ພິທີເຊັນສັນຍາປະຕິບັດໂຄງການຊ່ວຍເຫຼືອດ້ານສິນຄ້າ ແລະ ວັດສະດຸໃຫ້ແກ່ກະຊວງອຸດສາຫະກໍາ ແລະ ການຄ້າ ສປປ ລາວ
By sonsathit rasavong On 29 Mar, 2018 At 10:36 AM | Categorized As ອື່ນໆ, ຂ່າວສຳຄັນ | With 0 Comments

      ໃນເວລາ 14:00 ໂມງ ຂອງວັນທີ 28 ມີນາ 2018  ທີ່ຫ້ອງປະຊຸມສ່ອງແສງ ກະຊວງອຸດສາຫະກໍາ ແລະ ການຄ້າໄດ້ມີພິທີເຊັນສັນຍາປະຕິບັດໂຄງການຊ່ວຍເຫຼືອດ້ານສິນຄ້າ ແລະ ວັດສະດຸໃຫ້ແກ່ກະຊວງອຸດສາຫະກໍາ ແລະ ການຄ້າ ສປປ ລາວ ໂດຍການເປັນປະທານຂອງທ່ານ ນາງ ເຂັມມະນີ ພົນເສນາ ລັດຖະມົນຕີ ກະຊວງອຸດສາຫະກໍາ ແລະ ການຄ້າ, ມີທ່ານຫົວຫນ້າ-ຮອງຫົວໜ້າຫ້ອງການ, ຫົວໜ້າກົມກວດກາ, ທ່ານ ຮອງຫົວຫນ້າກົມ, ທ່ານ ຫົວຫນ້າ-ຮອງຫົວຫນ້າພະແນກ ແລະ ວິຊາການ ທີ່ກ່ຽວຂ້ອງກໍ່ໄດ້ເຂົ້າຮ່ວມ ເປັນສັກຂີພະຍານໃນຄັ້ງນີ້.

IMG_8981

ທ່ານ ຕາງຫນ້າຄະນະຝ່າຍຈີນ ໄດ້ເວົ້າເຖິງການຢ້ຽມຢາມ ຂອງທ່ານລັດຖະມົນຕີກະຊວງອຸດສາຫະກໍາ ແລະ ການຄ້າ ສປຈິນ ໃນເດືອນ 3 ປີ 2016 ທີຜ່ານມາ  ທີ່ທາງຝ່າຍຈີນໄດ້ຊ່ວຍເຫລືອທາງຝ່າຍລາວຫລາຍດ້ານ ແລະ ການຂົນສົ່ງລົດຮັບໃຊ້ບໍລິຫານດັ່ງກ່າວຈະມາຮອດລາວໃນເດືອນ 5 ປີ 2018 ນີ້ແນ່ນອນ ແລະ ກໍ່ຈະໄດ້ມີການເຊັນພິທີມອບ-ຮັບກັນໃນເວລານັ້ນ.

ພ້ອມດຽວກັນນັ້ນຕາງຫນ້າຄະນະຝ່າຍຈີນກໍຖືເອົາໂອກາດນີ້ ຂອບໃຈ ນໍາ ທ່ານ ພຸດທະວັນ ນັນທະວົງ ຫົວຫນ້າກົມກວດກາ ກະຊວງ ອຄ ປະຈຸບັນຊຶ່ງເມື່ອກ່ອນເປັນຮອງຫົວຫນ້າຫ້ອງການພ້ອມທັງຮັບຜິດຊອບໂຄງການດັ່ງກ່າວ ທີ່ໃຫ້ຄວາມຮ່ວມມື ແລະ ຊ່ວຍເຫລືອຕະຫລອດມາ.

ຂ່າວໂດຍ: ພູຄໍາ ຫລວງສຸພົນ