ຜູ້ຕາງໜ້າສະຖາບັນການເຕີຍໂຕສີຂຽວສາກົນ GGGI ປະຈໍາລາວ ເຂົ້າຢ້ຽມຂໍ່ານັບ ທ່ານ ລັດຖະມົນຕີ ກະຊວງ ອຄ
By phaikhame evilay On 9 Dec, 2021 At 02:34 PM | Categorized As ຂ່າວສຳຄັນ | With 0 Comments

IMG_0019.1

        ຕອນ​ເຊົ້າ ເວລາ 9: 00 ໂມງ ຂອງວັນທີ 9 ທັນວາ 2021, ທີ່ຫ້ອງຮັບແຂກໃຫຍ່ຊັ້ນ 04 ກະຊວງອຸດສາຫະກໍາ ແລະ ການຄ້າ, ທ່ານ ປອ. ຄໍາແພງ ໄຊສົມແພງ  ລັດຖະມົນຕີ ກະຊວງອຸດສາຫະກໍາ ແລະ ການຄ້າ ໄດ້ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມຂໍ່ານັບ ຂອງ ທ່ານ ໂຣວັນ ຟາດເຊີ້, ​ ຜູ້ຕາງໜ້າສະຖາບັນການເຕີຍໂຕສີຂຽວສາກົນ GGGI ປະຈໍາລາວ ໃນ​ໂອ​ກາດ​ ເຂົ້າພົບປະລານງານພ້ອມທັງແລກປ່ຽນຖອດຖອນບົດຮຽນໃນໄລຍະຜ່ານມາ ມີຜູ້ຕາງໜ້າທັງສອງຝ່າຍເຂົ້າຮ່ວມປະມານ 12 ກ່ວາທ່ານ.

         ໂອກາດນີ້ ທ່ານ  ປອ. ຄໍາແພງ ໄຊສົມແພງ  ລັດຖະມົນຕີ ກະຊວງອຸດສາຫະກໍາ ແລະ ການຄ້າ ກໍ່ແດງຄວາມຍ້ອງຍໍຊົມເຊີຍຕໍ່ ທ່ານ ໂຣວັນ ຟາດເຊີ້, ທີ່ໄດ້ມາ​ດຳ​ລົງ​ຕຳ​ແໜ່ງຜູ້ຕາງໜ້າສະຖາບັນການເຕີຍໂຕສີຂຽວສາກົນ GGGI ປະຈໍາລາວ ໃນໂອກາດເຂົ້າຢ້ຽມຂໍ່ານັບຄັ້ງນີ້ ທ່ານ ລັດຖະມົນຕີ ແລະ ຜູ້ຕາງໜ້າສາກົນ ຍັງໄດ້ສົນທະນາທົບທວນຄືນກ່ຽວກັບວຽກງານໃນຂົງເຂດບູລິມະສິດລະຫວ່າງກະຊວງອຸດສາຫະກໍາ ແລະ ການຄ້າ ແລະ ອົງການ GGGI ໃນການຮ່ວມມືໃນອານາຄົດ ທີ່ໄດ້ເຊັນບົດບັນທຶກຄວາມເຂົ້າໃຈ (MOU) ກັບ ລັດຖະບານ ສປປ ລາວ ໃນວັນທີ 27 ກໍລະກົດ 2017 ເພື່ອການຮ່ວມມືໃນການຈັດຕັ້ງປະຕິບັດຍຸດທະສາດການເຕີບໂຕສີຂຽວ ແລະ ຂົງເຂດບຸລິມະສິດສີຂຽວອື້່ນໆ ເຊີ່ງຂົງເຂດອຸດສາຫະກຳເປັນໜື່ງໃນຂົງເຂດບຸລິມະສິດແຫ່ງຊາດ. ສະນັ້ນ ໃນວັນທີ 12 ກຸມພາ 2020 ອົງການ GGGI ແລະ ລັດຖະບານ ສປປ ລາວ ໄດ້ເຊັນຂໍ້ຕົກລົງ ເພື່ອຂະຫຍາຍຂົງເຂດການເຮັດວຽກໃນຂົງເຂດອຸດສາຫະກຳ ໂດຍຜ່ານການຮ່ວມມືກັນ ກະຊວງອຸດສາຫະກຳ ແລະ ການຄ້າ ໂດຍແນ່ໃສ່ການຮ່ວມມືໃນຂົງເຂດ ດັ່ງນີ້:

-      ສ້າງຄວາມພ້ອມ ໃນການສ້າງນະໂຍບາຍອຸດສາຫະກຳສີຂຽວ ແລະ ຊ່ວຍການເຂົ້າເຖິງແຫຼ່ງທຶນ ກ່ຽວກັບ ການແກ້ໄຂການປ່ຽນແປງດິນຟ້າອາກາດ.

-      ລະດົມການລົງທຶນເຂົ້າໃນຂົງເຂດການນຳໃຊ້ພະລັງງານແບບມີປະສິດທິພາບໃນຂົງເຂດອຸດສາຫະກຳ.

IMG_0032.2

ອົງການ GGGI ຮ່ວມກັບ ກົມອຸດສາຫະກຳ ແລະ ຫັດຖະກຳ, ກະຊວງອຸດສາຫະກຳ ແລະ ການຄ້າ ໄດ້ຮ່າງບົດສະເໜີໂຄງການ ກ່ຽວກັບ “ການນຳໃຊ້ພະລັງງານຢ່າງມີປະສິດທິພາບໃນຂົງເຂດອຸດສາຫະກຳ” ໃຫ້ແກ່ ກອງທຶນປ່ຽນແປງດິນຟ້າອາກາດສີຂຽວ (GCF) ເພື່ອແກ້ໄຂບັນດາສິ່ງທ້າທາຍດ້ານນະໂຍບາຍ, ຕົ້ນທຶນການຜະລິດ ແລະ ການຜະລິດແບບຍຶນຍົງໃນຂົງເຂດອຸດສາຫະກຳ. ໃນວັນທີ 19 ກຸມພາ 2021 ກະຊວງແຜນການ ແລະ ການລົງທຶນ ໃນນາມລັດຖະບານ ສປປ ລາວ ໄດ້ຮັບຮອງເອົາໂຄງການດັ່ງກ່າວ ເຊີ່ງມີມູນຄ່າ 299.457 ໂດລາສະຫະລັດ ກຳນົດໄລຍະເວລາ ການຈັດຕັ້ງປະຕິບັດ ຈົນເຖີງ ເດືອນ ພືຶດສະພາ 2022. ໃນນັ້ນ ກິດຈະກໍາຫຼັກພາຍໃຕ້ໂຄງການດັ່ງກ່າວ ທີ່ຮ່ວມມືກັບ ກົມອຸດສາຫະກຳ ແລະ ຫັດຖະກຳ ປະກອບມີ:

  • ສ້າງຕັ້ງຄະນະກຳມະການຊີ້ນຳໂຄງການ ນຳພາໂດຍ ກະຊວງອຸດສາຫະກຳ ແລະ ການຄ້າ ແລະ ປະກອບດ້ວຍບັນດາກະຊວງທີ່ກ່ຽວຂ້ອງ.
  • ຮ່າງແຜນຈັດຕັ້ງປະຕິບັດ ກ່ຽວກັບ ການນຳໃຊ້ພະລັງງານຢ່າງມີປະສິດທິພາບໃນຂົງເຂດອຸດສາຫະກຳ ແລະ ການຄ້າ ນອກຈາກນີ້, ອົງການ GGGI ຍັງຊ່ວຍໃນການສ້າງຮ່າງນະໂຍບາຍອຸດສາຫະກຳສີຂຽວ.
  • ສ້າງຫຼັັກສູດການຝຶກອົບຮົມ ກ່ຽວກັບ ການນຳໃຊ້ພະລັງງານແບບມີປະສິດທິພາບ ໃນຂົງເຂດອຸດ ສາຫະກຳ.
  • ການກວດສອບພະລັງງານ ໃນບັນດາໂຮງຈັກໂຮງງານ ໂດຍແນ່ໃສ່ຂົງເຂດ ວັດສະດຸກໍ່ສ້າງ, ຕັດຫຍິບ ແລະ ກະສິກຳປຸງແຕ່ງ ຈຳນວນ 25 ແຫ່ງ.
  • ການຮ່າງບົດແນວຄິດໂຄງການໂດຍນຳໃຊ້ຜົນຂອງການຈັດຕັ້ງປະຕິບັດຂອງກິດຈະກຳຂ້າງເທິງ ເພື່ອສະເໜີຕໍ່ ກອງທຶນປ່ຽນແປງດິນຟ້າອາກາດສີຂຽວ ເພື່ອພິຈາລະນາງົບປະມານ ໃນການຈັດຕັ້ງປະຕິບັດໂຄງການໃນໄລຍະຕໍ່ໄປ.

ການຈັດຕັ້ງປະຕິບັດໂຄງການດັ່ງກ່າວ ເລີ່ມແຕ່ເດືອນກຸມພາ 2021 ໄດ້ມີບາງກິດຈະກໍາ ທີ່ມິການຈັດຕັ້ງປະຕິ ບັດແລ້ວໄດ້ແກ່:

  • ກອງປະຊຸມເປີດໂຕໂຄງການ ໂດຍການເປັນປະທານຂອງ ທ່ານ ສົມຈິດ ອິນທະມິດ, ຮອງລັດຖະ ມົນຕີກະຊວງອຸດສາຫະກຳ ແລະ ການຄ້າ ໃນວັນທີ 16 ມີນາ 2021.
  • ສ້າງຕັ້ງຄະນະກຳມະການຊີ້ນຳໂຄງການ ແລະ ຈັດຕັ້ງກອງປະຊຸມຄະນະກຳມະການຊີ້ນຳໂຄງການຄັ້ງທຳອິດ ໂດຍການເປັນປະທານຮ່ວມຂອງທ່ານ ສົມຟອງ ສຸລິວັນ, ຮອງຫົວໜ້າກົມອຸດສາຫະກຳ ແລະ ຫັດຖະກຳ, ກະຊວງອຸດສາຫະກຳ ແລະ ການຄ້າ ໃນວັນທີ 16 ມີນາ 2021.
  • ໄດ້ເລີ່ມຈັດຕັ້ງ ການຮ່າງແຜນຈັດຕັ້ງປະຕິບັດ ກ່ຽວກັບ ການນຳໃຊ້ພະລັງງານຢ່າງມີປະສິດທິພາບໃນຂົງເຂດອຸດສາຫະກຳ ແລະ ນະໂຍບາຍອຸດສາຫະກຳສີຂຽວ.
  •  ສະຖານບັນ GGGI ໄດ້ມອບອຸປະກອນ ໄດ້ແກ່ ຄອມພິວເຕີ ແລະ ເຄື່ອງປິ້ນເອກະສານ ເພື່ອຮັບໃຊ້ການຈັດຕັ້ງປະຕິບັດໂຄງການ ໃຫ້ແກ່ກົມອຸດສາຫະກຳ ແລະ ຫັດຖະກຳ ມູນຄ່າລວມ ຈຳນວນ 2000 ໂດລາສະຫະລັດ.
  • ຈັດກອງປະຊຸມສຳມະນາທາງໄກກ່ຽວກັບ ການກະກຽມສ້າງຮ່າງນະໂຍບາຍອຸດສາຫະກຳສີຂຽວ ໂດຍການເປັນປະທານຮ່ວມຂອງທ່ານ ປ.ອ. ບົວວັນ ວິລະວົງ, ຫົວໜ້າກົມອຸດສາຫະກຳ ແລະ ການຄ້າ ໃນວັນທີ 22 ກໍລະກົດ 2021.
  • ສະຖານບັນ GGGI ໄດ້ມອບເຄື່ອງມືກວດສອບພະລັງງານ ໃຫ້ແກ່ກົມອຸດສາຫະກຳ ແລະ ຫັດຖະ ກຳ ມູນຄ່າລວມ ຈຳນວນ 10.000 ໂດລາສະຫະລັດ ໃນວັນທີ 09 ສິງຫາ 2021.
  • ຈັດກອງປະຊຸມ ກັບ ບັນດາໂຮງງານ ຈຳນວນ 25 ແຫ່ງ ທີ່ຖືກຄັດເລືອກເຂົ້າຮ່ວມກິດຈະກຳກວດສອບພະລັງງານ ໂດຍການເປັນປະທານຮ່ວມຂອງທ່ານ ສົມຟອງ ສຸລິວັນ, ຮອງຫົວໜ້າກົມອຸດສາຫະ ກຳ ແລະ ຫັດຖະກຳ, ກະຊວງອຸດສາຫະກຳ ແລະ ການຄ້າ ໃນວັນທີ 10 ສິງຫາ 2021.
  • ກົມອຸດສາຫະກໍາ ແລະ ຫັດຖະກໍາ ຮ່ວມກັບສະຖານບັນ GGGI ໄດ້ເລີ່ມຈັດຕັ້ງປະຕິບັດການລົງເກັບກໍາຂໍ້ມູນ ແລະ ກວດສອບການນໍາໃຊ້ພະລັງງານ ແລະ ອື່ນໆ ຂອງໂຮງງານໄປແລ້ວ 5 ແຫ່ງ.

ຂໍ້ສະເໜີສືບຕໍ່ຈັດຕັ້ງປະຕິບັດໂຄງການ “ການນຳໃຊ້ພະລັງງານຢ່າງມີປະສິດທິພາບໃນຂົງເຂດອຸດສາຫະ ກຳ” ພາຍໃຕ້ການຊ່ວຍເຫຼືອຂອງກອງທຶນປ່ຽນແປງດິນຟ້າອາກາດສີຂຽວ (GCF) ໂດຍສະເພາະ

  • ການຮ່າງຍຸດທະສາດການຫັນເປັນອຸດສາຫະກຳສີຂຽວ (Green Industry Strategy) ແລະ ແຜນດໍາເນີນງານຕ່າງໆ ພາຍຫຼັງສຳເລັດການສ້າງຍຸດທະສາດດັ່ງກ່າວ
  •  ຝຶກອົບຮົມໃຫ້ພະນັກງານ ລວມທັງ ພາກລັດ ແລະ ທຸລະກິດກ່ຽວກັບການນໍາໃຊ້ພະລັງງານຢ່າງມີປະສິດທິພາບໃນຂົງເຂດອຸດສາຫະກໍາປຸງແຕ່ງ (Energy efficiency in manufacturing sector). ກະຊວງ ອຄ ສະໜັບສະໜູນອົງການສະຖານບັນການເຕີບໂຕສາກົນ ໃນການຍື່ນສະເໜີໂຄງການຈາກອົງການສາກົນ ລວມທັງກອງທຶນປ່ຽນແປງດິນຟ້າອາກາດສີຂຽວ (GCF) ເພື່ອສືບຕໍ່ສົ່ງເສີມ ແລະ ພັດທະນາອຸດສາຫະກໍາປຸງແຕ່ງ ໂດຍສະເພາະໂຮງງານຕົວແບບດ້ານອຸດສາຫະກໍາສີຂຽວ ຕາມແຜນງານຫັນເປັນທັນສະໄໝ, ສີຂຽວ ແລະ ຍືນຍົງ ຊຶ່ງເປັນໜຶ່ງໃນ 5 ແຜນງານຫຼັກຂອງກະຊວງ ດັ່ງທີ່ກຳນົດໄວ້ ໃນແຜນພັດທະນາອຸດສາຫະກຳປຸງແຕ່ງ ແລະ ຫັດຖະກຳ ປີ 2021-2025.

   ເນື້ອໃນຂ່າວ ໄດ້ມາຈາກ ກົມອຸດສາຫະກໍາ ແລະ ຫັດຖະກໍາ ກະຊວງ ອຄ.

ຮຽບຮຽງໂດຍ: ໄພຄໍາອີ  ສູນສະຖິຕິ ແລະ ຂໍ້ມູນຂ່າວສານ ກົມ ຜຮມ/ ກະຊວງ ອຄ.