ຝຶກອົບຮົມຂັ້ນຕອນການກວດກາ ແລະ ແກ້ໄຂ ຂໍ້ຂັດແຍ່ງໃນວຽກງານການແຂ່ງຂັນທາງທຸລະກິດ
By theu vaenvongsod On 21 Oct, 2022 At 03:52 PM | Categorized As ຂ່າວພາຍໃນ | With 0 Comments

IMG_0015.78

     ກົມການຄ້າພາຍໃນ, ພະແນກຄຸ້ມຄອງການແຂ່ງຂັນທາງທຸລະກິດ, ກະຊວງອຸດສາຫະກຳ ແລະ ການຄ້າ ໄດ້ຈັດຝຶກອົບຮົມຂັ້ນຕອນການກວດກາ ແລະ ແກ້ໄຂ ຂໍ້ຂັດແຍ່ງໃນວຽກງານແຂ່ງຂັນທາງທຸລະກິດ ໂດຍໃຫ້ກຽດເປັນປະທານຂອງ  ທ່ານ ພູວຽງ ພົງສາ ຫົວໜ້າກົມການຄ້າພາຍໃນ (ຫົວໜ້າກອງເລຂາ ຄຂທ) ກະຊວງ ອຸດສາຫະກຳ ແລະ ການຄ້າ ການຝຶກອົບຮົມໄດ້ຈັດຂຶ້ນໃນວັນທີ 21 ຕຸລາ 2022, ທີ່ ສະຖາບັນອຸດສາຫະກໍາ ແລະ ການຄ້າ, ກະຊວງ ອຄ, ພາຍໃຕ້​ການ​ສະໜັບສະໜູນ​ຈາກ​ອົງການ GIZ-COMPETE ລັດຖະບານ​ເຢຍລະ​ມັນ, ຊຶ່ງມີຜູ້ເຂົ້າຮ່ວມ ຈາກອົງການໄອຍະການ ນະຄອນຫຼວງວຽງຈັນ, ກົມຕໍາຫຼວດເສດຖະກິດ (ກະຊວງປ້ອງກັນຄວາມສະຫງົບ), ກົມຊັບສິນທາງປັນຍາ, ພະນັກງານຜູ້ຕາງໜ້າຈາກອົງການ GIZ, ພະນັກງານຈາກບັນດາພະແນກພາຍໃນກົມການຄ້າພາຍໃນ ແລະ ພະນັກງານພາຍໃນພະແນກຄຸ້ມຄອງການແຂ່ງຂັນທາງທຸລະກິດ.

IMG_0036.78

     ທ່ານປະທານ ໄດ້ກ່າວວ່າ: ການຈັດຝຶກອົບຮົມຄັ້ງນີ້ ເພື່ອເປັນການຈັດຕັ້ງຜັນຂະຫຍາຍກົດໝາຍວ່າດ້ວຍ ການແຂ່ງຂັນທາງທຸລະກິດ ແລະ ເພື່ອສ້າງຄວາມເຂົ້າໃຈ, ຮຽນຮູ້ບົດຮຽນ ແລະ ປະສົບການກ່ຽວກັບຂັ້ນຕອນການສືບສວນ-ສອບສວນ ວຽກງານການແຂ່ງຂັນທາງທຸລະກິດ ແລະ ວຽກງານທີ່ປິ່ນອ້ອມ ພ້ອມທັງເປັນການເປີດເວທີປຶກສາຫາລື, ແລກປ່ຽນຄໍາຄິດເຫັນຂອງຜູ້ເຂົ້າຮ່ວມ, ຊຶ່ງມີຫົວຂໍ້ທີ່ນຳມາບັນຍາຍປະກອບດ້ວຍ: (1) ລາຍງານສະພາບການຈັດຕັ້ງປະຕິບັດ ວຽກງານແຂ່ງຂັນທາງທຸລະກິດ ໂດຍສັງເຂບ; (2) ຂັ້ນຕອນການກວດກາ, ສືບສວນ-ສອບສວນ ແລະ ແກ້ໄຂກົມຕໍາຫຼວດເສດຖະກິດ; (3) ຂັ້ນຕອນການກວດກາ, ສືບສວນ-ສອບສວນ ແລະ ແກ້ໄຂອົງການໄອຍະການ ນະຄອນຫຼວງວຽງຈັນ; (4) ວຽກງານແກ້ໄຂຂໍ້ຂັດແຍ່ງຊັບສິນທາງປັນຍາ; (5) ສະເໜີຂັ້ນຕອນການກວດກາ, ສືບສວນ-ສອບສວນ ແລະ ແກ້ໄຂ ວຽກງານແຂ່ງຂັນທາງທຸລະກິດ,  ພາຍຫຼັງໄດ້ຮັບຟັງນັກສໍາມະນາກອນຂຶ້ນບັນຍາຍ ຜູ້ເຂົ້າຮ່ວມໄດ້ໃຊ້ສະຕິປັນຍາ ຄົ້ນຄວ້າ, ປະກອບຄໍາຄິດເຫັນ ຊຶ່ງມີບັນຍາກາດເປັນກັນເອງ ແລະ ກົງໄປກົງມາ.

IMG_0063.78

     ໃນຕອນທ້າຍທ່ານປະທານຍັງໄດ້​ຊີ້ນໍາຕື່ມວ່າ: ຮຽກຮ້ອງ​ໃຫ້​ຜູ້​ເຂົ້າຮ່ວມການຝຶກອົບຮົມ​ໃນຄັ້ງນີ້ ຈົ່ງເອົາໃຈໃສ່ຄົ້ນຄວ້າ, ຕິດຕາມ, ສາມາດເຂົ້າໃຈເນື້ອໃນທີ່ສຳຄັນ ແລະ ຄວາມ​ຮູ້​ດ້ານວິຊາ​ການ ​ຊຶ່ງ​ທັງ​ໝົດ​ນີ້ ໄດ້ເປັນ​ການ​ຍົກ​ສູງ​ຄວາມ​ຮູ້, ຄວາມສາມາດ​ ແລະ​ ປະສົບ​ການ​ຂອງ​ຜູ້ເຂົ້າຮ່ວມ ໂດຍສະເພາະແມ່ນຂັ້ນຕອນການກວດກາ ແລະ ແກ້ໄຂ ຂໍ້ຂັດແຍ່ງໃນວຽກງານການແຂ່ງຂັນທາງທຸລະກິດ ແລະ ວຽກງານທີ່ປິ່ນອ້ອມ ​ຊຶ່ງ​​ຈະ​ໄດ້​ນຳ​ເອົາເນື້ອໃນຈິດໃຈຂອງການຝຶກອົບຮົມຄັ້ງນີ້ ໄປ​ນຳ​ໃຊ້​ເຂົ້າ​ໃນ​ວຽກ​ງານຕົວຈິງ ໂດຍສະເພາະ​ການແຂ່ງຂັນທາງທຸລະກິດ ທີ່ໄດ້ຮັບມອບຫມາຍ ເພື່ອຕ້ານ ແລະ ສະກັດກັ້ນການແຂ່ງຂັນທີ່ບໍ່ເປັນທຳ, ​ສົ່ງເສີມການແຂ່ງຂັນທີ່ເປັນທຳ ພາຍໃຕ້ກົດໝາຍ ແລະ ລະບຽບການ.

ແຫລ່ງຂ່າວ: ພະແນກຄຸ້ມຄອງການແຂ່ງຂັນທາງທຸລະກິດ ກຄພນ

ພາບ: ໄພວັນ ໂຄດວັນທາ ສູນສະຖິຕິ ແລະ ຂໍ້ມູນຂ່າວສານ ກຜຮ