ໃນຂະນະທີ່ ນັກທ່ອງທ່ຽວຈີນ ເຂົ້າມາລາວ ເພີ່ມຫຼາຍຂຶ້ນ ແຕ່ຜົນປະໂຫຍດ ກັບຕົກເປັນ ຂອງຄົນຈີນຫລາຍກວ່າ
By theu vaenvongsod On 28 Nov, 2017 At 10:57 AM | Categorized As ຂ່າວການເຄື່ອນໄຫວ | With 0 Comments

Than Thonglun open Lao Tourism Year 2018

     ນັກທ່ອງທ່ຽວຈີນ ເດີນທາງເຂົ້າມາໃນລາວເພີ່ມຂຶ້ນຢ່າງຕໍ່ເນື່ອງ ແຕ່ຜົນປະໂຫຍດສ່ວນຫຼາຍ ກັບຕົກເປັນຂອງບັນດານັກທຸລະກິດຈີນ ທີ່ເປັນເຈົ້າຂອງໂຮງແຮມ, ຮ້ານອາຫານ  ແລະ ທຸລະກິດບັນເທີງໃນລາວ.

     ທ່ານ ບໍ່ແສງຄຳ ວົງດາລາ ລັດຖະມົນຕີ ກະຊວງຖະແຫລງຂ່າວ ວັດທະນະທຳ ແລະ ທ່ອງທ່ຽວ ຍອມຮັບວ່າ: ພາກສ່ວນທີ່ໄດ້ຮັບຜົນປະໂຫຍດຈາກບັນດາ ນັກທ່ອງທ່ຽວຈີນ  ທີ່ເດີນທາງເຂົ້າມາໃນລາວເພີ່ມຂຶ້ນ ຢ່າງຕໍ່ເນື່ອງນັ້ນ ກໍຄືບັນດານັກທຸລະກິດຈີນ ທີ່ລົງທຶນໃນພາກທຸລະກິດ ບໍລິການ ແລະທ່ອງທ່ຽວ ຢ່າງຄົບວົງຈອນໃນລາວ ຈຶ່ງເຮັດໃຫ້ນັກທຸລະກິດຈີນເຫຼົ່ານີ້ ໄດ້ຮັບຜົນປະໂຫຍດສ່ວນຫຼາຍ ໃນຖານະທີ່ເປັນເຈົ້າຂອງກິດຈະການໂຮງແຮມ, ຮ້ານອາຫານ ແລະ ທຸລະກິດບັນເທີງ ທັງຍັງເປັນເຈົ້າຂອງບໍລິການທ່ອງທ່ຽວ ທີ່ນຳພາບັນດານັກທ່ອງທ່ຽວຈີນ 545,000 ກວ່າຄົນ ເຂົ້າມາໃນລາວ ດ້ວຍຕົນເອງໃນປີ 2016 ທີ່ຜ່ານມາອີກດ້ວຍ.

     ຈາກສະພາບການດັ່ງກ່າວນີ້ ຈຶ່ງເຮັດໃຫ້ມີຄວາມຈຳເປັນຢ່າງຍິ່ງ ທີ່ພາກທຸລະກິດບໍລິການ ແລະ ທ່ອງທ່ຽວຂອງລາວ ຈະຕ້ອງປັບປຸງຕົວເອງ ເພື່ອໃຫ້ສາມາດແຂ່ງຂັນກັບບັນດານັກທຸລະກິດຈີນໃຫ້ໄດ້ ທັງໃນດ້ານບຸກຄະລາກອນ ແລະ ຄຸນນະພາບ ຂອງການໃຫ້ບໍລິການ ດັ່ງທີ່ທ່ານ ບໍ່ແສງຄຳ ໄດ້ໃຫ້ການຢືນຢັນ: ໃນໂອກາດເປີດປີທ່ອງທ່ຽວລາວ 2018 ໃນທ້າຍເດືອນຕຸລາ 2017 ທີ່ຜ່ານມາ ວ່າ:ບັນຫາທີ່ເກີດຂຶ້ນຈາກການຕ້ອນຮັບນັກທ່ອງທ່ຽວຈີນ ແມ່ນນັກທ່ອງທ່ຽວສ່ວນຫຼາຍໃຊ້ບໍລິການ ຂອງບໍລິສັດທ່ອງທ່ຽວຈີນ ພັກເຊົາໂຮງແຮມຈີນ ກິນອາຫານຢູ່ຮ້ານອາຫານຈີນ ແລະມີພະນັກງານນຳທ່ຽວ ທີ່ສ່ວນຫຼາຍກໍເປັນຄົນຈີນ ຖ້າພວກເຮົາມີແຜນການຮອງຮັບ ນັກທ່ອງທ່ຽວຈີນ ທີ່ເປັນລະບົບ ແລະ ສາມາດຈັດຕັ້ງປະຕິບັດໄດ້ຢ່າງເປັນຮູບປະທຳ ແມ່ນມີທ່າແຮງທີ່ຈະດຶງດູດນັກທ່ອງທ່ຽວຈີນ ມາປະເທດເຮົາໄດ້ຫຼາຍ ໂດຍສະເພາະແມ່ນອີງໃສ່ການຮ່ວມມືຮອບດ້ານ ລະຫວ່າງ 2 ປະເທດລາວ-ຈີນ ກໍຄືພາຍຫລັງທີ່ສຳເລັດ ການກໍ່ສ້າງເສັ້ນທາງລົດໄຟ ຊຶ່ງຄາດວ່າ ຈະມີນັກທ່ອງທ່ຽວຈີນ ເຂົ້າມາລາວເຮົາຫຼາຍຂຶ້ນ.

     ທັງນີ້ ພິທີເປີດປີການທ່ອງທ່ຽວລາວ 2018 ໄດ້ຈັດຂຶ້ນຢ່າງເປັນທາງການ ໃນຕອນແລງວັນທີ 28 ຕຸລາ 2017 ຜ່ານມາ ໂດຍມີທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ເປັນປະທານໃນພິທີ ທີ່ຈັດຂຶ້ນໃນໂອກາດດຽວກັນກັບ ງານບຸນນະມັດສະການພະທາດຫລວງປະຈຳປີ 2017 ແລະ ໃນພິທີການຄັ້ງນີ້ ກໍໄດ້ມີການເຊີນສື່ມວນຊົນ ແລະ ແຂກຈາກປະເທດ ສະມາຊິກ ກຸ່ມອາຊຽນ ແລະ ພູມິພາກອື່ນໆ ຈາກທົ່ວໂລກ ເຂົ້າຮ່ວມດ້ວຍ.

     ໂດຍລັດຖະບານລາວ ໄດ້ວາງຄາດໝາຍທີ່ຈະດຶງດູດເອົາ ນັກທ່ອງທ່ຽວຊາວຕ່າງຊາດໃຫ້ໄດ້ເຖິງ 5 ລ້ານຄົນ ຊຶ່ງຈະເຮັດໃຫ້ພາກທຸລະກິດບໍລິການໃນລາວ ມີລາຍຮັບເກີນກວ່າ 900 ລ້ານໂດລາ ໃນຕະຫຼອດປີ 2018 ດ້ວຍການຈັດກິດຈະກຳ  ແລະ ງານບຸນປະເພນີຕ່າງໆ ໃນ 18 ແຂວງທົ່ວປະເທດ ເຊັ່ນ: ການຈັດຄາລາວານລົດທ່ອງທ່ຽວ ແຕ່ເໜືອຮອດໃຕ້, ບຸນມະໂຫລານການສະແດງສິນລະປະວັດທະນະທໍາພື້ນເມືອງ ຂອງບັນດາເຜົ່າຕ່າງໆ ,ການແຂ່ງລົດວິບາກ, ການປີນໜ້າຜາ, ການຈັດງານວັນລາວໃນຕ່າງປະເທດ ເຊັ່ນ: ໄທ ຫວຽດນາມ ຍີ່ປຸ່ນ ເຢຍຣະມັນ ຝຣັ່ງ ແລະ ອັງກິດ ເປັນຕົ້ນ.

     ຍິ່ງໄປກວ່ານັ້ນ ທາງການລາວ ກໍຍັງໄດ້ຮັບການຢືນຢັນຈາກ ປະເທດສະມາຊິກ ໃນອາຊຽນດ້ວຍກັນ ວ່າຈະໃຫ້ການຊ່ອຍເຫຼືອໃນການໂຄສະນາປະຊາສຳພັນ ປີການທ່ອງທ່ຽວລາວ 2018 ຢ່າງກວ້າງຂວາງ ທັງຍັງຈະສົ່ງເສີມໃຫ້ພົນລະເມືອງຂອງຕົນ ເດີນທາງເຂົ້າມາທ່ອງທ່ຽວໃນລາວ ຫຼາຍຂຶ້ນອີກດ້ວຍ.

     ແຕ່ຢ່າງໃດກໍຕາມ ໃນຊ່ວງ 6 ເດືອນຕົ້ນປີ 2017 ຊາວຕ່າງຊາດ ໄດ້ເດີນທາງ ເຂົ້າມາທ່ອງທ່ຽວໃນລາວຫລຸດລົງເຖິງ 12 ເປີເຊັນ ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2016 ໂດຍສະເພາະແມ່ນນັກທ່ອງທ່ຽວຈາກປະເທດສະມາຊິກໃນອາຊຽນດ້ວຍກັນນັ້ນ ຖືເປັນກຸ່ມນັກທ່ອງທ່ຽວ ທີ່ເດີນທາງເຂົ້າມາໃນລາວ ຫລຸດລົງຫຼາຍທີ່ສຸດ ຊຶ່ງຖ້າຫາກວ່າ ສະພາບການຍັງຄົງດຳເນີນໄປ ໃນທິດທາງດັ່ງກ່າວ ກໍຍັງເຮັດໃຫ້ຄາດໝາຍໄດ້ວ່າຈຳນວນນັກທ່ອງທ່ຽວຊາວຕ່າງຊາດ ທີ່ຈະເດີນທາງເຂົ້າມາໃນລາວໃນປີ 2017 ຈະນ້ອຍກວ່າໃນປີ 2016.

     ແຕ່ຢ່າງໃດກໍຕາມ ທ່ານ ບໍ່ແສງຄຳ ກໍຢືນຢັນວ່າ: ເປົ້າໝາຍສໍາຄັນ ໃນການພັດທະນາການທ່ອງທ່ຽວຂອງລາວ ກໍຄືການປະກອບສ່ວນ ເຂົ້າໃນການຈັດຕັ້ງປະຕິບັດ ວຽກງານທຸກດ້ານ ເພື່ອເຮັດໃຫ້ອາຊຽນເປັນຈຸດໝາຍປາຍທາງດຽວກັນ ສຳລັບບັນດານັກທ່ອງທ່ຽວຈາກພູມິພາກອື່ນໆໃຫ້ໄດ້ ຢ່າງເປັນຮູບປະທຳ ພາຍໃນປີ 2025 ດ້ວຍການເສີມຂະຫຍາຍ ການຮ່ວມມື ຢ່າງເຂັ້ມແຂງ ແລະ ໃກ້ຊິດ.

     ທາງດ້ານສະມາຄົມວິໄຈການທ່ອງທ່ຽວອາຊຽນ (ATRA) ລາຍງານວ່າ: ລາຍຮັບຈາກການທ່ອງທ່ຽວໃນລາວ ຍັງມີອັດຕາສະເລ່ຍຕ່ຳກວ່າ ປະເທດສະມາຊິກໃນອາຊຽນດ້ວຍກັນ ຊຶ່ງມີລາຍຮັບຈາກການທ່ອງທ່ຽວ ທີ່ອັດຕາສະເລ່ຍ 12 ເປີເຊັນ ຂອງຍອດຜະລິດຕະພັນລວມພາຍໃນ (GDP) ແຕ່ລາຍຮັບຂອງລາວ ຄິດເປັນພຽງ 7 ເປີເຊັນເທົ່ານັ້ນ.

[ແຫລ່ງຂ່າວ: VOA]

[ຮຽບຮຽງໂດຍ: ນ ຖື]