ຜູ້ເຈລະຈາດ້ານການຄ້າຂອງ ສປປ ລາວ ໄດ້ຮັບທັກສະທີ່ສຳຄັນ ພາຍຫລັງຝຶກອົບຮົມ ກ່ຽວກັບ ການຄ້າດ້ານການບໍລິການ ແລະ ຕາຕະລາງຂໍ້ຜູກພັນການຄ້າດ້ານບໍລິການຮູບແບບປິດ
By theu vaenvongsod On 19 Jul, 2023 At 11:55 AM | Categorized As ຂ່າວພາຍໃນ | With 0 Comments

        ວັນທີ 17 ກໍລະກົດ 2023, ນະຄອນຫຼວງວຽງຈັນ – ກົມນະໂຍບາຍການຄ້າຕ່າງປະເທດ (DFTP), ກະຊວງອຸດສາຫະກຳ ແລະ ການຄ້າ ສົມທົບກັບສູນການຄ້າສາກົນ (ITC) ພາຍໃຕ້ໂຄງການ ARISE Plus ທີ່ໄດ້ຮັບທຶນຊ່ວຍເຫລືອຈາກສະຫະພາບເອີຣົບ ໄດ້ຈັດຝຶກອົບຮົມ ກ່ຽວກັບ ການສ້າງຄວາມເຂົ້າໃຈຕໍ່ການຄ້າດ້ານການບໍລິການ ແລະ ຕາຕະລາງຂໍ້ຜູກພັນການຄ້າດ້ານບໍລິການຮູບແບບປິດ ແຕ່ວັນທີ 17-18 ກໍລະກົດ 2023. ກອງປະຊຸມດັ່ງກ່າວມີຈຸດປະສົງເພື່ອເພີ່ມທະວີຄວາມສາມາດໃຫ້ແກ່ອົງການລັດຖະບານລາວ ແລະ ພາກສ່ວນກ່ຽວຂ້ອງ ກ່ຽວກັບການຄ້າດ້ານການບໍລິການກ່ຽວກັບການນໍາໃຊ້ຂໍ້ຜູກພັນການຄ້າຕາຕະລາງຮູບແບບປິດ ໂດຍສະເພາະ, ຮຽນຮູ້ແລະໄດ້ຮັບຄວາມຮູ້ກ່ຽວກັບວິທີການຫັນປ່ຽນຈາກຕາຕະລາງຂໍ້ຜູກພັນຮູບແບບເປີດ ມາເປັນຕາຕະລາງຮູບແບບປິດ.

WhatsApp Image 2023-07-19 at 10.11.42 AM

     ຕາຕະລາງຮູບແບບປິດເປັນແນວທາງສໍາຄັນໃນຂໍ້ຜູກພັນການຄ້າດ້ານການບໍລິການ ​ໃນປີ 2020 ແລະ ປີ 2021 ສປປ ລາວ ໄດ້ລົງນາມ ແລະ ຮັບຮອງເອົາທັງຂໍ້ຕົກລົງອາຊຽນກ່ຽວກັບການຄ້າດ້ານການບໍລິການ (ATISA) ແລະ ຂໍ້ຕົກລົງເຂດການຄ້າເສລີໃນຂອບການເປັນຄູ່ຮ່ວມເສດຖະກິດ​ແບບຮອບດ້ານລະດັບພາກພື້ນ (RCEP). ພາຍໃຕ້ຂໍ້ຕົກລົງທັງສອງນີ້, ສປປ ລາວ ຈໍາເປັນທີ່ຈະຕ້ອງຫັນປ່ຽນຈາກຕາຕະລາງຮູບແບບເປີດມາເປັນຕາຕະລາງຮູບແບບປິດ ໂດຍຈະຕ້ອງກໍານົດເວລາຂອງຂໍ້ຜູກພັນການບໍລິການໃຫ້ທັນໃນສິບປີຂ້າງໜ້າ.

   ມັນ​ເປັນ​ສິ່ງ​ສໍາ​ຄັນ​ຫລາຍໃນການ​​ມີ​ສ່ວນ​ຮ່ວມ​ຂອງເຈົ້າຫນ້າທີ່ໃນ​ການ​ເຈລະ​ຈາ​ການ​ຄ້າ​ແລະ ​ການ​ສ້າງ​ນະ​ໂຍ​ບາຍ ລວມໄປເຖິງການຈັດຕັ້ງປະຕິບັດ ເພື່ອມີຄວາມຮູ້ກ່ຽວກັບຮູບແບບການຄ້າດ້ານການບໍລິການຕ່າງໆ ແລະ ການມີສ່ວນຮ່ວມໃນການບໍລິການຊື້-ຂາຍສິນຄ້າ, ລວມທັງສົນທິສັນຍາທີ່ ສປປ ລາວໄດ້ເຮັດຕໍ່ກັບພາກສ່ວນການບໍລິການຫຼາຍຝ່າຍ, ລະດັບພາກພື້ນ, ບັນດາສະຖາບັນ, ພະແນກຕ່າງໆ ແລະ ໜ່ວຍງານທີ່ກ່ຽວຂ້ອງໃນແຕ່ລະຂະແໜງ, ຕ້ອງໄດ້ເຮັດວຽກຮ່ວມກັນ ເພື່ອປະສານງານການສະໜັບສະໜູນ ແລະ ການມີສ່ວນຮ່ວມໃນນະໂຍບາຍທີ່ສອດຄ່ອງ ແລະ ມີປະສິດທິຜົນ.   ຫຼັກສູດການຝຶກອົບຮົມດັ່ງກ່າວແມ່ນມີການປະຕິບັດຕົວຈິງ,​ ເພື່ອໃຫ້ຜູ້ເຂົ້າຮ່ວມມີຄວາມເຂົ້າໃຈຢ່າງຮອບດ້ານກ່ຽວກັບຂໍ້ຜູກພັນການຄ້າຕາຕະລາງຮູບແບບປິດໃນພາກພື້ນ. ຜູ້ເຂົ້າຮ່ວມໄດ້ຮຽນຮູ້ກ່ຽວກັບຮູບແບບ ແລະ ຂໍ້ມູນທີ່ຈໍາເປັນສໍາລັບເອກະສານຕິດຂັດ ຂອງມາດຕະການທີ່ບໍ່ສອດຄ່ອງພາຍໃຕ້ສັນຍາ RCEP ແລະ ATISA ນໍາພາໂດຍຜູ້ຊ່ຽວຊານດ້ານການບໍລິການ. ຜູ້ເຂົ້າຮ່ວມໄດ້ແບ່ງອອກເປັນກຸ່ມເພື່ອປະຕິບັດການຕົວຈິງ ໂດຍເນັ້ນໃສ່ຂະແໜງການຂົນສົ່ງ ແລະ ການທ່ອງທ່ຽວ. ນອກຈາກນັ້ນວິທີການຕາຕະລາງຮູບແບບປິດ ຍັງໄດ້ກວມເອົາ 2 ຫົວຂໍ້ສໍາຄັນໃນການຄ້າຄື ດິຈິຕອລ ແລະ ການບໍລິການພາຍໃນປະເທດ ເຊິ່ງມີຈຸດປະສົງເພື່ອຊ່ວຍໃຫ້ເຈົ້າໜ້າທີ່ ມີຄວາມເຂົ້າໃຈຫຼາຍຂຶ້ນ ກ່ຽວກັບທ່າແຮງການຂະຫຍາຍຕົວຂອງການຄ້າຊາຍແດນດ້ານການບໍລິການດິຈິຕອລ ສໍາລັບປະເທດທີ່ບໍ່ມີທາງອອກສູ່ທະເລ.WhatsApp Image 2023-07-19 at 10.11.41 AM

     “ຂະແໜງບໍລິການເປັນຂະແໜງໜຶ່ງທີ່ສໍາຄັນ ໃນການປະກອບສ່ວນເຂົ້າໃນການສ້າງລາຍຮັບໃຫ້ເສດຖະກິດຂອງຊາດ. ດັ່ງນັ້ນ, ຂ້າພະເຈົ້າຫວັງເປັນຢ່າງຍິ່ງວ່າ ການຈັດຝຶກອົບຮົມໃນຄັ້ງນີ້ ແມ່ນຈະສ້າງຄວາມເຂັ້ມແຂງ ໃຫ້ແກ່ບັນດານັກເຈລະຈາ ແລະ ນັກວິຊາການຂະແໜງການຄ້າດ້ານບໍລິການ ໄດ້ເຂົ້າໃຈ ແລະສາມາດລົງເລິກເຖິງວິທີການກະກຽມໃນການຫັນປ່ຽນການຮ່າງຕາຕະລາງຂໍ້ຜູກພັນຈາກຮູບແບບເປີດ (Positive List) ມາເປັນຮູບແບບປິດ (Negative List) ຂອງ ສປປ ລາວ ໃຫ້ມີປະສິດທິພາບ ແລະປະສິດທິຜົນໃຫ້ຫຼາຍຂຶ້ນ.” ກ່າວໂດຍ ທ່ານ ເຂັມເດດ ສີຫາວົງ, ຮອງຫົວຫນ້າກົມນະໂຍບາຍການຄ້າຕ່າງປະເທດ (DFTP).

      “ຄວາມເຂົ້າໃຈຢ່າງລະອຽດກ່ຽວກັບການຄ້າດ້ານການບໍລິການແມ່ນມີຄວາມສໍາຄັນຫຼາຍ ສໍາລັບການປົດລັອກທ່າແຮງຢ່າງເຕັມທີ່ໃນປະເທດ; ການທີ່ເຈົ້າໜ້າທີ່ມີທັກສະທີ່ຈໍາເປັນ ແລະ ມີຄວາມຮູ້ທີ່ຊໍານານແມ່ນເພື່ອໃຫ້ເຂົາເຈົ້າໄດ້ນໍາໄປໃຊ້ໃຫ້ເກີດຜົນຢ່າງມີປະສິດທິພາບ ແມ່ນໜຶ່ງໃນເປົ້າໝາຍຂອງໂຄງການ EU-ARISE Plus ແລະ DFTP. ພວກເຮົາຫວັງວ່າຜູ້ເຂົ້າຮ່ວມທຸກຄົນຈະນໍາເອົາບົດຮຽນທີ່ໄດ້ຮຽນຮູ້ຈາກການຝຶກອົບຮົມໃນຄັ້ງນີ້ໄປໝູນໃຊ້ໃນການເຮັດວຽກຂອງເຂົາເຈົ້າຢ່າງເກີດຜົນ” ກ່າວໂດຍ ທ່ານ ນາງ ຂັນແກ້ວ ມູນວົງ ຜູ້ປະສານງານໂຄງການ ARISE Plus ສປປ ລາວ, ITC.

DNTF on19July23 pic

      ການຝຶກອົບຮົມຄັ້ງນີ້ແມ່ນໄດ້ຄາດຫວັງໃຫ້ ຜູ້ສະຫນອງດ້ານການບໍລິການ ແລະ ເຈົ້າຫນ້າທີ່ຂອງ ສປປ ລາວ ໄດ້ຮັບຄວາມຮູ້ ແລະ ທັກສະທີ່ຈໍາເປັນເພື່ອສວຍໃຊ້ຜົນປະໂຫຍດຈາກຂໍ້ຜູກພັນຕາຕະລາງຮູບແບບປິດ ແລະ ເພື່ອບັນລຸພັນທະທີ່ໄດ້ກໍານົດໄວ້ໃນສັນຍາ RCEP ແລະ ATISA. ທັງໝົດນີ້ກໍເພື່ອເຮັດໃຫ້ເຂົາເຈົ້າສາມາດຂະຫຍາຍທຸລະກິດຂອງຕົນ ແລະ ເພີ່ມຄວາມສາມາດໃນການແຂ່ງຂັນໃນຕະຫຼາດພາກພື້ນ ແລະ ຕະຫຼາດໂລກໄດ້.

WhatsApp Image 2023-07-19 at 10.11.42 AM (1)DNTF on19July23 pic1DNTF on19July23 pic2DNTF on19July23 pic3DNTF of Moic on 17 July23DNTF of Moic on 17 July23.jpg 1

     ຂໍ້ມູນກ່ຽວກັບ ARISE Plus ສປປ ລາວ: ໂຄງການຊ່ວຍເຫຼືອວຽກງານການຄ້າ ຂອງສະຫະພາບເອີຣົບ ແກ່ ສປປ ລາວ ພາຍໃຕ້ແຜນງານເຊື່ອມໂຍງພາກພື້ນອາຊຽນ (ຫຼື ARISE Plus) ແມ່ນໄດ້ຮັບທຶນສະໜັບສະໜູນຈາກສະຫະພາບເອີຣົບ (EU). ມີຈຸດປະສົງເພື່ອປະກອບສ່ວນເຂົ້າໃນການຂະຫຍາຍຕົວທາງດ້ານເສດຖະກິດແບບກວມລວມ, ສ້າງການຟື້ນຟູຕໍ່ກັບການປ່ຽນແປງດິນຟ້າອາກາດ, ຫຼຸດຜ່ອນຄວາມສ່ຽງ ແລະ ສ້າງວຽກເຮັດງານທຳ ໃນ ສປປ ລາວ.

     ຂໍ້ມູນກ່ຽວກັບ ITC: ສູນການຄ້າສາກົນ (ຫຼື ITC) ແມ່ນອົງການຮ່ວມມືລະຫວ່າງ ອົງການການຄ້າໂລກ ແລະ ອົງການສະຫະປະຊາຊາດ (ສປຊ). ITC ໃຫ້ການຊ່ວຍເຫຼືອວິສາຫະກິດຂະໜາດນ້ອຍ ແລະ ຂະໜາດກາງໃນການພັດທະນາ ແລະ ຫັນປ່ຽນເສດຖະກິດເຂົ້າໃນການແຂ່ງຂັນໃນຕະຫຼາດໂລກ ແລະ ປະກອບສ່ວນເຂົ້າໃນການພັດທະນາເສດຖະກິດແບບຍືນຍົງ ພາຍໃນຂອບຂອງວາລະການຊ່ວຍເຫຼືອເພື່ອການຄ້າ ແລະ ເປົ້າໝາຍການພັດທະນາແບບຍືນຍົງຂອງ ສປຊ.

ຕິດຕາມ ITC ຕາມຊ່ອງທາງ  Twitter| Facebook| LinkedIn| Instagram | Flickr

ຂໍ້ມູນເພີ່ມເຕີມ ກະລຸນາຕິດຕໍ່:

ທ່ານ ນາງ ໄກອຳພອນ ສິງຫາລາດ

ທີ່ປຶກສາດ້ານວຽກງານສື່ສານ                           ສູນການຄ້າສາກົນ

E: Ksinghalath@intracen.org                 T: +856 20 7777 6597

ແຫລ່ງຂ່າວ: ກົມນະໂຍບາຍການຄ້າຕ່າງປະເທດ, ກຊ ອຄ

ໂພດສ ຂ່າວໂດຍ: ນ ຖື ແຫວນວົງສົດ ສູນສະຖິຕິ ແລະ ຂໍ້ມູນຂ່າວສານ, ກຊ ອຄ