ຝຶກອົບຮົມ “ຊັບສິນທາງປັນຍາທີ່ຕິດພັນກັບການສ້າງຍີ່ຫໍ້”
By phaikhame evilay On 3 May, 2024 At 11:39 AM | Categorized As ຂ່າວພາຍໃນ | With 0 Comments

IMG_0278

         ໃນວັນທີ 02-03 ພຶດສະພາ 2024, ທີ່ຫ້ອງປະຊຸມ ຊັ້ນ 1, ກະຊວງອຸດສາຫະກໍາ ແລະ ການຄ້າ, ກົມຊັບສິນທາງປັນຍາ ຮ່ວມກັບ ອົງການຊັບສິນທາງປັນຍາໂລກ (WIPO) ຈັດຝຶກອົບຮົມ “ຊັບສິນທາງປັນຍາທີ່ຕິດພັນກັບການສ້າງຍີ່ຫໍ້”, ພາຍໃຕ້ການສະໜັບສະໜູນຈາກ ສຳນັກງານສິດທິບັດ ແຫ່ງປະເທດຍີ່ປຸ່ນ (JPO), ໂດຍການເປັນປະທານຮ່ວມຂອງ ທ່ານ ໄຊສົມເພັດ ນໍລະສິງ, ຫົວໜ້າກົມຊັບສິນທາງປັນຍາ, ກະຊວງອຸດສາຫະກຳ ແລະ ການຄ້າ ແລະ ທ່ານ ທອງສຸກ ແກ້ວມະນີ ຮອງອະທິການບໍດີ ມະຫາວິທະຍາໄລແຫ່ງຊາດ.

ໃນກອງປະຊຸມຝຶກອົບຮົມຄັ້ງນີ້ ມີທ່ານ ໄຊບັນດິດ ໄຊຍະວົງຄໍາດີ, ຮອງຫົວໜ້າກົມຊັບສິນທາງປັນຍາ, ມີ ບັນດາ ທ່ານຊ່ຽວຊານ ຈາກອົງການຊັບສິນທາງປັນຍາໂລກ (WIPO), ມີບັນດາ ຫົວໜ້າພະແນກ, ຮອງພະແນກ, ຜູ້ປະກອບການ SME, ຄູ-ອາຈານ ແລະ ນັກສຶກສາ, ບໍລິສັດອອກແບບເຄື່ອງໝາຍການຄ້າ ເຂົ້າຮ່ວມ 60 ກວ່າທ່ານ.

ໃນໂອກາດນີ້ ທ່ານ ໄຊສົມເພັດ ນໍລະສິງ, ຫົວໜ້າກົມຊັບສິນທາງປັນຍາ ໄດ້ກ່າວເປີດ ຝຶກອົບຮົມໃນຄັ້ງນີ້ ວ່າ: ຈຸດປະສົງຂອງການຝຶກອົບຮົມໃນມື້ນີ້ 1. ແມ່ນເພື່ອເປັນການກຽມຄວາມພ້ອມ ໃຫ້ແກ່ ນັກສຶກສາໃນຂະແໜງການອອກແບບ ໂດຍສະເພາະ ແມ່ນເຄື່ອງໝາຍການຄ້າ ແລະ ການອອກແບບສິນຄ້າ ຫຼື ສິ່ງຫຸ້ມຫໍ່ ແລະ ອື່ນໆ ໂດຍການສ້າງຄວາມເຂົ້າໃຈກ່ຽວກັບວຽກງານຊັບສິນທາງປັນຍາ ທີ່ສາມາດຈົດທະບຽນປົກປ້ອງໄດ້ ແລະ ບໍ່ສາມາດຈົດທະບຽນປົກປ້ອງໄດ້, ພາຍຫຼັງສໍາເລັດຝຶກອົບຮົມໃຫ້ສາມາດ ໃຫ້ບໍລິການອອກແບບເຄື່ອງໝາຍການຄ້າ ແລະ ອື່ນໆໄດ້ ທີ່ສອດຄ່ອງຕາມກົດໝາຍທີ່ໄດ້ກຳນົດໄວ້. 2. ສ້າງຄວາມຮັບຮູ້ ແລະ ເຂົ້າໃຈ ໃຫ້ແກ່ຜູ້ປະກອບການ SMEs ຂອງພວກເຮົາ ກ່ຽວກັບເຄື່ອງມືດ້ານຊັບສິນທາງປັນຍາ ທີ່ສາມາດຊ່ວຍສ້າງມູນຄ່າເພີ່ມ ແລະ ຄວາມສາມາດແຂ່ງຂັນທຸລະກິດໃຫ້ແກ່ທ່ານ ໂດຍສະເພາະ ແມ່ນ ຍີຫໍ້ ແລະ ການຫຸ້ມຫໍ່ສິນຄ້າ  ຊຶ່ງເປັນສ່ວນສຳຄັນທີ່ຈະເຮັດໃຫ້ກິດຈະການຂອງທ່ານ ມີຊື່ສຽງ ແລະ ເປັນທີຮັບຮູ້ຂອງກຸ່ມຜູ້ບໍລິໂພກ ແລະ ເຮັດແນວໃດໃຫ້ເຄື່ອງໝາຍການຄ້າ ຈຶ່ງຈະໄດ້ຮັບການປົກປ້ອງ ພາຍໃຕ້ກົດໝາຍຊັບສິນທາງປັນຍາ ຢູ່ ສປປ ລາວ.

IMG_0270

       ໃນປັດຈຸບັນ ຕັ້ງແຕ່ມີລະບົບຊັບສິນທາງປັນຍາເຂົ້າມາ ສປປ ລາວ ການນຳໃຊ້ລະບົບດັ່ງກ່າວ ເຂົ້າຊ່ວຍ ແມ່ນມີທ່າອ່ຽງຂະຫຍາຍຕົວຢ່າງຫຼວງຫຼາຍ ເປັນຕົ້ນ ມີການຍື່ນຄໍາຮ້ອງຂໍຈົດທະບຽນເຄື່ອງໝາຍການຄ້າຢູ່ ສປປ ລາວ ແລ້ວ 62.000 ກວ່າເຄື່ອງໝາຍ, ແບບອຸດສາຫະກໍາຫຼາຍກວ່າ 700 ກວ່າສະບັບ, ມີການແຈ້ງຂໍ້ມູນລິຂະສິດ ແລະ ສິດກ່ຽວຂ້ອງກັບລິຂະສິດ ຫຼາຍກວ່າ 800 ກວ່າສະບັບ, ການແກ້ໄຂຂໍ້ຂັດແຍ່ງທາງດ້ານບໍລິຫານ ຫຼາຍກວ່າ 160 ກໍລະນີ, ເປີເຊັນການຍື່ນຄຳຮ້ອງຂໍຈົດທະບຽນເຄື່ອງໝາຍການຄ້າ ຂອງຄົນລາວ ໄລະຍະປີ 2019-2023 (5 ປີ) ແມ່ນ ມີພຽງແຕ່ 5%. ສະນັ້ນ, ກົມຊັບສິນທາງປັນຍາ ຈຶ່ງເປັນໄດ້ເຖິງຄວາມຈຳເປັນໃນການຊ່ວຍເຫຼືອໃຫ້ ບັນດາ SMEs ຂອງ ສປປ ລາວ ໄດ້ຮັບຮູ້, ເຂົ້າໃຈ ແລະ ນຳໃຊ້ ລະບົບດັ່ງກ່າວໃຫ້ຫຼາຍຂຶ້ນ ທັງນີ້ກໍ່ເປັນການກຽມຄວາມພ້ອມໃນການແຂ່ງຂັນທາງທຸລະກິດໃຫ້ແກ່ພວກເຮົາ. ຊຶ່ງໃນໄລຍະຜ່ານມາ ກົມຂອງພວກເຮົາກໍ່ໄດ້ສ້າງແນວຄວາມຄິດ ໜຶ່ງເມືອງໜຶ່ງຊັບສິນທາງປັນຍາ ຊຶ່ງຈະເປັນການຕໍ່ຍອດຈາກ ໜຶ່ງເມືອງໜຶ່ງຜະລິດຕະພັນທີ່ພວກເຮົາເອົາວຽກງານສ້າງຍີຫໍ້ ແລະ ສິ່ງຫຸ້ມຫໍ່ເຂົ້າໄປຊ່ວຍເພື່ອສົ່ງເສີມໃຫ້ສິນຄ້າເຫຼົ່ານັ້ນ ມີຄວາມພ້ອມທີ່ຈະເຂົ້າສູ່ຕະຫຼາດຫຼາຍຂຶ້ນ, ໃນສ້າງໃຫ້ເຄື່ອງໝາຍການຄ້າຂອງພວກເຂົາໄດ້ຮັບການຕອບຮັບທີ່ດີຂຶ້ນຈາກຜູ້ບໍລິໂພກ ແລະ ການແຂ່ງຂັນໃນຕະຫຼາດພາຍໃນກໍ່ເປັນທຳ ຫຼາຍຂຶ້ນ.

ພ້ອມນັ້ນ ໃນກອງປະຊຸມຝຶກອົບຮົມຄັ້ງນີ້ ກໍໄດ້ການນໍາສະເໜີ ການເປີດໂຄງການ: ຝືກອົບຮົມດ້ານຊັບສິນທາງປັນຍາແບບລົງເລິກ ແລະ ໃກ້ຊິດ ໃຫ້ແກ່ນັກຮຽນ ແລະ ຄູອາຈານ ຈາກມະຫາວິທະຍາໄລອອກແບບ ແລະ ຜູ້ປະກອບການ SMEs ຢູ່ ສປປ ລາວ “Project for Skills-Based Learning and Mentoring for Design School Professors, Students, Alumni, and  SME in Laos PDR” ຂອງອົງການຊັບສິນທາງປັນຍາໂລກ.

IMG_0307

       ໃນການຝຶກອົບຮົມຄັ້ງນີ້ ຜູ້ເຂົ້າຮ່ວມຈະໄດ້ຮັບຟັງການບັນຍາຍຈາກ ນັກວິທະຍາກອນຂອງກົມຊັບສິນທາງປັນຍາ ແລະ ຊ່ຽວຊານຂອງອົງການຊັບສິນທາງປັນຍາໂລກ ໃນຫົວຂໍ້ຕ່າງໆ ເຊັ່ນ: ໃນການສ້າງຍີ່ຫໍ້ ແລະ ການອອກແບບ ສຳລັບການຕະຫຼາດ; ຄວາມສໍາຄັນຂອງວຽກງານຊັບສິນທາງປັນຍາ ໃນການສ້າງຍີ່ຫໍ້ ແລະ ການ ອອກແບບ; ເຄື່ອງໝາຍການຄ້າ ທີ່ມີລັກສະນະສະເພາະ ແລະ ເຄື່ອງໝາຍທີ່ສາມາດຈົດທະບຽນເຄື່ອງໝາຍການຄ້າໄດ້; ກໍລະນີການສ້າງຍີ່ຫໍ້: ຕົວຢ່າງຄວາມໂດດເດັ່ນຂອງເຄື່ອງໝາຍການຄ້າ; ກໍລະນີການສ້າງຍີ່ຫໍ້: ຕົວຢ່າງຄວາມຄ້າຍຄືກັນທີ່ສ້າງຄວາມສັບສົນໃຫ້ກັບເຄື່ອງໝາຍການຄ້າ; ສິດໃນເຄື່ອງໝາຍການຄ້າທີ່ກ່ຽວຂ້ອງກັບລິຂະສິດ ແລະ ການອອກແບບອຸດສາຫະກຳ: ຫຼັກການ ແລະ ແນວປະຕິບັດ; ການສ້າງຍີ່ຫໍ້: ການສາທິດ ແລະ ຕົວຢ່າງເຄື່ອງໝາຍການຄ້າທີ່ໄດ້ຮັບການປົກປ້ອງຊັບສິນທາງປັນຍາ ໃນ ສ ປ ປ ລາວ; ການປົກປ້ອງການສ້າງຍີ່ຫໍ້: ການສາທິດ ແລະ ຕົວຢ່າງຜ່ານຄະດີການລະເມີດ ແລະ ການບັງຄັບໃຊ້ໃນລາວ, ພ້ອມນັ້ນ ຈະໄດ້ໃຫ້ຄໍາປຶກສາແບບເປັນກຸ່ມແກ່ບໍລິສັດ ແລະ ຜູ້ປະກອບການ SMEs ກ່ຽວກັບ ເຄື່ອງມືດ້ານຊັບສິນທາງປັນຍາຕ່າງໆ ແລະ ຈະໄດ້ລົງຢ້ຽມຢາມກຸ່ມຜູ້ປະກອບການ ເພື່ອໃຫ້ຄຳປຶກສາແບບໂຕຕໍ່ໂຕ ອີກດ້ວຍ. ໃນການຝຶກອົບຮົມຄັ້ງນີ້ ໄດ້ດໍາເນີນເປັນເວລາ 03 ວັນ ຈຶ່ງສໍາເລັດ.

ຂ່າວ ແລະ ຮູບພາບ: ກົມຊັບສິນທາງປັນຍາ