ກອງປະຊຸມເປີດຂະບວນການແຂ່ງຂັນ, ຮັກຊາດ ແລະ ພັດທະນາ ຂອງ ກົມຊັບສິນທາງປັນຍາ ຮອດປີ 2023
By phaikhame evilay On 19 Sep, 2023 At 10:31 AM | Categorized As ຂ່າວພາຍໃນ | With 0 Comments

1

            ໃນວັນທີ 14 ກັນຍາ 2023, ຜ່ານມາ ທີ່ຫ້ອງປະຊຸມ ຊັ້ນ 1, ກະຊວງອຸດສາຫະກໍາ ແລະ ການຄ້າ, ມີກອງປະຊຸມເປີດຂະບວນການແຂ່ງຂັນ, ຮັກຊາດ ແລະ ພັດທະນາ ຂອງກົມຊັບສິນທາງປັນຍາ ຮອດປີ 2023, ໂດຍການເປັນປະທານຂອງ ທ່ານ ສັນຕິສຸກ ພູນສະຫວັດ, ຫົວໜ້າກົມຊັບສິນທາງປັນຍາ, ກະຊວງອຸດສາຫະກໍາ ແລະ ການຄ້າ.

ໃນກອງປະຊຸມຄັ້ງນີ້ ມີທ່ານ ມາຄະ ຈັນທະລາ, ຮອງຫົວໜ້າກົມຊັບສິນທາງປັນຍາ, ມີທ່ານຜູ້ຕາງໜ້າຈາກ ກົມຈັດຕັ້ງ ແລະ ພະນັກງານ, ມີບັນດາທ່ານຫົວໜ້າພະແນກ, ຫົວໜ້າສູນ, ຮອງຫົວໜ້າພະແນກ ແລະ ພະນັກງານວິຊາການຂອງກົມຊັບສິນທາງປັນຍາ ເຂົ້າຮ່ວມ.

3

          ທ່ານ ສັນຕິສຸກ ພູນສະຫວັດ, ຫົວໜ້າກົມຊັບສິນທາງປັນຍາ ກໍໄດ້ກ່າວເປີດກອງປະຊຸມຄັ້ງນີ້ ວ່າ: ຈຸດປະສົງຂອງກອງປະຊຸມ ແມ່ນເພື່ອເປີດຂະບວນການແຂ່ງຂັນຮັກຊາດ ແລະ ພັດທະນາ ໂດຍຜັນຂະຫຍາຍຈາກເນື້ອໃນຕາມແຜນການແຂ່ງຂັນ-ຍ້ອງຍໍຮັກຊາດ ແລະ ພັດທະນາ ຂອງກະຊວງອຸດສາຫະກໍາ ແລະ ການຄ້າ 05 ປີ (2021-2025) ແລະ ແຜນພັດທະນາວຽກງານຊັບສິນທາງປັນຍາ ປີ 2023-2025 ຊຶ່ງໄດ້ວາງວິໄສທັດວຽກງານຊັບສິນທາງປັນຍາ ໃຫ້ກາຍເປັນເຄື່ອງມືຍຸດທະສາດສໍາລັບການປະດິດສ້າງ ແລະ ປະດິດຄິດແຕ່ງ ເພື່ອສະໜັບສະໜູນການພັດທະນາເສດຖະ ກິດ-ສັງຄົມ ແລະ ວັດທະນະທໍາ ຕາມທິດຫັນເປັນທັນສະໄໝ, ສີຂຽວ ແລະ ຍືນຍົງ ແລະ ທິດທາງລວມການພັດທະນາລະບົບຊັບສິນທາງປັນຍາ ຂອງ ສປປ ລາວ, ຊຶ່ງປະກອບມີ 07 ແຜນງານ ຄື:

4

          1. ສ້າງ ແລະ ປັບປຸງນິຕິກໍາຄຸ້ມຄອງວຽກງານຊັບສິນທາງປັນຍາ; 2. ເຜີຍແຜ່ວຽກງານຊັບສິນທາງປັນຍາຢ່າງກວ້າງ ຂວາງໃນຂອບເຂດທົ່ວປະເທດ; 3. ນໍາໃຊ້ວຽກງານຊັບສິນທາງປັນຍາເຂົ້າໃນຂົງເຂດທຸລະກິດ ແລະ ສະຖານການສຶກສາ; 4. ການພັດທະນາຊັບພະຍາກອນມະນຸດ ໃນຂົງເຂດຊັບສິນທາງປັນຍາ; 5. ຍົກລະດັບການບໍລິການວຽກງານຊັບສິນທາງປັນຍາ ໃຫ້ທັນສະໄໝ, ສະດວກວ່ອງໄວ ແລະ ໂປ່ງໃສ; 6. ສ້າງ ແລະ ປັບປຸງກົນໄກການແກ້ໄຂທາງດ້ານບໍລິຫານວຽກງານຊັບສິນທາງປັນຍາ ແລະ 7. ເພີ່ມທະວີການຮ່ວມມື ແລະ ໜູນໃຊ້ການເຊື່ອມໂຍງກັບພາກພື້ນ ແລະ ສາກົນ.

ການສ້າງຂະບວນການແຂ່ງຂັນ-ຍ້ອງຍໍ, ຮັກຊາດ ແລະ ພັດທະນາ ແມ່ນເພື່ອປຸກລະດົມກໍາລັງແຮງຂອງພະນັກງານຜູ້ມີຄວາມຮູ້ຄວາມສາມາດ, ມີປະສົບການ, ມີຄວາມຊໍານິຊໍານານທາງດ້ານວິຊາການ, ໃຫ້ເພີ່ມທະວີການນໍາໃຊ້ຊັບສິນທາງປັນຍາໃຫ້ຫຼາຍຂຶ້ນ ເຂົ້າໃນສະຖານທີ່ການສຶກສາ, ສະຖາບັນຄົ້ນຄວ້າ-ວິໄຈ ແລະ ວິສາຫະກິດຂະແໜງ ການຕ່າງໆ, ລວມທັງການຈົດທະບຽນຊັບສິນທາງປັນຍາ ເພື່ອສົ່ງເສີມຫົວຄິດປະດິດສ້າງ, ປະດິດຄິດແຕ່ງ ແລະ ການສ້າງມູນຄ່າເພີ່ມໃຫ້ແກ່ຜະລິດຕະພັນ, ເຮັດໃຫ້ຊັບສິນທາງປັນຍາ ກາຍເປັນເຄື່ອງມືທີ່ເອື້ອອໍານວຍ ໃຫ້ແກ່ ການພັດທະນາທຸລະກິດ, ການຄ້າ, ການລົງທຶນ ແລະ ເສດຖະກິດ-ສັງຄົມ.

2

          ພ້ອມນັ້ນ, ທ່ານ ຍັງໄດ້ຮຽກຮ້ອງມາຍັງບັນດາທ່ານທີ່ເຂົ້າຮ່ວມກອງປະຊຸມດັ່ງກ່າວ ສຸມຈິດສຸມໃຈເຮັດວຽກງານຢ່າງເຕັມທີ່, ດຸໝັ່ນຫ້າວຫັນ, ສຶກສາຄົ້ນຄວ້າ, ພ້ອມທັງແລກປ່ຽນບົດຮຽນ ຊຶ່ງກັນ ແລະ ກັນ ຢ່າງເປັນກັນເອງ ແລະ ສາມາດນໍາໄປຈັດຕັ້ງປະຕິບັດໄດ້ໃນວຽກງານຕົວຈິງຂອງຕົນ ຕາມແຜນການຂໍ້ແຂ່ງຂັນ-ຍ້ອງຍໍ, ຮັກຊາດ ແລະ ພັດທະ ນາ ຂອງກົມຊັບສິນທາງປັນຍາ ໃຫ້ມີຜົນສໍາເລັດ ເພື່ອເປັນບ່ອນອີງ ແລະ ຢັ້ງຢືນຜົນງານໃນການປະເມີນປະຈໍາປີ ໃນຕໍ່ໜ້າ.

ພ້ອມດຽວກັນນັ້ນ, ທ່ານ ມາຄະ ຈັນທະລາ, ຮອງຫົວໜ້າກົມຊັບສິນທາງປັນຍາ, ກໍໄດ້ຜ່ານຂໍ້ຕົກລົງແຕ່ງຕັ້ງຄະນະຮັບຜິດຊອບຂະບວນການແຂ່ງຂັນຮັກຊາດ ແລະ ພັດທະນາ; ຜ່ານແຜນການແຂ່ງຂັນຮັກຊາດ ແລະ ພັດທະນາ ຮອດປີ 2025 ແລະ ຜ່ານຂໍ້ຕົກລົງຮັບຮອງແຜນການແຂ່ງຂັນຮັກຊາດ ແລະ ພັດທະນາ ຮອກປີ 2025 ຂອງກົມຊັບສິນທາງປັນຍາ.

ພ້ອມນັ້ນ ໃນກອງປະຊຸມດັ່ງກ່າວ ບັນດາທ່ານຫົວໜ້າພະແນກ, ຫົວໜ້າສູນ, ຮອງຫົວໜ້າພະແນກ, ຂອງກົມຊັບສິນທາງປັນຍາ ຂຶ້ນຈັບມື ເພື່ອພ້ອມກັນຈັດຕັ້ງປະຕິບັດ ແຜນການແຂ່ງຂັນ, ຮັກຊາດ ແລະ ພັດທະນາ ຮອດປີ 2025 ຂອງກົມຊັບສິນທາງປັນຍາ ໃຫ້ປະກົດຜົນເປັນຈິງ.

ຂ່າວ-ຮູບພາບ: ກົມຊັບສິນທາງປັນຍາ ກະຊວງ ອຄ.