ກະຊວງອຸດສາຫະກຳ ແລະ ການຄ້າ ປຶກສາຫາລືທາງດ້ານເຕັກນິກ ຮ່ວມກັບ ທະນາຄານໂລກ ເພື່ອຊຸກຍູ້ໂຄງການພັດທະນາຂະແໜງເອກະຊົນ ແລະ ການສ້າງວຽກເຮັດງານທຳ ໄລຍະໃໝ່

ໃນຕອນບ່າຍວັນທີ 1 ຕຸລາ 2026, ຢູ່ທີ່ ກະຊວງອຸດສາຫະກຳ ແລະ ການຄ້າ, ໄດ້ຮັບແຂກ ຈາກທີມງານດ້ານການເງິນ ແລະ ພາກລັດ-ເອກະຊົນ ຂອງທະນາຄານໂລກ.
ກອງປະຊຸມຄັ້ງນີ້ ໂດຍການເປັນປະທານຮ່ວມຂອງ ທ່ານ ປອ. ມະໂນທອງ ວົງໄຊ, ຮອງລັດຖະມົນຕີ, ກະຊວງອຸດສາຫະກຳ ແລະ ການຄ້າ ແລະ ທ່ານ Khwima Nthara, ຫົວໜ້າຜູ້ຕາງໜ້າ ທະນາຄານໂລກ ປະ ຈຳ ສປປ ລາວ, ໂດຍມີຕາງໜ້າຈາກກົມກ່ຽວຂ້ອງ ຂອງກະຊວງອຸດສາຫະກຳ ແລະ ການຄ້າ ເຊັ່ນ: ຫ້ອງການກະຊວງ, ກົມສົ່ງເສີມຈຸນລະວິສາຫະກິດ, ວິສາຫະກິດຂະໜາດນ້ອຍ ແລະ ກາງ, ກົມນະໂຍບາຍ, ແຜນພັດທະນາ ແລະ ປະເມີນຜົນ, ກົມເຈລະຈາ ແລະ ຮ່ວມມືສາກົນ, ກົມຄຸ້ມຄອງວິສາຫະກິດ, ກົມທໍລະນີສາດ ແລະ ບໍ່ແຮ່ ພ້ອມດ້ວຍຄະນະຜູ້ຊ່ຽວຊານ ຈາກທະນາຄານໂລກ ເຂົ້າຮ່ວມຢ່າງພ້ອມພຽງ.
ຈຸດປະສົງຫຼັກຂອງກອງປະຊຸມ ແມ່ນເພື່ອປຶກສາຫາລື ກ່ຽວກັບ ຄວາມຕ້ອງການການສະໜັບສະໜູນຈາກທະນາຄານໂລກ ພາຍຫຼັງສິ້ນສຸດໂຄງການເຂົ້າເຖິງແຫຼ່ງທຶນຂອງ ຈຸນລະວິສາຫະກິດ, ວິສາຫະກິດຂະໜາດນ້ອຍ ແລະ ກາງ ເພື່ອຮັບມືກັບຜົນກະທົບ ແລະ ຟື້ນຟູ ຈາກໂຄວິດ-19 ເພື່ອສືບຕໍ່ຊຸກຍູ້ສົ່ງເສີມພາກເອກະຊົນ ແລະ ລາຍງານຜົນຂອງການຊຸກຍູ້, ຕິດຕາມ ໂຄງການ .....(LCT 2),
ໃນໂອກາດດັ່ງກ່າວ, ທ່ານ ປອ ມະໂນທອງ ວົງໄຊ ໄດ້ກ່າວຕ້ອນຮັບຢ່າງອົບອຸ່ນ ແລະ ສະແດງຄວາມຂອບໃຈຢ່າງຈິງໃຈຕໍ່ ກຸ່ມທະນາຄານໂລກ (WBG) ທີ່ເປັນຄູ່ຮ່ວມງານຍຸດທະສາດ ທີ່ສຳຄັນ ແລະ ໄດ້ໃຫ້ການສະ ໜັບສະໜູນ ສປປ ລາວ ຢ່າງຕໍ່ເນື່ອງໃນຕະຫຼອດກວ່າ 10 ປີທີ່ຜ່ານມາ,ໂດຍສະເພາະ ແມ່ນການຮ່ວມມືຢ່າງໃກ້ຊິດໃນດ້ານການຄ້າ, ການສົ່ງເສີມການເຂົ້າເຖິງແຫຼ່ງທຶນຂອງ MSME , ການຊ່ວຍເຫຼືອດ້ານວິຊາການ ໃນການຮັກສາສະຖຽນລະພາບເສດຖະກິດມະຫາພາກ, ການພັດທະນາໂຄງຮ່າງພື້ນຖານ ແລະ ການອຳນວຍຄວາມສະດວກທາງດ້ານການຄ້າ ເພື່ອຫຼຸດຜ່ອນຕົ້ນທຶນການຂົນສົ່ງ. ກະຊວງອຸດສາຫະກໍາ ແລະ ການຄ້າ ຈະໄດ້ດໍາເນີນຂະບວນການພາຍໃນ ເພື່ອສະເໜີຂໍການສະໜັບສະໜູນຈາກທະນາຄານໂລກ.
ໃນຕອນທ້າຍ, ທັງສອງຝ່າຍໄດ້ຢືນຢັນຄວາມມຸ່ງໝັ້ນທີ່ຈະສືບຕໍ່ຮ່ວມມືກັນຢ່າງໃກ້ຊິດ ໂດຍກະຊວງອຸດສາຫະກຳ ແລະ ການຄ້າ ມີແຜນທີ່ຈະຈັດຕັ້ງ ຄະນະກຳມະການກະກຽມໂຄງການ ເພື່ອເຮັດວຽກຮ່ວມກັບ ທີມງານໂຄງການຂອງທະນາຄານໂລກ (WB Task Team) ໃນການກຳນົດລາຍລະອຽດ, ອອກແບບແຜນງານ ແລະ ສັງລວມບົດຮຽນທີ່ຜ່ານມາ ເພື່ອໃຫ້ການຈັດຕັ້ງປະຕິບັດໂຄງການໃໝ່ນີ້ ສອດຄ່ອງກັບບູລິມະສິດແຫ່ງຊາດ ແລະ ເກີດຜົນປະໂຫຍດສູງສຸດຕໍ່ຂະແໜງເອກະຊົນ ແລະ ປະຊາຊົນລາວໂດຍລວມ.
ພາບ ແລະ ຂ່າວ: ສູນທອງ ພາວັນ
ກວດແກ້: ຄະນະບັນນາທິການຂ່າວສານ ອຄ
Related News
02 October 2026
"ຄະນະບໍລິຫານງານພັກກະຊວງອຸດສາຫະກຳ ແລະ ການຄ້າ ປຶກສາຫາລືການຜັນຂະຫຍາຍ ຜົນກອງປະຊຸມຄົບຄະນະວິສາມັນ ຂອງຄະນະບໍລິຫານງານສູນກາງ ພັກ ສະໄຫມທີ XII ທີ່ພົວພັນກັບຄວາມຮັບຜິດຊອບ ຂອງຕົນ"
02 October 2026
ພິທີປິດຊຸດຝຶກອົບຮົມວຽກງານຈັດຕັ້ງ, ກໍ່ສ້າງພັກ-ພະນັກງານ ຊຸດທີ III
02 October 2026
