ກົມນະໂຍບາຍການຄ້າຕ່າງປະເທດ ເປີດຂະບວນການແຂ່ງຂັນ ຮັກຊາດ ແລະ ພັດທະນາ
By ໄພວັນ On 20 Sep, 2023 At 09:29 AM | Categorized As ຂ່າວພາຍໃນ | With 0 Comments

01

ໃນວັນທີ 15 ກັນຍາ 2023, ທີ່ກະຊວງອຸດສາຫະກໍາ ແລະ ການຄ້າ, ກົມນະໂຍບາຍການຄ້າຕ່າງປະເທດ (ກນຄຕ) ໄດ້ເປີດຂະບວນ​ການແຂ່ງຂັນ  ຮັກຊາດ ແລະ ພັດທະນາ ຂື້ນໂດຍການເປັນປະທານຂອງ ທ່ານ ໄຊຊະນະ ໄຊຍະກອນ, ຫົວໜ້າກົມນະໂຍບາຍການຄ້າຕ່າງປເທດ, ມີຄະນະກົມ, ຄະນະພະແນກ ພ້ອມດ້ວຍວິຊາການພາຍໃນກົມເຂົ້າຮ່ວມ.

ທ່ານ ໄຊຊະນະ ໄຊຍະກອນ, ຫົວໜ້າກົມນະໂຍບາຍການຄ້າຕ່າງປເທດ ໄດ້ກ່າວວ່າ: ເພື່ອເປັນການສືບຕໍ່ປະຕິບັດ ໜ້າທີ່ຍຸດທະສາດປົກປັກຮັກສາ ແລະ  ສ້າງສາພັດທະນາ ປະເທດຊາດ ພ້ອມທັງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ IX ແລະ ມະຕິກອງປະຊຸມໃຫ່ຍຄັ້ງທີ V ຂອງອົງຄະນະພັກ ກະຊວງອຸດສາຫະກຳ ແລະ ການຄ້າ ໃຫ້ປະກົດເປັນຈິງ ແລະ  ເຮັດໃຫ້ວຽກງານແຂ່ງຂັນ ແລະ ຍ້ອງຍໍ ໄດ້ຮັບການຈັດຕັ້ງປະຕິບັດຢ່າງມີປະສິດທິຜົນ ທັງເປັນການປຸກລະດົມກຳລັງແຮງຂອງພະນັກງານ-ລັດຖະກອນ ໃຫ້ມີຄວາມບຸກບືນ, ຫ້າວຫັນດຸໝັ້ນ, ມີຫົວຄິດປະດິດສ້າງ, ເປັນເຈົ້າການ ແລະ ມີຄວາມຮັບຜິດຊອບສູງຕໍ່ໜ້າທີ່ວຽກງານ.

02

ທ່ານໄດ້ກ່າວຕື່ມວ່າ: ກອງປະຊຸມເປີດຂະບວນການແຂ່ງຂັນ ຮັກຊາດ ແລະ ພັດທະນາ ຂອງພວກເຮົາຄັ້ງນີ້ ມີຄວາມໝາຍສຳຄັນຍິ່ງ ຕໍ່ການປຸກລະດົມກຳລັງແຮງຂອງ ພະນັກງານ-ລັດຖະກອນ ທີ່ສັງກັດຢູ່ໃນ ກົມ ນຄຕ ໃນການ ເຊີດຊູມູນເຊື້ອຮັກຊາດ ເປັນເຈົ້າຕົນເອງ, ມີຄວາມດຸໝັ້ນຄົ້ນຄວ້າ, ເສຍສະລະ, ປະຢັດຊື່ສັດ, ມີສະຕິ ແລະ ເຄົາລົບໃນການຈັດຕັ້ງ ປະຕິບັດຕໍ່ລະບຽບກົດໝາຍຂອງຊາດ ແລະ ທັງເປັນການຮັບປະກັນ ຄວາມຖືກຕ້ອງ ໃນການປະຕິບັດໜ້າທີ່ວຽກງານ ໃນການເປັນເສນາທິການໃຫ້ຂັ້ນເທິງ ກ່ຽວກັບວຽກການເຊື່່ອມໂຍງເສດຖະກິດກັບພາກພື້ນ ແລະ ສາກົນ.

ເພື່ອບັນລຸຕາມຈຸດປະສົງເປົ້າໝາຍ ກອງປະຊຸມຈະໄດ້ຜ່ານຮ່າງ ແລະ ຮັບຮອງແຜນການແຂ່ງຂັນ-ຍ້ອງຍໍ, ຮັກຊາດ ແລະ ພັດທະນາ ຂອງ ກົມ ນຄຕ ເພື່ອເປັນບ່ອນອີງ ໃນການຈັດຕັ້ງປະຕິບັດ ນັບແຕ່ນີ້ ຮອດປີ 2025. ພ້ອມດຽວກັນນັ້ນ ກໍຈະໄດ້ເປີດລົງທະບຽນ ຈັບມື ແຂ່ງຂັນບຸກຄົນ ແລະ ລະຫວ່າງພະແນກ ພາຍໃນກົມ ເພື່ອຮັບຮູ້ ແລະ ເຂົ້າໃຈເປັນເອກະພາບ ແລະ ພ້ອມກັນຈັດຕັ້ງປະຕິບັດ ເນື້ອໃນຂໍ້ແຂ່ງຂັນທີ່ພວກເຮົາໄດ້ຮັບຮອງໃຫ້ມີຜົນສຳເລັດເປັນຢ່າງສູງ.

03

ຕອນທ້າຍ ທ່ານປະທານຮຽກຮ້ອງມາຍັງ ບັນດາທ່ານພະນັກງານ-ລັດຖະກອນ ຂອງກົມ ນຄຕ ຈົ່ງພ້ອມກັນ ເອົາໃຈໃສ່ໃນການຈັດຕັ້ງປະຕິບັດ ແຜນການແຂ່ງຂັນຮັກຊາດ ແລະ ພັດທະນາ ຂອງກົມ ລວມທັງຂໍ້ແຂງຂັນ ຂອງບຸກຄົນ ໃຫ້ມີຄວາມຮັບຜິດຊອບສູງ. ພ້ອມດຽວກັນ ກໍ່ໃຫ້ມີການກວດກາ ຕິດຕາມ ການຈັດຕັ້ງປະຕິບັດ ຂໍ້ແຂ່ງຂັນ ໂດຍ ມີການສະຫລຸບປະຈຳທຸກ 6 ເດືອນ ແລ້ວລາຍງານ ໃຫ້ຄະນະຮັບຜິດຊອບຂະບວນແຂ່ງຂັນ ຮັກຊາດ ແລະ ພັດທະນາ ຂັ້ນກົມ ເພື່ອລາຍງານຕໍ່ຄະນະຮັບຜິດຊອບຂັ້ນກະຊວງເປັນປະຈຳເພຶ່ອເປັນບ່ອນອີງໃນການປະຕິບັດຍ້ອງຍໍການແຂ່ງຂັນ.

ແຫຼ່ງຂ່າວ-ພາບ: ກົມນະໂຍບາຍການຄ້າຕ່າປະເທດ.

ຮຽບຮຽງໂດຍ: ທ ໄພວັນ ໂຄດວັນທາ, ກົມ ຜຮ/ກະຊວງ ອຄ.

About -