ກອງປະຊຸມເຜີຍແຜ່ດໍາລັດວ່າດ້ວຍລົດລັດ ສະບັບເລກທີ 599/ລບ, ລົງວັນທີ 29 ກັນຍາ 2021 ແລະ ຕິດກາໝາຍລົດລັດຮັບໃຊ້ວຽກທາງລັດຖະການ
By admin On 11 Aug, 2022 At 11:43 AM | Categorized As ຂ່າວສຳຄັນ | With 0 Comments

IMG_0030

ໃນຕອນເຊົ້າ ວັນທີ 11 ສິງຫາ 2022 ທີ່ກະຊວງອຸດສາຫະກໍາ ແລະ ການຄ້າ ໄດ້ຈັດກອງປະຊຸມເຜີຍແຜ່ດໍາລັດວ່າດ້ວຍລົດລັດ ສະບັບເລກທີ 599/ລບ, ລົງວັນທີ 29 ກັນຍາ 2021, ເຜີຍແຜ່ຄໍາແນະນໍາການຈັດຕັ້ງປະຕິບັດດໍາລັດ ເລກທີ 599/ລບ ສະບັບເລກທີ 02/ຫສນຍ, ລົງວັນທີ 30 ທັນວາ 2021, ຄໍາແນະນໍາ ກ່ຽວກັບການຄຸ້ມຄອງ ແລະ ນໍາໃຊ້ລົດບໍລິຫານຂອງລັດ ສະບັບເລກທີ 0393/ກງ, ລົງວັນທີ 04 ກຸມພາ 2022 ແລະ ຕິດກາໝາຍລົດລັດຮັບໃຊ້ວຽກທາງລັດຖະການ ຂອງກະຊວງອຸດສາຫະກໍາ ແລະ ການຄ້າ. ໃຫ້ກຽດເຂົ້າຮ່ວມເປັນປະທານ ໂດຍ  ທ່ານ ບຸນເຖິງ ດວງສະຫວັນ ຮອງລັດຖະມົນຕີກະຊວງອຸດສາຫະກໍາ ແລະ ການຄ້າ ມີບັນດາທ່ານຫົວໜ້າກົມ, ຫົວໜ້າຫ້ອງການ, ຫົວໜ້າສະຖາບັນ ແລະ ພະນັກງານຫຼັກແຫຼ່ງຂອງກະຊວງອຸດສາຫະກໍາ ແລະ ການຄ້າ ເຂົ້າຮ່ວມຈໍານວນ 100 ທ່ານ.

ໃນພິທີ ທ່ານ ບຸນເຖິງ ດວງສະຫວັນ ຮອງລັດຖະມົນຕີກະຊວງອຸດສາຫະກໍາ ແລະ ການຄ້າ ໄດ້ກ່າວວ່າ ເພື່ອເປັນການຈັດຕັ້ງຜັນຂະຫຍາຍດໍາລັດວ່າດ້ວຍລົດຂອງລັດ ເວົ້າລວມ ເວົ້າສະເພາະລົດລັດຂອງກະຊວງອຸດສາຫະກຳ ແລະ ການຄ້າ ຄຸ້ມຄອງນໍາໃຊ້ ແລະ ເປັນບ່ອນອີງໃຫ້ແກ່ການຈັດຕັ້ງປະຕິບັດຕົວຈິງໃຫ້ມີປະສິດທິຜົນ ແລະ ເປັນເອກະພາບກັນໃນຂອບເຂດທົ່ວປະເທດ ໂດຍສະເພາະແມ່ນການຜັນຂະຫຍາຍຈິດໃຈຊີ້ນໍາທີ່ກຳນົດໄວ້ໃນມະຕິກອງປະຊຸມໃຫ່ຍ ຄັ້ງທີ XI ຂອງພັກ ກ່ຽວກັບການຫັນປ່ຽນຮອບດ້ານ, ແຂງແຮງ ແລະ ເລິກເຊິ່ງ ແລະ ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ຄັ້ງທີ IX. ລັດຖະບານ ຈຶ່ງໄດ້ອອກດໍາລັດວ່າດ້ວຍລົດລັດ ສະບັບເລກທີ 599/ລບ, ລົງວັນທີ 29 ກັນຍາ 2021 ເພື່ອປ່ຽນແທນດໍາລັດວ່າດ້ວຍການປະກອບ ແລະ ຄຸ້ມຄອງລົດປະຈໍາຕໍາແໜ່ງການນໍາລະດັບສູງ ສະບັບເລກທີ 15/ນຍ, ລົງວັນທີ 05 ມັງກອນ 2017 ໂດຍມອບໃຫ້ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ເປັນໃຈກາງຮັບຜິດຊອບໃນການຄຸ້ມຄອງຢ່າງລວມສູນໃນການປະກອບ, ການດຸ່ນດ່ຽງ, ການກວດກາ, ການປະຕິບັດນະໂຍບາຍ ແລະ ການຖອນລົດປະຈໍາຕໍາແໜ່ງການນໍາລະດັບສູງຕາມທີ່ກຳນົດໄວ້ໃນມາດຕາ 25 ຂອງດໍາລັດວ່າດ້ວຍລົດລັດ ສະບັບເລກທີ 599/ລບ, ລົງວັນທີ 29 ກັນຍາ 2021 .

ດໍາລັດວ່າດ້ວຍລົດລັດ ແລະ ບັນດາຄໍາແນະນໍາ ທີ່ເຜີຍແຜ່ໃນມື້ນີ້ ແມ່ນເປັນການຜັນຂະຫຍາຍ ແລະ ແນະນໍາບາງມາດຕາຂອງດຳລັດ ສະບັບເລກທີ 599/ລບ, ລົງວັນທີ 29 ກັນຍາ 2021 ໂດຍສະເພາະແມ່ນການປະກອບ, ການຈັດສັນ, ການປົກປັກຮັກສາ, ການຄຸ້ມຄອງ, ການນໍາໃຊ້, ການປະຕິບັດນະໂຍບາຍ, ການຖອນຄືນ ແລະ ການສະສາງລົດປະຈໍາຕໍາແໜ່ງການນໍາລະດັບສູງ ປະເພດ I ຫາ IV ແລະ ການຄຸ້ມຄອງນໍາໃຊ້ລົດບໍລິຫານຂອງລັດ ຂອງກະຊວງອຸດສາຫະກຳ ແລະ ການຄ້າ ໃຫ້ລະອຽດຈະແຈ້ງ, ກຳນົດຫຼັກການ, ລະບຽບການສະເພາະກ່ຽວກັບການຈັດສັນ, ປະກອບ, ຈັດຊື້, ຄຸ້ມຄອງນໍາໃຊ້, ປົກປັກຮັກສາ, ສະສາງ ແລະ ກວດກາລົດບໍລິຫານຂອງລັດ ເພື່ອເປັນບ່ອນອີງໃຫ້ແກ່ການຈັດຕັ້ງປະຕິບັດຕົວຈິງໃຫ້ມີປະສິດທິຜົນ ແລະ ເປັນເອກະພາບກັນໃນຂອບເຂດທົ່ວປະເທດ,  ເພື່ອໃຫ້ການຈັດຕັ້ງຂັ້ນຕ່າງໆທັງຂອງອົງການພັກ-ລັດ  ທີ່ຢູ່ຂັ້ນສູນກາງ ແລະ ທ້ອງຖິ່ນທົ່ວປະເທດ ໄດ້ຮັບຮູ້, ເຂົ້າໃຈ ແລະ ມີຄວາມເປັນເອກະພາບ ແລະ ເພື່ອສືບຕໍ່ສ້າງຄວາມເປັນເອກະພາບຢ່າງສູງ ໃນການຈັດຕັ້ງປະຕິບັດມາດຕະການປະຢັດຢ່າງຈິງຈັງ ແລະ ໃຫ້ປະກົດຜົນເປັນຈິງ ໃນຂອບເຂດທົ່ວປະເທດ ແລະ ທົ່ວກະຊວງອຸດສາຫະກຳ ແລະ ການຄ້າ.

ໃນຕອນທ້າຍ ທ່ານຮອງລັດຖະມົນຕີ ກະຊວງອຸດສາຫະກໍາ ແລະ ການຄ້າ, ບັນດາທ່ານຫົວໜ້າກົມ, ຫົວໜ້າຫ້ອງການ, ຫົວໜ້າສະຖາບັນ ພ້ອມຄະນະກຳມະການຈັດສັນ, ຖອນຄືນ ແລະ ປະກອບລົດບໍລິຫານຂອງກະຊວງອຸດສາຫະກໍາ ແລະ ການຄ້າ ໃຫ້ກຽດເຂົ້າຮ່ວມຕິດກາໝາຍລົດລັດຮັບໃຊ້ວຽກທາງລັດຖະການ ຂອງກະຊວງອຸດສາຫະກໍາ ແລະ ການຄ້າ.

IMG_0077 WhatsApp Image 2022-08-11 at 11.25.27 AM

IMG-20220811-WA0016

ຂ່າວ ແລະ ພາບ: ໄພວັນ ໂຄດວັນທາ

About -