ກອງປະຊຸມຄະນະກໍາມະການຄວບຄຸມການແຂ່ງຂັນທາງທຸລະກິດ ແລະ ຈຸດປະສານງານ
By admin On 15 Jul, 2022 At 05:54 PM | Categorized As ອື່ນໆ, ຂ່າວສຳຄັນ | With 0 Comments

IMG_0381

         ກົມການຄ້າພາຍໃນ ກະຊວງ ອຸດສາຫະກຳ ແລະ ການຄ້າ ໄດ້ຈັດກອງປະຊຸມຄະນະກຳມະການຄວບຄຸມການແຂ່ງຂັນທາງທຸລະກິດ (ຄຂທ) ແລະ ຈຸດປະສານງານວຽກງານແຂ່ງຂັນທາງທຸລະກິດ ໃນວັນທີ 17 ເດືອນ ມິຖຸນາ 2022, ທີ່ ໂຮງແຮມ ລາວພລາຊາ, ນະຄອນຫຼວງວຽງຈັນ ໂດຍ​ການ​ສະໜັບສະໜູນ​ຈາກ​ ອົງການ GIZ-COMPETE ລັດຖະບານ​ເຢຍລະ​ມັນ, ກອງ​ປະຊຸມດັ່ງກ່າວໄດ້ຮັບກຽດເປັນປະທານໂດຍ ທ່ານ ບຸນເຖິງ ດວງສະຫວັນ​, ຮອງລັດຖະມົນຕີ ກະຊວງ ອຸດສາຫະກໍາ ແລະ ການຄ້າ ທັງເປັນປະທານຄະນະກໍາມະການຄວບຄຸມການແຂ່ງຂັນທາງທຸລະກິດ ຊຶ່ງມີຜູ້ເຂົ້າຮ່ວມແມ່ນ ຄະນະກຳມະການຄວບຄຸມການແຂ່ງຂັນທາງທຸລະກິດ, ຈຸດປະສານງານຈາກຂະແໜງການທີ່ກ່ຽວຂ້ອງ, ທ່ານ Frank Tibitanzl (ຫົວໜ້າໂຄງການ GIZ-COMPETE), ​ພະນັກງານຈາກພະແນກຄຸ້ມຄອງການແຂ່ງຂັນທາງທຸລະກິດ ແລະ ພະນັກງານຈາກພະແນກທີ່​ກ່ຽວຂ້ອງ​ກົມການຄ້າພາຍໃນ.

ຈຸດປະສົງຂອງກອງປະຊຸມໃນຄັ້ງນີ້ ແມ່ນ ເພື່ອເປັນການພົບປະຂອງຄະນະກຳມະການຄວບຄຸມການແຂ່ງຂັນທາງທຸລະກິດ ແລະ ຈຸດປະສານງານ ເພື່ອຮັບຟັງການລາຍງານ, ທົບທວນ ແລະ ປະເມີນຄືນການຈັດຕັ້ງປະຕິບັດວຽກງານແຂ່ງຂັນທາງທຸລະກິດ ພ້ອມ​ກັນປຶກສາຫາລື, ​ແລກປ່ຽນ​ຄຳຄິດເຫັນ ​ແລະ ສ້າງຄວາມເຂົ້າໃຈກ່ຽວກັບສິດ-ໜ້າທີ່ຂອງ ຄຂທ ແລະ ວຽກງານທີ່ປິ່ນອ້ອມ ເປັນຕົ້ນ: ບົດລາຍງານການຈັດຕັ້ງປະຕິບັດວຽກ​ງານ​ແຂ່ງຂັນ​ທາງທຸລະກິດໃນໄລຍະຜ່າ​​ນມາ; ເຜີຍແຜ່ເນື້ອໃນກົດໝາຍວ່າດ້ວຍການແຂ່ງຂັນທາງທຸລະກິດ; ຂໍ້ຕົກລົງວ່າດ້ວຍສິດ ແລະ ໜ້າທີ່ຂອງ ຄຂທ; ຂໍ້ຕົກລົງວ່າດ້ວຍເຈົ້າໜ້າທີ່ກວດກາການແຂ່ງຂັນທາງທຸລະກິດ; ບົດສຶກສາຕະຫລາດຊີ້ນໃນລາວ; ບົດຮຽນການສ້າງແຜນນະໂຍບາຍ ວຽກງານການແຂ່ງຂັນທາງທຸລະກິດຂອງສາກົນ; ພັນທະຂອງລາວ ແລະ ການເຄື່ອນໄຫວວຽກງານແຂ່ງຂັນໃນພາກພື້ນ ແລະ ສາກົນ.

IMG_0331

IMG_0195

ໃນຕອນ​ທ້າຍ​ຂອງ​ກອງ​ປະຊຸມ ປະທານຍັງ​ໄດ້​ຮຽກຮ້ອງ​ໃຫ້​ຜູ້​ເຂົ້າຮ່ວມກອງ​ປະຊຸມ​ໃຫ້ເອົາ​ໃຈ​ໃສ່​ຄົ້ນຄ້ວາ, ຕິດຕາມ, ປະກອບ​ຄຳ​ເຫັນ, ກໍາໄດ້, ສາມາດເຂົ້າໃຈເນື້ອໃນທີ່ສໍາຄັນ ແລະ ຄວາມຮູ້ດ້ານວິຊາການ ຊຶ່ງສາມາດນໍາເອົາບັນດາເນື້ອໃນທີ່ໄດ້ຈາກກອງປະຊຸມເພື່ອນໍາໃຊ້ເຂົ້າໃນວຽກງານການແຂ່ງຂັນທາງທຸລະກິດທີ່ໄດ້ຮັບມອບໝາຍ ເຮັດໃຫ້ການຈັດຕັ້ງປະຕິບັດວຽກງານໃຫ້ມີການຂະຫຍາຍຕົວ ແລະ ມີປະສິດທິຜົນຢູ່ໃນການຄຸ້ມຄອງໃນຂະແໜງການຂອງຕົນ ທັງນີ້ກໍ່ເພື່ອຜົນປະໂຫຍດລວມຂອງປະເທດຊາດ ແລະ ປະຊາຊົນລາວທຸກຄົນໃນການສົ່ງເສີມການແຂ່ງຂັນທີ່ເປັນທໍາ ພາຍໃຕ້ກົດໝາຍ ແລະ ລະບຽບການ. ​

IMG_0250

ຂ່າວ: ໄພວັນ ໂຄດວັນທາ

ພາບ: ໄພວັນ ໂຄດວັນທາ

About -