ການເຂົ້າຢ້ຽມຂໍ່ານັບຂອງທ່ານເອກອັກຄະລັດຖະທູດອາແຊກໄບຈານ
By sonsathit rasavong On 13 Mar, 2018 At 10:05 AM | Categorized As ຂ່າວສຳຄັນ | With 0 Comments

          ໃນເວລາ 2:00 ໂມງຂອງວັນທີ 28 ກຸມພາ 2018  ທີຫ້ອງຮັບແຂກ ກະຊວງອຸດສາຫະກໍາ ແລະ ການຄ້າ ໄດ້ຕ້ອນຮັບຄະນະເອກອັກຄະລັດຖະທູດສາທາລະນະລັດຂອງອາແຊກໄບຈານ ທີ່ເຂົ້າຢ້ຽມ ຂໍ່ານັບລັດຖະລັດມົນຕີກະຊວງອຸດສາຫະກໍາ ແລະ ການຄ້າ ໂດຍໄດ້ຮັບການຕ້ອນຮັບຈາກທ່ານ ພັນທອງ ພິດທຸມມາ ຮອງລັດຖະມົນຕີ ກະຊວງອຸດສາຫະກໍາ ແລະ ການຄ້າ ພ້ອມດ້ວຍບັນດາຜູ້ຕາງໜ້າຈາກກົມທີ່ກ່ຽວຂ້ອງເຊັ່ນ: ກົມການຄ້າພາຍໃນ, ກົມການນໍາເຂົ້າ-ສົ່ງອອກ, ກົມສົ່ງເສີມ ການຄ້າ, ກົມແຜນການ ແລະ ການຮ່ວມມື ແລະ ຫ້ອງການກະຊວງ.

6bf67bfb-f34d-452a-8a90-3fbac11a06eb

ຈຸດປະສົງຂອງການເຂົ້າຢ້ຽມຂ່ໍ່ານັບໃນຄັ້ງນີ້ແມ່ນເພື່ອ ເຊື້ອເຊີນ, ແນະນໍາ ແລະ ອະທິບາຍກ່ຽວກັບໂຄງການເອັກສະໂປ 2020 ໂດຍຕ້ອງການໃຫ້ທາງການລາວສະໜັບສະໜູນ ແລະ ສົ່ງເສີມໂຄງ ການດັ່ງກ່າວ.

ພ້ອມດຽວກັນນີ້, ທ່ານເອກອັກຄະລັດຖະທູດ ສາທາລະນະລັດຂອງອາແຊກໄບຈານຍັງໄດ້ກ່າວວ່າ: ລາວ ແລະ ອາແຊກໄບຈານ ແມ່ນເປັນປະເທດທີ່ກໍາລັງພັດທະນາ ແລະ ຫວັງວ່າຈະໄດ້ຮັບການຊ່ອຍເຫລືອເຊິ່ງກັນ ແລະ ກັນ, ໂດຍສະເພາະການມາຢ້ຽມຢາມໃນຄັ້ງນີ້ຈະບໍ່ແມ່ນຄັ້ງສຸດທ້າຍ ແລະ ທີ່ສໍາຄັນການພົວພັນຂອງທັງສອງປະເທດນັບມື້ນັບດີຂຶ້ນໄປເລື້ອຍໆ ແລະ ກ່າວຂອບໃຈ ທີ່ທາງການລາວໄດ້ຕ້ອນຮັບເປັນພິເສດ.

ນອກນີ້, ທ່ານ ຮອງລັດຖະມົນຕີກະຊວງ ອຄ ຍັງໄດ້ກ່າວ: ກ່ຽວກັບການສະໜັບສະໜູນ ແມ່ນທາງການລາວ ມີຄວາມຍິນດີ ແລະ ສະໜັບສະໜູນເຕັມທີ່ໃນການເຂົ້າຮ່ວມ ເອັກສະໂປ 2020 ພ້ອມທັງສະແດງຄວາມຍິນດີທີ່ນັກທຸລະກິດ ຂອງອາແຊກໄບຈານ ຈະມາລົງທຶນຢູ່ລາວໃນອະນາຄົດ.

ຂ່າວໂດຍ: ພູຄໍາ ຫລວງສຸພົນ