ລັດຖະບານ, ພາກເອກະຊົນ ແລະ ຄູ່ຮ່ວມພັດທະນາ ຮ່ວມປຶກສາຫາລື ບັນດາສິ່ງທ້າທ້າຍ ແລະ ບັນຫາ ທີ່ສົ່ງຜົນກະທົບຕໍ່ຄວາມສາມາດໃນການແຂ່ງຂັນຂອງພາກເອກະຊົນ ໃນ ສປປ ລາວ
By sonsathit rasavong On 29 Mar, 2018 At 10:01 AM | Categorized As ຂ່າວສຳຄັນ | With 0 Comments

ວຽງຈັນ, 28 ມີນາ 2018 – ກະຊວງ ອຸດສາຫະກຳ ແລະ ການຄ້າໄດ້ຈັດ ກອງປະຊຸມ ໜ່ວຍງານຂະ ແໜງການຄ້າ ແລະ ພາກເອກະຊົນ ຄັ້ງທີ່ XII ຂື້ນທີ່ ໂຮງແຮມ ດອນຈັນພາເລສ, ນະຄອນຫຼວງວຽງຈັນ ໂດຍການ ເປັນປະທານຂອງ ທ່ານ ນາງ ເຂັມມະນີ ພົນເສນາ, ລັດຖະມົນຕີ ກະຊວງອຸດສາຫະກຳ ແລະ ການຄ້າ, ແລະ ປະທານຮ່ວມໂດຍ ທ່ານ ລີໂອ ຟາເບີ, ເອກອັກຄະລັດຖະທູດ ສະຫະພາບ ເອີຣົບ ແລະ ທັງເປັນຜູ້ອຳນວຍ ຄວາມສະດວກຕ່າງ ໜ້າອົງການຜູ້ໃຫ້ທຶນ ໂຄງການເຊື່ອມໂຍງເຂົ້າສາກົນດ້ານການຄ້າ ປະຈຳ ສປປ ລາວ, ໃຫ້ກຽດເປັນປະທ່ານຮ່ວມ ໃນກອງປະຊຸມປຶກສາຫາລືດ້ານນະໂຍບາຍ ລະຫວ່າງ ລັດຖະບານລາວ ແລະ ຄູ່ຮ່ວມພັດທະນາໃນຄັ້ງນີ້. ເຊິ່ງມີຜູ້ຕ່າງໜ້າ ຫຼາຍກ່ວາ 90 ທ່ານ ຈາກບັນດາກະຊວງກ່ຽວຂ້ອງ, ພາກເອກະຊົນ ແລະ ອົງການສາກົນຕ່າງໆ ປະຈຳ ສປປ ລາວ ເຂົ້າຮ່ວມກອງປະຊຸມ.

1

ໃນບົດກ່າວເປີດກອງປະຊຸມ, ທ່ານ ນາງ ເຂັມມະນີ ພົນເສນາ ໄດ້ເໜັ້ນໜັກຄວາມສຳຄັນຂອງການ ພັດທະນາດ້ານການຄ້າ ແລະ ພາກເອກະຊົນ ໃນແຜນຍຸດທະສາດພັດທະນາ ເສດຖະກິດ-ສັງຄົມແຫ່ງຊາດ ເຊິ່ງໄດ້ກ່າວເຖິງບັນດາກອງປະຊຸມສຳຄັນຂອງພາກລັດ ທີ່ປຶກສາຫາລືກ່ຽວ ກັບຄວາມພະຍາຍາມ ຂອງພາກລັດຕໍ່ການປັບປຸງບັນຍາກາດການລົງທຶນ, ປະສິດທິພາບ ຂອງມາດ ຕະການໃນການສົ່ງເສີມທ່ອງທ່ຽວ, ການລົງທຶນ, ທຸລະກິດຂະໜາດນ້ອຍ ແລະ ກາງ, ປັບປຸງອຸດສະຫະກຳປຸງແຕ່ງໄມ້ ແລະ ຂະແໜງທຸກລະກິດ ອື່ນໆ. “ການປຶກສາຫາລືດັ່ງກ່າວ ພ້ອມທັງ ຄຳສັ່ງຂອງ ທ່ານ ນາຍົກລັດຖະມົນຕີ ສະບັບເລກທີ 02 ລົງວັນທີ 01 ກຸມພາ 2018, ວ່າດ້ວຍການປັບປຸງບັນດາລະບຽບການ ແລະ ກົນໄກປະສານໃນການດຳເນີນທຸລະກິດ ຢູ່ ສປປ ລາວ ໄດ້ສະແດງໃຫ້ເຫັນເຖິງຄວາມສຳຄັນຂອງການຂະຫຍາຍຕົວ ດ້ານການຄ້າ ແລະ ການພັດທະນາພາກທຸລະກິດ ຕໍ່ການພັດທະນາຂອງປະເທດໃນອານາຄົດ, ສ້າງຄວາມພ້ອມ ໃຫ້ປະເທດສາມາດເຊື່ອມໂຍງກັບສາກົນ ແລະ ເຂົ້າຮ່ວມເສດຖະກິດໂລກ. ອີງໃສ່ເປົ້າໜາຍໃນການຫຼຸດຜ່ອນຄວາມທຸກຍາກ, ທາງພາກ ລັດເຊື່ອໜັ້ນວ່າ ການຂະຫຍາຍຕົວດ້ານການຄ້າຈະສົ່ງຜົນດີໃຫ້ແກ່ປະຊາຊົນລາວ, ແລະ ສາມາດປະກາດໄດ້ວ່າ ສປປ ລາວ ຫຼຸດພົ້ນ ອອກຈາກສະພາວະປະເທດດ້ອຍພັດທະນາພາຍໃນປີ 2020.

3

ທ່ານ ລັດຖະມົນຕີ ໄດ້ກ່າວສະແດງຄວາມຂອບໃຈມາຍັງ ບັນດາຄູ່ຮ່ວມພັດທະນາ ທີ່ໃຫ້ການສະໜັບສະໜູນ ໃນການພັດທະນາ ຂະແໜງການຄ້າ ແລະ ພາກເອກະຊົນ ມາຮອດປະຈຸບັນ ພ້ອມດຽວກັນນັ້ນ, ກໍ່ໄດ້ສະແດງ ຄວາມຂອບໃຈ ຕໍ່ທຸກພາກສ່ວນທີ່ໄດ້ໃຫ້ຄຳໝັ້ນສັນຍາ ໃນການສືບຕໍ່ສະໜັບສະໜູນ ການຈັດຕັ້ງປະຕິບັດ ໂຄງການ ພັດທະນາຂະແໜງການຄ້າ ແລະ ພາກເອກະຊົນ ໄລຍະໃໝ່.

ທ່ານ ລີໂອ ຟາເບີ, ເອກອັກຄະລັດຖະທູດ ຂອງສະຫະພາບເອີຣົບ ປະຈຳ ສປປ ລາວ ໄດ້ກ່າວເຖິງ ຄວາມສຳ ຄັນ ແລະ ບົດບາດຂອງ ໜ່ວຍງານຂະແໜງການຄ້າ ແລະ ພາກເອກະຊົນ ໃນການເປັນເວທີ ໃນການປຶກສາຫາລືບັນ ດານະໂຍບາຍ ແລະ ມາດຕະການ ໃນການສົ່ງເສີມ ການສົ່ງອອກ ແລະ ຄວາມສາມາດ ໃນການແຂ່ງຂັນຂອງພາກ ທຸລະກິດລາວ. ພ້ອມດຽວກັນນັ້ນ, ທ່ານ ລີໂອ ຍັງສະແດງຄວາມຊົມເຊີຍຕໍ່ ກະຊວງອຸດສາຫະກຳ ແລະ ການຄ້າ ທີ່ໄດ້ ນຳເອົາຫົວຂໍ້ ຕົ້ນທຶນການຂົ່ນສົ່ງໃນ ສປປ ລາວ ແລະ ການຈັດອັນດັບຄວາມຍາກງ່າຍ ໃນການດຳເນີນທຸລະກິດ ໃນ ສປປ ລາວ ຂອງກຸ່ມທະນາຄານໂລກ ເຊິ່ງເປັນຫົວຂໍ້ສຳຄັນ ເຂົ້າໃນການປຶກສາຫາລື ໃນກອງປະຊຸມຄັ້ງນີ້.

2

ທ່ານ ເອກອັກຄະລັດຖະທູດ ຂອງສະຫະພາບເອີຣົບ ປະຈຳ ສປປ ລາວ ໄດ້ຖືໂອກາດແຈ້ງຕໍ່ກອງປະຊຸມ ວ່າ ໂຄງການ  ໃໝ່ຂອງ ສະຫະພາບເອີຣົບ ໃນການພັດທະນາການຄ້າ ແລະ ພາກເອກະຊົນ ທີ່ມີຊື່ວ່າ Arise Plus Lao PDR ຄາດວ່າຈະເປີດໂຕໃນຕົ້ນປີ 2019.

ກອງປະຊຸມໄດ້ເນັ້ນໃສ່ການປຶກສາຫາລືບັນຫາສຳຄັນ ທີ່ສົ່ງຜົນກະທົບຕໍ່ການດຳເນີນທຸລະກິດ ແລະ ການຕັດສິນໃຈໃນການລົງທຶນໃນ ສປປ ລາວ. ກອງປະຊຸມເລີ່ມດ້ວຍບົດສະເໜີ ຜົນການສຶກສາກ່ຽວກັບຄ່າຂົນສົ່ງໃນ ສປປ ລາວ, ນຳສະເໜີ ໂດຍຜູ້ຕ່າງໜ້າຈາກອົງການ JETRO, ກອງປະຊຸມ ໄດ້ສືບຕໍ່ດ້ວຍບົດລາຍງານຄວາມຄືບ ໜ້າຂອງ ການຈັດຕັ້ງປະ ຕິບັດກົດໜາຍ ສົ່ງເສີມການລົງ ທຶນສະບັບປັບປຸງ ແລະ ຄຳສັ່ງຂອງ ທ່ານ ນາຍົກລັດຖະມົນຕີ ສະບັບເລກທີ 02 ລົງວັນທີ 01 ກຸມພາ 2018, ວ່າດ້ວຍການປັບປຸງບັນດາລະບຽບການ ແລະ ກົນໄກປະສານ ໃນການດຳເນີນທຸລະກິດ ຢູ່ ສປປ ລາວ. ສຸດທ້າຍ ແມ່ນການນຳສະເໜີ ກ່ຽວກັບ ໂຄງການພັດທະນາການຄ້າ ແລະ  ຄວາມສາມາດໃນການແຂ່ງຂັນຂອງ ສປປ ລາວ (ໄລຍະໃໝ່), ນຳສະເໜີໂດຍຜູ້ຕ່າງໜ້າຈາກທະນາຄານໂລກ.

ບົດສະເໜີທີ 1 ແມ່ນເນັ້ນໃສ່ບັນດາຂໍ້ຫຸ້ຍງຍາກທີ່ ສົ່ງຜົນກະທົບຕໍ່ຄວາມສາມາດໃນ ການແຂ່ງຂັນທຸລະກິດ ລາວ ຊຶ່ງລວມເຖິງຄ່າຂົ່ນສົ່ງທີ່ມີຄ່າສູງ, ບົດສະເໜີ ທີ 2 ແມ່ນ ນຳສະເໜີຄວາມຄືບໜ້າ ນະໂຍບາຍຂອງລັດຖະບານ ແລະ ມາດຕະການ ເພື່ອປັບປຸງສະພາບແວດລ້ອມທຸລະກິດ, ແລະ ບົດສຸດທ້າຍໄດ້ສະເໜີກ່ຽວກັບບາງວິທີ ແກ້ໄຂບັນຫາ ແລະ ສິ່ງທ້າທ້າຍໃນ 2 ບົດສະເໜີທີ່ໄດ້ກ່າວມາ.

ໃນບົດກ່າວປິດກອງປະຊຸມ, ທ່ານ ນາງ ເຂັມມະນີ ພົນເສນາ ໄດ້ສະແດງຄວາມຂອບໃຈມາຍັ້ງ ທ່ານ ລີໂອ ຟາເບີ ສຳລັບການຮ່ວມເປັນປະທານໃນກອງປະຊຸມຄັ້ງນີ້, ພ້ອມທັງສະແດງຄວາມຂອບໃຈຕໍ່ ບັນດາຄູ່ຮ່ວມ ພັດທະນາສຳລັບການ ສະໜັບສະໜູນການພັດທະນາການຄ້າ ແລະ ພາກເອກະຊົນ ໃນ ສປປ ລາວ. ນອກນີ້ ທ່ານ ເຂັມມະນີ ພົນເສນາ ໄດ້ຍັງໄດ້ສະແດງຄວາມຂອບໃຈມາຍັ້ງບັນດາຜູ້ຕ່າງໜ້າຈາກສະຖານທູດ, ອົງການຈັດຕັ້ງສາກົນ, ອົງການຈັດຕັ້ງ ລັດຖະບານ ແລະ ພາກເອກະຊົນ ທີ່ເຂົ້າຮ່ວມກອງປະຊຸມ.

ໜ່ວຍງານ TPSWG ແມ່ນໜຶ່ງໃນສິບໜ່ວຍງານ ພາຍໃຕ້ຂະບວນການໂຕະມົນ ແລະ ເປັນເວທີຫຼັກ ສໍາລັບການປຶກສາຫາລື ດ້ານນະໂຍບາຍ ລະຫວ່າງພາກລັດ ແລະ ບັນດາຄູ່ຮ່ວມພັດທະນາ. ບັນດາຜູ້ທີ່ເຂົ້າຮ່ວມ ໃນກອງປະຊຸມ ແມ່ນມາຈາກພາກລັດ, ຄູ່ຮ່ວມພັດທະນາ, ພາກເອກະຊົນ ແລະ ອົງການຈັດຕັ້ງສັງຄົມ. ສ່ວນໜ່ວຍງານຂະແຫນງການຄ້າອື່ນ ໃນ 10 ໜ່ວຍງານລວມມີ: ສາທາ; ສຶກສາ; ການປົກຄອງ; ເສດຖະກິດມະຫາ ພາກ; ໂຄງລ່າງພື້ນຖານ; ການຄວບຄຸມບັນຫາຢາເສບຕິດ; ລະເບີດບໍ່ທັນແຕກ; ກະສິກຳ ແລະ ພັດທະນາຊົນນະບົດ; ແລະ ການຄຸ້ມຄອງຊັບພະຍາກອນ ທຳມະຊາດ ແລະ ສິ່ງແວດລ້ອມ.

 

ຂໍ້ມູນເພີ່ມເຕີ່ມສາມາດຕິດຕໍ່:

ພະແນກຄຸ້ມຄອງການຈັດຕັ້ງປະຕິບັດໂຄງການຊ່ວຍເຫຼືອຂອງຕ່າງປະເທດ,
ກົມແຜນການ ແລະ ການຮ່ວມມື

ກະຊວງອຸດສາຫະກຳ ແລະ ການຄ້າ

ນະຄອນຫຼວງວຽງຈັນ

Tel/Fax: 021 413916