MoIC Minister Receives Ambassador of the Socialist Republic of Vietnam to Lao PDR

ໃນຕອນບ່າຍຂອງວັນທີ 14 ພຶດສະພາ 2026, ທີ່ກະຊວງອຸດສາຫະກຳ ແລະ ການຄ້າ, ທ່ານ ມະໄລທອງ ກົມມະສິດ, ລັດຖະມົນຕີກະຊວງ ອຄ ໄດ້ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມພົບປະຂອງ ທ່ານ ຫງຽນ ມິ່ງ ເຕີມ, ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງ ສສ ຫວຽດນາມ ປະຈຳ ສປປ ລາວ ພ້ອມດ້ວຍຄະນະ.
ຈຸດປະສົງການພົບປະ
ເພື່ອແລກປ່ຽນຄຳຄິດເຫັນກ່ຽວກັບການຜັນຂະຫຍາຍຂໍ້ຕົກລົງຂອງການນຳຂັ້ນສູງຂອງ ສອງພັກ ສອງລັດ ໃນການຍົກລະດັບການເປັນຫຸ້ນສ່ວນຍຸດທະສາດ ໂດຍສະເພາະ ການສົ່ງເສີມການຮ່ວມມືດ້ານເສດຖະກິດ, ການຄ້າ ແລະ ການລົງທຶນ ລະຫວ່າງ ລາວ-ຫວຽດນາມ.
ຜົນຂອງການພົບປະ
ໃນການພົບປະຄັ້ງນີ້, ສອງຝ່າຍໄດ້ຕີລາຄາສູງຕໍ່ສາຍພົວພັນມິດຕະພາບ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ລາວ-ຫວຽດນາມ ໂດຍສະເພາະແມ່ນການຮ່ວມມືດ້ານເສດຖະກິດ, ການຄ້າ ແລະ ການລົງທຶນ ທີ່ຂະຫຍາຍຕົວຢ່າງຕໍ່ເນື່ອງ.
ສອງຝ່າຍໄດ້ເຫັນດີເປັນເອກະພາບໃນການກຳນົດ ແຜນຮ່ວມມືຍຸດທະສາດ ປີ 2026-2030 ໂດຍເນັ້ນໃສ່ 4 ຂະແໜງການຫຼັກ ຄື:
ການຄ້າ
ອຸດສາຫະກຳ
ພະລັງງານ
ບໍ່ແຮ່
ເພື່ອຊຸກຍູ້ການພັດທະນາເສດຖະກິດຂອງທັງສອງປະເທດໃຫ້ເຂັ້ມແຂງຂຶ້ນກວ່າເກົ່າ.

Related News
18 November 2026
ກົມຊັບສິນທາງປັນຍາ ຮ່ວມກັບ WIPO ແລະ JPO ຈັດສຳມະນາສ້າງຄວາມຮັບຮູ້ກ່ຽວກັບລະບົບເຮັກ (Hague System)
16 November 2026
ການຈັດຝຶກອົບຮົມເພື່ອສ້າງຄວາມເຂັ້ມແຂງກ່ຽວກັບການຈັດຕັ້ງປະຕິບັດກົດໝາຍ ວ່າດ້ວຍ ການແຂ່ງຂັນທາງທຸລະກິດ ແລະ ການປົກປ້ອງຜູ້ຊົມໃຊ້
16 November 2026
