ທູດທີ່ປຶກສາດ້ານເສດຖະກິດການຄ້າ ແຫ່ງ ສປ ຈີນ ເຂົ້າຢ້ຽມຂໍ່ານັບ ທ່ານ ລັດຖະມົນຕີ ກະຊວງອຸດສາຫະກຳ ແລະ ການຄ້າ ແຫ່ງ ສປປ ລາວ
By admin On 19 Jul, 2022 At 07:35 PM | Categorized As ຂ່າວສຳຄັນ | With 0 Comments

IMG_0005full

            ໃນຕອນແລງເວລາ 5:30 ໂມງ ຂອງວັນທີ 19 ກໍລະກົດ 2022, ທີ່ຫ້ອງຮັບແຂກໃຫຍ່ ຊັ້ນ 04 ກະຊວງອຸດສາຫະກໍາ ແລະ ການຄ້າ, ທ່ານ ມະໄລທອງ ກົມມະສິດ ລັດຖະມົນຕີ ກະຊວງອຸດສາຫະກໍາ ແລະ ການຄ້າ ແຫ່ງ ສປປ ລາວ ໄດ້ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມຂໍ່ານັບ ຂອງ ທ່ານ zhao wenyu  ທູດທີ່ປຶກສາດ້ານເສດຖະກິດການຄ້າ ສປ ຈີນ ປະຈຳລາວ ພ້ອມດ້ວຍຄະນະ, ເຂົ້າຮ່ວມມີ ທ່ານຫົວໜ້າຫ້ອງການ,  ຫົວໜ້າກົມ, ຮອງຫົວໜ້າກົມ ແລະ ວິຊາການກ່ຽວຂ້ອງຈໍານວນໜຶ່ງ ເຂົ້າຮ່ວມທັງສອງຝ່າຍ ປະມານ 11 ທ່ານ.

ໂອກາດນີ້ ທ່ານ  ລັດຖະມົນຕີ ກະຊວງອຸດສາຫະກໍາ ແລະ ການຄ້າ ກໍ່ສະແດງຄວາມຂອບໃຈເປັນຢ່າງສູງມາຍັງ ລັດຖະບານ ຈີນ ທີ່ໄດ້ໃຫ້ການສະໜັບ ແລະ ຊ່ວຍເຫລືອໂດຍຜ່ານບັນດາໂຄງການຕ່າງໆທັງໃນລັກສະນະສອງຝ່າຍ, ຫຼາຍຝ່າຍ ແລະ ອາຊຽນ ໃນໄລຍະຜ່ານມາ ບໍ່ວ່າຈະເປັນໂຄງການຊ່ວຍເຫລືອການຈັດຕັ້ງປະຕິບັດແຜນວຽກຂອງ ສປປ ລາວ ສຳລັບປີ 2021-2025 ເພື່ອຈັດຕັ້ງປະຕິບັດແຜນແມ່ບົດປະຊາຄົມເສດຖະກິດອາຊຽນ (AEC) 2025, ການປັບປຸງນະໂຍບາຍການຄ້າ, ເຕັກນິກວິຊາການ, ດ້ານຊ່ຽວຊານ, ການຊ່ວຍເຫລືອໃນລັກສະນະ China Aid ແລະ ອື່ນໆ ໂດຍສະເພາະຊ່ວຍເຫລືອໃນວຽກງານສົ່ງເສີມນະໂຍບາຍການຄ້າ ແລະ ອື່ນໆ. ດ້ວຍເຫດນີ້, ຈິ່ງເຫັນຄວນສະເໜີມາຍັງ ສປ ຈີນ ສືບຕໍ່ສະໜັບສະໜູນ ແລະ ສົ່ງເສີມບັນດາວຽກງານດັ່ງກ່າວຜ່ານບັນດາໂຄງການຕ່າງໆທີ່ສະໜັບສະໜູນໂດຍລັດຖະບານຈີນ ເພື່ອໃຫ້ບັນດາວຽກງານດັ່ງກ່າວປະສົບຜົນສຳເລັດ ແລະ ມີການພັດທະນາຂື້ນເລື້ອຍໆ.

ໃນໄລຍະຜ່ານມາ ກະຊວງອຸດສາຫະກຳ ແລະ ການຄ້າ ກໍ່ໄດ້ຮັບການຊ່ວຍເຫຼືອລ້າ ຈາກ ສປ ຈີນ ໃນຮູບແບບໂຄງການຕ່າງໆ ເວົ້າສະເພາະໃນໄລຍະນີ້ ຫາກໍ່ສຳເລັດ ໂຄງການປັບປຸງ ແລະ ຍົກລະດັບລະບົບ ICT ຂອງກະຊວງອຸດສາຫະກໍາ ແລະການຄ້າ, ມູນຄ່າປະມານ 50 ລ້ານຢວນ ຊຶ່ງໃຊ້ເວລາໃນການກໍ່ສ້າງປະມານ 20 ເດືອນ ແລະ ໄດ້ມອບຮັບຢ່າງເປັນທາງການແລ້ວໃນປີທ້າຍ 2020, ໄດ້ເຮັດໃຫ້ ຂະແໜງອຸດສາຫະກຳ ແລະ ການຄ້າ ໄດ້ມີລະບົບຫ້ອງ Sever ທີ່ໄດ້ມາດຕະຖານ ແລະ ມີລະບົບປະຊຸມທາງໄກ ທີ່ທັນສະໄໝ. ໂຄງການກໍ່ສ້າງລະບົບການຄ້າຜ່ານເອເລັກໂຕຣນິກສໍາລັບຜະລິດຕະພັນກະສິກໍາລາວ. ໂຄງການນີ້ ແມ່ນ ບໍລິສັດ ອ່ານຮູ່ຍ ອີ່ຊ່າງ ທີ່ລັດຖະບານ ສປ ຈີນໄດ້ຄັດເລືອກມາພັດທະນາລະບົບ, ໄດ້ສຳເລັດການຮອງຮັບບົດເຕັກນິກ, ຊ່ຽວຊານໄດ້ເຂົ້າມາເຮັດແຜນວຽກ ແລະ ໄດ້ເລີ່ມລົງເຮັດວຽກກັບບັນດາກົມກ່ຽວຂ້ອງ ແລະ ຂະແຫນງການກ່ຽວຂ້ອງ, ການສຳຫລວດຄາດວ່າຈະສຳເລັດໃນທ້າຍປີ ພ້ອມທັງລິເລີ່ມການຕິດຕັງອຸປະກອນຕ່າງໆ

  ການສົ່ງເຂົ້າອອກໄປ ສປ ຈີນ ພາຍໄຕ້ ໂຄຕາ 50 ພັນໂຕນ, ປະຈຸບັນ ການສົ່ງອອກໄດ້ບັນລຸແລ້ວ 30 ກວ່າພັນໂຕນ, ຄາດວ່າ ຈະສຳເລັດພາຍໃນ ທ້າຍປີ 2023.  ກະກຽມງານວາງສະແດງ ຈີນ-ອາຊຽນ (CAEXPO 2022), ໄດ້ຄັດເລືອກແຂວງຊຽງຂວາງເປັນເມືອງແຫ່ງສະເຫນ່, ມາຮອດປະຈຸບັນແມ່ນໄດ້ສຳເລັດການອອກແບບ ຫ້ອງວາງສະແດງແຫ່ງຊາດ ແລະ ໄດ້ປະສານກັບ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດ ລະດົມຫົວຫນ່ວຍທູລະກິດເຂົ້າຮ່ວມ ທັງຮູບແບບອອນລາຍ ແລະ ອັອບລາຍ.

ພ້ອມດຽວກັນນີ້, ທ່ານ ທູດທີ່ປຶກສາດ້ານເສດຖະກິດການຄ້າ ແຫ່ງ ສາທາລະນະລັດ ປະຊາຊົນຈີນ ປະຈຳ ສປປ ລາວ ໄດ້ສະແດງຄວາມຍິນດີຕໍ່ ທ່ານລັດຖະມົນຕີ ທີ່ໄດ້ມາຮັບຕໍາແໜ່ງໜ້າທີ່ໃໝ່ ແລະ ໃຫ້ຄໍາໝັ້ນວ່າ ໃນຕໍ່ໜ້າຈະໃຫ້ການຮ່ວມມື ລະຫວ່າງ ສປປລາວ ແລະ ສປ ຈີນ ​ອຳ​ນວຍ​ຄວາມ​ສະ​ດວກໃນວຽກງານຫຼາຍດ້ານ ເພື່ອໃຫ້ເກີດຜົນປະໂຫຍດສູງສຸດໃຫ້ແກ່ສອງປະເທດ.

 ຂ່າວ: ທິລາວັນ
ພາບ: ໄພຄຳອີ ວິໄລຄຳ

About -