ພິທີໂຄສະນາ-ປະຖະກະຖາ ວັນຄ້າຍວັນເກີດປະທານ ສຸພານຸວົງ ຄົບຮອບ 113 ປີ ເຜີຍແຜ່ມະຕິກອງປະຊຸມຄົບຄະນະຂອງຄະນະບໍລິຫານງານສູນກາງພັກ ຄັ້ງທີ 4 ສະໄໝທີ XI ແລະ ເລົ່າມູນເຊື້ອວັນສ້າງຕັ້ງອົງການກວດກາພັກ-ລັດ ຄົບຮອບ 40 ປີ
By admin On 9 Aug, 2022 At 09:04 PM | Categorized As ຂ່າວສຳຄັນ | With 0 Comments

IMG_0011

         ອົງຄະນະພັກ ກະຊວງອຸດສາຫະກໍາ ແລະ ການຄ້າ ໄດ້ຈັດພິທີໂຄສະນາ-ປະຖາກະຖາວັນຄ້າຍວັນເກີດປະທານ ສຸພານຸວົງ ຄົບຮອບ 113 ປີ (13/7/1909-13/7/2022), ເຜີຍແຜ່ມະຕິກອງປະຊຸມຄົບຄະນະຂອງຄະນະບໍລິຫານງານສູນກາງພັກ ຄັ້ງທີ 4 ສະໄໝທີ XI ແລະ ເລົ່າມູນເຊື້ອວັນສ້າງຕັ້ງອົງການກວດກາພັກ-ລັດ ຄົບຮອບ  40 ປີ ຂື້ນໃນຕອນບ່າຍ ຂອງວັນທີ 9 ສິງຫາ 2022 ໂດຍໃຫ້ກຽດເຂົ້າຮ່ວມເປັນປະທານ ໂດຍ ສະຫາຍ ນາງ ຈັນສຸກ ແສງພະຈັນ ຮອງເລຂາຄະນະບໍລິຫານງານພັກ, ຮອງລັດຖະມົນຕີກະຊວງອຸດສາຫະກໍາ ແລະ ການຄ້າ ຂື້ນທີ່ຫ້ອງປະຊຸມໃຫຍ່ກະຊວງອຸດສາຫະກໍາ ແລະ ການຄ້າ ມີບັນດາຄະນະພັກ-ຄະນະນໍາກະຊວງ, ເລຂາຄະນະພັກຮາກຖານ, ເລຂາໜ່ວຍພັກ ແລະ ສະມາຊິກພັກສັງກັດຢູ່ບັນດາໜ່ວຍພັກອ້ອມຂ້າງອົງຄະນະພັກກະຊວງອຸດສາຫະກໍາ ແລະ ການຄ້າ ເຂົ້າຮ່ວມຈໍານວນ 200 ສະຫາຍ.

ໃນພິທີດັ່ງກ່າວ ສະຫາຍ ນາງ ຈັນສຸກ ແສງພະຈັນ ຮອງເລຂາຄະນະບໍລິຫານງານພັກ, ຮອງລັດຖະມົນຕີກະຊວງອຸດສາຫະກໍາ ແລະ ການຄ້າ ໄດ້ຂື້ນເຜີຍແຜ່ ວັນຄ້າຍວັນເກີດປະທານ ສຸພານຸວົງ ຄົບຮອບ 113 ປີ ຊຶ່ງທ່ານໄດ້ຍົກໃຫ້ເຫັນໄດ້ຜົນງານການເຄື່ອນໄຫວປະຕິວັດ; ຄວາມເປັນແບບຢ່າງທີ່ດີການເຕົ້າໂຮມຄວາມສາມັກຄີຂອງປະຊາຊົນບັນດາເຜົ່າຕໍ່ສູ້ຕ້ານສັດຕູຜູ້ຮຸກຮານ ແລະ ຄຸນງາມຄວາມດີ ຂອງປະທານ ສຸພານຸວົງ ຕາມຄໍາຂັວນໂຄສະນາປຸກລະດົມຄື: ຮໍ່າຮຽນເອົາຄຸນສົມບັດສິນທໍາປະຕິວັດ ແລະ ແບບແຜນດໍາລົງຊີວິດ ຂອງປະທານ ສຸພານຸວົງ ແລະ ປະທານ ສຸພານຸວົງ ຜູ້ນໍາທີ່ດີເດັ່ນ ແລະ ເຄົາລົບຮັກຂອງປະຊາຊົນລາວບັນດາເຜົ່າ ຍືນຍົງໃນດວງໃຈຂອງພວກເຮົາຕະຫຼອດໄປ. ນອກນັ້ນທ່ານຍັງໄດ້ເຜີຍແຜ່ມະຕິກອງປະຊຸມຄົບຄະນະຂອງຄະນະບໍລິຫານງານສູນກາງພັກ ຄັ້ງທີ 4 ສະໄໝທີ XI ຕໍ່ບັນຫາສໍາຄັນຄື: ໄດ້ປະເມີນສະພາບແວດລ້ອມຢູ່ພາກພື້ນ ແລະ ສາກົນໃນປະຈຸບັນ ແລະ ຄາດຄະເນທ່າຂະຫຍາຍຕົວໃນຕໍ່ໜ້າ; ການຕີລາຄາຜົນການຈັດຕັ້ງປະຕິບັດ ແຜນພັດທະນາເສດຖະກິດ-ສັງຄົມ, ແຜນງົບປະມານ ແລະ ແຜນເງິນຕາ ຕົ້ນປີ 2022ຕິດພັນກັບຜົນການຈັດຕັ້ງປະຕິບັດ 2 ວາລະແຫ່ງຊາດ; ສືບຕໍ່ຍູ້ແຮງການຈັດຕັ້ງປະຕິບັດ ມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ; ການຊຸກຍູ້ສົ່ງເສີມຜູ້ປະກອບການທຸລະກິດຂະໜາດນ້ອຍ, ຂະໜາດກາງ ແລະ ຈຸລະວິສາຫະກິດ ໃຫ້ມີຄວາມເຂັ້ມແຂງ; ການເພີ່ມທະວີການພັດທະນາຊັບພະຍາກອນມະນຸດໃຫ້ມີຄຸນນະພາບສູງ; ການປັບປຸງລະບົບການຈັດຕັ້ງ, ກົງຈັກ ແລະ ກົນໄກການເຄື່ອນໄຫວຂອງອົງການບໍລິຫານລັດ ຕາມທິດເຂັ້ມແຂງ ແລະ ມີປະສິດຕິພາບ; ການຄົ້ນຄວ້າທິດສະດີແລະ ພຶດຕິກໍາ ໃຫ້ແກ່ການສາງປະຖົມປັດໄຈ ເພື່ອກ້າວໄປສູ່ຈຸດໝາຍສັງຄົມນິຍົມ; ການກະກຽມດໍາເນີນກອງປະຊຸມວຽກງານການເມືອງແນວຄິດທົ່ວປະເທດ ຄັ້ງທີ V; ໃຫ້ວາງວຽກງານຈຸດສຸມໃນການຊີ້ນໍາຂອງຕົນແຕ່ນີ້ຫາກອງປະຊຸມຄົບຄະນະບໍລິຫານງານສູນກາງພັກ ຄັ້ງທີ V ສະໄໝທີ XI.

IMG_9

ສະຫາຍ ພຸດທະວັນ ນັນທະວົງ ຄະນະປະຈໍາພັກກະຊວງ, ປະທານຄະນະກວດກາ, ຫົວໜ້າກົມກວດກາ ໄດ້ເລົ່າມູນເຊື້ອວັນສ້າງຕັ້ງອົງການກວດກາພັກ-ລັດ ຄົບຮອບ 40 ປີ (16/2/1982-16/2/2022) ມີຄື: ການສ້າງຕັ້ງອົງການກວດກາພັກ-ລັດ ຂອງ ສປປ ລາວ; ການເຕີບໃຫຍ່ຂະຫຍາຍຕົວຂອງອົງການກວດກາພັກ-ລັດ ຂອງ ສປປ ລາວ; ຜົນງານການເຄື່ອນໄຫວວຽກງານກວດກາໃນແຕ່ລະໄລຍະ ແລະ ດ້ານອ່ອນ-ຂໍ້ຄົງຄ້າງ, ບົດຮຽນທີ່ຖອດຖອນໄດ້ ແລະ ທິດທາງໃນຕໍ່ໜ້າ.

ສະຫາຍ ນາງ ຈັນສຸກ ແສງພະຈັນ ຮອງເລຂາຄະນະບໍລິຫານງານພັກ, ຮອງລັດຖະມົນຕີກະຊວງອຸດສາຫະກໍາ ແລະ ການຄ້າ ຍັງໄດ້ຊີ້ນໍາບາງຈຸດຄື: ການໂຄສະນາ-ປະຖາກະຖາ ຄັ້ງນີ້ແມ່ນມີຄວາມໝາຍຄວາມສໍາຄັນຢ່າງຍິງຕໍ່ປວງຊົນລາວທັງຊາດ ເວົ້າລວມ ເວົ້າສະເພາະ ຕໍ່ພະນັກງານຫຼັກແຫຼ່ງຂອງຂະແໜງອຸດສາຫະກໍາ ແລະ ການຄ້າ ຊຶ່ງເຫັນໄດ້ເຖິງມູນເຊື້ອການປະຕິວັດ, ຄຸນງານຄວາມດີ, ແບບແຜນຜົນງານການເຄື່ອນໄຫວ ຄວາມສໍາຄັນ 3 ເອກະສານ, ປະທານຍັງເນັ້ນຕື່ມວ່າ ຮຽກຮ້ອງໃຫ້ຄະນະພັກ-ຄະນະນໍາ, ເລຂາໜ່ວຍພັກ ນໍາເອົາບົດຮຽນທີ່ດີ ເພື່ອໄປເຜີຍແຜ່ເຊື່ອມຊືມໃຫ້ສະມາຊິກພັກ-ພະນັກງານ ໃນກົມກອງຕົນ ນໍາໄປຈັດຕັ້ງປະຕິບັດໃຫ້ສອດຄ່ອງແທດເໝາະກັບວຽກງານຂອງຕົນຕາມພາລະບົດບາດໃຫ້ປະກົດຜັນເປັນຈິງ.

IMG_0034

ຂ່າວ ແລະ ພາບ ໄພວັນ ໂຄດວັນທາ

About -