ເອກອັກຄະລັດຖະທູດຜູ້ມີອໍານາດເຕັ້ມແຫ່ງ ອິນເດຍ ປະຈໍາ ສປປ ລາວ ເຂົ້າຢ້ຽມຂໍ່ານັບ ທ່ານ ລັດຖະມົນຕີ ກະຊວງ ອຸດສາຫະກໍາ ແລະ ການຄ້າ ແຫ່ງ ສປປ ລາວ
By admin On 10 Aug, 2022 At 09:51 PM | Categorized As ອື່ນໆ, ຂ່າວສຳຄັນ | With 0 Comments

IndiaEmbassy

        ໃນຕອນ​ເຊົ້າເວລາ 10:00 ໂມງ ຂອງວັນທີ 10 ສິງຫາ 2022, ທີ່ຫ້ອງຮັບແຂກໃຫຍ່ ຊັ້ນ04 ກະຊວງອຸດສາຫະກໍາ ແລະ ການຄ້າ, ທ່ານ ມະໄລທອງ ກົມມະສິດ  ລັດຖະມົນຕີ ກະຊວງອຸດສາຫະກໍາ ແລະ ການຄ້າ ແຫ່ງ ສປປ ລາວ ໄດ້ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມຂໍ່ານັບ ຂອງ ທ່ານ Dinkar Asthana, ເອກອັກຄະລັດຖະທູດ ອິນເດຍ ປະຈໍາ ສປປ ລາວ ໃນ​ໂອ​ກາດ​ເຂົ້າພົບປະປຶກສາຫາລືທົບທວນຄືນດ້ານການຄ້າ-ການລົງທຶນພື້ນຖານໂຄງລ່າງ ຢູ່ສປປ ລາວ ແລະ ໃນໂອກາດທີ່ທ່ານໄດ້ຮັບການແຕ່ງຕັ້ງ ເປັນລັດຖະມົນຕີກະຊວງອຸດສາຫະກໍາ ແລະ ການຄ້າ ຜູ້ໃໝ່; ເປັນກຽດເຂົ້າຮ່ວມມີບັນດາ ທ່ານຫົວໜ້າ-ຮອງຫົວໜ້າກົມ ກ່ຽວຂ້ອງອ້ອມຂ້າງກະຊວງ ເຂົ້າຮ່ວມທັງສອງຝ່າຍ ປະມານ 14 ທ່ານ.

ໂອກາດນີ້  ທ່ານ  ມະໄລທອງ ກົມມະສິດ  ລັດຖະມົນຕີ ກະຊວງອຸດສາຫະກໍາ ແລະ ການຄ້າ ກໍ່ສະແດງຄວາມຍ້ອງຍໍຊົມເຊີຍຕໍ່  ທ່ານ Dinkar Asthana, ເອກອັກຄະລັດຖະທູດ ອິນເດຍ ປະຈໍາ ສປປ ລາວ ໃນໂອກາດເຂົ້າຢ້ຽມຂໍ່ານັບຄັ້ງນີ້ ເຊິ່ງ ທ່ານ ທູດ ໄດ້ສົນທະນາກ່ຽວກັບວຽກງານການຮ່ວມມືເພື່ອແລກປ່ຽນ ແລະ ປຶກສາຫາລືບັນດາວຽກທີ່ຕິດພັນລະຫວ່າງການຄ້າ ລາວ-ອິນເດຍ ເວົ້າລວມເວົ້ົ້າສະເພາະ ການຄ້າປະຕິບັດພາຍໃຕ້ຂອບສັນຍາ ອາຊຽນ+ອິນເດຍ (Asean+India) ຊຶ່ງໃນຂອບດັ່ງກ່າວ ສອງຝ່າຍ​ໄດ້ຫຼຸດອັດຕາພາສີໃຫ້ແກ່ສິນຄ້ານໍາເຂົ້າ ​ແລະ ສົ່ງອອກ ປະມານ 70% ຂອງລາຍການສິນຄ້າທັງໝົດ, ໂດຍສາເພາະການຮ່ວມມືດ້ານອຸດສາຫະກໍາ ແລະ ການຄ້າໄລຍະ ປີ 2017-2022,  ແລະ ດ້ານເສດຖະກິດເປັນຕົ້ນ ລະຫວ່າງ ສປປ ລາວ ແລະ ອິນເດຍໃນນີ້ມູນຄ່າການຄ້າສອງຝ່າຍສາມາດປະຕິບັດໄດ້ 40.322.553 ລ້ານໂດລາສະຫະລັດ,  ມູນຄ່າການນໍາເຂົ້າປະຕິບັດໄດ້ 9.842.113 ລ້ານໂດລາສະຫະລັດ ແລະ ມູນຄ່າການສົ່ງອອກປະຕິບັດໄດ້ 30.480.440 ລ້ານໂດລາສະຫະລັດ. ນັກທຸລະກິດອິນເດຍເຂົ້າມາລົງທຶນຢູ່ ສປປ ລາວ ນັບແຕ່ ປີ 2008-2022 ມີຈໍານວນ 276 ຫົວໜ່ວຍວິສາຫະກິດ, ມູນຄ່າ 6,628,638,109,669 ກີບ. ການລົງທຶນທົ່ວໄປສ່ວນໃຫຍ່ ແມ່ນດ້ານກະສິກໍາ ແລະ ລົດຈັກ, ການປະມົງ, ການຂາຍຍົກ ແລະ ຂາຍຍ່ອຍ ສ້ອມແປງລົດຍົນ, ອຸດສາຫະກໍາປຸ່ງແຕ່ງ ແລະ ການເຄື່ອນໄຫວໃຫ້ທີ່ພັກເຊົ່າ ແລະ ບໍລິການອາຫານ, ດ້ານການສຶກສາ, ດ້ານອະສັງຫາລິມະຊັບ ແລະ ອື່ນໆ. ສິນຄ້າຫຼັກການນໍາເຂົ້້າປະກອບມີ ຜະລີດຕະພັນການຢາ (ເພສັດຊະກຳ), ພາຫະນະທາງບົກ (ນອກຈາກລົດໄຖນາ ແລະ ລົດຈັກ)ເຄື່ອງໄຟຟ້າ ແລະ ອຸປະກອນໄຟຟ້າ, ອຸປະກອນລົດຈັກ (ນອກຈາກ ຝ້າຍ ແລະ ຜະລິດຕະພັນຈາກຝ້າຍ ເຄື່ອງນຸ່ງຫົ່ມ  ແລະ ອື່ນໆ.

WhatsApp Image 2022-08-10 at 3.33.14 PM

ສິນຄ້າຫຼັກທີ່ລາວ ສົ່ງອອກ ໄປອິນເດຍ ມີ​ຄຳປະສົມ, ຄຳແທ່ງ, ຢາງພາລາ, ໄມ້ແປຮູບ, ກາເຟຍັງບໍ່ທັນປຸແຕ່ ງແຕ່ງ, ຂີ້ຄັ່ງ, ຍາງໄມ້, ຂີ້ຊີໂລຫະທຳມະຊາ ເຄື່ອງນຸ່ງຫົ່ມ ເຄື່ອງເຟີນີເຈີ ແລະ ອື່ນໆ  ນອກຈາກນີ້ທັງສອງຝ່າຍຍັງແລກປ່ຽນຄໍາຄິດຄໍາເຫັນຢ່າງກົງໄປກົງມາໃນຫຼາຍດ້ານເພື່ອຊອກຫາທາງອອກໃນອະນາຄົດໃຫ້ໄດ້ປັບປຸງວຽກງານການຮ່ວມມືຂອງສອງຝ່າຍດີຂຶ້ນກວ່າເກົ່າໃນຕໍ່ໜ້າພ້ອມດຽວກັນນີ້ ທ່ານ ລັດຖະມົນຕີ ຍັງສະເໜີໃຫ້ຝ່າຍເອກອັກຄະລັດຖະທູດ ອິນເດຍ ຄວາມເປັນໄປໄດ້ນໍ້າມັນເຊື້ອໄຟ ແລະ ສິນຄ້າທີ່ມີລາຄາແພງເພາະຄ່າຂົນສົ່ງໄລຍະທາງມັນໄກຈາກອິນເດຍເຂົ້າ ສປປ ລາວ

ທ່ານ Dinkar Asthana,  ເອກອັກຄະລັດຖະທູດ ອິນເດຍ ປະຈໍາ ສປປ ລາວ ໄດ້ສະແດງຄວາມຍິນດີຕໍ່ທ່ານລັດຖະມົນຕີ ທີ່ໄດ້ມາຮັບຕໍາແໜ່ງໜ້າທີ່ໃໝ່ ແລະ ໃຫ້ຄໍາໝັ້ນວ່າ ໃນຕໍ່ໜ້າຈະໃຫ້ການຮ່ວມມື ລະຫວ່າງ ສປປ ລາວ – ອິນເດຍ ​ແລະ ​ອຳ​ນວຍ​ຄວາມ​ສະ​ດວກໃນວຽກງານຫຼາຍດ້ານ ເພື່ອໃຫ້ເກີດຜົນປະໂຫຍດສູງສຸດໃຫ້ແກ່ສອງປະເທດໃນຕໍ່ໜ້າ.

WhatsApp Image 2022-08-10 at 3.33.11 PM

ຂ່າວ ແລະ ພາບ ໄພຄຳອີ ວິໄລຄຳ

About -