ເອກອັກຄະລັດຖະທູດ ສ.ເກົາຫຼີ ປະຈໍາ ສປປ ລາວ ເຂົ້າຢ້ຽມຂໍ່ານັບ ທ່ານ ລັດຖະມົນຕີ ກະຊວງ ອຄ
By phaikhame evilay On 6 Dec, 2021 At 10:06 AM | Categorized As ຂ່າວສຳຄັນ | With 0 Comments

IMG_0021.1

        ຕອນ​ເຊົ້າໃນເວລາ 9: 00 ໂມງ ຂອງວັນທີ 30 ພະຈິກ 2021, ທີ່ຫ້ອງຮັບແຂກໃຫຍ່ຊັ້ນ 04 ກະຊວງອຸດສາຫະກໍາ ແລະ ການຄ້າ, ທ່ານ ປອ. ຄໍາແພງ ໄຊສົມແພງ  ລັດຖະມົນຕີ ກະຊວງອຸດສາຫະກໍາ ແລະ ການຄ້າ ໄດ້ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມຂໍ່ານັບ ຂອງ ທ່ານ IM Moo Hong, ​ເອກ​ອັກ​ຄະ​ລັດຖະທູດ ສ.ເກົາຫຼີ ປະຈໍາ ສປປ ລາວ ​  ​ໃນ​ໂອ​ກາດ​ ເຂົ້າພົບປະປຶກສາຫາລືດ້ານການຄ້າ ແລະ ການລົງທຶນ ມີຜູ້ຕາງໜ້າເຂົ້າຮ່ວມທັງສອງຝ່າຍ ປະມານ 15 ກວ່າທ່ານ.

IMG_0002.2

         ໂອກາດນີ້ ທ່ານ  ປອ. ຄໍາແພງ ໄຊສົມແພງ  ລັດຖະມົນຕີ ກະຊວງອຸດສາຫະກໍາ ແລະ ການຄ້າ ກໍ່ແດງຄວາມຍ້ອງຍໍຊົມເຊີຍຕໍ່ ທ່ານ IM Moo Hong, ທີ່ໄດ້ມາ​ດຳ​ລົງ​ຕຳ​ແໜ່ງເປັນ​ເອກ​ອັກ​ຄະ​ລັດ​ຖະ​ທູດ ​​ໃຫ້​ແກ່​ສອງ​ປະ​ເທດ ໃນໂອກາດເຂົ້າຢ້ຽມຂໍ່ານັບຄັ້ງນີ້ ທ່ານ ລັດຖະມົນຕີ ແລະ ເອກ​ອັກ​ຄະ​ລັດ​ຖະ​ທູດ ຍັງໄດ້ສົນທະນາກ່ຽວກັບວຽກງານການຮ່ວມມືກັນ ລະຫວ່າງ ລາວ-ເກົາຫຼີ ໂດຍສະເພາະໃນໄລຍະຜ່ານມາ, ມູນຄ່າການຄ້າສອງຝ່າຍ ລະຫວ່າງ ສປປ ລາວ ແລະ ເກົາຫຼີ ໄລຍະປີ 2015-2021 ຊຶ່ງມີມູນຄ່າລວມທັງໝົດ 338,231,734 ​ໂດ​ລາສະຫະລັດ​, ຫຼຸດລົງ-40,32% ເມືອທຽບກັບປີຜ່ານມາ ​​ໃນ​ນັ້ນ ສປປ ລາວ ສົ່ງ​ອອກ​ແມ່ນ 4,964,588 ​ລ້ານໂດ​ລາ​ສະຫະລັດ ​ແລະ ນຳ​ເຂົ້າ​ແມ່ນ 33,267,146 ລ້ານ ​ໂດ​ລາສະຫະລັດ​, ສິນຄ້ານໍາເຂົ້າ ມີພະຫະນະທາງບົກ, ສິນສວນອາໄຫຼ່ລົດ-ຍົກ, ມີສາຍໄຟຟ້າ, ສາຍເຄເບີ້ນ, ເຫຼັກ ແລະ ເຄື່ອງທີເຮັດດ້ວຍເຫຼັກ, ອຸປະກອນກົນຈັກ, ເຄື່ອງທີ່ເຮັດດ້ວຍໄມ້, ເຄື່ອງໄຟຟ້າ ແລະ ອຸປະກອນໄຟຟ້າ, ນໍ້າດິບ, ນໍ້າມັນເຄື່ອງ, ນໍ້າມັນໜຽວ, ສິ່ງປຸງແຕ່ງໃຊ້ສໍາລັບຊັກລ້າງ, ອຸປະກອນການແພດ, ເສັ້ນໄຍຍາວສັງເຄາະ ແລະ ອື່ນໆ,

IMG_0049.3

       ສິນຄ້າຫຼັກທີ່ ສປປ ລາວ ສົ່ງອອກໄດ້ແກ່: ຖ່ານດໍາ, ຖ່ານຂາວ, ພຶດຜັກລວມທັງຮາກ, ໝາກໄມ້ ແລະ ໝາກໄມເປືອກແຂງ, ກາເຟ, ອາລູມີນຽມ, ເບຍ, ວາຍ, ຖ່ານຫີນ, ຜັກບົ່ວ, ກະທຽມ,ໄມ້ແປຮູບ,  ຂີ້ຄັ່ງ, ຢາງໄມ້, ຂີ້ຊີ, ໂລຫະທຳມະຊາດ, ເຄື່ອງນຸ່ງຫົ່ມ, ເຄື່ອງເຟີນີເຈີ້ ແລະ ອື່ນໆ, ສະເພາະສິນຄ້າຫຼັກທີ່ ສປປ ລາວ ນຳເຂົ້າໄດ້ແກ່: ຜະລິດຕະພັນການຢາ (ເພສັດຊະກຳ), ພາຫະນະທາງບົກ (ນອກຈາກລົດໄຖນາ ແລະ ລົດຈັກ), ເຄື່ອງໄຟຟ້າ ແລະ ອຸປະກອນໄຟຟ້າ, ອຸປະກອນລົດຈັກ, ຝ້າຍ ແລະ ຜະລິດຕະພັນຈາກຝ້າຍ, ເຄື່ອງນຸ່ງຫົ່ມ ແລະ ອື່ນໆ. ເພື່ອ​ເຮັດ​ໃຫ້ການ​ພົວພັນ​ໃນ​ຂະ​ແໜງ​ອຸດສາຫະກຳ ​ແລະ ການ​ຄ້າ ລະຫວ່າງ ລາວ ​- ເກົາຫຼີ ນັບ​ມື້​ນັບ​ຂະຫຍາຍຕົວ ​ແລະ ​ເຂົ້າ​ສູ່​ລວງ​ເລິກ ສະເໜີໃຫ້ມີການ​ແລກປ່ຽນ​ຂໍ້​ມູນ ລະຫວ່າງ ນັກທຸລະກິດ ລາວ-ເກົາຫຼີ ຢ່າງເປັນປະຈຳ ເພື່ອດຶງດູດນັກ​ລົງທຶນ ໃຫ້ນັບມື້ນັບຫຼາຍຂຶ້ນ ພ້ອມທັງຊອກຫາຊ່ອງທາງ ໃນການສົ່ງອອກສິນຄ້າຂອງລາວໄປຍັງໄປຕະຫຼາດເກົາຫຼີ ນໍາອີກ. ນອກຈາກນີ້, ຍັງມີການແລກປ່ຽນບົດຮຽນ ເພື່ອສຶກສາຄວາມເປັນໄປໄດ້ໃນການຮ່ວມມືພັດທະນາອຸດສາຫະກຳປຸງແຕ່ງສິນຄ້າກະສິກຳ, ອຸດສາຫະກຳ, ICT ​ແລະ ອື່ນໆ.

      ທ່ານ IM Moo Hong,   ເອກອັກຄະລັດຖະທູດ ໄດ້ສະເໜີໃນຕໍ່ໜ້າຈະໃຫ້ການຮ່ວມມື, ລາວ-ເກົາຫຼີ​ແລະ ​ອຳ​ນວຍ​ຄວາມ​ສະ​ດວກໃນວຽກງານຫຼາຍດ້ານ ເພື່ອໃຫ້ເກີດດອກອອກຜົນປະໂຫຍດ ແກ່ສອງປະເທດຢ່າງແທ້ຈິ່ງ.

ພາບ-ຂ່າວ ໂດຍ: ໄພຄໍາອີ ສູນສະຖິຕິ ແລະ ຂໍ້ມູນຂ່າວສານ ກົມ ຜຮມ /ກະຊວງ ອຄ.