຄອນຫຼວງວຽງຈັນ, ກົມຊັບສິນທາງປັນຍາ ກະຊວງອຸດສາຫະກຳ ແລະ ການຄ້າ ຮ່ວມກັບ ອົງການຊັບສິນທາງປັນຍາໂລກ (WIPO) ແລະ ໄດ້ຮັບການສະໜັບສະໜູນຈາກ ສຳນັກງານສິດທິບັດຍີ່ປຸ່ນ (JPO) ໄດ້ຈັດກອງປະຊຸມສຳມະນາເຜີຍແຜ່ ແລະ ສ້າງຄວາມຮັບຮູ້ກ່ຽວກັບລະບົບເຮັກ (Hague System) ໃຫ້ແກ່ຜູ້ນຳໃຊ້. ກອງປະຊຸມດັ່ງກ່າວ ໃຫ້ກຽດເປັນປະທານຮ່ວມ ແລະ ກ່າວເປີດໂດຍ ທ່ານ ນາງ ສີດາ ຢູຕຼີຈັນທະຈັກ, ຮອງຫົວໜ້າກົມຊັບສິນທາງປັນຍາ, ແລະ ທ່ານ ນາງ Marie-Paule Rizo ຫົວໜ້າພະແນກກົດໝາຍ ແລະ ສົ່ງເສີມ ສົນທິສັນຍາເຮັກ, ກົມທະບຽນເຮັກ (WIPO).

ໃນກອງປະຊຸມ ມີທ່ານ ກິແກ້ວ ວໍລະວົງສາ, ຮອງຫົວໜ້າກົມຊັບສິນທາງປັນຍາ ກະຊວງອຸດສາຫະກໍາ ແລະ ການຄ້າ, ທ່ານ ນາງ Silke Weiss ເຈົ້າໜ້າທີ່ກົດໝາຍອາວຸໂສ (WIPO), ທ່ານ Hiroshi Harakawa ຮອງຫົວໜ້າພະແນກອອກແບບ ຈາກສຳນັກງານສິດທິບັດຍີ່ປຸ່ນ (JPO), ພ້ອມດ້ວຍຜູ້ຕາງໜ້າຈາກ ພະແນກອຸດສາຫະກຳ ແລະ ການຄ້າ ນະຄອນຫຼວງວຽງຈັນ, ມະຫາວິທະຍາໄລແຫ່ງຊາດ, ບໍລິສັດຜູ້ຕາງໜ້າຈົດທະບຽນຊັບສິນທາງປັນຍາ, ຜູ້ປະກອບການ ແລະ ພະນັກງານຂອງກົມຊັບສິນທາງປັນຍາ ເຂົ້າຮ່ວມ.

ໃນພິທີກ່າວເປີດກອງປະຊຸມ, ທ່ານ ນາງ ສີດາ ຢູຕຼີຈັນທະຈັກ ໄດ້ຍົກໃຫ້ເຫັນເຖິງຄວາມສຳຄັນຂອງການເຂົ້າເປັນພາຄີອະນຸສັນຍາເຈນີວາ ສະບັບປີ 1999 ພາຍໃຕ້ສັນຍາເຮັກ ຂອງ ສປປ ລາວ, ຊຶ່ງເປັນລະບົບການຈົດທະບຽນສາກົນ ກ່ຽວກັບແບບອຸດສາຫະກຳ ທີ່ຊ່ວຍອຳນວຍຄວາມສະດວກໃຫ້ເຈົ້າຂອງແບບອຸດສາຫະກຳ ສາມາດຍື່ນຄຳຮ້ອງຂໍປົກປ້ອງຜົນງານຂອງຕົນຢູ່ຫຼາຍປະເທດໄດ້ ໂດຍຜ່ານການຍື່ນຄຳຮ້ອງສາກົນພຽງສະບັບດຽວ, ນຳໃຊ້ພາສາດຽວ ແລະ ຊຳລະຄ່າທຳນຽມຊຸດດຽວ. ການເຂົ້າຮ່ວມລະບົບດັ່ງກ່າວ ສະທ້ອນໃຫ້ເຫັນເຖິງຄວາມພະຍາຍາມຂອງ ສປປ ລາວ, ໃນການຍົກລະດັບລະບົບຊັບສິນທາງປັນຍາ ໃຫ້ສອດຄ່ອງກັບມາດຕະຖານສາກົນ, ສົ່ງເສີມຄວາມຄິດສ້າງສັນ, ນະວັດຕະກຳ, ດຶງດູດການຄ້າ ແລະ ການລົງທຶນ, ເພື່ອປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມ ຂອງ ສປປ ລາວ.

ກອງປະຊຸມສຳມະນາໃນຄັ້ງນີ້ ຜູ້ເຂົ້າຮ່ວມໄດ້ຮັບຟັງການບັນຍາຍ ແລະ ແລກປ່ຽນບົດຮຽນຈາກຊ່ຽວຊານຂອງ WIPO, JPO ແລະ ກົມຊັບສິນທາງປັນຍາ ໃນຫຼາຍຫົວຂໍ້ທີ່ສຳຄັນ ເຊັ່ນ: ຄຸນຄ່າຂອງແບບອຸດສາຫະກຳ ແລະ ຄວາມສຳຄັນຂອງການປົກປ້ອງ; ພາບລວມຂອງລະບົບເຮັກ, ນິຕິກຳທີ່ກ່ຽວຂ້ອງ, ຂັ້ນຕອນການຍື່ນຄຳຮ້ອງສາກົນ, ການກວດສອບ ໂດຍ WIPO ແລະ ລະບົບ eHague; ລະບົບແບບອຸດສາຫະກຳຂອງ ສປປ ລາວ ແລະ ບົດບາດຂອງກົມຊັບສິນທາງປັນຍາ ພາຍໃຕ້ສັນຍາເຮັກ; ຜົນປະໂຫຍດທີ່ນັກອອກແບບ, ຜູ້ປະກອບການ ແລະ ທຸລະກິດລາວ ຈະໄດ້ຮັບໃນການປະຢັດຄ່າໃຊ້ຈ່າຍ, ເພີ່ມມູນຄ່າໃຫ້ແກ່ຜົນງານການອອກແບບ ແລະ ຂະຫຍາຍໂອກາດເຂົ້າເຖິງຕະຫຼາດສາກົນ.

ໃນຕອນທ້າຍຂອງກອງປະຊຸມ, ທ່ານ ນາງ ສີດາ ຢູຕຼີຈັນທະຈັກ ໄດ້ກ່າວສະແດງຄວາມຂອບໃຈຕໍ່ WIPO, JPO ແລະ ຜູ້ເຂົ້າຮ່ວມທຸກພາກສ່ວນ ທີ່ໄດ້ປະກອບສ່ວນເຮັດໃຫ້ການສຳມະນາປະສົບຜົນສຳເລັດຢ່າງຈົບງາມ. ພ້ອມກັນນີ້, ທ່ານຍັງໄດ້ຢືນຢັນວ່າ ກົມຊັບສິນທາງປັນຍາ ຈະສືບຕໍ່ຮ່ວມມືກັບ WIPO ແລະ ພາກສ່ວນກ່ຽວຂ້ອງ ເພື່ອສົ່ງເສີມຄວາມພ້ອມທາງດ້ານນິຕິກຳ, ຂັ້ນຕອນການບໍລິຫານ ແລະ ບຸກຄະລາກອນ ໃຫ້ສາມາດຮອງຮັບການຈັດຕັ້ງປະຕິບັດພາຍໃຕ້ລະບົບເຮັກໄດ້ຢ່າງມີປະສິດທິຜົນ.

ພາບ: ວຽງສະຫວັນ ປຣະດິດ

ຂ່າວ: ກົມຊັບສິນທາງປັນຍາ

ກວດແກ້: ຄະນະບັນນາທິການຂ່າວສານ ອຄ

Back to News