ເຈົ້າໜ້າທີ່ກວດກາການຄ້າ ພະແນກອຸດສາຫະກຳ ແລະ ການຄ້າ ແຂວງສາລະວັນຍຶດສິນຄ້າໜີພາສີ ແລະ ທຳລາຍສິນຄ້າໝົດອາຍຸ
By theu vaenvongsod On 11 Oct, 2017 At 03:02 PM | Categorized As ຂ່າວພາຍໃນ | With 0 Comments

   WhatsApp Image 2017-10-11 at 15.06.39

     ໜ່ວຍ​ງານ​ກວດກາ​ການ​ຄ້າ ພະ​ແນ​ກອຸດສາຫະກຳ​ ​ແລະ ການ​ຄ້າ ​ແ​ຂວງ​ສາລະ​ວັນ ລົງ​ຕິດຕາມ​ກວດກາ​ການ​ນໍາ​ເຂົ້າ ​ແລະ ຈໍາ​ໜ່າຍ​ສິນຄ້າ​ບໍ່​ໄດ້​ເສຍ​ພາສີ, ອາກອນ, ສິນຄ້າ​ໝົດ​ອາຍຸ ​ແລະ ສິນຄ້າ​ຕ້ອງ​ຫ້າມ ຢູ່​ບັນດາ​ເມືອງ​ຂອງ​ແຂວງ​ສາລະ​ວັນ ຊຶ່ງ​ລວມມີ​ຫລາຍ​ລາຍການ ຊຶ່ງ​ສາມາ​ດຍຶດສິນຄ້າ​ໄດ້ ລວມມູນ​ຄ່າ​ທັງ​ໝົດ ຈໍຳນວນ 73,898,995 ກີບ.

WhatsApp Image 2017-10-11 at 15.06.40WhatsApp Image 2017-10-11 at 15.06.41

​     ໃນ​ໄລຍະ 03 ​ເດືອນ 2017 ຜ່ານ​ມາ​ນີ້ ໜ່ວຍ​ງານ​ເຈົ້າໜ້າ​ທີ່​ກວດກາ​ການ​ຄ້າ ພະ​ແນ​ກອຸດສາຫະກໍາ ​ແລະ ການ​ຄ້າ ​ແຂວງ ສາລະ​ວັນ ​ໄດ້​ປະສານ​ສົມທົບ​ກັບ​ອໍານາດ​ການ​ປົກຄອງ, ຂະ​ແໜງ​ການ​ທີ່​ກ່ຽວຂ້ອງ ຂອງ​ແຂວງ ​ແລະ ບັນດາ​ຫ້ອງການ​ອຸດສາຫະກໍາ ​ແລະ ການ​ຄ້າ​ເມືອງ ​ໄດ້​ຮ່ວມ​ກັນ​ປຶກສາ​ຫາລື ​ແລະ ວາງ​ແຜນການ​ໃນ​ການຈັດຕັ້ງ ປະຕິບັດ​ວຽກ​ງານ​ການ​ກວດກາ ການ​ນໍາ​ເຂົ້າ ​ແລະ ຈໍາໜ່າຍ​ສິນຄ້າ​ທີ່​ບໍ່​ຖືກຕ້ອງ​ຕາມ​ລະບຽບ​ການ ຢູ່​ຕາມ​ຫ້າງ​ຮ້ານ ​ແລະ ຕະຫລາດນັດ​ພາຍ​ໃນ​ແຂວ​ງ ຊຶ່ງສາມາດ​ກວດກາ​ພົບ ​ແລະ ຍຶດສິນຄ້າ​ໝົດ​ອາຍຸ, ​ເຊື່ອມ​ຄຸນ​ນະພາ​ບ, ສິນຄ້າ​ບໍ່​ໄດ້​​ເສຍພາສີ ອາກອນ, ສິນຄ້າ​ຕ້ອງ​ຫ້າມ, ສິນຄ້າ​ຄວບ​ຄຸມ, ອຸປະກອນ ​ແລະ ທາດ​ເຄມີ ທີ່​ສາມາດ​ປະກອບ​ເປັນ​ອາວຸດ​ລ່າ​ເນື້ອ ຄື:   1.   ສິນຄ້າ​ຕ້ອງ​ຫ້າມ ປະ​ເພດ​ຈັກ​ຕັດ​ໄມ້ + ອາ​ໄຫລ່ ຈໍານວນ 187 ອັນ, ຖົງ, ກັບ, ​ເສັ້ນ ລວມມູນ​ຄ່າ 4,125,995 ກີບ; ວັດຖຸ, ອຸປະ​ກອນ ​ແລະ ທາດ​ເຄມີ ທີ່​ສາມາດ​ປະກອບ​ເປັນ​ອາວຸດ​ລ່າ​ເນື້ອ​ຈໍານວນ 59,5 ຖົງ, ​ເສັ້ນ, ກິ​ໂລກຼາມ ລວມມູນ​ຄ່າ 2,285,000 ກີບ;

        2.  ສິນຄ້າ​ໝົ​ດອາຍຸ: ປະ​ເພດ​ເຂົ້າໜົມ, ສະບຽງ​ອາຫານ ​ແລະ ​ເຄື່ອງດື່ມ ຈໍານວນ 266,626 ຖົງ, ກັບ, ​ແກ້ວ, ຂວດ, ຊອງ, ກິ​ໂລກຼາມ, ລວມມູນ​ຄ່າ 58,594,500 ກີບ;

        3.  ສິນຄ້າ​ຄວບ​ຄຸມ: ປະ​ເພດ​ເຄື່ອງ​ສໍາອາງ ຈໍານວນ 1,753 ຖົງ, ກັບ, ​ແຜງ, ຊອງ, ​ແກັດ, ຂວດ ລວມມູນ​ຄ່າ 7,063,500 ກີບ;

        4ສິນຄ້າ​ບໍ່​ໄດ້​ເສຍ​ພາສີ, ອາກອນ: ປະ​ເພດ​ຢາສູບ ຈໍານວນ 109 ຊອງ ລວມມູນ​ຄ່າ 1,830,000 ກີບ.

WhatsApp Image 2017-10-11 at 15.06.42

        ນອກ​ນີ້, ຍັງ​ໄດ້​ເຂົ້າຮ່ວມ​ຄະນະ​ສະ​ເພາະ​ກິດ​ຂອງ​ແຂວງ ກ່ຽວ​ກັບ​ການ​ແກ້​ໄຂ​ບັນຫາ​ການ​ນໍາ​ເຂົ້າສິນຄ້າ ປະ​ເພດ​ລົດຈັກ ທີ່​ບໍ່​ຖືກຕ້ອງ​ຕາມ​ລະບຽບ​ການ​ໃນ​ທົ່ວ​ແຂວງ ຊຶ່ງ​ກວດກາ​ພົບ​ທັງໝົດ ຈໍານວນ 339 ຄັນ ລວມມູນ​ຄ່າ​ການ​ເສຍ​ພາສີ, ອາກອນ ການ​ປັບ​ໃໝ​ຄືນ​ທັງ​ໝົດ 986,890,000 ກີບ.

       ​ໃນ​ໄລຍະ​ເວລາ 3 ​ເດືອນ​ດັ່ງກ່າວ​ນີ້​ເຫັນ​ວ່າ ໜ່ວຍ​ງານ​ກວດກາ​ການ​ຄ້າ ພະ​ແນ​ກອຸດສາຫະກໍາ ​ແລະ ການ​ຄ້າ​ແຂວງ​ສາລະ​ວັນ ​ໄດ້​ເອົາ​ໃຈ​ໃສ່​ປະຕິບັດ​ສິດ ໜ້າ​ທີ່​ຕາມ​ພາລະ​ບົດບາດ​ຂອງ​ຕົນ​ຢ່າງ​ຕັ້ງໜ້າ ສາມາດ​ສະກັດ​ກັ້ນການລະ​ເມີດ​ກົດໝາຍ ​ແລະ ລະບຽບ​ການ ກ່ຽວ​ກັບ​ການ​ຄຸ້ມ​ຄອງ​ການ​ຄ້າ, ການ​ຄ້າ​ສິນຄ້ານອກ​ລະບົບ ​ແນ​ໃສ່​ປົກ​ປ້ອງ ​ແລະ ສົ່ງ​ເສີມ​ຫົວໜ່ວຍ​ທຸລະ​ກິດ​ການ​ຄ້າ​ທີ່​ເຄື່ອນ​ໄຫວ​ຖືກຕ້ອງ ຕ້ານ ​ແລະ ສະກັດ​ກັ້ນການ​ຄ້າຂາຍ​ເຖື່ອນ ​ແລະ ການ​ຄ້າ​ສິນຄ້າ​ນອກ​ລະບົບ​ລົງ​ເທື່ອ​ລະ​ກ້າວ.

                                                                                                                                                                          [ຂ່າວ: ພະແນກອຸດສາຫະກຳ ແລະ ການຄ້າ ແຂວງສາລະວັນ]

                                                                                                                                                                                                              [ຮຽບຮຽງໂດຍ: ຂະແໜງຂ່າວວສານ]