ກອງປະຊຸມຮອບພິເສດຄະນະກຳມະການປະສານງານດ້ານການບໍລິການອາຊຽນ ຄັ້ງທີ 3 (THIRD SPECIAL MEETING OF THE COORDINATION COMMITTEE ON SERVICES-3rd Special CCS)
By theu vaenvongsod On 7 Aug, 2023 At 03:13 PM | Categorized As ຂ່າວພາຍໃນ | With 0 Comments

     ກອງປະຊຸມຮອບພິເສດ ຄະນະກຳມະການປະສານງານດ້ານການບໍລິການອາຊຽນ ຄັ້ງທີ 3 (THIRD SPECIAL MEETING OF THE COORDINATION COMMITTEE ON SERVICES-3rd  Special CCS) ແລະ ວຽກງານທີ່ກ່ຽວຂ້ອງກັບ ການຄ້າດ້ານການບໍລິການຂອງ ສປປ ລາວ, ຊຶ່ງ ສປປ ລາວ ເປັນເຈົ້າພາບ ແລະ ໄດ້ຮັບການສະໜັບສະໜູນໂດຍ: ໂຄງການສົ່ງເສີມຄວາມສາມາດໃນການແຂ່ງຂັນພາຍໃຕ້ຂອບແຜນງານຂໍ້ລິເລີ່ມການເຊື່ອມໂຍງ (Promotion of Competitiveness within the Framework of the Initiative for ASEAN Integration” (COMPETE Project II), ຊຶ່ງປະທານກອງປະຊຸມ ໂດຍ ທ່ານ ນາງ Basaria Tiara Lumban Gaol, ຫົວໜ້າພະແນການເຈລະຈາການຄ້າດ້ານການບໍລິການ, ກະຊວງອຸດສາຫະກໍາ ແລະ ການຄ້າ ອິນໂດເນເຊຍ.

WhatsApp Image 2023-08-07 at 2.20.35 PM       ໃນລະຫວ່າງ ວັນທີ 7-9 ສິງຫາ 2023, ທີ່ ໂຮງແຮມຄລາວພາຊາ, ນະຄອນຫຼວງວຽງຈັນ, ກອງປະຊຸມໄດ້ມີຜູ້ແທນຈາກ 10 ປະເທດສະມາຊິກອາຊຽນ ແລະ ຕາງໜ້າຈາກກອງເລຂາອາຊຽນ ເຂົ້າຮ່ວມໃນຮູບແບບຊຶ່ງໜ້າ ແລະ ທາງໄກ. ສໍາລັບຜູ້ເຂົ້າຮ່ວມຈາກ ສປປ ລາວ ນໍາໂດຍ ທ່ານ ເຂັມເດັດ ສີຫາວົງ, ຮອງຫົວໜ້າກົມນະໂຍບາຍການຄ້າຕ່າງປະເທດ, ຕາງໜ້າຈາກ ພະແນກການຄ້າດ້ານການບໍລິການ, ກົມນະໂຍບາຍການຄ້າຕ່າງປະເທດ, ກະຊວງອຸດສາຫະກໍາ ແລະ ການຄ້າ; ກົມສົ່ງເສີມການລົງທຶນ, ກະຊວງແຜນການ ແລະ ການລົງທຶນ; ແລະ ກົມອາຊຽນ, ກະຊວງການຕ່າງປະເທດ ເຂົ້າຮ່ວມ, ຜູ້ແທນທີ່ເຂົ້າ ຮ່ວມກອງປະຊຸມ​ລວມທັງໝົດ 33 ທ່ານ.

WhatsApp Image 2023-08-07 at 2.20.26 PM

 WhatsApp Image 2023-08-07 at 2.21.43 PM

       ຈຸດປະສົງຫຼັກຂອງກອງປະຊຸມໃນຄັ້ງນີ້ ແມ່ນເພື່ອປຶກສາຫາລື 04 ບັນຫາຄື: 1) ຄົ້ນຄວ້າ ແລະ ຜ່ານເນື້ອໃນ ຮ່າງຂອບວຽກ ວ່າດ້ວຍການອໍານວຍຄວາມສະດວກການຄ້າດ້ານບໍລິການອາຊຽນ (ASEAN Services Facilitation Framework :ASFF). ທົບທວນຄືນ ເນື້ອໃນການເຈລະຈາເພື່ອລາຍງານ ໃຫ້ກອງປະຊຸມລັດຖະມົນຕີເສດຖະກິດອາຊຽນ ຄັ້ງທີ 55 (the 55th ASEAN Economic Ministers); 2) ທົບທວນຄືນແຜນວຽກ ASFF; 3) ດ້ານການຮ່ວມມື ASFF ທີ່ຕິດພັນກັບລະບຽບ ຫຼັກການ ແລະ ກົນໄກໃນການຈັດຕັ້ງປະຕິບັດ; ແລະ 4) ປຶກສາຫາລືບັນຫາອື່ນໆ ທີ່ກ່ຽວຂ້ອງ.

WhatsApp Image 2023-08-07 at 2.21.44 PM (1)WhatsApp Image 2023-08-07 at 2.21.44 PM (2)

ພ້ອມກັນນັ້ນ ໃນກອງປະຊຸມ ກໍ່ໄດ້ມີການແລກປ່ຽນບົດຮຽນ ແລະ ການປະກອບຄໍາຄິດຄໍາເຫັນ ລະຫວ່າງ ປະເທດສະມາຊິກ ໂດຍສະເພາະຈະເນັ້ນໃສ່ ການນໍາສະເໜີບູລິມະສິດທີ່ສໍາຄັນ, ບັນດາຂໍ້ຄົງຄ້າງ, ຂໍ້ຫຍຸ້ງຍາກ ແລະ ສິ່ງທ້າທາຍຕ່າງໆ ທີ່ຕິດພັນກັບວຽກງານການຄ້າດ້ານການບໍລິການ ຂອງ ບັນດາປະເທດສະມາຊິກອາຊຽນ.

ກອງປະຊຸມເຫັນ​ຍັງໄດ້ເຖິງຄວາມສຳຄັນດັ່ງກ່າວ ຈຶ່ງໄດ້ຈັດກອງປະຊຸມນີ້ຂຶ້ນມາ ເພື່ອພ້ອມກັນຄົ້ນຄວ້າ ແລະ ການ​ປຶກສາ​ຫາລື ດ້ານວິຊາການ ແລະ ດ້ານລະບຽບຫຼັກການ ຂອງແຕ່ລະປະເທດອາຊຽນຢ່າງກົງໄປກົງມາໃນວຽກງານດັ່ງກ່າວ ເພື່ອເຮັດໃຫ້ການຈັດຕັ້ງປະຕິບັດເປັນໄປຕາມແຜນວຽກ ການຄ້າດ້ານບໍລິການຂອງອາຊຽນ ທີ່ວາງໄວ້ໃຫ້ໄດ້ຮັບການຜັນຂະຫຍາຍ, ມີການສົ່ງເສີມດ້ານການຄ້າດ້ານການບໍລິການ, ສົ່ງເສີມການລົງທຶນ ໃຫ້ມີປະສິດຕິພາບ-ປະສິດຕິຜົນ ແລະ ມີຄວາມວ່ອງໄວທັນສະໄໝຍິ່ງຂື້ນ; ອີກດ້ານໜຶ່ງກໍເປັນການ ປະກອບສ່ວນໃນການຜັນຂະຫຍາຍ ຕາມແຜນ ປະຊາຄົມເສດຖະກິດອາຊຽນ ໃນແຕ່ລະໄລຍະ.

ແຫລ່ງຂ່າວ: ກົມນະໂຍບາຍການຄ້າຕ່າງປະເທດ ກຊ ອຄ

ໂພດສ໌ຂ່າວ: ນ ຖື ແຫວນວົງສົດ ສູນສະຖິຕິ ແລະ ຂໍ້ມູນຂ່າວສານ ກຜຮ